ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປີ​ທ່ອງ​ທ່ຽວ​ລາວ 2018 ຈະ​ບໍ່​ສາ​ມາດ ດຶງ​ດູດ ນັກທ່ອງ​ທ່ຽວ ຕ່າງ​ຊາດ ​5 ລ້ານ​ຄົນ ຕາມ​ເປົ້າ​ໝາຍ ທີ່​ວາງ​ໄວ້


ກອງ​ປະ​ຊຸມ​ການ​ທ່ອງທ່ຽວ ຂອງ​ກຸ່ມ​ປະ​ເທດ​ອາ​ຊຽນ
ກອງ​ປະ​ຊຸມ​ການ​ທ່ອງທ່ຽວ ຂອງ​ກຸ່ມ​ປະ​ເທດ​ອາ​ຊຽນ

​ລັດ​ຖະ​ບານ​ລາວ ບໍ່​ສາ​ມາດຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ເປົ້າ​ໝາຍ​ໃນ​ປີ​ທ່ອງ​ທ່ຽວ​ລາວ
2018 ທີ່​ຈະ​ດຶງ​ດູດນັກທ່ອງ​ທ່ຽວຕ່າງ​ຊາດ​ໃຫ້​ໄດ້ 5 ລ້ານ​ຄົນ ແລະ​ສ້າງ​ລາຍ​ໄດ້
ກວ່າ 900 ລ້ານ​ໂດ​ລາ ເພາະ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​
ຈາກ​ບາງກອກ.

​ທ່ານ​ບໍ່​ແສງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ​ທຳ
​ແລະ​ທ່ອງ​ທ່ຽວຍອມ​ຮັບວ່າ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ຊ່ວງ​ເດືອນ​ກໍລະ​ກົດຫາ ເດືອນ
ກັນ​ຍາ 2018 ນີ້ ບໍ່​ສາເຫດສຳ​ຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ
​ຕ່າງໆ ໃນ​ປີ​ທ່ອງ​ທ່ຽວ​ລາວ 2018 ນີ້ ບໍ່​ສາ​ມາດ​ບັນ​ລຸ​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​
ໃນ​ທຸກ​ດ້ານ ໂດຍ​ສະ​ເພາະ​ເປົ້າ​ໝາຍ ທີ່​ຈະ​ດຶງ​ດູດ​ເອົ​າ​ນັກ​ທ່ອງ​ທ່ຽວ​ຊາວຕ່າງ​ຊາດ​
ໃຫ້​ໄດ້ 5 ລ້ານ​ຄົນ ນັ້ນ ຈະ​ບໍ່​ສາ​ມາດ​ບັນ​ລຸ​ໄດ້​ຢ່າງ​ແນ່ນອນ ເພາະ​ໃນ​ໄລ​ຍະ 9 ເດືອນ
ທີ່​ຜ່ານ​ມາ​ຂອງ​ປີນີ້ ມີ​ຊາວຕ່າງ​ຊາດ​ ​ໄດ້ບໍ່​ເຖິງ 3 ລ້ານ​ຄົນ ທີ່​ເດີນ​ທາງ​ເຂົ້າ​ມາ​ທ່ອງ​ທ່ຽວ
ໃນ​ລາວ ຈຶ່ງ​ຄາດ​ວ່າ​ໃນ​ຕະ​ຫຼອດ​ປີ 2018 ນີ້ ຈະ​ມີຊາວຕ່າງ​ຊາດ ເດີນ​ທາງ​ມາ​ລາວ
ໃນ​ລະ​ດັບ​ດຽວ​ກັນ ກັບ​ປີ 2016 ດັ່ງ​ທີ່ ທ່ານ​ບໍ່​ແສງ​ຄຳ ຢືນ​ຢັນ​ວ່າ “ມາ​ຮອດ​ເດືອນ​ເກົ້າ​ນີ້
ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ມີ​ປະ​ມານ​ເກືອບ 3 ລ້ານ​ຄົນ ຊຶ່ງ​ເທົ່າ​ກັບ​ປະ​ມານກວ່າ
3 ເປີ​ເຊັນ ຖ້າ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ 2017 ຄາດ​ວ່າ​ຮອດ​ທ້າຍ​ປີ​ນີ້ ຈຳ​ນວນ
​ນັກ​ທ່ອງ​ທ່ຽວ ອາດ​ຈະ​ເຂົ້າ​ມາ​ປະ​ເທດ​ຂອງ​ພວກ​ເຮົາ​ຮວມ​ແລ້ວ ອາດ​ຈະ​ເທົ່າໆ​ກັບ
​ຈຳ​ນວນ​ທີ່​ພວກ​ເຮົາ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ປີ 2016 ທີ່​ຜ່ານ​ມາ​ຫັ້ນ.”

