ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດ ເຮສໂບລາ ກ່າວຫາ ລັດຖະບານ ຊາອຸ ກ່ຽວກັບ ການລາອອກ ຈາກຕຳແໜ່ງ ຂອງທ່ານ ຮາຣີຣີ


ນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ອາລ-ຮາຣີຣີ ທີ່ທຳນຽບລັດຖະບານໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 24 ຕຸລາ, 2017.
ນາຍົກລັດຖະມົນຕີ ເລບານອນ ທ່ານ ຊາອາດ ອາລ-ຮາຣີຣີ ທີ່ທຳນຽບລັດຖະບານໃນນະຄອນຫຼວງ ເບຣຸດ, ປະເທດ ເລບານອນ. 24 ຕຸລາ, 2017.

ກຸ່ມ ເຮສໂບລາ ໃນປະເທດ ເລບານອນ ໄດ້ກ່າວຫາ ຊາອຸດີ ອາເຣເບຍ ກ່ຽວກັບ ການ
ບັງຄັບໃຫ້ນາຍົກລັດຖະມົນຕີທ່ານ ຊາອາດ ຮາຣີຣີ ລາອອກຈາກຕຳແໜ່ງ.

ຫົວໜ້າກຸ່ມ ເຮສໂບລາ ນິກາຍ ຊີໄອ ຂອງ ເລບານອນ, ທ້າວ ຮາຊານ ນາສຣາລລາ,
ໄດ້ກ່າວໃນວັນອາທິດວານນີ້ວ່າ ກຸ່ມທີ່ໄດ້ເຂົ້າຮ່ວມໃນລັດຖະບານຂອງທ່ານ ຮາຣີຣີ
ໃນລະຫວ່າງປີທີ່ຜ່ານມາ ບໍ່ໄດ້ຜັກດັນໃນລາອອກຈາກຕຳແໜ່ງ.

ທ້າວ ນາສຣາລລາ ໄດ້ກ່າວໃນຄຳປາໄສອອກໂທລະພາບວ່າ “ມັນເປັນທີ່ຈະແຈ້ງວ່າ
ການລາອອກຈາກຕຳແໜ່ງແມ່ນການຕັດສິນໃຈຂອງ ຊາອຸດີ ອາເຣເບຍ ທີ່ໄດ້ບົງການ
ນາຍົກ ຮາຣີຣີ. ມັນບໍ່ແມ່ນຄວາມຕັ້ງໃຈຂອງທ່ານເອງ, ບໍ່ແມ່ນຄວາມປາຖະໜາຂອງ
ທ່ານ, ແລະ ບໍແມ່ນການຕັດສິນໃຈຂອງທ່ານທີ່ຈະລາອອກ.”

ທ່ານ ຮາຣີຣີ ໄດ້ປະກາດການລາອອກຈາກຕຳແໜ່ງຂອງທ່ານໃນວັນເສົາທີ່ຜ່ານມາ,
ຫຼັງຈາກໄດ້ກ່າວໂຈມຕີ ອີຣ່ານ ຢ່າງຮຸນແຮງ ແລະ ຕົວແທນທະຫານບ້ານຂອງພວກ
ເຂົາ, ເຊິ່ງແມ່ນກຸ່ມ ເຮສໂບລາ, ທັງຢູ່ໃນປະເທດ ເລບານອນ ແລະ ໃນທົ່ວພາກພື້ນ.
ການລາອອກຈາກຕຳແໜ່ງໄດ້ມີຂຶ້ນຫລັງຈາກການປຶກສາຫາລືກັບບັນດາຜູ້ນຳ ຊາອຸດີ
ອາເຣເບຍ ໃນນະຄອນຫຼວງ ຣີຢາດ, ແລະ ກອງປະຊຸມໃນຕອນເຊົ້າກັບຜູ້ຊີ້ນຳນະໂຍ
ບາຍການຕ່າງປະເທດຂອງ ອີຣ່ານ ທ່ານ ອາລີ ອັກບາ ເວລາຢາຕີ ໃນນະຄອນຫຼວງ
ເບຣຸດ.

ທ່ານ ຮາຣີຣີ ໄດ້ກ່າວຫາ ອີິີຣ່ານ ແລະ ກຸ່ມ ເຮສໂບລາ ກ່ຽວກັບ ການສ້າງຄວາມແຕກ
ແຍກໃນປະເທດ ແລະ ພາກພື້ນ. ທ່ານໄດ້ກ່າວວ່າ ບຸກຄົນພາຍນອກທີ່ ບໍ່ຫວັງດີ ຕໍ່
ເລບານອນ ໄດ້ກະຈາຍຄວາມພະຍາຍາມແບ່ງແຍກ ລະຫວ່າງຊາວ ເລບານອນ, ຍຶດ
ການຄວບຄຸມອຳນາດ ແລະ ຈັດຕັ້ງລັດພາຍໃນລັດ. ທ່ານຍັງໄດ້ກ່າວຫາ ອີຣ່ານ ວ່າ
ແຊກແຊງເຂົ້າໃນບັນຫາພາຍໃນຂອງປະເທດ ອາຣັບ ອື່ນໆ, ລວມທັງ ຊີເຣຍ, ອີຣັກ,
ບາເຣນ ແລະ ເຢເມນນຳ.

ທ່ານ ຮາຣີຣີ ກ່າວວ່າ ສະພາບການເມືອງໃນ ເລບານອນ ແມ່ນຄ້າຍຄືກັບຕອນທີ່ມີ
ຄວາມໂດດເດັ່ນໃນສອງສາມເດືອນກ່ອນພໍ່ຂອງທ່ານ, ມື້ລາງນາຍົກລັດຖະມົນຕີທ່ານ
ຣາຟິກ ອາລ-ຮາຣີຣີ, ໄດ້ຖືກລອບສັງຫານໃນເດືອນ ກຸມພາ, 2005, ແລະ ວ່າທ່ານ
ໄດ້ຮູ້ສຶກເຖິງ “ການວາງແຜນແບບລັບໆ” ຕໍ່ຊີວິດຂອງທ່ານເອງ. ສື່ມວນຊົນ ອາຣັບ
ແລະ ເລບານອນ ໄດ້ກ່າວຫາກຸ່ມ ເຮສໂບລາມາ ເປັນເວລາດົນນານ ກ່ຽວກັບ ການ
ສັງຫານ ທ່ານ ຮາຣີຣີ ທີ່ອາວຸໂສກວ່າ.

ທ່ານໄດ້ກ່າວເພີ່ມເຕີມວ່າ ປະຊາຊົນ ເລບານອນ “ໄດ້ມີຄວາມມຸ່ງໝັ້ນທີ່ຈະມີອິດສະ
ຫຼະ ແລະ ເອກະລາດ,” ແລະ ທ່ານໄດ້ຢືນຢັນວ່າ ປະເທດຕ້ອງ “ມີພຽງລັດດຽວ, ກອງ
ທັບດຽວ ແລະ ອາວຸດຍຸດໂທປະກອນຊຸດດຽວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG