ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍານອະວະກາດລຶກລັບ ຂອງກອງທັບ ສຫລ ກັບຄືນສູ່ວົງໂຄຈອນ ໃນອະວະກາດ ອີກຄັ້ງນຶ່ງ


ຈະຫລວດ United Launch Alliance Atlas V ທະຍານຂຶ້ນສູ່ທ້ອງຟ້າຈາກບ່ອນຍິງຈະຫລວດ Launch Complex 41 ໃນສະຖານີຍິງຍານອະວະກາດຂອງກອງທັບອາກາດຂອງສະຫະລັດຢູ່ Cape Canaveral ລັດຟລໍຣິດາ ໃນວັນທີ 17 ພຶດສະພາ, 2020
ຈະຫລວດ United Launch Alliance Atlas V ທະຍານຂຶ້ນສູ່ທ້ອງຟ້າຈາກບ່ອນຍິງຈະຫລວດ Launch Complex 41 ໃນສະຖານີຍິງຍານອະວະກາດຂອງກອງທັບອາກາດຂອງສະຫະລັດຢູ່ Cape Canaveral ລັດຟລໍຣິດາ ໃນວັນທີ 17 ພຶດສະພາ, 2020

ກໍາລັງອະວະກາດຂອງສະຫະລັດ ໄດ້ສົ່ງຍານອະວະກາດລຶກລັບຂອງກອງທັບ ຂຶ້ນສູ່ອະວະກາດອີກຄັ້ງນຶ່ງ ຊຶ່ງໃນຄັ້ງນີ້ແມ່ນໄດ້ບັນທຸກອຸປະກອນທາງວິທະຍາສາດເພີ້ມຂຶ້ນ ຫລາຍກວ່າເກົ່າຫລາຍ. ຍານອະວະກາດ X-37B ໄດ້ຖືກສົ່ງຂຶ້ນ ສູ່ວົງໂຄຈອນໃນຕອນເຊົ້າຂອງວັນອາທິດວານນີ້ ຈາກແຫຼມ ຄານາເວິຣອລ (Cape Canaveral), ລັດຟລໍຣິດາ, ຊຶ່ງຖືກສົ່ງຊ້າໄປມື້ນຶ່ງຍ້ອນອາກາດບໍ່ດີ ອີງຕາມລາຍງານອົງການຂ່າວເອພີ.

ມັນເປັນການສົ່ງ ຍານອະວະກາດ X-37B ຄັ້ງທີ 6 ຊຶ່ງຄ້າຍຄືກັບຍານອະວະກາດໄປກັບ ຂະໜາດນ້ອຍກວ່າທີ່ຖືກບັງຄັບດ້ວຍເຄື່ອງຄວບຄຸມໄລຍະໄກ. ພວກເຈົ້າໜ້າທີ່ບໍ່ໄດ້ເວົ້າວ່າຍານອະວະກາດ ດັ່ງກ່າວ ຈະຢູ່ໃນວົງໂຄຈອນນັ້ນໄດ້ດົນປານໃດ. ການປະຕິບັດງານໃນຄັ້ງກ່ອນແມ່ນຢູ່ໄດ້ 2 ປີ ຊຶ່ງນານຢ່າງເປັນຫວັດການ.

ຍານອະວະກາດທີ່ມີປີກດັ່ງກ່າວນີ້ ຄ້າຍຄືກັນ ກັບຍານອະວະກາດໄປກັບຂອງອົງການນາຊາ (NASA) ແຕ່ວ່າ ມັນນ້ອຍກວ່າເພາະມີຄວາມຍາວແຕ່ 29 ຟິດ. ຍານອະວະກາດທີ່ຫາກໍ່ໄດ້ຍິງຂຶ້ນໄປນີ້ ແມ່ນມີຫ້ອງເພີ້ມຂຶ້ນອີກ ສໍາລັບການທົດລອງຕ່າງໆ.

The Space Force has launched the military's mystery space plane again, this time with an extra load of science experiments.

The X-37B rocketed into orbit Sunday morning from Cape Canaveral, Florida, a day late because of bad weather. It's the sixth flight of an X-37B, which resembles a mini shuttle and operates remotely. Officials aren't saying how long the spacecraft will remain in orbit.

The previous mission lasted a record two years. The winged spacecraft resembles NASA's old shuttles, but is smaller at 29 feet long. The one just launched features an extra compartment for experiments.

XS
SM
MD
LG