ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໐ ຕຸລາ ໒໐໒໔

ນາງ ເມ​ ລີ ຊາວ​ສວນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ລາວ ເຜົ່າ​ມົ້ງ ເຈົ້າ​ຂອງ​ສວນ​ຜັກ ປອດ​ສານ​ພິດ ໃນ​ລັດ ມິນ​ເນ​ໂຊ​ຕ້າ


ນາງ ເມ ລີ ລ້າງຜັກປອດສານພິດ.
ນາງ ເມ ລີ ລ້າງຜັກປອດສານພິດ.

ນາງ ເມ ​ລີ ແມ່ນ​ຊາວ​ສວນ​ ທີ່ອາ​ໄສ​ຢູ່​ໃນ​ລັດ ມິນ​ເນ​ໂຊ​ຕ້າ. ນາງ ກັບລູກ​ຂອງ​ລາວ​ຊື່​ວ່າ ມົນ​ພ​າ, ເປັນ​ຜູ້​ດຳ​ເນີນ​ກິດ​ຈະ​ການ​ສວນ ມົນ​ພາ ນຳ​ກັນ, ເຊິ່ງ​ຜະ​ລິດ​ຜັກຫຼາກຫຼາຍ​ຊະ​ນິດ, ເພາະ​ພັນ​ພືດ ແລະ ສະ​ໝຸນ​ໄພ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ ເຊ້ນ ພອ​ລ, ລັດ​ ມິນ​ເນ​ໂຊ​ຕ້າ. ນັກ​ຂ່າວ​ວີ​ໂອ​ເອ ມາ​ຊາ ເຈມ​ສ໌ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໝາກ​ເຜັດ​ໃຫຍ່, ໝາກ​ແຕງ, ສາ​ລີ​ຫວານ, ໝາກ​ເລັ່ນ, ຫົວ​ບົ່ວ ແລະ ໝາກ​ຖົ່ວ​ຍັດ ແມ່ນ​ຜັກ​ບາງ​ຊະ​ນິດ​ທີ່​ປູກ​ຢູ່​ໃນ​ສວນ​ຂອງ​ລາວ. ນາງ ລີ ເວົ້າ​ວ່າ ການ​ເຮັດ​ສວນ​ເຮັດ​ໃຫ້​ລາວ​ຄິດ​ຮອດ​ຕອນ​ລາວ​ເປັນ​ເດັກ​ນ້ອຍ.

ນາງ ເມ ລີ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ແມ່ນ​ເດັກ​ຍິງ​ຊາວ​ນາ. ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໃຫຍ່​ໃນ​ປະ​ເທດ ລາວ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ນາຫຼາຍ​ທົ່ງ, ມີ​ສວນ​ໝາກ​ສາ​ລີ, ນາ​ເຂົ້າ, ໝາກ​ກ້ວຍ, ສວນ​ມັນ​ຕົ້ນ, ສວນ​ອ້ອຍ ແລະ ເຜືອກ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຂົ້າ​ໂຮງ​ຮຽນ. ຂ້າ​ພະ​ເຈົ້າ​ຢູ່​ບ້ານ​ກັບ​ແມ່ ແລະ ພໍ່ ເພື່ອ​ເບິ່ງ​ແຍງ​ສວນ.

ຄອບ​ຄົວ​ຂອງ​ນາງ ເມ​ ລີ ເລີ່ມ​ເຮັດ​ສວນ​ໃນ ສະ​ຫະ​ລັດ ໃນ​ຊຸມ​ປີ 1980 ແລະ ລາວ​ໄດ້​ຮັບ​ກາ​ນ​ຝຶກ​ອົບ​ຮົບ​ເພີ່ມ​ເຕີມ​ກັບ​ສະ​ມາ​ຄົມ​ອາ​ຫານ​ລັດ​ ມິນ​ເນ​ໂຊ​ຕ້າ ຫຼື MFA.

ນາ​ງ ເມ ເວົ້າ​ວ່າ “MAF ມີ​ໂຄງ​ການ​ໃຫ້​ການ​ສຶກ​ສາແກ່ຊາວ​ສວນ. ຂ້າ​ພະ​ເຈົ້າ​ໄດ້​ສະ​ໝັກ ແລະ ໄດ້​ຖືກ​ຮັບ​ໂດຍ​ໂຄງ​ການ​ນັ້ນ. ເຂົາ​ເຈົ້າ​ສອນ​ຊາວ​ສວນ ​ວິ​ທີ​ໝຸນ​ໃຊ້​ທີ່​ດິນ, ວິ​ທີ​ປູກ​ຜັກ​ປອດ​ສານ​ພິດ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ, ວິ​ທີ​ຈັດ​ແຈງ​ກັບ​ຜັກ ຫຼັງ​ຈາກ​ການ​ເກັບ​ກ່ຽວ​ພ້ອມ​ກັບ​ແຜນ​ການ​ທຸ​ລະ​ກິດ ແລະ ການ​ຕະ​ຫຼາດ.”

