ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ກໍ່ການຮ້າຍໃນ ຝຣັ່ງ ກໍ່ໃຫ້ເກີດຄວາມໂມໂຫ ແລະ ຢ້ານກົວ


ປະຊາຊົນຢູ່ຈະຕຸລັດ Place de la Republique ໃນນະຄອນຫຼວງ ປາຣີ, ສະແດງຄວາມນັບຖືຕໍ່ທ່ານ ຊາມູແອລ ປາຕີ, ນາຍຄູຊາວ ຝຣັ່ງ ທີ່ຖືກຂ້າຕັດຫົວຢູ່ຖະໜົນຂອງເມືອງ ກົງຟລັງ ແຊັງ ໂອໂນຣີນ ຢູ່ເຂດຊານເມືອງ ຂອງນະຄອນຫຼວງ ປາຣີ. 18 ຕຸລາ, 2020. (Reuters)
ປະຊາຊົນຢູ່ຈະຕຸລັດ Place de la Republique ໃນນະຄອນຫຼວງ ປາຣີ, ສະແດງຄວາມນັບຖືຕໍ່ທ່ານ ຊາມູແອລ ປາຕີ, ນາຍຄູຊາວ ຝຣັ່ງ ທີ່ຖືກຂ້າຕັດຫົວຢູ່ຖະໜົນຂອງເມືອງ ກົງຟລັງ ແຊັງ ໂອໂນຣີນ ຢູ່ເຂດຊານເມືອງ ຂອງນະຄອນຫຼວງ ປາຣີ. 18 ຕຸລາ, 2020. (Reuters)

ໄດ້ມີການຊຸມນຸມທົ່ວປະເທດ ຝຣັ່ງ ເພື່ອປົກປ້ອງເສລີພາບໃນການປາກເວົ້າ ແລະ ການແຍກສາ ສະໜາໃນວັນອາທິດວານນີ້, ໃນຂະນະທີ່ລັດຖະບານໄດ້ປຶກສາຫາລື ກ່ຽວກັບ ການຕອບໂຕ້ທີ່ໜັກແໜ້ນກວ່າເກົ່າຕໍ່ລັດທິຫົວຮຸນແຮງ ອິສລາມ ລຸນຫຼັງການສັງຫານນາຍຄູ ຝຣັ່ງ ຢ່າງໂຫດຮ້າຍໃນອາທິດທີ່ຜ່ານມາ.

ປະຊາຊົນຫຼາຍພັນຄົນໄດ້ເຕົ້າໂຮມກັນດ້ວຍການໃສ່ໜ້າກາກຕາມກົດລະບຽບ ໄວຣັສໂຄໂຣນາຂອງນະຄອນຫຼວງນັ້ນ, ຢູ່ຈະຕຸລັດ Place de la Republique ໃນນະຄອນຫຼວງ ປາຣີ ແລະ ຫຼາຍເມືອງທີ່ສຳຄັນອື່ນໆ ລຸນຫຼັງການຂ້າຕັດຫົວນາຍຄູສອນວິຊາປະຫວັດສາດຊັ້ນມັດທະຍົມຕົ້ນ ທ່ານ ຊາມູແອລ ປາຕີ. ບາງຄົນໄດ້ຍົກທຸງຊາດ ຝຣັ່ງ ຂຶ້ນໂບກໄປມາແລະ ປ້າຍຄຳຂວັນສະເຫຼີມສະຫຼອງເສລີພາບໃນການປາກເວົ້າ, ໃນຂະນະທີ່ໂຄສົກໄດ້ສະແດງຄວາມເຄົາລົບຕໍ່ຜູ້ເຄາະຮ້າຍຄົນຫຼ້າສຸດ ຕໍ່ລັດທິກໍ່ການຮ້າຍຂອງປະເທດ.

ພິທີລະນຶກເຖິງທົ່ວປະເທດຈະຖືກຈັດຂຶ້ນໃນວັນພຸດມື້ຮືນີ້ ເພື່ອເປັນກຽດໃຫ້ແກ່ ທ່ານ ປາຕີ, ຜູ້ທີ່ໄດ້ເສຍຊີວິດໃນເມືອງ ກົງຟລັງ ແຊັງຕ໌ ໂອໂນຣີນ (Conflans-Sainte Honorine) ທີ່ຕັ້ງຢູ່ເຂດຊານເມືອງຂອງນະຄອນຫຼວງ ປາຣີ.

ຢ່າງນຶ່ງນັ້ນ, ການອອກມາສະແດງຄວາມຕົກໃຈ ແລະ ເສຍໃຈຢ່າງຫຼວງຫຼາຍແມ່ນການເຮັດຊໍ້າຄືນເຫດການເກືອບ 6 ປີກ່ອນ, ເວລາທີ່ຜູ້ປະທ້ວງໄດ້ອອກມາປົກປ້ອງເສລີພາບໃນການປາກເວົ້າ, ລຸນຫຼັງການໂຈມຕີກໍ່ການຮ້າຍທີ່ແນເປົ້າໃສ່ຫ້ອງການຂອງວາລະສານສຽດສີ ຊາລີ ເອັບໂດ.

ນາຍົກລັດຖະມົນຕີທີ່ ຊັອງ ກາສເຕັກສ໌ ໄດ້ກ່າວຕໍ່ໜັງສືພິມປະຈຳອາທິດ Le Jounal du Dimanche, ໃນຂະນະທີ່ບັນດາໂຄສົກຢູ່ການຊຸມນຸມໄດ້ເຕືອນ ຕໍ່ການຕອບໂຕ້ ຕໍ່ຄວາມຄຽດຊັງດ້ວຍຄວາມຄາດຊັງໃນວັນອາທິດວານນີ້ວ່າ

ເສລີພາບໃນການປາກເວົ້າແມ່ນຄຸນຄ່າທີ່ສຳຄັນຍິ່ງຂອງເອກະລັກຂອງພວກເຮົາ.

ໃນການກ່າວຢໍ້າຄຳຂວັນທີ່ວ່າ “ຂ້ອຍແມ່ນ ຊາລີ” ລຸນຫຼັງການໂຈມຕີໃນເດືອນ ມັງກອນ 2015 ນັ້ນ, ທ່ານ ກາສເຕັກສ໌ ໄດ້ກ່າວຕື່ມວ່າ “ຂ້ອຍແມ່ນ ຊາລີ ທີ່ຍິ່ງໃຫຍ່ກວ່າເກົ່າ.”

ແຕ່ເຖິງແມ່ນຈະມີການຮຽກຮ້ອງ ສຳລັບຄວາມສາມັກຄີ ຫຼັງຈາກການໂຈມຕີກໍ່ການຮ້າຍຄັ້ງທີສອງພາຍໃນເວລາບໍ່ເຖິງນຶ່ງເດືອນນີ້ກໍຕາມ, ຊ່ວງເວລາດັ່ງກ່າວ ຍັງບົ່ງບອກເຖິງການແຕກແຍກ ແລະ ການຕຳໜິວິຈານຕໍ່ການຕອບໂຕ້ຕໍ່ສາສະໜາອິສລາມຫົວຮຸນແຮງຂອງລັດຖະບານ.

ມັນຍັງໄດ້ເກີດຂຶ້ນທ່າມກາງ ແລະ ຖືກສ້າງຂຶ້ນສ່ວນນຶ່ງ ໂດຍການຕໍ່ສູ້ທີ່ແຕກຕ່າງກັນຫຼາຍຕໍ່ວິກິດ ການອີກອັນນຶ່ງຂອງປະເທດຄື ໂຣກລະບາດໄວຣັສໂຄໂຣນາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG