ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Macron ແລະທ່ານນາງ Le Pen ຈະແຂ່ງຂັນກັນ ໃນຮອບຕັດສິນຊີ້ຂາດ

Macron, Le Pen Head to Final Round of French Presidential Race
please wait

No media source currently available

0:00 0:01:45 0:00

ຜົນສະຫລຸບຂອງ ການເລືອກຕັ້ງ ປະທານາທິບໍດີ ຮອບທຳອິດຂອງຝຣັ່ງ ​ໃຫ້ການຢືນ
ຢັນວ່າ ຜູ້ສະໝັກ ທີ່ນິຍົມແນວທາງ​ເປັນກາງ ທ່ານ Emmanuel Macron ແລະ
ຜູ້ສະໝັກ ຫົວຊາດນິຍົມ ແລະ ຕໍ່ຕ້ານຄົນເຂົ້າເມືອງ ທ່ານນາງ Marine Le Pen
ແມ່ນ​ໄດ້​ຖືກ​ເລືອກ​ເຂົ້າ​ໄປ​ແຂ່ງຂັນ​ໃນ​ຮອບ​ຕັດສິນຊີ້ຂາດ ໃນອີກສອງສັບປະດາຂ້າງ​ໜ້າ
ໃນອັນທີ່ບັນດານັກວິເຄາະອະທິບາຍວ່າ ຈະເປັນການສັນສະ ເທືອນແບບແຜ່ນດິນໄຫວ
ໃນວົງການການເມືອງ ຂອງຝຣັ່ງ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງຝຣັ່ງ ຫົວນິຍົມແນວທາງປານກາງ ທ່ານ Emmanuel Macron ໂບກມື ກ່ອນໜ້າການກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນຂອງທ່ານ ຢູ່ທີ່ສຳນັກງານໃຫຍ່ຂອງທ່ານ ໃນວັນການເລືອກຕັ້ງ ທີ່ນະຄອນຫຼວງປາຣີ ຂອງຝຣັ່ງ, ວັນທີ 23 ເມສາ 2017.

ທ່ານ Macron ໄດ້ກ່າວຢູ່ທີ່ການຊຸມນຸມສະຫຼອງໄຊຊະນະ ໃນຄ່ຳຄືນວັນອາທິດວານນີ້
ວ່າ “ພາຍໃນນຶ່ງປີ ພວກເຮົາໄດ້ປ່ຽນແປງການເມືອງຂອງຝຣັ່ງທັງໝົດ” ໃນຂະນະ
ດຽວກັນ ຄູ່ແຂ່ງຂອງທ່ານ ທ່ານນາງ Marine Le Pen ກໍໄດ້ບອກ ພວກສະໜັບສະໜູນ
ທີ່ຫ້າວຫັນກຸ່ມນຶ່ງວ່າ “ມັນເຖິງເວລາແລ້ວ ທີ່ຈະປົດປ່ອຍປະຊາຊົນຝຣັ່ງ ໃຫ້ເປັນ
ອິດສະຫລະ.”

ຜູ້ນຳພັກຫົວນິຍົມຂວາຈັດ ທ່ານນາງ Marine Le Pen ສະເຫຼີມສະຫຼອງ ຮ່ວມກັບບັນດາ ຜູ້ສະໜັບສະໜູນ ໃນຂະນະທີ່ ຖືຊໍ້ດອກໄມ້ ຢູ່ທີ່ສຳນັກງານໃຫຍ່ ໃນມື້ການເລືອກຕັ້ງ ທີ່ເມືອງ Henin-Beaumont, ທາງພາກເໜືອຂອງຝຣັ່ງ, ວັນທີ 23 ເມສາ 2017.

ມັນເປັນເທື່ອທຳອິດ ໃນປະຫວັດສາດຂອງສາທາລະນະລັດຝຣັ່ງ ສະໄໝໃໝ່ ທີ່ວ່າ
ການເປັນປະທານາທິບໍດີ ຈະຖືກດຳລົງຕຳແໜ່ງ ໂດຍສະມາຊິກ ບໍ່ແມ່ນຈາກ ພັກ
ດັ່ງເດີມ ໂດຍເປັນການເນັ້ນໃຫ້ເຫັນເຖິງຄວາມຮູ້ສຶກ ຂອງການຕໍ່ຕ້ານການຈັດຕັ້ງ
ຢ່າງເລິກເຊິ່ງ ຊຶ່ງໃນທີ່ສຸດອາດຈະກຳນົດວ່າ ຝຣັ່ງຍັງຈະເປັນສ່ວນນຶ່ງຂອງ ສະຫະ
ພາບຢູໂຣບ ຫຼືບໍ່ ຫຼືວ່າ ຈະໄປຕາມເສັ້ນທາງທີ່ເປັນອິດສະຫລະ ຄືກັນກັບອັງກິດ
ຫລັງຈາກ Brexit ແລະ ສະຫະລັດ ພາຍໃຕ້ທ່ານ ດໍໂນລ ທຣຳ ນັ້ນ.