ຄອບ​ຄົວ​ຂອງ​ນາງ ເມ ໄດ້​ກາຍ​ເປັນ​ຄອບ​ຄົວ​ຊາວ​ມົ້ງ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ການ​ເຮັດ​ສວນ​ປອດ​ສານ​ພິດ​ໃນ​ລັດ ມິນ​ເນ​ໂຊ​ຕ້າ, ແລະ ນາ​ງ ເມ ເວົ້າ​ວ່າ ການ​ປູກ​ອາ​ຫານ​ທີ່ບໍ່​ມີ​ສານ​ພິດ​ແມ່ນ​ດີກວ່າ ​ສຳ​ລັບ​ການ​ເຮັດ​ນາ​ເຮັດ​ສວນ. ສວນ ມົນ​ພາ ກໍ​ໄດ້​ເປັນ​ຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ລະ​ບົບ​ສົ່ງ​ເສີມກະ​ສິ​ກຳ​ຊຸມ​ຊົນ​ ຫຼື CSA ຂອງ​ກຸ່ມ Big River Farms.

ນາງ ເມ ເວົ້າ​ວ່າ ຜັກ​ຊີ, ໝາກຊຸກ​ຄີ​ນີ ແລະ ໝາກ​ແຕງ​ແມ່ນ​ຜັກ​ທີ່​ລາວ​ມັກ, ແລະ ລາວ​ກໍ​ມັກ​ໝາກ​ຖົ່ວຕາ​ເສືອ, ແຕ່​ເວົ້າ​ວ່າມັນ​ປູກ​ຍາກຫຼາຍ.

ນາງ ​ເມ ເວົ້າ​ວ່າ ສະ​ມາ​ຄົມ​ອາ​ຫານ ມິນ​ເນ​ໂຊ​ຕ້າ ໄດ້​ຊ່ວຍ​ເຫຼືອ​ລາວຫຼາຍ, ແລະ ລາວ​ໄດ້​ກາຍ​ເປັນ​ຜູ້​ໃຫ້​ຄຳ​ປຶກ​ສາ​ໃຫ້​ຊາວ​ສວນ​ຄົນ​ອື່ນ​ໆ, ສອນ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ປະ​ຕິ​ບັດ​ປອດ​ສານ​ພິດ​ຂອງ​ສະ​ມາ​ຄົມ. ລາວ ແລະ ຄອບ​ຄົວ​ຂອງ​ລາວ ກໍ​ໄດ້​ແລກ​ປ່ຽນ​ອາ​ຫານ ມົ້ງ ຜ່ານ​ການ​ສອນ​ແຕ່ງ​ກິນ ແລະ ການ​ນຳ​ສະ​ແດງ.

ລາວ​ເວົ້າ​ວ່າ “ອາ​ຫານ​ມົ້ງ​ແມ່ນອ​າ​ຫານ​ທີ່​ຈາງ, ບໍ່​ຄື​ອາ​ຫານເຜັດ ອາ​ຫານ​ທີ່​ມີໝາກ​ເຜັດ​ເຜັດ. ຄົນ​ມົ້ງ​ເຮັດ​ແຈ່ວ​ທີ່​ກິນ​ກັບ​ອາ​ຫານ​ແກ້ມ​ຂອງ​ພວກ​ເຮົາ. ຜັກ​ກາດ ​ບັອກ​ຊອຍ, ໝາກ​ເຂືອ​ ແລະ ຫົວ​ຜັກ​ກາດຫຼາຍ​ຊະ​ນິດ ແລະ ຜັກ​ອື່ນໆ​ພວກ​ເຮົາ​ໃຊ້​ເວ​ລາ​ແຕ່ງ​ກິນ.”

ນາງ ເມ ລີ ເວົ້າ​ວ່າ ການ​ເຮັດ​ສວນ​ແມ່ນ​ວິ​ຖີ​ຊີ​ວິດ​ນຶ່ງ ແລະ ລາວ​ກໍ​ມັກ​ວຽກ​ຂອງ​ລາວ​ຢູ່​ສວນ ແລະ ການ​ສິດ​ສອນ​ອື່ນໆ.

ນາງ​ເວົ້າ​ວ່າ “ພວກ​ເຮົາ​ພາກ​ພູມ​ໃຈ​ໃນ​ການ​ໃຊ້​ທີ່​ດິນ​ເພື່ອ​ສະ​ໜອງ​ອາ​ຫານ​ໃຫ້​ຄອບ​ຄົວ​ຂອງ​ຂ້າ​ພ​ະ​ເຈົ້າ ແລະ ຊຸມ​ຊົນ.”

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG