ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ພະຈິກ ໒໐໒໔

ເຖິງຈະຢູ່ຕ່າງແດນຊາວລື້ໃນ ສະຫະລັດກໍຍັງຮັກສາປະເພນີ ໃນການສະຫລອງບຸນປີໃໝ່ທີ່ມີເອກະລັກຂອງຕົນໄວ້


ວີດິໂອການຮ້ອງເພັງສະຫລອງປີໃໝ່ລື້, ທີ່ນະຄອນແຊນດິເອໂກ ລັດຄາລີຟໍເນຍ, ເມື່ອວັນທີ 20 ເມສາ, 2024

ຊົນເຜົ່າລາວມີຫຼາກຫຼາຍ ແລະເຖິງຈະພັດພາກບ້ານເກີດເມືອງນອນຂອງຕົນມາໄດ້ເກືອບ 50 ປີແລ້ວ ຊົນເຜົ່າລື້ ຢູ່ໃນສະຫະລັດກໍຍັງພາກັນຈັດງານສະຫລອງປີ ໃໝ່ທີ່ເອີ້ນກັນວ່າ ບຸນເດືອນ 6 ສັງຂານປີໃໝ່ໃຕ້ຕາມຮີດເກົ່າຄອງເດີມ ເພື່ອຮັກສາປະເພີອັນລໍ້າຄ່າຂອງຕົນໄວ້.

ຊົນເຜົ່າລື້ ທີ່ຄົນມັກເອີ້ນໃນຫລາຍຊື່ ເຊັ່ນວ່າ ໄທລື້ ຫລື ລາວລື້ ຫລືໄຕລື້ ແມ່ນມີຖິ່ນກໍາເນີດຢູ່ເຂດສິບສອງພັນນາ, ທາງພາກຕາເວັນອອກສຽງໃຕ້ຂອງຈີນ ທີ່ມີຊາຍແດນຕິດກັບລາວ ແລະມຽນມາ. ພວກເຂົາເຈົ້າໄດ້ແຕກກະຈາຍກັັນໄປ ຢູ່ຫລາຍປະເທດ ຫຼັງຈາກ ລັດຖະບານຈີນເຂົ້າຍຶດເອົາ ແລະປົດກະສັດທີ່ປົກຄອງອານາຈັກຂອງເຂົາເຈົ້າລົງໃນຊຸມປີ 1950. ຄົນລື້ສ່ວນໃຫຍ່ທີ່ມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນ ແມ່ນພວກທີ່ມີສ່ວນພົວພັນກັບການສູ້ລົບໃນສົງຄາມຢູ່ລາວ ຊຶ່ງເປັ່ນພາກສ່ວນນຶ່ງຂອງສົງຄາມອິນດູຈີນ ໂດຍສະເພາະແລ້ວແມ່ນພວກທີ່ຢູ່ສິບສອງພັນນາ ແລະເມືອງສິງ, ແຂວງຫລວງນໍ້າທາ ດັ່ງທີ່ທ່ານ ເຄນນີ ໄຊຍະວົງ, ຫົວໜ້າຄະນະກໍາມະການຂອງສະມາຄົມມູນເຊື້ອວັດທະນະທໍາໄຕລື້ຢູ່ສະຫະລັດ ຫລື Tai Lue Cultural Heritage of USA, ທີ່ຕັ້ງຢູ່ນະຄອນແຊນດີເອໂກ, ລັດຄາລິຟໍເນຍເລົ່າສູ່ຟັັງວ່າ:

“ໄຕລື້ເນາະ ມີຕົ້ນກໍາເນີດມາແຕ່ສິບສອງພັນນາ ປະເທດຈີນ ຢູ່ລັດຢຸນນານ ພໍ່ແມ່ຂອງຂ້ານ້ອຍຫລື ແອນແຊສເທີ (Ancestor) ຫັ້ນໜີມາຢູ່ປະເທດລາວ. ຂ້ານ້ອຍເກີດຢູ່ປະເທດລາວ ແລ້ວມາຢູ່ອາເມຣິກາ ແລ້ວກຸ່ມນຶ່ງຄົນໄຕລື້ຫັ້ນໜີກະ ແຈກກະຈາຍຈາກປະເທດຈີນໄປຢູ່ທັງປະເທດໄທ, ທັງຂະເຫມນ, ທັງພະມ້າແນ່ ຫຍັງແນ່ ແລ້ວມາພົບກັນຢູ່ອາເມຣິກາໜີ້.”

ເຖິງແມ່ນໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ສະຫະລັດໄດ້ເກືອບ 50 ປີແລ້ວກໍຕາມ ແຕ່ເຂົາເຈົ້າກໍຍັງຮັກສາວັດທະນະທໍາຂອງຕົນໄວ້ ໂດຍສະເພາະແມ່ນການສະ ຫລອງບຸນປີໃໝ່ ທີ່ມີເອກະລັກຂອງຕົນ ດັ່ງທີ່ທ່ານເຄນນີເລົ່າສູ່ຟັງວ່າ:

“ເລື້ອງປະເພນີວັດທະນະທໍາໜີ້ພີ່ນ້ອງຊາວລື້ໜີ້ ມັນຢາກຄ້າຍຄຽງກັບພີ່ນ້ອງ ລາວ, ພີ່ນ້ອງຊາວໄທ ຄືຖືສາສະໜາພຸດ. ປີໃໝ່ຫັ້ນພີ່ນ້ອງໄທລື້ ເຂົາເຈົ້າຮ້ອງ ວ່າວັນເນົາ ວັນປີໃໝ່ອີ່ຫຍັງໜີ້ເນາະ ແມ່ນກົງກັບມື້ວັນຂອລາວເຮົາໜີ້ຫລະ ວັນທີ 13, 14 ຫຍັງພວກນີ້ເນາະ ແລ້ວແຕ່ ຄາແລນດາເຢຍ (Calendar year) ຂອງມັນ. ເຊແລບ ເບຣດ (celebrate) ຫັ້ນກະມີ ແຕ່ມື້ແທ້ໆຫັ້ນກະໄປຕັກບາດຢາດນໍ້າທໍາບຸນ ສົງນໍ້າພະອີ່ຫຍັງ ກໍຈະເຮັດ ໃນມື້ແທ້ໆຫັ້ນ ບັດນີ້ທາງດ້ານສະມາຄົມ ພວກຂ້ານ້ອຍຫັ້ນຈະໂປຣໂມດ ແລະພຣີເຊີບໄທລື້ຄາວເຈີ ເພາະສະນັ້ນ ພວກຂະນ້ອຍຮອສຊິງພາຕີຫັ້ນມັນບໍ່ໄດ້ ເຈາະຈົງວ່າເປັນມື້ໃດ ປົກກະຕິກໍແລ້ວແຕ່.”

ຕາມປະເພນີລື້ແລ້ວ ບຸນປີໃໝ່ ເອີ້ນວ່າ ບຸນເດືອນ 6 ສັງຂານປີໃໝ່ໃຕ້ ຊຶ່ງມີປະທິນທາງສາສະໜາທີ່ຕ່າງຈາກຂອງລາວ ແລະໄທ ເຊັັ່ນວ່າ ປີໃໝ່ລື້ ໃນປີນີ້ ແມ່ນປີ 1386 ຂະນະທີ່ປະທິນທາງສາສະໜາລາວ ແລະໄທກໍານົດວ່າປີນີ້ແມ່ນ ພ.ສ. 2567. ສ່ວນພິທີໃນການສະຫລອງບຸນປີໃໝ່ລື້ນັ້ນກໍມີທັງແບບຄືກັນ ແລະແຕກຕ່າງກັນກັບປະເພນີຂອງລາວ ດັ່ງທີ່ທ່ານເຄນນີ ເລົ່າສູ່ຟັງວ່າ:

“ເລື້ອງປະເພນີແທ້ໆຂອງລື້ມັນກະຊິມີ ພະທາດຊາຍ, ທາດຊາຍ ຫລະກະຕັກບາດ ຢາດນໍ້າ ລະກະຊິມີທານພາເຂົ້າໄປໃຫ້ປູ່ຍ່າຕາຍາຍ ຫລືວ່າຜົວເມຍທີ່ວ່າໄດ້ ລ່ວງລັບໄປ ເຂົາເຈົ້າເອີ້ນວ່າພາເຂົ້ານ້ອຍ ທານພາເຂົ້ານ້ອຍວ່າຊັ້ນຊະ ອັນນີ້ສໍາລັບພີ່ນ້ອງລື້ຫັ້ນເຂົາເຈົ້າຈະໄປຫ້າງພາເຂົ້າ ແລ້ວກະເອົາໄປໃຫ້ ຄູບາໜິກ່າວທານ, ເອົາຊື່ໄປໃຫ້.”

ນອກນັ້ນ ການສະຫລອງປີໃໝ່ລື້ ຍັງມີເອກະລັກອັນສໍາຄັນຂອງຕົນອີກຫລາຍ ຢ່າງ ເຊັ່ນວ່າ ມີການສົມບັດສົມມາຄູບາອາຈານ ແລະຜູ້ອາວຸໂສ ທີ່ຈັດຂຶ້ນຢູ່ໃນວັດ ແລະການບາສີສູ່ຂວັນສາມັກຄີໃນວັນຂຶ້ນປີໃໝ່ນັ້ນ ພ້ອມທັງມີການຟ້ອນສິລະປະຕາມປະເພນີດັ້ງເດີມອີກດ້ວຍ.

ເນື່ອງຈາກວ່າ ເຂດສິບສອງພັນນາເປັນເຂດທີ່ເຄີຍມີຄວາມຈະເລີນຮຸ່ງເຮືອງທາງ ວັດທະນະທໍາສືບສານກັນມາແຕ່ດຶກດໍາບັນ ສະນັ້ນຊົນເຜົ່າລື້ຢູ່ຕ່າງແດນ ຈຶ່ງພະ ຍາຍາມທີ່ຈະຮັກສາວັດທະນະທໍາຂອງຕົນໄວ້ ດັ່ງທີ່ທ່ານນາງອ່ອນ ອ່ອນແພງ, ປະທານດ້ານການບໍລິຫານຂອງສະມາຄົມມູນເຊື້ອວັດທະນະທໍາໄຕລື້ ບອກກັບພວກເຮົາວ່າ:

ການອຸທິດຕົນ​ຂອງ​ຂ້ານ້ອຍໃຫ້ແກ່​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ ແລະ ວັດ​ທະ​ນະ​ທຳ ໄຕລື້​ແມ່ນເລີ້ມມາຈາກຄວາມຮູ້ສຶກພາກ​ພູມ​ໃຈ ແລະຄວາມ​ຮັບ​ຜິດ​ຊອບ​ທີ່​ເລິກ​ເຊິ່ງ​ໃນ​ການ​ເຊີດ​ຊູມູນເຊື້ອຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ. ວັດທະນະທໍາຂອງພວກເຮົາກໍຄືຂອງຂວັນອັນລໍ້າຄ່າທີ່ຕ້ອງໄດ້ຮັບການເຊີດຊູບູຊາ ແລະຖ່າຍທອດໃຫ້ຄົນລຸ້ນຕໍ່ໄປ. ຜ່ານ​ການ​ເຮັດ​ວຽກ​ຂອງຕົນ​ຂ້າ​ນ້ອຍ​ແນ​ໃສ່​ເຊີດຊູ​ກຽດຂອງຮາກ​ເຫງົ້າ​ຂອງ​ພວກ​ເຮົາ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ໃນ​ຊຸມ​ຊົນ​ຂອງ​ພວກ​ເຮົາ, ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນການສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ພູມ​ສັນ​ຖານທາງ​ວັດ​ທະ​ນະ​ທຳ​ຂອງ​ໂລກ. ຂ້ານ້ອຍຍັງມີຄວາມກະຕືລືລົ້ນໃນການຮັກສາເອກະລັກທາງວັດທະນະທໍາ ແລະ​ມີ​ຄວາມ​ມຸ້ງໝັ້ນ​ ທີ່​ຈະ​ສ້າງ​ໃຫ້ເກີດຜົນ​ກະທົບ​ທີ່ມີຄວາມໝາຍໃນການປົກ​ປັກ​ຮັກສາ​ມໍລະດົກ​ຂອງ​ປະຊາ​ຄົມ​ຊາວລື້. ສະນັ້ນຫລະ ຂ້ານ້ອຍ ຈຶ່ງຢາກເຮັດ. ຖ້າພວກເຮົາບໍ່ເຮັດຈັ່ງຊີ້ ມັນກໍຄ່ອຍໆຫາຍໄປ ມັນຈະຖືກສູນເສຍໄປຢ່າງແທ້ຈິງ.

ບ່ອນທີ່ມີຊົນເຜົ່າລື້ເຕົ້າໂຮມກັນຢູ່ຫລາຍທີ່ສຸດ ແລະມີການສະຫລອງບຸນປະເພນີ ທີ່ໃຫຍ່ທີ່ສຸດ ຢູ່ສະຫະລັດນັ້ນ ແມ່ຢູ່ ເດັນເວີ, ເມືອງເອກຂອງລັດໂຄໂລຣາໂດ ດັ່ງທີ່ທ່ານນາງອ່ອນເລົ່າສູ່ຟັງວ່າ:

“ແດນເວີ ໂອ້ຍແດນເວີ ເອື້ອຍໄປເບິ່ງໄທລື້ເດີ້ເຂົາເຈົ້າມີວັດໃຫຍ່ໆ ໆ ເຂົາເຈົ້າ ມີດິນ ຂ້ານ້ອຍຄິດວ່າມີດິນ 42 ໄລ່ເບາະໃຫຍ່ໆໆ ເຂົາເຈົ້າມີທາດ ມີໂບສົດອີກ ທາດ ກະບັກໃຫຍ່ໆນຶ່ງ ປີແລ້ວຫັ້ນນະມີເກືອບ 20 ພັນຄົນໄປສະຫລອງທາດນະ ຄົນແດນເວີນະ ສິບສອງພັນນາ ເປັນພີ່ນ້ອງຂ້ານ້ອຍສ່ວນຫຼານເຂົາເຈົ້າ ມາຈາກສິບສອງພັນນາໝົດນະ.”

ສະຫລຸບແລ້ວເຖິງແມ່ນຈະເປັນຊົນເຜົ່າສ່ວນນ້ອຍຫຼືສ່ວນໃຫຍ່ ແລະໄດ້ໄປຕົກຢູ່ແຫ່ງຫົນໃດກໍຕາມ ຊົນເຜົ່າລື້ທີ່ກ່າວມານີ້ຍັງພະຍາຍາມຮັກສາປະເພນີອັນລໍ້າຄ່າຂອງຕົນໄວ້ເພື່ອນລຸ້ນລູກລຸ້ນຫຼານແລະເຫຼນລາວຢູ່ໃນອາເມຣິກາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG