ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດ ໃນຢູເຄຣນ ການໂຈມຕີດ້ວຍລູກສອນໄຟ ຂອງຣັດເຊຍ ຖະຫຼົ່ມເມືອງກຣີບຢີ ຣີ ຢູ່ພາກກາງຂອງຢູເຄຣນ


ພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ໜ່ວຍງານຮັບມືກັບໄພສຸກເສີນຂອງຢູເຄຣນ ໃນວັນທີ 13 ມິຖຸນາ 2023, ສະແດງໃຫ້ເຫັນ ພວກນັກດັບເພີງ ກຳລັງພາກັນດັບໄຟ ຢູ່ທີ່ຕຶກບ່ອນຢູ່ອາໄສ ຫ້າຊັ້ນ ຊຶ່ງເປັນຈຸດຂອງການໂຈມຕີທາງອາກາດ ເມື່ອຕອນແລງ ຢູ່ໃນເມືອງກຣີວ໌ຢີ ຣີ.
ພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ໜ່ວຍງານຮັບມືກັບໄພສຸກເສີນຂອງຢູເຄຣນ ໃນວັນທີ 13 ມິຖຸນາ 2023, ສະແດງໃຫ້ເຫັນ ພວກນັກດັບເພີງ ກຳລັງພາກັນດັບໄຟ ຢູ່ທີ່ຕຶກບ່ອນຢູ່ອາໄສ ຫ້າຊັ້ນ ຊຶ່ງເປັນຈຸດຂອງການໂຈມຕີທາງອາກາດ ເມື່ອຕອນແລງ ຢູ່ໃນເມືອງກຣີວ໌ຢີ ຣີ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ຕໍ່ເມືອງກຣີບຢີ ຣີ (Kryvyi Rih) ຢູ່ພາກກາງຂອງຢູເຄຣນ ໄດ້ສັງຫານຢ່າງໜ້ອຍຫົກຄົນ ແລະອີກ 25 ຄົນບາດເຈັບ.

ທ່ານເຊີຮີ ລີຊາກ (Serhiy Lysak) ຜູ້ປົກຄອງຂົງເຂດດີນີໂປຣເປໂທຣວ໌ (Dnipropetrovsk) ໄດ້ກ່າວວ່າ ຣັດເຊຍ ໄດ້ທຳລາຍຕຶກທີ່ຢູ່ອາໄສ ຫ້າຊັ້ນ ໃນການໂຈມຕີດັ່ງກ່າວ ແລະພວກນັກກູ້ໄພ ໄດ້ຊອກຫາຜູ້ລອດຊີວິດໃນຊາກຫັກພັງ.

ເມືອງກຣີບຢີ ຣີ ເປັນບ້ານເກີດຂອງປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຜູ້ທີ່ໄດ້ຂຽນຂໍ້ຄວາມລົງໃນ ເທເລີແກຣມ ວ່າ “ພວກຄາດຕະກອນ ຣັດເຊຍ ຍັງສືບຕໍ່ເຮັດສົ່ງຄາມຂອງພວກເຂົາ ຕໍ່ຕຶກທີ່ຢູ່ອາໄສຫຼາຍແຫ່ງ, ເມືອງທຳມະດາສາມັນຕ່າງໆ ແລະປະຊາຊົນ.”

ການໂຈມຕີຕໍ່ເມືອງກຣີບຢີ ຣີ ເປັນສ່ວນນຶ່ງຂອງການໂຈມຕີທາງອາກາດທີ່ກວ້າງຂວາງກວ່າເກົ່າໂດຍຣັດເຊຍ ທີ່ຍັງແນເປົ້າໝາຍໃສ່ນະຄອນຫຼວງກີຢິບຂອງຢູເຄຣນ ແລະເມືອງຄາຣກີບ.

ກອງທັບຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງ​ທຳ​ລາຍ ລູກສອນໄຟນຳວິຖີຣັດເຊຍ 10 ໃນຈຳ​ນວນ 14 ລູກຕົກ ພ້ອມດ້ວຍນຶ່ງໃນສີ່ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນທີ່ຜະລິດໂດຍອີຣ່ານ ທີ່ໄດ້ຖືກນຳໃຊ້ໂດຍກອງກຳລັງຂອງຣັດເຊຍ.

ເມື່ອເດືອນແລ້ວນີ້ ຣັດເຊຍ ໄດ້ທຳການໂຈມຕີດ້ວຍລູກສອນໄຟ ແລະໂດຣນ ຕໍ່ນະຄອນຫຼວງກີຢິບ ຊ້ຳແລ້ວຊ້ຳອີກ ກ່ອນໜ້າຂອງການບຸກໂຈມຕີຕອບໂຕ້ ທີ່ໄດ້ຄາດການມາຍາວນານ.

ຢູເຄຣນ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນຢຶດເອົາເຈັດບ້ານຄືນມາໄດ້ ນັບຕັ້ງ ແຕ່ການເລີ້ມຕົ້ນບຸກໂຈມຕີຕອບໂຕ້ ເມື່ອອາທິດແລ້ວນີ້ ໂດຍມີເປົ້າໝາຍໃນການຢຶດເອົາພື້ນທີ່ຕ່າງໆທີ່ໄດ້ຄອບຄອງໂດຍກອງກຳລັງຂອງຣັດເຊຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໄດ້ສະ ແດງຄວາມໝັ້ນໃຈ ໃນວັນຈັນວ່ານນີ້ ທີ່ວ່າ ຢູເຄຣນ ຈະ “ສືບຕໍ່ປະສົບຜົນ ສຳເລັດໃນສິ່ງທີ່ ພວກເຂົາເຈົ້າພະຍາຍາມຈະບັນລຸ ຊຶ່ງເປັນການເອົາດິນແດນທີ່ໄດ້ຖືກຢຶດຄອງຈາກພວກເຂົາເຈົ້າ ໂດຍຣັດເຊຍນັ້ນ ກັບຄືນມາ.”

Ukrainian officials said Tuesday a Russian missile attack on Kryvyi Rih in central Ukraine killed at least six people and injured 25 others.

Serhiy Lysak, governor of Dnipropetrovsk region, said Russia destroyed a five-story residential building in the attack and that rescuers were searching through the rubble.

Kryvyi Rih is the birthplace of Ukrainian President Volodymyr Zelenskyy, who posted on Telegram, "Russian killers continue their war against residential buildings, ordinary cities and people."

"Terrorists will never be forgiven, and they will be held accountable for every missile they launch," Zelenskyy said.

The attack on Kryvyi Rih was part of a wider aerial assault by Russia that also targeted the Ukrainian capital, Kyiv, and the city of Kharkiv.

Ukraine's military said it shot down 10 of 14 cruise missiles launched by Russia, as well as one of four Iranian-made drones used by Russian forces.

Last month, Russia subjected Kyiv to repeated missile and drone attacks ahead of Ukraine's long-expected counteroffensive.

Ukraine said Monday it had recaptured seven villages since launching the counteroffensive last week with the aim of reclaiming areas occupied by Russian forces.

U.S. Secretary of State Antony Blinken expressed confidence Monday that Ukraine will "continue to have success in what they're trying to achieve, which is to take back the land that's been seized from them by Russia."

XS
SM
MD
LG