ໂດຍ​ໃນ​ປີ 2017 ມີ​ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ລາວ ຈຳ​ນວນ​ທັງ​ໝົດ
3,868,831 ຄົນ ຊຶ່ງ​ຫຼຸດ​ລົງ 8.73 ເປີ​ເຊັນ ທຽບ​ໃສ່​ປີ 2016 ທີ່​ມີ​ນັກ​ທ່ອງ​ທ່ຽວ​ຊາວ​
ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ໃນ​ລາວ ຫຼາຍກວ່າ 4 ລ້ານ​ 2 ແສນ 3 ໝື່ນຄົນ ໂດຍ​ນັກ
​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ໃນ​ອາ​ຊຽນ ດ້ວຍ​ກັນ ຖື​ເປັນ​ກຸ່ມ​ທີ່​ຫຼຸດ​ລົງຫຼາຍ​ທີ່​ສຸດ ແລະ​ພາຍ​ຫຼັງ
ລັດ​ຖະ​ບານ​ລາວ​ ໄດ້ຈັດພິ​ທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ2018 ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ
28 ຕຸ​ລາ 2017 ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ໂອ​ກາດ​ດຽວ​ກັນ​ກັບ​ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດ
​ຫຼວງ ປະ​ຈຳ​ປີ 2017 ທັງ​ຍັງ​ໄດ້​ເຊີນ​ສື່ມວນ​ຊົນ ແລະ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ອາ​ຊຽນ
ແລະ​ພູ​ມິ​ພາກ​ຕ່າງໆ ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ ໃນ​ພິ​ທີ​ດັ່ງ​ກ່າວ​ດ້ວຍ​ກັນ ກໍ​ປາ​ກົດ​ວ່າ
ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ລາວ​ ເພິ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ
​ໃນ​ໄລ​ຍະ 3 ເດືອນ ​ທ້າຍ​ປີ 2017 ນັ້ນ ກໍ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ
ໃນ​ລາວ ຫຼາຍກວ່າ 1 ລ້ານ​ຄົນ ຈຶ່ງ​ຄາດ​ຫວັງວ່າ ຈະ​ເປັນ​ສະ​ພາບ​ທີ່​ເກີດ​ຂຶ້ນໃນ 3
ເດືອນ​ທ້າຍ​ປີ 2018 ເຊັ່ນ​ດຽວ​ກັນ.

ກ່ອນ​ໜ້າ​ນີ້ ລັດ​ຖະ​ບານ​ລາວ ໄດ້​ວາງ​ຄາດ​ໝາຍ​ຈະ​ດຶງ​ເອົາ​ຊາວ​ຕ່າງ​ຊາດໃຫ້​ເຂົ້າ
ມາ​ທ່ອງ​ທ່ຽວ​ໃນ​ລາວ ໃຫ້​ໄດ້ 5 ລ້ານຄົນ ເພື່ອ​ຈະ​ເຮັດ​ໃຫ້​ພາກ​ບໍ​ລິ​ການ​ໃນ​ລາວ
ມີ​ລາຍ​ຮັບ​ເກີນກວ່າ 900 ລ້ານ​ໂດ​ລາ ຕະ​ຫຼອດ​ປີ 2018 ດ້ວຍ​ການ​ຈັດ​ກິດ​ຈະ​ກຳ
ແລະ​ງານ​ບຸນປະ​ເພ​ນີ​ຕ່າງໆ ໃນ 18 ແຂວງ​ທົ່ວ​ປະ​ເທດ ເຊັ່ນ ການ​ຈັດ​ຄາ​ລາ​ວານ​
ນັກ​ທ່ອງ​ທ່ຽວ ແຕ່​ເໜືອ​ຮອດໃຕ້ ບຸນ​ມະ​ໂຫລານ​ການ​ສະ​ແດງ​ສິນ​ລະ​ປະ ວັດ​ທະ​ນະ
ທຳ​ພື້ນ​ເມືອງ​ບັນ​ດາ​ເຜົ່າ​ການ​ແຂ່ງ​ລົດ​ວິ​ບາກ ກິດ​ຈະ​ກຳ​ປີນ​ໜ້າ​ຜາ ການ​ຈັດ​ງານ
ວັນ​ລາວ ໃນ​ຕ່າງ​ປະ​ເທດ ເຊັ່ນ ໄທ ຫວຽດ​ນາມ ຍີ່​ປຸ່ນ ເຢຍ​ຣະ​ມັນ ຝ​ຣັ່ງ ອັງ​ກິດ
ທີ່​ທາງ​ການ​ລາວ ເຊື່ອ​ວ່າ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດໄດ້​ເປັນ​ຢ່າງ​ດີ ແຕ່​ດ້ວຍ​
ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ຈຶ່ງ​ເຮັດ​ໃຫ້ເປົ້າ​ໝາຍ​ດັ່ງ​ກ່າວ ບໍ່​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຈິງ.

ທາງ​ດ້ານ ສະ​ມາຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ ກໍ​ລາຍ​ງານ​ວ່າ​ພາກ​ທຸ​ລະ​ກິດ
ບໍ​ລິ​ການ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ ມີ​ການ​ຂະ​ຫຍາຍ​ຕົວ ໃນ​ອັດ​ຕາ​ສະ​ເລ່ຍ​ຕ່ຳ​ສຸດ
ຂອງ​ອາ​ຊຽນ​ໃນ​ປີ 2017 ຄື 1.8 ເປີ​ເຊັນ ເທົ່າ​ນັ້ນ ໃນ​ຂະ​ນະ​ທີ່​ພາກ​ບໍ​ລິ​ການ​ແລະ​
ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ ໄດ້​ຂະ​ຫຍາຍຕົວ​ເພີ້ມ​ຂຶ້ນ​ ເຖິງ 29.1 ເປີ​ເຊັນ ຕິດ​ຕາມ​ດ້ວຍ
ມຽນ​ມາ 18.4 ເປີ​ເຊັນ ບຣູ​ໄນ 18.3 ເປີ​ເຊັນ ອິນ​ໂດ​ເນ​ເຊຍ 16.9 ເປີ​ເຊັນ ກຳ​ປູ​ເ​ຈຍ
11.8 ເປີ​ເຊັນ ຟີ​ລິບ​ປິນ 11 ເປີ​ເຊັນ ໄທ 8.6 ເປີ​ເຊັນ ສິງ​ກະ​ໂປ 7.7 ເປີ​ເຊັນ ແລະ
​ມາ​ເລ​ເຊຍ 3 ເປີ​ເຊັນ. ສ່ວນ​ໄທ​ນັ້ນ ກໍ​ຄື​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຈາກ​ພາກ​ທຸ​ລະ​ກິດ​ບໍ​ລິ​
ການ​ແລະ​ທ່ອງ​ທ່ຽວ​ສູງ​ທີ່​ສຸດ​ໃນ​ປີ 2017 ຊຶ່ງມີລາຍ​ຮັບ​ເກີນກວ່າ $57,477 ລ້ານ​
ໂດ​ລາ ຕິດ​ຕາມ​ດ້ວຍ ສິງ​ກະ​ໂປ $19,707 ລ້ານ​ໂດ​ລາ ມາ​ເລ​ເຊຍ $18,323 ລ້ານ​
ໂດ​ລາ ​ແລະອິນ​ໂດ​ເນ​ເຊຍ $12,520 ລ້ານ​ໂດ​ລາ ໃນ​ຂະ​ນະ​ທີ່​ລາວ ​ມີ​ລາຍ​ຮັບ​ພຽງ
$648 ລ້ານ​ໂດ​ລາ ເທົ່າ​ນັ້ນ.

XS
SM
MD
LG