ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຂອງກຸ່ມຕາລິບານ ເທື່ອຫລ້າສຸດ ສັງຫານກຳລັງຮັກສາຄວາມປອດໄພ ອັຟການິສຖານ 17 ຄົນ


ພວກກະບົດຕາລິບານອັຟກາສິຖານ ແລະຊາວບ້ານ ເຕົ້າໂຮມກັນສະຫຼອງຂໍ້ຕົກລົງສັນຕິພາບ ກັບສະຫະລັດ ໃນອັຟການິສຖານ ເມື່ອວັນທີ 2 ກຸມພາ 2020.
ພວກກະບົດຕາລິບານອັຟກາສິຖານ ແລະຊາວບ້ານ ເຕົ້າໂຮມກັນສະຫຼອງຂໍ້ຕົກລົງສັນຕິພາບ ກັບສະຫະລັດ ໃນອັຟການິສຖານ ເມື່ອວັນທີ 2 ກຸມພາ 2020.

ເຈົ້າໜ້າທີ່ອັຟການິສຖານ ກ່າວໃນວັນພຸດວານນີ້ວ່າ ພວກກະບົດຕາລິບານທີ່ ໂຈມຕີ ໃນພາກເໜືອຂອງປະເທດ ໄດ້ສັງຫານ ກຳລັງຮັກສາຄວາມປອດໄພ ຢ່າງໜ້ອຍ 17 ຄົນ ແລະໄດ້ຮັບບາດເຈັບອີກສິບກວ່າຄົນ.

ຄວາມຮຸນແຮງໄດ້ເກີດຂຶ້ນ ໃນຂະນະທີ່ພັກຝ່າຍຕ່າງໆໃນອັຟການິສຖານພວມ ກະກຽມການພົບປະກັນຢູ່ປະເທດກາຕາ ໃນທ້າຍເດືອນນີ້ ເພື່ອເຂົ້າຮ່ວມການ ເຈລະຈາສັນຕິພາບໂຕະມົນຂັ້ນຕົ້ນ.

ໂຄສົກລັດຖະບານຄົນນຶ່ງ ຢູ່ແຂວງຈໍຊານ ທາງພາກເໜືອຂອງປະເທດ ກ່າວຕໍ່ ວີໂອເອວ່າ ໃນຕອນຂ້າມຄືນ ພວກກະບົດໄດ້ບຸກໂຈມຕີປ້ອມຍາມຮັກສາຄວາມ ປອດໄພຂອງລັດຖະບານ 2 ແຫ່ງ ຢູ່ໃນເມືອງອັກຈາ ຈາກຫຼາຍທິດທາງ ເພື່ອພະຍາຍາມທີ່ຈະຍຶດເອົາຄ້າຍທັງສອງ.

ທ່ານມາຣູຟ ອາຊາ ກ່າວວ່າ ການປະທະກັນຍັງດຳເນີນຢູ່ຕໍ່ມາ ຈົນຮອດຕອນ ເຊົ້າ ຊຶ່ງໄດ້ສັງຫານທະຫານອຟັການິສຖານ 12 ຄົນແລະໄດ້ຮັບບາດເຈັບອີກ ຫ້າຄົນ. ທ່ານໃຫ້ການຢືນຢັນວ່າ ພວກຕາລິບານຍັງໄດ້ຈັບເອົາ ກຳລັງຮັກສາ ຄວາມປອດໄພອີກສີ່ຄົນໄປພ້ອມ.

ຂະນະດຽວກັນ ເຈົ້າໜ້າທີ່ທະຫານປະຈຳຂົງເຂດຄົນນຶ່ງ ໄດ້ອອກຖະແຫຼງການ ຕ່າງຫາກ ກ່າວວ່າ ການສູ້ລົບຍັງໄດ້ສັງຫານພວກກໍ່ການຮ້າຍຫ້າຄົນ ແລະໄດ້ ຮັບບາດເຈັບອີກ 10 ຄົນ.

ພວກກະບົດຕາລີບານ ໄດ້ກ່າວອ້າງຢູ່ໃນຖະແຫຼງການວ່າ ພວກນັກລົບຂອງຕົນ ໄດ້ໂຈມຕີ ປ້ອມຍາມທັງສອງ ໂດຍໄດ້ “ສັງຫານ ພວກທະຫານ ເຮັດໃຫ້ບາດ ເຈັບ ແລະຈັບກຸມ” ປະມານ 50 ຄົນ ເຖິງແມ່ນວ່າ ການອ້າງຂອງພວກກະບົດ ມັກຈະເວົ້າເກີນຄວາມຈິງ ແລະຍາກທີ່ຈະຢືນຢັນໄດ້ ຈາກແຫຼ່ງຂ່າວອິດສະຫຼະ.

ການໂຈມຕີຂອງພະກະບົດເທື່ອທີສອງ ມີຂຶ້ນໃນຕອນແລງວັນອັງຄານ ໃກ້ກັບ ເມືອງກຸນດຸສ ທີ່ມີຄວາມສໍາຄັນໃນພາກເໜືອຂອງປະເທດ. ພວກນັກລົບຕາລິ ບານ ໄດ້ໂຈມຕີປ້ອມຍາມຮັກສາຄວາມປອດໄພ ແລະໄດ້ລາຍງານການເສຍ ຊີວິດທະຫານອັຟການິສຖານຢ່າງໜ້ອຍຫ້າຄົນ ໃນຂະນະທີ່ອີກເຈັດຄົນໄດ້ຮັບ ບາດເຈັບ.

ເຈົ້າໜ້າທີ່ຂອງພວກກະບົດ ບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການສູ້ລົບກັນຢູ່ ທີ່ເມືອງກຸນດຸສ.

ພວກເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການໂຈມຕີທີ່ເພີ້ມທະວີຄວາມຮຸນແຮງ ຂຶ້ນ ໂດຍພວກຕາລິບານ ໄດ້ສັງຫານກຳລັງຮັກສາຄວາມປອດໄພ ຫຼາຍກວ່າ 170 ຄົນ ແລະໄດ້ຮັບບາດເຈັບອີກກວ່າ 250 ຄົນ ໃນອາທິດທີ່ຜ່ານມາ ພຽງ ອາທິດດຽວເທົ່ານັ້ນ ຢູ່ໃນທົ່ວປະເທດ.

A government spokesman in northern Jawzjan province told VOA that insurgents overnight stormed two security outposts in Aqcha district from multiple directions to try to capture them.

Marouf Azar said the ensuing clashes continued into early morning, killing 12 Afghan soldiers and injuring five others. “(The) Taliban also took four security personnel captive,” he confirmed.

A regional military official separately issued a statement saying, the fighting also killed five assailants and wounded 10 others.

The Taliban claimed in a statement its fighters overran the outposts “killing, injuring and capturing” around 50 government troops, though insurgent claims are often inflated and difficult to confirm from independent sources.

The second insurgent attack took place late on Tuesday near the volatile northern city of Kunduz. Taliban fighters attacked security outposts and reportedly killed at least five Afghan soldiers while seven others were also wounded.

Insurgent officials did not make any comment on the fighting in Kunduz.

Afghan officials have said intensified battlefield attacks by the Taliban killed more than 170 security forces and injured 250 others in the last week alone across the country.

XS
SM
MD
LG