ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ຈຸດສູນກາງຂອງການສູ້ລົບ ແມ່ນຢູ່ໃນເມືອງບັກມຸດ ແລະ ມາຣິນກາ


ພວກທະຫານຢູເຄຣນ ຢູ່ໃນລົດຖັງ ກຳລັງແລ່ນໄປຕາມທາງມຸ້ງໜ້າໄປຍັງທີ່ໝັ້ນຂອງພວກເຂົາເຈົ້າ ໃກ້ກັບເມືອງບັກມຸດ, ເຂດໂດເນັດ ຂອງຢູເຄຣນ, ວັນທີ 23 ພຶດສະພາ 2023.
ພວກທະຫານຢູເຄຣນ ຢູ່ໃນລົດຖັງ ກຳລັງແລ່ນໄປຕາມທາງມຸ້ງໜ້າໄປຍັງທີ່ໝັ້ນຂອງພວກເຂົາເຈົ້າ ໃກ້ກັບເມືອງບັກມຸດ, ເຂດໂດເນັດ ຂອງຢູເຄຣນ, ວັນທີ 23 ພຶດສະພາ 2023.

ກອງທັບຂອງຢູເຄຣນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ຈຸດສຸມຂອງການຕໍ່ສູ້ແມ່ນຢູ່ໃນເມືອງບັກມຸດ ແລະ ມາຣິນກາ ໂດຍມີຄວາມເປັນໄປໄດ້ທີ່ກອງກຳລັງຂອງ ຣັດເຊຍ ຈະໂຈມຕີຢູເຄຣນ ດ້ວຍລູກສອນໄຟ ແລະທາງອາກາດ ຊຶ່ງຍັງຄົງມີໂອ​ກາດສູງຢູ່.

ເສນາທິການຂອງກອງທັບຢູເຄຣນ ໄດ້ກ່າວວ່າ ໃນລາຍງານປະຈຳວັນຫຼ້າສຸດ ທີ່ວ່າ ຣັດເຊຍໄດ້ເລີ້ມໂຈມຕີທາງອາກາດ 41 ເທື່ອໃນລະຫວ່າງນຶ່ງມື້ທີ່ຜ່ານມານີ້ ແລະການໂຈມຕີນັ້ນ ເຮັດໃຫ້ພົນລະເຮືອນໄດ້ຮັບບາດເຈັບ ໃນຂະນະດຽວກັນ ຍັງສ້າງຄວາມເສຍຫາຍຕໍ່ຕຶກຂອງພົນລະເຮືອນ ແລະອາຄານບໍລິຫານຂອງທາງການ.

ໂຄສົກທຳນຽບຫ້າແຈ ພົນຈັດຕະວາ ແພຕ ຣາຍເດີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ວ່າ ສະຖານະການຢູ່ໃນບັກມຸດ ຍັງຄົງ “ປ່ຽນແປງຢູ່ສະ ເໝີ.”

ຣັດເຊຍໄດ້ກ່າວອ້າງວ່າ ຕົນຢຶດເອົາເມືອງດັ່ງກ່າວ ທີ່ໄດ້ເປັນຈຸດເພັ່ງເລັງຂອງການຕໍ່ສູ້ມາໄດ້ຫຼາຍເດືອນ. ສ່ວນຢູເຄຣນ ກໍໄດ້ກ່າວວ່າ ຕົນຍັງຄວບຄຸມບາງພື້ນທີ່ ຢູ່ເຂດນອກເມືອງ.

ພົນຈັດຕະວາ ຣາຍເດີ ຍັງໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ກຸ່ມຕິດຕໍ່ດ້ານການປ້ອງກັນຂອງຢູເຄຣນ ທີ່ນຳພາໂດຍສະຫະລັດ ໄດ້ຄາດໝາຍທີ່ຈະສຸມໃສ່ ລະ ບົບການປ້ອງກັນໄພທາງອາກາດພາກພື້ນດິນ, ລູກກະສຸນ ແລະການຝຶກແອບຂັບເຮືອບິນລົບ F-16 ເມື່ອພວກເຂົາເຈົ້າຈັດກອງປະຊຸມຄັ້ງຕໍ່ໄປໃນວັນພະຫັດມື້ອື່ນນີ້.

ປະທານສະພາຕ່ຳຂອງສາທາລະນະລັດເຊັກ ທ່ານນາງ ມາຣເກຕາ ເປກາໂຣວາ ອາດາໂມວາ ໄດ້ກ່າວຕໍ່ວີໂອເອ ວ່າ ການເຈລະຈາສັນຕິພາບ ແມ່ນເປັນໄປບໍ່ໄດ້ໃນເວລານີ້ ນັບຕັ້ງແຕ່ພວກທະຫານຂອງຣັດເຊຍຍັງຄຸ້ມຄອງບາງເຂດຂອງຢູເຄຣນ ແລະວ່າ ແຜນການສັນຕິພາບ ໄດ້ນຳສະເໜີໂດຍ ຈີນທີ່ລວມມີຈຸດທີ່ເປັນຂໍ້ຂັດແຍ້ງກັນ.

ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ໄດ້ກ່າວວ່າ ການເຈ ລະຈາສັນຕິພາບ ບໍ່ສາມາດເກີດຂຶ້ນໄດ້ ຈົນກວ່າວ່າ ຣັດເຊຍ ຈະຖອນກອງກຳລັງຂອງຕົນ ອອກຈາກເຂດຢຶດຄອງ ໃນດິນແດນຂອງຢູເຄຣນ.

ທ່ານນາງເປກາໂຣວາ ອາດາໂມວາ ໄດ້ກ່າວໃນວັນອັງຄານວານນີ້ ລະຫວ່າງ ການເດີນທາງຢ້ຽມຢາມວໍຊິງຕັນ ວ່າ ຢູໂຣບບໍ່ສາມາດຮັບເອົາການຢຶດຄອງ ແຫຼມໄຄຣເມຍ, ເຂດໂດເນັຕ ຫຼື ລູຮານ ຂອງຣັດເຊຍ, ພື້ນທີ່ທັງຫຼາຍນີ້ ທີ່ຣັດເຊຍໄດ້ກ່າວອ້າງວ່າ ເປັນຂອງຕົນນັ້ນ.

Ukraine's military said Wednesday the focus of fighting was in Bakhmut and Marinka, with the probability of Russian forces attacking Ukraine with missiles and air strikes remaining high.

The Ukrainian military's general staff said in its daily update that Russia had launched 41 airstrikes during the past day, and that the attacks injured civilians while also damaging civilian and administrative buildings.

Pentagon Press Secretary Brig. Gen. Pat Ryder told reporters Tuesday the situation in Bakhmut remains “very dynamic.”

Russia claimed to capture the city that has been the focus of months of intense fighting. Ukraine said it was still in control of some areas on the outskirts of the city.

Ryder also told reporters the U.S.-led Ukraine Defense Contact Group is expected to focus on ground-based air defenses, ammunition and training on F-16 fighters when they hold their next meeting Thursday.

The speaker of the Czech Parliament’s lower house, Markéta Pekarová Adamová, told VOA that peace talks are not possible right now since Russian troops occupy parts of Ukraine and that the peace plan put forward by China includes contradictory points.

Ukrainian President Volodymyr Zelenskyy has said peace talks cannot happen until Russia pulls its forces from occupied Ukrainian lands.

Pekarová Adamová said Tuesday during a visit to Washington that Europe cannot accept Russia’s occupation of Crimea, Donetsk or Luhansk, areas that Russia has claimed as its own.

XS
SM
MD
LG