ສະພາສູງສະຫະລັດ ໃນວັນພະຫັດວານນີ້ ບໍ່ສາມາດຮັບຜ່ານຮ່າງກົດໝາຍວ່າດ້ວຍທຶນເພີ້ມເຕີມ ເພື່ອຊ່ອຍເຫຼືືອພວກພະນັກງານຊາວອາເມຣິກັນ ທີ່ກຳລັງຕົກທຸກໄດ້ຍາກ ຍ້ອນຜົນກະທົບຈາກໄວຣັສໂຄໂຣນາ. ຄວາມພະຍາຍາມນີ້ມີຂຶ້ນບໍ່ເທົ່າໃດອາທິດຜ່ານມານີ້ ຫຼັງຈາກທີ່ບັນດາສະມາຊິກສະພາສະຫະລັດທັງ ຫຼາຍ ໄດ້ຮັບຜ່ານຊຸດບັນເທົາເສດຖະກິດ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງປະເທດຜ່ານມາແລ້ວນັ້ນ.
ມາດຕະການດັ່ງກ່າວ ທີ່ໄດ້ຖືກຜັກດັນໂດຍບັນດາສະມາຊິກສະພາສູງສັງກັດພັກຣີພັບບລີກັນນັ້ນ ຈະສະໜອງທຶນຕື່ມອີກຈຳນວນ 250 ຕື້ໂດລາ ສຳລັບ ໂຄງການປົກປ້ອງເງິນເດືອນ ຫຼື PPP ຊຶ່ງໂຄງການທຶນໄວຣັສໂຄໂຣນາ ຈຳນວນ 350 ຕື້ໂດລາ ເປັນພາກສ່ວນນຶ່ງຂອງກົດໝາຍວ່າດ້ວຍການຊ່ອຍເຫຼືອ ການບັນເທົາ ແລະຄວາມໝັ້ນຄົງຂອງເສດຖະກິດ ຫຼື ທີ່ເອີ້ນວ່າ CARES Act ນັ້ນ.
ອັນນັ້ນ ເປັນຊຸດກອບກູ້ມູນຄ່າ 2,200 ຕື້ໂດລາ ທີ່ໄດ້ຮ່າງຂຶ້ນມາຢ່າງວ່ອງໄວ ແລະກໍໄດ້ຮັບຜ່ານໂດຍລັດຖະສະພາ ເມື່ອເດືອນແລ້ວນີ້ ໃນຂະນະທີ່ພວກທຸລະກິດທັງຫຼາຍທົ່ວປະເທດ ພວມຮັບມືກັບຜົນກະທົບທີ່ໄດ້ຮັບຈາກການຖືກສັ່ງໃຫ້ຢູ່ພາຍໃນເຮືອນ ຍ້ອນໄວຣັສໂຄໂຣນາ.
ບັນດາສະມາຊິກລັດຖະສະພາ ສັງກັດພັກເດໂມແຄຣັດ ໄດ້ກີດກັນຄວາມພະຍາຍາມຄັ້ງຫລ້າສຸດນີ້ ໂດຍໂຕ້ແຍ້ງວ່າ ທ່ານແມັກຄອນໂນລ ບໍ່ໄດ້ປຶກສາຫາລືກັບພວກເພິ່ນຢ່າງພຽງພໍເສຍກ່ອນກ່ຽວກັບການເພີ້ມທຶນ 250 ຕື້ໂດລານັ້ນ. ສ່ວນບັນດາສະມາຊິກສັງກັດພັກຣີພັບບລີກັນ ກໍໄດ້ຕອບໂຕ້ຄືນ ດ້ວຍການກີດກັນຄວາມພະຍາຍາມຂອງພັກເດໂມແຄຣັດ ທີ່ຈະເພີ້ມທຶນການຊ່ອຍເຫຼືອສຳລັບພວກໂຮງໝໍ ແລະລັດຖະບານທ້ອງຖິ່ນຕ່າງໆ ໃນການຮັບມືກັບຜົນກະທົບທີ່ຕິດຕາມມາຈາກວິກິດການໄວຣັສໂຄໂຣນາ.
ບັນດາສະມາຊິກສະພາ ຈະມີໂອກາດອີກເທື່ອນຶ່ງ ທີ່ຈະເຈລະຈາກັນກ່ຽວກັບການເພີ້ມທຶນຊ່ອຍເຫຼືອ ໃນວັນຈັນໜ້າ ເມື່ອສະພາສູງ ກັບຄືນມາປະຊຸມກັນອີກ. ຈົນກວ່າເວລານັ້ນແລ້ວ ປະທານສະພາຕ່ຳທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວວ່າ ທ່ານນາງ ບໍ່ມີແຜນການທີ່ຈະເຈລະຈາຫຍັງກັບ ບັນດາສະມາຊິກສັງກັດພັກຣີພັບບລີກັນ ແລະລັດຖະມົນຕີກະຊວງການເງິນ ທ່ານສະຕີບ ມະນູຈິນ ໃນໄລຍະວັນພັກທ້າຍສັບປະດາຂອງບຸນ Easter.
ການປິດກິດຈະການຊົ່ວຄາວຂອງທຸລະກິດຫຼາຍລ້ານແຫ່ງນັ້ນ ໄດ້ກໍ່ໃຫ້ເກີດການຫວ່າງງານໃນລະດັບທີ່ເປັນປະຫວັດການ ໂດຍມີຊາວອາເມຣິກັນ 6 ລ້ານ 6 ແສນ ຄົນຍື່ນເອກະສານຂໍການຊ່ອຍເຫຼືອພຽງອາທິດດຽວທີ່ຜ່ານມານີ້. ອັນນັ້ນ ເຮັດໃຫ້ຈຳນວນຂອງຊາວອາເມຣິກັນທີ່ບໍ່ມີວຽກເຮັດໃນປັດຈຸບັນນີ້ ມີຢູ່ປະມານ 17 ລ້ານຄົນ ຫຼື ເກືອບ 10 ເປີເຊັນຂອງຈຳນວນປະຊາກອນສະຫະລັດ. ບັນດານັກວິເຄາະ ຫຼາຍໆຄົນ ຄາດໝາຍວ່າ ຈຳນວນຄົນຫວ່າງງານ ໃນໄວໆນີ້ອາດຈະສູງຂຶ້ນຮອດລະດັບທີ່ເຄີຍເຫັນມາຢູ່ໃນສະຫະລັດ ໃນລະຫວ່າງ ເສດຖະ ກິດຕົກຕ່ຳຮ້າຍແຮງ ໃນຊ່ວງຊຸມປີ 1930 ພຸ້ນ.
ກົດໝາຍ CARES ອຳນວຍໃຫ້ລັດຖະບານກາງ ສົ່ງເງິນຊົດເຊີຍຄ່າຫວ່າງງານ ຈຳນວນ 600 ໂດລາຕໍ່ອາທິດ ໃຫ້ແກ່ພວກຊາວອາເມຣິກັນ ທີ່ຖືກພັກງານ ແລະທີ່ບໍ່ມີວຽກເຮັດ ນ້ອກຈາກນັ້ນແລ້ວ ທາງການລັດກໍຈະໃຫ້ເງິນຊົດເຊີຍຄ່າຫວ່າງງານນຳດ້ວຍ. ຮ່າງກົດໝາຍໃໝ່ທີ່ກ່າວມານັ້ນ ຍັງຈະຈັດສັນທຶນໄວ້ເປັນຄັ້ງທຳອິດໃຫ້ສຳລັບບຸກຄົນທີ່ເຮັດວຽກເປັນອິດສະຫລະ ແລະພວກເຈົ້າຂອງທຸລະກິດຂະໜາດນ້ອຍ.