ຜົນການ​ນັບ​ຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ ໄດ້ສະແດງໃຫ້ເຫັນວ່າ ທ່ານ Macron ໄດ້ຮັບ
ຄະແນນສຽງ 23.8 ເປີເຊັນ ສ່ວນທ່ານນາງ Le Pen ໄດ້ຮັບ 21.5 ເປີເຊັນ. ການອອກ
​ໄປປ່ອນບັດ ແມ່ນເກືອບ ວ່າ 79 ເປີເຊັນ. ຜູ້ຊະນະເລີດ ຕ້ອງໄດ້ຮັບຄະແນນສຽງສ່ວນ
​ຫລາຍ. ອັນນັ້ນ ຈະຖືກຕັດສິນ ໃນວັນທີ 7 ພຶດສະພາ ຈະມາເຖິງນີ້.

ຕຳຫຼວດທ່ານນຶ່ງ ຢືນຢູ່ໃກ້ໆ ໜ່ວຍເລືອກຕັງ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຂອງຝຣັ່ງ ຮອບທຳອິດ ປີ 2017 ໃນເມືອງ Henin-Beaumont ຂອງຝຣັ່ງ, ວັນທີ 23 ເມສາ 2017. REUTERS/Pascal Rossignol - RTS13HTW
ຕຳຫຼວດທ່ານນຶ່ງ ຢືນຢູ່ໃກ້ໆ ໜ່ວຍເລືອກຕັງ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຂອງຝຣັ່ງ ຮອບທຳອິດ ປີ 2017 ໃນເມືອງ Henin-Beaumont ຂອງຝຣັ່ງ, ວັນທີ 23 ເມສາ 2017. REUTERS/Pascal Rossignol - RTS13HTW

ທ່ານ Macron ອາຍຸ 39 ປີ ຫົວນິຍົມແນວທາງປານກາງອຽງຊ້າຍ ເຄີຍເປັນລັດຖະມົນຕີ
ເສດຖະກິດ ຜູ້ທີ່ສະໜັບສະໜູນ ສະຫະພາບຢູໂຣບ ແລະ ທຸລະກິດ ໄດ້ເປັນຜູ້ນຳໜ້າ
ໃນການເລືອກຕັ້ງ ເຖິງແມ່ນວ່າ ມີການຄົບຫາສະມາຄົມກ່ອນໜ້ານີ້ ກັບປະທານາທິບໍດີ
ຫົວສັງຄົມນິຍົມ ທ່ານ Francios Hollande ຜູ້ທີ່ບໍ່ຄ່ອຍເປັນທີ່ນິຍົມຊົມຊອບ ກໍຕາມ. ການເຄື່ອນໄຫວ En Marche ໃນໄລຍະນຶ່ງປີ ທີ່ດຶງດູດຈິດໃຈ ສ່ວນໃຫຍ່ແລ້ວ ນອນຢູ່
ໃນຄວາມຈະເລີນຮຸ່ງເຮືອງ ໃນພື້ນທີ່ຕົວເມືອງຕ່າງໆຂອງຝຣັ່ງ ບ່ອນທີ່ໂລກາພິວັດ ໄດ້
ສົ່ງຜົນປະໂຫຍດໃຫ້ແກ່ຫຼາຍໆຄົນ.

ຄວາມທ້າທາຍຂອງທ່ານ Macron ກໍແມ່ນວ່າ ທ່ານຈະດຶງເອົາການສະໜັບສະໜູນ
ຈາກພວກຫົວນິຍົມແນວທາງປານກາງ ແລະ ນິຍົມຊ້າຍ ລວມທັງ ພວກສະມາຊິກ
ຂອງພັກສັງຄົມນິຍົມ ທີ່ໄດ້ແຕກແຍກຂອງຝຣັ່ງ ນັ້ນ ແລະ ສ້າງຄວາມເຊື່ອໝັ້ນໃຫ້
ພວກມີສິດອອກສຽງ ວ່າ ທ່ານບໍ່ໄດ້ເປັນຕົວແທນ ການສືບຕໍ່ນະໂຍບາຍຕ່າງໆ ຂອງ
ທ່ານ Hollande. ທ່ານໄດ້ຮັບ ການສະແດງຄວາມຍິນຈາກບັນດາເຈົ້າໜ້າທີ່ຂອງ
ສະຫະພາບຢູໂຣບ.

ທ່ານ Macron ຈະປະເຊີນໜ້າ ກັບ ທ່ານນາງ Le Pen ແລະ ພັກແນວໂຮມແຫ່ງ
ຊາດຂອງທ່ານນາງ ຜູ້ທີ່ກຳພື້ນທີ່ອະດີດ ເຂດອຸດສາຫະກຳອັນກວ້າງໃຫຍ່ຂອງຝຣັ່ງ
ບ່ອນທີ່ມີການຫວ່າງງານສູງພ້ອມດ້ວຍການມີຄວາມທໍ້ແທ້ກັບເສດຖະກິດທີ່ສະໄໝ
ໃໝ່ ແລະ ຄວາມລະບຽບຮຽບຮ້ອຍຂອງສັງຄົມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG