ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ໃຫ້​ບາດ​ແຜ​ເລີ້ມ​ດີ​ຄືນ' ​ນາ​ຍົກ ອັງ​ກິດ ​ກ່າວ​ໄປ ຫຼັງ​ຈາກ ​ພັກ​ຂອງ​ທ່ານ ຊະ​ນະ ​ການ​ເລືອກ​ຕັ້ງ


ພວກ​ຜູ້​ຄົນ ປະ​ທະ​ກັບ​ຕຳຫຼວດ ໃນ​ລະ​ຫວ່າງ ການ​ເດີນ​ຂະ​ບວນ​ປະ​ທ້ວງ ຕໍ່​ຕ້ານ ​ທ່ານ​ບໍ​ຣິ​ສ ຈອນ​ສັນ,​ ຢູ່​ຈັດ​ຕຸ​ລັດ ທ​ຣາ​ຟາ​ລ​ກາ​ຣ (Trafalgar Square) ໃນ​ໃຈ​ກາງ​ນະ​ຄອນຫຼວງ ລອນດອ, ​ວັນ​ທີ 13 ທັນ​ວາ 2019.
ພວກ​ຜູ້​ຄົນ ປະ​ທະ​ກັບ​ຕຳຫຼວດ ໃນ​ລະ​ຫວ່າງ ການ​ເດີນ​ຂະ​ບວນ​ປະ​ທ້ວງ ຕໍ່​ຕ້ານ ​ທ່ານ​ບໍ​ຣິ​ສ ຈອນ​ສັນ,​ ຢູ່​ຈັດ​ຕຸ​ລັດ ທ​ຣາ​ຟາ​ລ​ກາ​ຣ (Trafalgar Square) ໃນ​ໃຈ​ກາງ​ນະ​ຄອນຫຼວງ ລອນດອ, ​ວັນ​ທີ 13 ທັນ​ວາ 2019.

ອັງ​ກິດ “ສົມຄວນ​ໄດ້​ຮັບ​ການ​ພັກ​ຜ່ອນ​ ຈາກການ​ຖົກ​ຖຽງ​ກັນ ​ພັກ​ຜ່ອນ​ຈາກ​ການ​ເມືອງ ແລະ​ພັກ​ຜ່ອນ​ຢ່າງ​ຖາ​ວອນ ຈາກ​ການ​ເວົ້າ​ເລື້ອງ​ກ່ຽວ​ກັບ​ການ​ແຍກ​ໂຕ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ຫຼື ແບ​ຣັກ​ຊິ​ຕ” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ທີ່​ໄດ້​ກ່າວ​ໄປ​ໃນ​ວັນ​ສຸກ​ຜ່າ​ນ​ມາ ຫຼັງ​ຈາກ ພັກ​ອາ​ນຸ​ລັກ​ນິ​ຍົມ​ຂອງ​ທ່ານ ໄດ້​ຊະ​ນະ ໃນ​ສິ່ງ​ທີ່​ທ່ານ​ຈອນ​ສັນ ໄດ້​ບັນ​ລະ​ຍາຍ​ວ່າ ເປັນການ​ເລືອກ​ຕັ້ງ ທີ່ “ດີ​ເລີດ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ກ່າວ​ອີກວ່າ “ໃຫ້​ບາດ​ແຜ​ເລີ້ມດີ​ຄືນ.”

ທ່ານ​ຈອນ​ສັນ ໄດ້​ເພັ່ງ​ເລັງ​ໃສ່ຄຳ​ຂວັນ​ໃນການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ເຊັ່ນ​ວ່າ “ເຮັດ​ແບ​ຣັກ​ຊິ​ຕ​ໃຫ້​ແລ້ວ​ເສັດ”. ທ່ານ​ໄດ້​ກ່າວ​ວ່າ ສຽງ​ສ່ວນຫຼາຍສຳ​ລັບ​ພັກ​ອາ​ນຸ​ລັກ​ນິ​ຍົມ​ຂອງ​ທ່ານ ​ໃນ​ສະ​ພາ​ແຫ່ງ​ຊາດ ຈະ​ອຳ​ນວຍ​ໃຫ້​ທ່ານ ຊຸກ​ຍູ້​ຂໍ້​ຕົກ​ລົງ​ແຍ​ກ​ໂຕ​ຈາກສະ​ຫະ​ພາບ​ຢູ​ໂຣບ ​ຜ່ານ​ສະ​ພາ​ໄດ້ ຊຶ່ງໃນ​ຄັ້ງ​ກ່ອນ​ໄດ້​ຖືກ​ປະ​ຕິ​ເສດ ແລະ​ຈະ​ສາ​ມາດ​ດຳ​ເນີນ​ການ​ແຍກ​ໂຕ​ໄດ້ ​ພາຍ​ໃນ​ວັນ​ທີ 31 ເດືອນ​ມັງ​ກອນ 2020 ນີ້.

ທ່ານ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່ພວກ​ທີ່​ສະ​ໜັບ​ສະ​ໜຸນ​ພັກ​ແຮງ​ງານ ​ຜູ້​ທີ່​ໄດ້​ລົງ​ຄະ​ແນນ​ສຽງ ໃຫ້​ແກ່​ພັກ​ອາ​ນຸ​ລັກ​ນິ​ຍົມ ເປັນ​ຄັ້ງ​ທຳ​ອິດ ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ “ປະ​ເທດ​ນຶ່ງ​ດຽວທີ່​ມີ​ລັດ​ຖະ​ບານອາ​ນຸ​ລັກ​ນິ​ຍົມ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ກ່າວ​ວ່າ ຂອບ​ໃຈ ສຳ​ລັບ​ຄວາມ​ເຊື່ອ​ໝັ້ນ​ທີ່​ທ່ານ​ໄດ້ມອບໃຫ້​ແກ່​ພວກ​ເຮົາ ແລະ​ໃນ​ຂ້າ​ພະ​ເຈົ້າ ແລະ​ພວກ​ເຮົາ​ຈະ​ເຮັດ​ວຽກ​ຕະຫຼອດ​ເວ​ລາ ເພື່ອ​ທົດ​ແທນ​ຄວາມ​ເຊືອ​ໝັ້ນ​ຂອງ​ພວກ​ທ່ານ ແລະ​ຈະ​ນຳ​ເອົາ​ບູ​ລິ​ມາສິດ​ທັງຫຼາຍ​ຂອງ​ພວກ​ທ່ານ ​ພ້ອມ​ກັບ​ສະ​ພາ​ທີ່​ເຮັດ​ວຽກເພື່ອທ່ານ.”

ຜູ້​ນຳ​ອັງ​ກິດ ຜູ້​ທີ່​ໄດ້​ຮັບ​ເອົາ​ການ​ສະ​ເໜີ​ຈາກ​ພະ​ຣາ​ຊີ​ນີ​ອັງ​ກິດ ເມື່ອ​ຕອ​ນ​ເຊົ້າ​ວັນ​ສຸກ​ຜ່ານ​ມາ ເພື່ອ​ໃຫ້​ປະ​ຕິ​ຮູບ​ລັດ​ຖະ​ບານ ໄດ້​ກ່າວ​ວ່າ ບໍ່​ມີ​ຄຳ​ອະ​ທິ​ບາຍ​ອັນ​ໃດ​ອັນ​ນຶ່ງ ສຳ​ລັ​ບ ປະ​ເທດ​ນຶ່ງ​ລັດ​ທິ​ອາ​ນຸ​ລັກ​ນິ​ຍົມ “ແຕ່​ມັນ​ອ້າງ​ເຖິງ​ແນວ​ຄິດ​ຢ່າງກວ້າງ​ຂວາງ​ທີ່​ພັກ​ອາ​ນຸ​ລັກ​ນິ​ຍົມ ຄວນປະ​ຕິ​ບັດ ເພື່ອ​ໝົດ​ທຸກ​ຄົນ​ໃນ​ອັງ​ກິດ. ອັນ​ນັ້ນ​ໝາຍ​ຄວາມ​ວ່າ ນະ​ໂຍ​ບາຍ​ຕ່າງໆ ທີ່​ເຮັດ​ວຽກ​ເພື່ອ​ປະ​ຊາ​ຊົນ ຈາກ​ຖາ​ນະ​ພື້ນ​ຖານ​ດ້ານ​ເສດ​ຖະ​ກິດ​ທີ່​ແຕກ​ຕ່າງ​ກັນ ຈາກ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ ແລະ​ຈາກ​ປະ​ເທດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ອັງ​ກິດ.”

ໄຊ​ຊະ​ນະ​ດັ່ງ​ກ່າວ ​ອຳ​ນວຍ​ໃຫ້​ພວກຫົວ​ອາ​ນຸ​ລັກ​ນິ​ຍົມ ​ມີຈຳ​ນວນສຽງທີ່ຫຼາຍ​ທີ່​ສຸດ​ໃນ​ສະ​ພາ ນັບ​ຕັ້ງ​ແຕ່ ຊ່ວງ​ປີ 1980 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG