ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບັງຄັບໃຊ້ກົດໝາຍ ໃນໜ່ວຍງານລັດ ຍັງບໍ່ມີປະສິດທິພາບ ແລະ ເກີດບັນຫາຊັກຊ້າ


ສານປະຊາຊົນ ສູງສຸດ ແຫ່ງ ສປປ ລາວ
ສານປະຊາຊົນ ສູງສຸດ ແຫ່ງ ສປປ ລາວ

ການບັງຄັບໃຊ້ກົດໝາຍໃນໜ້ວຍງານຕ່າງໆ ຂອງລັດຖະບານ ຍັງບໍ່ມີປະສິດທິຜົນ
ແລະ ເກີດບັນຫາຊັກຊ້າ ທັງຍັງນຳໃຊ້ກົດໝາຍເກົ່າອີກດ້ວຍ ທັງໆ ທີ່ໄດ້ປະກາດ
ບັງຄັບໃຊ້ກົດໝາຍໃໝ່ແລ້ວ.

ທ່ານສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດລາວ ເຂດ 1 ນະຄອນວຽງຈັນ
ໄດ້ໃຫ້ການຢືນຢັນວ່າ ການບັງຄັບໃຊ້ກົດໝາຍຢູ່ພາຍໃນໜ່ວຍງານຕ່າງໆ ຂອງ
ລັດຖະບານລາວ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ຍັງເກີດບັນຫາຊັກຊ້າ ແລະ ບໍ່ມີ
ປະສິດທິພາບ ໃນທົ່ວປະເທດ ທັງຍັງປາກົດວ່າ ໄດ້ມີການບັງຄັບໃຊ້ກົດໝາຍເກົ່າ ທີ່
ຖືກແທນທີ່ ໂດຍກົດໝາຍໃໝ່ແລ້ວອີກດ້ວຍ ຊຶ່ງພາຍໃຕ້ສະພາບການດັ່ງກ່າວ ກໍໄດ້
ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດແຜນການພັດທະນາຕ່າງໆ ຮວມເຖິງແຜນ ງົບປະມານລາຍຮັບ ແລະລາຍຈ່າຍຂອງລັດຖະບານລາວ ດ້ວຍນັ້ນ ບໍ່ສາມາດຈັດຕັ້ງ
ປະຕິບັດເພື່ອໃຫ້ບັນລຸຄາດໝາຍໄດ້ເລີຍ ດັ່ງທີ່ທ່ານສາຍທອງ ຢືນຢັນວ່າ:

“ທາງດ້ານນິຕິກຳ ພວກເຮົາມີກົດໝາຍຄຸ້ມຄ້ອງ 120 ປາຍກົດໝາຍ ແຕ່ມາສັງເກດ
ເຫັນວ່າ ບາງກະຊວງ ກົດໝາຍຢູ່ໃນມືຂອງຕົນເອງ ຍັງບໍ່ໄດ້ໄປເຜີຍແຜ່ຮອດຂະ
ແໜງການພື້ນຖານ ແລະບັນດານິຕິກຳຕ່າງໆ ກົດໝາຍວ່າດ້ວຍ ການຈັດຕັ້ງກົດ
ໝາຍວ່າດ້ວຍວຽກງານ ກໍຍັງບໍ່ທັນໄດ້ຜັນຂະຫຍາຍ ໃຫ້ມີຊີວິດຊີວາ ຂະຫຍອນວ່າ
ຈະສ້າງລາຍຮັບເຂົ້າງົບປະມານໄດ້ ເພາະມາດຕາດັ່ງກ່າວ ພົວພັນກັບງົບປະມານ
ແຕ່ບໍ່ໄດ້ໄປຜັນຂະຫຍາຍ ຍັງເຮັດຕາມເກົ່າ ຍັງມີບາງນິຕິກຳແຕ່ປີ 1980 ກະຍັງ
ຖືກຮັບໃຊ້ຢູ່ ອັນນີ້ ລ້າຫລັງ ແລະເຖົ້າແກ່ທີ່ສຸດ.”

ແຕ່ຢ່າງໃດກໍຕາມ ທ່ານເສີມສຸກ ສິພະວົງ ລັດຖະມົນຕີຊ່ອຍວ່າການກະຊວງຍຸດຕິທຳ
ຢືນຢັນວ່າ ການຈັດຕ້ອງປະຕິບັດ ແລະການບັງຄັບໃຊ້ກົດໝາຍຂອງລັດຖະບານລາວ
ໃນລະຍະ 1 ປີຜ່ານມາ ໄດ້ຮັບຄວາມເຊື່ອໝັ້ນ ແລະການສະໜັບສະໜູນຈາກປະຊາຊົນ
ບັນດາເຜົ່າເປັນຢ່າງດີ ໂດຍສະເພາະກະແມ່ນການຈັດຕັ້ງປະຕິບັດນິຕິກຳ ທີ່ແນໃສ່
ການແກ້ໄຂບັນດາບັນຫາທີ່ຊ້ຳເຮື້ອ ແກ່ຍາວ ແລະບັນຫາຫຍໍ້ທໍ້ຕ່າງໆ ເຊັ່ນບັນຫາເລື່ອງ
ຫ້າມສົ່ງໄມ້ທ່ອນອອກໄປຕ່າງປະເທດ ເລື່ອງລົດຍານພາຫະນະ ບັນຫາຍົກເວັ້ນພາສີ
ລົບລ້າງການຍົງເວັ້ນພາສີນ້ຳມັນ ທີ່ນຳເຂົ້າໂດຍບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວ
ເປັນຕົ້ນ.

ກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີສອງ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້
ກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີສອງ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້

ທາງດ້ານ່ທ່ານຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຢືນຢັນ
ວ່າ ວິໄສທັດການພັດທະນາລາວ ເຖິງປີ 2030 ນັ້ນ ພັກປະຊາຊົນປະຕິວັດລາວ ໄດ້
ກຳນົດເປົ້າໝາຍໃນການພັດທະນາວຽກງານໄອຍະການປະຊາຊົນ ໃຫ້ມີປະສິດທິພາບ
ທີ່ໄດ້ມາດຕະຖານສາກົນ ໃຫ້ໄດ້ຢ່າງແທ້ຈິງ ທັງນີ້ ດ້ວຍການພັດທະນາບຸກຄະລາກອນ
ຫຼື ພະນັກງານໄອຍະການຂອງລາວທັງໃນດ້ານຄຸນນະພາບ ແລະປະລິມານ ແນໃສ່
ການເພີ່ມທະວີການພົວພັນຮ່ວມມືກັບສາກົນຢ່າງກວ້າງຂວາງ ເພື່ອຍາດແຍ່ງການ
ສະໜັບສະໜູນຊ່ວຍເຫຼືອ ຈາກຕ່າງປະເທດ ແນໃສ່ພັດທະນາວຽກງານໄອຍະການ
ໃຫ້ກ້າວໜ້າ ແລະທັນສະໄໝເທື່ອລະກ້າວ.

ທັງນີ້ ໂດຍລັດຖະບານລາວ ໄດ້ໃຫ້ບຸລິມະສິດກັບດ້ານອາຊະຍາກຳສາກົນ ໂດຍ
ສະເພາະແມ່ນການສະກັດກັ້ນ ແລະປາບປາມການຄ້າຢາເສບຕິດ ແລະການຄ້າມະນຸດ
ລະຫວ່າງ ອາຊຽນ ກັບ ຈີນ ທີ່ໄດ້ເນັ້ນໜັກການຮ່ວມມືໃນ 7 ດ້ານດ້ວຍກັນ ຄືການເພີ່ມ
ທະວີຄວາມຮັບຜິດຊອບ ໃນການນຳເອົາອາຊະຍາກອນ ຫຼື ຜູ້ກະທຳຜິດຂ້າມຊາດ
ມາລົງໂທດຕາມກົດໝາຍ ເອົາໃຈໃສ່ປະຕິບັດໜ້າທີ່ໄອຍະການ ໃຫ້ມີປະສິດທິພາບ
ການປັບປຸງກົດໝາຍທີ່ພົວພັນເຖິງການຕ້ານອາຊະຍາກຳຂ້າມຊາດ ເພີ່ມທະວີການ
ແລກປ່ຽນໃນດ້ານຂໍ້ມູນ-ຂ່າວສານ ກ່ຽວກັບອາຊະຍາກຳຂ້າມຊາດ ການຮ່ວມມື ໃນການສ້າງພະນັກງານໄອຍະການ ການສ້າງ Website ຂອງກອງປະຊຸມຫົວໜ້າ
ອົງການໄອຍະການສູງສຸດ ລະຫວ່າງ ອາຊຽນ ກັບ ຈີນ.

ແຕ່ຢ່າງໃດກໍຕາມ ອົງການໄອຍະການປະຊາຊົນສູງສຸດຂອງລາວ ກໍສາມາດປະຕິບັດ
ກົດໝາຍ ຕາມການຕັດສິນຂອງສານປະຊາຊົນໄດ້ພຽງ 2,140 ຄະດີ ຈາກທັງໝົດຫຼາຍ
ກວ່າ 13,690 ຄະດີ ທີ່ຮວມເຖິງຄະດີຢາເສບຕິດ 2,258 ກໍລະນີ ທີ່ຈັບຜູ້ຕ້ອງຫາໄດ້
3,346 ຄົນ ຍຶດຢາບ້າໄດ້ 6 ລ້ານ 3 ແສນເມັດ ເຮໂຣອິນ 134 ກິໂລກຣາມ ກັນຊາ ກວ່າ
3 ໂຕນ ຢາໄອຊ໌ 176 ກິໂລກຣາມ ຝິ່ນ 50 ກິໂລກຣາມ ແລະສານເຄມີ ກວ່າ 8 ໂຕນ.

XS
SM
MD
LG