ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທິ​ກີ ໃຫ​້​ສັດ​ຕະ​ຍາ​ບັນ ຕໍ່​ການເຂົ້າ​​ເປັນ​ສະ​ມາ​ຊິກ ອົ​ງການເນ​ໂຕ້ ຂອງຟິນ​ແລນ


ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ ຣີ​ເຊບ ເຕ​ຢິບ ເອີ​ດ​ວານ (ຂວາ) ແລະ​ປະ​ທາ​ນາ​ທິ​ບໍ​ດີ ຟິນ​ແລນ ທ່ານ​ໂຊລີ ນິ​ສິ​ສ​ໂຕ (ຊ້າຍ) ລະ​ຫວ່າງ​ການ​ຮ່ວມ​ຖະ​ແຫລງ​ການຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ອັງ​ກາ​ຣາ ວັນ​ທີ 17 ມີ​ນາ 2023
ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ ຣີ​ເຊບ ເຕ​ຢິບ ເອີ​ດ​ວານ (ຂວາ) ແລະ​ປະ​ທາ​ນາ​ທິ​ບໍ​ດີ ຟິນ​ແລນ ທ່ານ​ໂຊລີ ນິ​ສິ​ສ​ໂຕ (ຊ້າຍ) ລະ​ຫວ່າງ​ການ​ຮ່ວມ​ຖະ​ແຫລງ​ການຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ອັງ​ກາ​ຣາ ວັນ​ທີ 17 ມີ​ນາ 2023

ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ກ່າວ​ຢູ່​ໃນ​ບົດ​ລາຍ​ງານ​ສືບ​ລັບ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຢູ​ເຄ​ຣນ ຫວ່າງ​ມໍ່ໆ​ມາ​ນີ້ ໄດ້​ເຜີຍ​ແຜ່​ຮູບ​ພາບ​ເຣ​ດາປ້ອງ​ກັນ​ຂອງ​ຣັດ​ເຊຍ ​ທີ່​ກຳ​ລັງ​ຖືກ​ທຳ​ລາຍ​ຢູ່​ໃນ​ເຂດ​ໂດ​ແ​ນັດ. ລະ​ບົບ​ເຫລົ່າ​ນີ້​ສາ​ມາດຊອກ​ຫາ​ຢ່າງ​ໄວ​ແລະ​ ໂຈມ​ຕີ​ປືນ​ໃຫຍ່​ສັດ​ຕູ ອີງ​ຕາມ​ລາຍ​ງານ​ທີ່​ໄດ້​ກ່າວ ແລະ​ມັນຍັງ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍໃນ​ການ​ຊອກ​ຫາໄດ້ ແລະ​ທຳ​ລາຍ.

ໃນ​ຂະ​ນະທີ່​ທັງ​ ຣັດ​ເຊຍ ແລະ​ຢູ​ເຄ​ຣນ ຕ້ອງ​ການຈະ​ເພີ້ມການ​ເກັບສະ​ສົມ​ລະ​ບົບເຫລົ່າ​ນີ້ຂອງ​ເຂົາ​ເຈົ້າ ອີງ​ຕາມ​ກະ​ຊວງດັ່ງ​ກ່າວ​ແລ້ວ “ຣັດ​ເຊຍ​ຈະ​ເຫັນ​ວ່າ​ດິ້ນ​ລົນ ເພາະ​ວ່າ​ລະ​ບົບ​ນີ້​ແມ່ນ​ເພິ່ງ​ພາ​ອີ​ເລັກ​ໂຕ​ຣ​ນິກ​ທີ່​ທັນ​ສ​ະ​ໄໝ ທີ່​ໄດ້​ຖືກ​ລົບ​ກວນ​ຈາກ​ການ​ລົງ​ໂທດ.”

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊິ​ເລັນ​ສະ​ກີ ໄດ້ກ່າວຢູ່​ໃນ​ລາຍ​ງານ​ປະ​ຈຳ​ວັນ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ “ມື້​ນີ້ ເປັນ 400 ມື້ ​ຂອງການ​ຕ້ານ​ຢັນ ການ​ຕ້ານ​ຢັນ​ຢ່າງ​ເຕັ​ມ​ທີ່ ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຂອບ​ໃຈ​ທຸກໆ​ຄົນຢູ່​ໃນ​ໂລກ ຜູ້ທີ່​ຢືນ​ຢູ່​ກັບ​ຢູ​ເຄ​ຣນ ຜູ້​ທີ່​ມີ​ຄວາມ​ໝາຍ​ໝັ້ນ​ທີ່​ແຂງ​ຂັນ​ວ່າ ພວກ​ເຮົາ​ຊາວ​ຢູ​ເຄ​ຣນ ມີ ຄວາມ​ໝັ້ນ​ໝາຍ​ວ່າ ໂລກ​ຄວນ​ອ້າງ​ໃສ່​ບັນ​ດາ​ລະ​ບຽບ​ການ ໃ​ສ່​ລະ​ບຽບ​ການ​ທີ່​ຈະ​ເລີນ ລະ​ບຽບການ​ຂອງ​ມະ​ນຸດ​ສະ​ທຳ ເຄົາ​ລົບ ແລະ​ສັນ​ຕິ​ພາບ. ພວກ​ເຮົາ​ຈະ​ບໍ່​ປ່ອຍໃຫ້​ແມ່ນ​ແຕ່ຮອງ​ຮອຍນຶ່ງ​ຂອງ​ຣັດ​ເຊຍ​ ໄວ້​ຢູ່ໃນດິນ​ແດນ​ຂອງ​ພວກ​ເຮົາ.”

ສະ​ພາ​ຂອງ​ເທິ​ກີ​ໃນ​ວັນ​ພະ​ຫັດ​ວານ​ນີ້​ໄດ້ໃຫ້ສັດ​ຕະ​ຍາ​ບັນ​ຕໍ່​ຟິນ​ແລນ ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຊຶ່ງ​ໄ​ດ້​ຍົກ​ເລີກ​ອຸບ​ປະ​ສັກ​ອັນ​ສຸດ​ທ້າຍ​ທີ່​ຂັດ​ຂວາງ​ບໍ່​ໃຫ້ປະ​ເທດ​ນໍ​ດິກດັ່ງ​ກ່າວ ເຂົ້າ​ມາ​ຮ່ວມ​ກຸ່ມ​ພັນ​ທະ​ມິດທາງ​ທະ​ຫານ​ຂອງ​ປະ​ເທດຕາ​ເວັນ​ຕົກ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ​ເຈັນ ສະ​ໂຕ​ລ​ເຕັນ​ເບີກ ໄດ້​ຂຽນ​ຢູ່​ໃນ​ທວິດ​ເຕີ ຫລັງ​ຈາກ​ການ​ລົງ​ຄະ​ແນນ​ຂອງ​ເທິ​ກີ ວ່າ “​ນີ້​ຈະ​ເຮັດ​ໃຫ້​ຄອບ​ຄົວ​ອົງ​ການ​ NATO ທັງ​ໝົດ ​ແຂງ​ແຮງ​ຂຶ້ນ ແລະ​ປອດ​ໄພ​ຂຶ້ນ​ກວ່າ​ເກົ່າ.”

ຟິນ​ແລນ ແລະ​ປະ​ເທດ​ເພື່ອນ​ບ້ານສະ​ວີ​ເດັນ ​ຕ່າງ​ກໍ​ໄດ້​ປະ​ຖິ້ມການ​ບໍ່​ເຂົ້າ​ຮ່​ວມກຸ່ມ​ມາ​ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ ດ້ວຍ​ການ​ຍື່ນຄຳ​ຮ້ອງເພື່ອ​ເຂົ້າ​ຮ່ວມການ​ເປັນພັນ​ທະ​ມິດ​ທາງ​ທະ​ຫານ ຫລັງ​ຈາກ​ຣັດ​ເຊຍ​ໄດ້​ຮຸກ​ຮາມ​ຢູ​ເຄ​ຣນ​ປີ​ກາຍ​ນີ້.

ນັບ​ແຕ່​ຄວາມ​ພະ​ຍາ​ຍາມຂອງ​ພວກເຂົາ​ເຈົ້າ​ໄດ້ຮັບ​ການຢືນ​ຢັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ NATO ໃນ​ເດືອນ​ກໍ​ລະ​ກົດແລ້ວ ສະ​ມາ​ຊິກ​ອົງ​ການ NATO ໄດ້​ຜ່ານການ​ດຳ​ເນີນ​ຂອງ​ເຂົາ​ເຈົ້າ​ເອງ​ ໃນ​ການ​ໃຫ້​ການ​ອະ​ນຸ​ມັດເທື່ອ​ສຸດ​ທ້າຍ​ຕໍ່ຟິນ​ແລນ ແລະ​ສະ​ວີ​ເດັນ.

The British Defense Ministry said in its intelligence update Friday that Ukraine recently released footage of a Russian counterbattery radar being destroyed in the Donetsk area. These systems can quickly detect and strike enemy artillery, the report said, and they are also vulnerable to being detected and destroyed.

While both Russia and Ukraine would like to increase their stock of these systems, according to the ministry, “Russia will likely struggle because the systems rely on supplies of high-tech electronics which have been disrupted by sanctions.”

Ukrainian President Volodymyr Zelenskyy said in his daily address Thursday, “Today, on the 400th day of resistance, full-scale resistance, I want to thank everyone in the world who stands with Ukraine ... who has the same strong conviction that we, Ukrainians, have ... the conviction that the world should be based on rules, on civilized rules -- on the rules of humanity, respect and peace. ... We will not leave a single trace of Russia on our land.”

Turkey’s parliament on Thursday ratified Finland’s bid to join NATO, lifting the last hurdle of the Nordic country’s accession into the Western military alliance.

“This will make the whole NATO family stronger & safer,” NATO Secretary-General Jens Stoltenberg wrote on Twitter after Turkey’s vote.

Finland and neighboring Sweden each dropped decades of nonalignment with their applications to join the military alliance after Russia invaded Ukraine last year.

Since their accession bids were ratified at a NATO summit in July, NATO member states have gone through their own processes of giving final approval for Finland and Sweden.

XS
SM
MD
LG