ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານຊັກເຄື່ອງ ແມ່ນທຸລະກິດ ທີ່ມີມູນຄ່າ ຫຼາຍລ້ານໂດລາໃນ ສະຫະລັດ


ນາງ ມາເຣຍ ອາຄອສຕ້າ ພັບເຄື່ອງຈາກຕູ້ອົບຜ້າ, 1 ມິຖຸນາ 2006.
ນາງ ມາເຣຍ ອາຄອສຕ້າ ພັບເຄື່ອງຈາກຕູ້ອົບຜ້າ, 1 ມິຖຸນາ 2006.

ຮ້ານຊັກເຄື່ອງເປັນທຸລະກິດທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍ ໃນ ສະຫະລັດ, ແລະ ການລົງທຶນນັ້ນ ມີຫຼາຍຮູບແບບ. ຖ້າທ່ານໃດສົນໃຈໃນການເຮັດທຸລະກິດນີ້. ເຊີນທ່ານຟັງລາຍງານ ຈາກ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

ວຽກຊັກເຄື່ອງນຸ່ງເປັນສິ່ງທີ່ພວກເຮົາທຸກຄົນຕ້ອງເຮັດເປັນປະຈຳ, ແລ້ວເປັນຫຍັງບໍ່ຫັນມາຫາລາຍໄດ້ເພີ່ມຈາກການເຮັດທຸລະກິດຊັກເຄື່ອງ? ຢູ່ປະເທດລາວເຮົາຄົງຈະງ່າຍກວ່າທີ່ຈະເຮັດທຸລະກິດນີ້, ເພາະວ່າທ່ານສາມາດເຮັດໄດ້ຈາກບ້ານຂອງທ່ານເອງ, ພຽງແຕ່ຕ້ອງການຈັກຊັກເຄື່ອງເທົ່ານັ້ນ. ແຕ່ຢູ່ໃນ ສະຫະລັດ, ຖ້າຈະເຮັດທຸລະກິດ ທ່ານຕ້ອງໄດ້ມີຮ້ານເປັນຢ່າງດີ, ເຊິ່ງຕ້ອງໄດ້ລົງທຶນຫຼາຍໜ້ອຍນຶ່ງ ຕັ້ງແຕ່ 50,000 ໂດລາ ຫາ 300,000 ໂດລາ ແລ້ວແຕ່ຂະໜາດຂອງຮ້ານ.

ການລົງທຶນເບິ່ງອາດຈະຫຼາຍ, ແຕ່ລາຍໄດ້ແມ່ນຄຸ້ມຄ່າແນ່ນອນ. ທຸລະກິດຊັກເຄື່ອງໃນ ສະຫະລັດ ມີມູນຄ່າເຖິງ 5 ພັນລ້ານໂດລາ, ມີຫຼາຍກວ່າ 20,000 ແຫ່ງປະຕິບັດການທົ່ວປະເທດ.

ກ່ອນທີ່ທ່ານຈະເລີ່ມທຸລະກິດນີ້ ທ່ານຕ້ອງວາງແຜນ ກ່ຽວກັບ ການບໍລິການຂອງທ່ານກ່ອນຄື: ການບໍລິການຊັກ, ລີດ ແລະ ພັບ ຫຼື ໄປຮັບເອົາມາຊັກ ແລະ ສົ່ງ.

ທ່ານ ວິສະນຸ ຄຳຜຸຍ ນັກທຸລະກິດຮ້ານຊັກເຄື່ອງຢູ່ລັດ ອາລາບາມາ ໄດ້ເຮັດທຸລະກິດດັ່ງກ່າວມາຫຼາຍປີແລ້ວ, ເຊິ່ງທ່ານໄດ້ທຳການລົງທຶນດັ່ງນີ້.

