ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

English in a Minute, ບົດ​ທີ 45 “Break a Leg” ແປ​ວ່າ ໂຊກ​ດີ ຫລື ເຮັດໃຫ້ດີ, ເອົາຈົນສຸດຂີດໂລດ


English in a Minute: Break a Leg
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

English in a Minute: Break a Leg ແປ​ວ່າ ໂຊກ​ດີ ຫລື ເຮັດໃຫ້ດີ, ເອົາຈົນສຸດຂີດໂລດ

Welcome to English in a minute, where we teach you all about idiom in American English.
ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ພວກ​ເຮົາ ບ່ອນ​ທີ່​ພວກ​ເຮົາ​ສອນ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

You probably have heard someone say break a leg. Don't worry, she isn't going to break someone's leg. This is an expression that means good luck. Let's listen to a conversation to find out.
ທ່ານອາດ​ຈະໄດ້ຍິນບາງຄົນ​ບອກ​ທ່ານເປັນ​ພາ​ສາ​ອັງ​ກິດ​ວ່າ “Break a Leg”. ບໍ່​ຕ້ອງ​ເປັນ​ຫ່ວງ ລາວ​ຈະ​ບໍ່ຫັກ​ຂາ​ໃຜດ​ອກ. ​ສຳ​ນວນນີ້ມີ​ຄວາມ​ໝາຍ​ວ່າ ໂຊກ​ດີ ຫລື good luck. ພວກ​ເຮົາລອງ​ມາ​ຟັງການ​ສົນ​ທະ​ນາ​ຕໍ່​ໄປ​ກ່ອນ​ເນາະບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ກໍ​ເປັນ​ໄດ້.

I'm so nervous. Tonight is the first night of play.
ຂ້ອຍ​ມາ​ຄື​ກະ​ວົນ​ກະ​ວາຍ​ໃຈ​ແທ້! ມື້​ແລງ​ໜິ ເປັນ​ມື້​ທຳ​ອິດ​ທີ່​ຂ້ອຍ​ຈະ​ຂຶ້ນ​ເວ​ທີ ສະ​ແດງ.

is it? ​ແທ້​ຫວາ.

Well go out there and break a leg.
​ເອີ້ ຂຶ້ນ​ໄປ​ໂລດ, ສະ​ແດງ​ໄປ​ໂລດ, ບໍ່​ຕ້ອງ​ຢ້ານ.

This phrase began as a way to wish actors good luck. Theater people said that if they wished each other. Something bad, good might happen, so when you hear. Break a leg. It really means do well. Also, it can mean to work really hard at something.

ສຳ​ນວນນີ້ ໄດ້​ເກີດ​ຂຶ້ນ​ມາ ເພື່ອໃຫ້ພອນ​ແກ່​ພວກ​ສະ​ແດງທັງ​ຫລາຍ ​ໃຫ້​ເຂົາ​ເຈົ້າ​ໂຊກ​ດີ. ພວກ​ນັກ​ສະ​ແດງ​ໃນ​ໂຮງ​ລະ​ຄອນ ແລະໃນ​ວົງ​ການ​ຮູບ​ເງົາ ເຊື່ອ​ກັນ​ວ່າ ຖ້າ​ເຂົາ​ເຈົ້າ​ອວຍ​ພອນ​ໃຫ້ກັນແບບ​ໃຊ້​ຄຳ​ເວົ້າ​ທີ່​ຟັງ​ແລ້ວ ຄື​ວ່າບໍ່​ດີ ມັນ​ອາດ​ຈະ​ມີ​ສິ່ງດີໆ ເກີດຂຶ້ນ. ເພາະ​ສະນັ້ນເມື່ອທ່ານໄດ້ຍິນຄຳ​ວ່າ “Break a Leg” ມັນ​ກໍ​ຍັງ​ຈະ​ເປັນ​ຄຳ​ເວົ້າ​ທີ່ບອກ​ຄົນ​ທີ່​ຈະ​ເຮັດ​ອັນ​ໃດ​ອັນ​ນຶ່ງ​ວ່າ “ເຮັດໃຫ້​ດີ. ເອົາ​ຈົນ​ສຸດ​ຂີດ​ໂລດ. ເອົາ​ຈົນ​ສຸດ​ຄວາມ​ສາ​ມາດ​ໂລດ. ຢ່າ​ລັ່ງ​ເລ​ໃຈ. ໃຫ້​ເຮັດ​ຈິງໆ​ຈັງໆ ໂລດ.”

ຄຳ​ວ່າ Break, b-r-e-a-k =break ແປ​ວ່າ​ ເຮັດ​ໃຫ້​ແຕກ ຫລື​ເຮັດ​ໃຫ້​ຫັກ ​ຈະ​ແປ​ວ່າ​ທັບ​ມ້າງ​ ຫລື​ລະ​ເມີດກໍ​ໄດ້ ເຊັ່ນ Break the Law ລະ​ເມີດ​ກົດ​ໝາຍ.

ຄຳ​ວ່າ leg, l-e-g =leg ແປ​ວ່າ​ ຂາ ຫລື ແຂ່ງ​ຂາ.

ແຕ່​ສຳ​ນວນ “Break a Leg” ແປ​ວ່າ ເຮັດ​ໃຫ້​ດີ, ເອົາ​ຈົນ​ສຸດ​ຂີດ​ໂລດ.

And that's English in a minute.

XS
SM
MD
LG