ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ພັດ​ທະ​ນາ​ ທາງ​ດ້ານ ​ກົດ​ໝາຍ​ໃນ ລາວ ຍັງ​ດຳ​ເນີນ​ໄປ​ ໄດ້​ຢ່າງ​ຊັກ​ຊ້າ


ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ລາວ ສະ​ໄໝ​ສາ​ມັນ ເທື່ອ​ທີ 7
ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ລາວ ສະ​ໄໝ​ສາ​ມັນ ເທື່ອ​ທີ 7

ການ​ພັດ​ທະ​ນາດ້ານ​ກົດ​ໝາຍ​ໃນ ລາວ ຍັງ​ດຳ​ເນີນ​ໄປ​ໄດ້​ຢ່າງ​ຊັກ​ຊ້າ ແລະ ສ່ວນຫຼາຍ
ຍັງເປັນການດັດແກ້ກົດໝາຍທີ່ມີຢູ່ແລ້ວໃຫ້ເທົ່າທັນກັບສະພາບການທີ່ປ່ຽນໄປທັງ
ພາຍໃນ ແລະ ນອກປະເທດ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ສຳ​ນັກ​ເລ​ຂາ​ທິ​ການ​ລັດ​ຖະ​ສະ​ພາ​ອາ​ຊ​ຽນ​ ເປີດ​ເຜີຍ​ວ່າ ບັນ​ຫາ​ສຳ​
ຄັນປະການນຶ່ງທີ່ກອງປະຊຸມໃຫຍ່ລັດຖະສະພາອາຊຽນ ຈະຢິບຍົກຂຶ້ນມາປຶກສາຫາລື
ກັນໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 40 ໃນລະຫວ່າງວັນທີ 25-30 ສິງຫາ 2019 ທີ່
ບາງກອກ ປະເທດ ໄທ ກໍຄືບັນຫາການພັດທະນາທາງດ້ານກົດໝາຍທີ່ບໍ່ເທົ່າທັນກັນ
ລະຫວ່າງປະເທດ ສະມາຊິກໃນກຸ່ມ ອາຊຽນ ດ້ວຍກັນ ໂດຍສະເພາະກໍແມ່ນ ສປປ
ລາວ ນັ້ນຖືເປັນປະເທດນຶ່ງທີ່ການພັດທະນາທາງດ້ານກົດໝາຍໄດ້ດຳເນີນໄປຢ່າງຊັກ
ຊ້າທີ່ສຸດ ໂດຍເຫັນໄດ້ຈາກໃນປີ 2018 ຜ່ານມາ ທີ່ສະພາແຫ່ງຊາດ ລາວ ສາມາດຜ່ານ
ແລະ ຮັບຮອງກົດໝາຍອອກມາບັງຄັບໃຊ້ໄດ້ພຽງ 11 ສະບັບໃນນີ້ຍັງເປັນການດັດແກ້
ກົດໝາຍເກົ່າໃຫ້ທັນກັບສະພາບການທີ່ປ່ຽນໄປເຖິງ 6 ສະບັບ ໝາຍຄວາມວ່າ ໃນປີ
2018 ສະພາແຫ່ງຊາດຊາດ ລາວ ສາມາດຜ່ານ ແລະ ຮັບຮອງກົດໝາຍໃໝ່ອອກມາ
ບັງຄັບໃຊ້ໄດ້ພຽງ 5 ສະບັບເທົ່ານັ້ນ.

ສຳ​ລັບ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ທີ່​ດຳ​ເນີນ
ກອງປະຊຸມໃນຊ່ວງວັນທີ 5-25 ມິຖຸນາ 2019 ນີ້ກໍໄດ້ມີການພິຈາລະນາຮ່າງກົດໝາຍ
ຈຳນວນ 10 ສະບັບດ້ວຍກັນ ໃນນີ້ເປັນການດັດແກ້ກົດໝາຍເກົ່າ 4 ສະບັບ ຄືກົດ
ໝາຍທີ່ດິນ, ກົດໝາຍປ່າໄມ້, ກົດໝາຍອາຊີວະສຶກສາ ແລະ ກົດໝາຍຄ່າທຳນຽມ
ສານ ສ່ວນຮ່າງກົດໝາຍໃໝ່ 6 ສະບັບກໍຄືກົດໝາຍຄຸ້ມຄອງສ່ວຍສາອາກອນ, ກົດ
ໝາຍອາກອນລາຍໄດ້, ກົດໝາຍອາກອນຊົມໃຊ້, ກົດໝາຍຄຸ້ມຄອງໄພພິບັດ, ກົດ
ໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການອຸດໜຸນສິນຄ້ານຳເຂົ້າ ແລະ
ກົດໝາຍວ່າດ້ວຍເອກະສານ ຊຶ່ງນັບແຕ່ປີ 1992 ເປັນຕົ້ນມາ ສະພາແຫ່ງຊາດ ລາວ
ໄດ້ຮັບຮອງ ແລະ ບັງຄັບໃຊ້ກົດໝາຍແລ້ວ 142 ສະບັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ລາວ ຍັງ​ມີ​ອີກ​ບັນ​ຫາ​ນຶ່ງ​ທີ່​ສຳ​ຄັນ ກໍ​ຄື​ການ​ເຂົ້າ​ເຖິງ ແລະ ການ​
ຮັບຮູ້ກົດໝາຍຂອງປະຊາຊົນ ລາວ ທີ່ຍັງມີການສັບສົນ ແລະ ບໍ່ມີຄວາມຕໍ່ເນື່ອງ ເຮັດ
ໃຫ້ຕ້ອງມີການພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆດ້ວຍການ
ນຳໃຊ້ ແອັບພລີເຄຊັນ ໃນລະບົບໂທລະສັບມືຖືທີ່ທັນສະໄໝ ເພື່ອເຮັດໃຫ້ປະຊາຊົນ
ລາວ ສາມາດເຂົ້າເຖິງ ແລະ ໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆຂອງລັດຖະ
ບານໄດ້ຢ່າງກວ້າງຂວາງ ແລະ ທັນກັບສະພາບການຕ່າງໆທີ່ປ່ຽນໄປຢ່າງໄວວາອີກ
ດ້ວຍ.

ໂດຍ​ການ​ພັດ​ທະ​ນາ ແອັບ​ພ​ລີ​ເຄ​ຊັນ ດັ່ງ​ກ່າວນີ້ ລັດ​ຖະ​ບານ ສະ​ຫະ​ລັດ ອາ​ເມ​ຣິ​ກາ
ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ລາວ ຜ່ານອົງການ USAID ເປັນເວລາ 5 ປີ ເພື່ອ
ຊ່ວຍໃຫ້ ລາວ ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກ ໃຫ້ໄດ້ຢ່າງມີປະສິດທິພາບ
ກໍຄືການຊ່ວຍໃຫ້ນັກທຸລະກິດ, ປະຊາຊົນ ລາວ ແລະ ຊາວຕ່າງຊາດໃຫ້ໄດ້ເຂົ້າເຖິງ
ນິຕິກຳຕ່າງໆໃນ ລາວ ຢ່າງສະດວກວ່ອງໄວ ທັງສາມາດປະກອບຄວາມເຫັນຕໍ່ນິຕິກຳ
ຕ່າງໆໄດ້ດ້ວຍ ດັ່ງທີ່ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໃຫ້
ການຢືນຢັນວ່າ

"ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ສະ​ນັ້ນ​ກະ​ຊວງ​ຍຸ​ຕິ​ທຳ ຈຶ່ງ​
ໄດ້ສືບຕໍ່ຄົ້ນຄວ້າ, ສ້າງ ແລະ ພັດທະນາ ແອັບພລີເຄຊັນ ກົດໝາຍຈາກ ເວີຊັນ 1, ເວີ
ຊັນ 2 ມາເປັນເວີຊັນ 3 ໃຫ້ເປັນອີກຊ່ອງທາງນຶ່ງຂອງການໂຄສະນາເຜີຍແຜ່ກົດໝາຍ
ໃຫ້ມີຄວາມທັນສະໄໝ ໃນການຄົ້ນຫາທາງໂທລະສັບມືຖື ເຮັດໃຫ້ປະຊາຊົນ ໄດ້ເຂົ້າ
ເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ການແຈ້ງເຕືອນ ເມື່ອມີກົດໝາຍໃໝ່ ຫຼື ກົດ
ໝາຍປັບປຸງ ບໍ່ວ່າຈະເປັນນິຕິກຳລຸ່ມກົດໝາຍ ແລະ ນິຕິກຳທີ່ສາມາດປະກອບຄວາມ
ເຫັນໂດຍຜ່ານ ແອັບພລີເຄຊັນ ກົດໝາຍໄດ້ຢ່າງວ່ອງໄວ ແລະ ງ່າຍດ້າຍຂຶ້ນກວ່າ
ເກົ່າ."

ນອກ​ຈາກ​ນັ້ນ ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ດ້ອຍ​ປະ​ສິດ​ທິ​ພາບ ກໍ​ເປັນ​ອີກ​ບັນ​ຫາ​ນຶ່ງ​ດ້ວຍ​
ເຊັ່ນກັນ ໂດຍທ່ານ ຄຳສານ ສຸວົງ ປະທານໄອຍະການປະຊາຊົນສູງສຸດ ໄດ້ຍອມຮັບ
ວ່າປະຊາຊົນ ລາວ ບໍ່ພໍໃຈ ແລະ ບໍ່ເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງພະນັກງານໄອ
ຍະການເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນການທີ່ໄດ້ຮັບເອົາສິນບົນ ເພື່ອຊ່ວຍໃຫ້ຈຳ
ເລີຍພົ້ນຜິດນັ້ນຖືເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດໃນປັດຈະບັນນີ້.

XS
SM
MD
LG