“ຂ້າພະເຈົ້າກະໄດ້ໄປເຮັດຮ້ານຊັກເຄື່ອງຢູ່ ອໍແລນໂດ ໄດ້ປີນຶ່ງ, ໄດ້ຊື້ຮ້ານຊັກເຄື່ອງຢູ່ຫັ້ນ, ເພາະວ່າມີໝູ່ຢູ່ຫັ້ນ. ລະກະມີຄົນແຂກເຂົາມາສະເໜີຂໍຊື້ຮ້ານ ກະເລີຍຂາຍຮ້ານ ຈັ່ງໄດ້ຍ້າຍມາຢູ່ ອາລາບາມາ. ຕອນນັ້ນຂ້າພະເຈົ້າຊື້ຮ້ານນັ້ນ 50,000 (ໂດລາ), ລະເຂົາສະເໜີໃຫ້ 150,000 (ໂດລາ) ຂ້າພະເຈົ້າກະເລີຍຂາຍ. ມີເອື້ອຍຢູ່ ອາລາບາມາ ກະເລີຍຍ້າຍມາຢູ່ຫັ້ນ, ກະເລີຍມາຊື້ຮ້ານຊັກເຄື່ອງອີກ, ວິຊາເກົ່າ. ຕອນນັ້ນທີ່ຂ້າພະເຈົ້າຊື້ຫັ້ນ ມີແຕ່ເຄື່ອງຈັກທຳມະດາມາປະກອບ. ເຈົ້າຂອງເຂົາບໍ່ໃຫ້ເຊົ່າຂອງໝໍນັ້ນຕໍ່. ກະເລີຍຂົນເຄື່ອງເຂົາອອກ. ຜູ້ຂ້າຕ້ອງໄດ້ມາຊື້ເຄື່ອງເອງປະກອບເຂົ້າໃສ່ ກະຊິໝົດຢູ່ໃນປະມານ 70-80,000 ນີ້ແຫຼະ.”

ການຊື້ຮ້ານຊັກເຄື່ອງທີ່ມີຢູ່ແລ້ວມີທັງຄວາມໄດ້ປຽບ ແລະ ເສຍປຽບເຊັ່ນ ທ່ານຈະບໍ່ໄດ້ເສຍຄ່າການຕິດຕັ້ງສະ ຖານທີ່ຂອງທ່ານໃສ່ກັບນໍ້າ ແລະ ບ່ອນບຳບັດນໍ້າຂອງເມືອງ, ທ່ານຈະມີລູກຄ້າທີ່ມາບໍລິການຢູ່ແລ້ວ ແລະ ທ່ານຈະຮູ້ຈັກຄ່າໄຟຟ້າ, ນໍ້າ, ເຄື່ອງໃຊ້ຕ່າງໆ ແລະ ຄ່າໃຊ້ຈ່າຍອື່ນລ່ວງໜ້າ.

ແຕ່ສຳລັບຂໍ້ເສຍສຳລັບມັນນັ້ນ ແມ່ນຈັກຊັກເຄື່ອງເກົ່າທີ່ທ່ານອາດຕ້ອງໄດ້ປ່ຽນໃໝ່, ຕຶກອາຄານອາດຈະເກົ່າ ແລະ ສືບທອດຊື່ສຽງຂອງເຈົ້າຂອງທຸລະກິດກ່ອນໜ້າທ່ານ.

ຖ້າບໍ່ຢາກຊື້ຕໍ່ທ່ານກໍສ້າງໃໝ່ຂຶ້ນໄດ້ ແຕ່ການລົງທຶນອາດຈະສູງຫຼາຍ.

ສຳລັບລາຄາຂອງຈັກຊັກເຄື່ອງນັ້ນ ແມ່ນມີຫຼາຍລາຄາ ຂຶ້ນກັບຂະໜາດ ເຊັ່ນຈັກຊັກເຄື່ອງນ້ອຍລາຄາອາດມີແຕ່ 700 ຫາ 5,000 ໂດລາ, ແລະ ຈັກໃຫຍ່ແຕ່ 6,500 ຫາ 10,000 ໂດລາ. ພ້ອມກັນນັ້ນທ່ານຕ້້ອງໄດ້ມີເຄື່ອງອົບຜ້າໃຫ້ແຫ້ງ ເຊິ່ງອາດມີລາຄາຫຼາຍພັນໂດລາເຊັ່ນກັນ.

ເຖິງແມ່ນຄ່າລົງທຶນເບິ່ງຄືຈະຫຼາຍ ແຕ່ລາຍໄດ້ຈາກທຸລະກິດຮ້ານຊັກເຄື່ອງນັ້ນແມ່ນຫຼາຍເຊັ່ນກັນ. ປີນຶ່ງຮ້ານຊັກເຄື່ອງໃນ ສະຫະລັດ ຄາດວ່າຈະສ້າງລາຍໄດ້ຢ່າງໜ້ອຍ 300,000 ກວ່າໂດລາ. ນອກຈາກການໃຊ້ບໍລິການຈັກຊັກເຄື່ອງແລ້ວ, ໃນຮ້ານຂອງທ່ານນັ້ນກໍອາດຈະຂາຍນໍ້າຢາຊັກເຄື່ອງ, ເຂົ້າໜົມ, ນໍ້າດື່ມ ແລະ ອື່ນໆດ້ວຍ ເຊິ່ງຈະເປັນການນຳລາຍໄດ້ມາໃຫ້ທ່ານຕື່ມອີກ.

ທ່ານ ວິສະນຸ ນອກຈາກຈະເຮັດທຸລະກິດຮ້ານຊັກເຄື່ອງເປັນຂອງຕົນເອງແລ້ວ, ທ່ານຍັງໄດ້ຊ່ວຍເຫຼືອໝູ່ຄົນ ລາວ ເຮັດທຸລະກິດຮ້ານຊັກເຄື່ອງດ້ວຍ ແລະ ຕອນນີ້ທ່ານເອງກໍໄດ້ຂະຫຍາຍທຸລະກິດໄປເຮັດແນວອື່ນ, ເຊິ່ງທ່ານກ່າວວ່າ “ມີຄົນລາວເຮົາຍ້າຍມາແຕ່ລັດ ຄາໂຣໄລນາເໜືອ, ມາຢາກສ້າງທຸລະກິດ ກະເລີຍແນະນຳໃຫ້ເອົາຮ້ານເຈົ້າຂອງຫັ້ນ ເຂົາກະຍັງເຮັດຢູ່ເທົ່າປັດຈຸບັນນີ້. ຫຼັງຈາກທີ່ຂາຍຮ້ານໂຕນັ້ນແລ້ວ ຜູ້ຂ້າກໍໄດ້ຕັ້ງຮ້ານມັນມີສອງຮ້ານ ໄປຕັ້ງຮ້ານຢູ່ ເພັສໂຄລາ ຢູ່ ຟລໍຣິດາ ຫັ້ນ. ແຕ່ ອາລາບາມາ ໄປກະປະມານຊົ່ວໂມງນຶ່ງ ເພາະວ່າມີລູກສາວຢູ່ຫັ້ນແຕ່ກີ້. ກະເລີຍໄປຕັ້ງຮ້ານຊັກຜ້າຢູ່ຫັ້ນ ຊື້ທັງຕຶກທັງທີ່ດິນນຳຢູ່ຫັ້ນ. ລູກສາວບໍ່ມັກເລື່ອງເຮັດດຽວນີ້ ກໍເລີຍຂາຍຕໍ່ໃຫ້ພໍ່ດອງກັບແມ່ດອງຫັ້ນ ຈຳນວນ 350,000 ຮ້ານຢູ່ພຸ້ນ. ແລະ ກະເລີຍຈັ່ງມາປຸກຕຶກໂຕເອງເຮັດຕຶກຂຶ້ນຊື້ທີ່ດິນ ເຂົາ ເຈົ້າປຸກເປັນ Strip mall ໃຫ້ຄົນເຊົ່າຢູ່ ອາລາບາມາ.”

ທຸລະກິດຊັກເຄື່ອງນອກຈາກຈະສ້າງລາຍໄດ້ໃຫ້ເຈົ້າຂອງແລ້ວ, ຜູ້ທີ່ໄປເປັນຄົນຊ່ວຍຢູ່ຮ້ານກໍສາມາດສ້າງລາຍໄດ້ດີເຊັ່ນກັນ. ເຄີຍມີຄົນເວົ້າວ່າ ມີນັກສຶກສາຄົນນຶ່ງ ທີ່ໄດ້ໃຊ້ເວລານອກໂຮງຮຽນຂອງລາວ ໄປເຮັດວຽກຢູ່ຮ້ານຊັກເຄື່ອງ, ເຝົ້າເຄື່ອງໃຫ້ຄົນ. ຫຼັງຈາກລາວຮຽນຈົບແລ້ວ ລາວສາມາດທ້ອນເງິນກັບມາບ້ານໄດ້ຈຳນວນຫຼາຍ.

XS
SM
MD
LG