ລາວປະເຊີນກັບວິກິດການດ້ານເສດຖະກິດຍ້ອນການຂາດດຸນສິນຄ້ານຳເຂົ້າຕໍ່ການສົ່ງອອກກັບບັນດາປະເທດທີ່ຢູ່ໃກ້ຄຽງ ໂດຍສະເພາະ ໄທ ແລະ ຈີນ ບ່ອນທີ່ຜະລິດຕະພັນທີ່ຈຳເປັນແມ່ນຖືກນຳເຂົ້າ ເຊິ່ງຮຽກຮ້ອງໃຫ້ໃຊ້ເງິນຕາຕ່າງປະເທດເພື່ອຈ່າຍສຳລັບສິນຄ້ານຳເຂົ້າທຸກຢ່າງທີ່ວ່ານັ້ນ ຈຶ່ງໄດ້ກໍ່ໃຫ້ເກີດພາວະເງິນເຟີ້ຮຸນແຮງນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ໃນຂະນະທີ່ຄ່າຄອງຊີບຢູ່ໃນລາວ ໄດ້ເພີ່ມສູງຍິ່ງຂຶ້ນ ແລະ ຄ່າຈ້າງລະດັບຕ່ຳສຳລັບກຳມະກອນລາວແມ່ນ 1 ລ້ານ 5 ແສນກີບຕໍ່ເດືອນ ເຊິ່ງຕ່ຳກວ່າ 100 ໂດລາຕໍ່ເດືອນ, ດັ່ງນັ້ນ, ຊາວໜຸ່ມຄົນລາວໃນແຂວງຫຼວງນ້ຳທາ ຈຶ່ງໄດ້ເດີນທາງໄປເຮັດວຽກໃນປະເທດທີ່ຢູ່ໃກ້ຄຽງ ໃນປະເທດ ຈີນ ທາງພາກເໜືອຂອງປະເທດ, ເຊິ່ງ ພຸດທະສອນ ມີລາຍງານຈາກນັກຂ່າວຂອງວີໂອເອໃນນະຄອນຫຼວງ ວຽງຈັນ ມາສະເໜີທ່ານ.
ມັນມີຂໍ້ມູນທີ່ຖືກບັນທຶນໄວ້ພຽງໜ້ອຍດຽວ ກ່ຽວກັບ ແຮງງານຕ່າງດ້າວລາວ ທີ່ເຮັດວຽກໃນ ຈີນ. ແຕ່ແນວໃດກໍຕາມ ມັນມີລາຍງານວ່າ ຄົນລາວຈຳນວນນຶ່ງໄດ້ຂ້າມເຂດຊາຍແດນເພື່ອໄປເຮັດວຽກເປັນອາທິດ ແລະ ວຽກງານຕາມລະດູການໃນ ຈີນ ຈາກບາງເມືອງໃນແຂວງ ຫຼວງນ້ຳທາ, ອີງຕາມໂຄສົກຄົນນຶ່ງສຳລັບອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ຫ້ອງການປະຈຳພາກພື້ນ ເອເຊຍ ແລະ ປາຊີຟິກ ໃນບາງກອກ ໄດ້ກ່າວຕໍ່ວີໂອເອ.
ໂຄງສົກຄົນນັ້ນ ໄດ້ກ່າວວ່າ “ແຮງງານຕ່າງດ້າວທີ່ວ່ານັ້ນ ໃຊ້ໜັງສືຜ່ານແດນ ແລະ ໜັງສືຂ້າມຊາຍແດນເພື່ອຂ້າມເຂດຊາຍແດນ ແຕ່ຊອກຫາວຽກທີ່ບໍ່ຖືກລະບຽບໃນ ຈີນ ຜ່ານນາຍໜ້າລາວ ແລະ ຈີນ. ອຳນາດການປົກຄອງຈາກສອງປະເທດດັ່ງກ່າວ, ພ້ອມກັບຄອບຄົວຂອງເຂົາເຈົ້າ, ແມ່ນບໍ່ຮູ້ຈັກ ກ່ຽວກັບສະຖານະພາບການເຮັດວຽກ ແລະ ການດຳລົງຊີວິດຢູ່ໃນ ຈີນ ຂອງເຂົາເຈົ້າເລີຍ.”
ທ່ານກ່າວອີກວ່າ “ເຂົາເຈົ້າແມ່ນບໍ່ສາມາດລະບຸໄດ້ແມ່ນກະທັ້ງວ່າ ຢູ່ເຂດໃດທີ່ສະເພາະເຈາະຈົງ ບ່ອນທີ່ເຂົາເຈົ້າເຮັດວຽກ ແລະ ອາໄສຢູ່. ສິ່ງນີ້ໄດ້ສ້າງຄວາມສ່ຽງຕໍ່ເຂົາເຈົ້າເປັນສອງເທົ່າ ໃນການຖືກລ່ວງລະເມີດ ແລະ ການເອົາລັດເອົາປຽບ.”
ທ່ານໄດ້ກ່າວວ່າ, ພວກຄ້າມະນຸດ, ໃຊ້ຊ່ອງທາງສື່ມວນຊົນເຊັ່ນ TikTok ເພື່ອລໍ້ລວງເອົາກຳມະກອນ ແລະ ໃຊ້ການຕົວະ, ນາຍໜ້າ, ແລະ ເພື່ອນກົດດັນເພື່ອຍົວະໃຫ້ເຂົາເຈົ້າເຂົ້າຮ່ວມໃນແຜນການສໍ້ໂກງຕ່າງໆ. ແຮງງານຕ່າງດ້າວລາວ ແມ່ນໄດ້ຮັບສັນຍາຄ່າຈ້າງທີ່ດີຢ່າງເປັນປະຈຳ ໃນການບໍລິການທາງອອນໄລນ໌ ຫຼື ໃນສະກຸນເງິນຄຣິບໂຕ.
ໃນຂະນະດຽວກັນ, ສິ່ງທ້າທາຍຕົ້ນຕໍ ສຳລັບການເຮັດວຽກຢູ່ຕ່າງປະເທດໃນ ເກົາຫຼີໃຕ້ ກໍແມ່ນວ່າ ກຳມະກອນຕ່າງດ້າວລາວ ຕ້ອງຈ່າຍຄ່າໃຊ້ຈ່າຍທຸກຢ່າງກ່ອນການອອກເດີນທາງ, ລວມທັງການເດີນທາງພາຍໃນປະເທດ, ໜັງສືເດີນທາງໃໝ່, ເຊິ່ງອາດໃຊ້ເວລາຫຼາຍເດືອນຈົນກວ່າຈະໄດ້, ແລະ ຄ່າທຳນຽມສຳລັບອົງການຮັບຄົນໄປເຮັດວຽກໃໝ່. ພວກກຳມະກອນຍັງຕ້ອງໄດ້ຈ່າຍເງິນຄືນໃຫ້ອົງການຕ່າງໆ, ເຊິ່ງຈະຕັດຄ່າທຳນຽມຕ່າງໆຈາກເງິນເດືອນຂອງເຂົາເຈົ້າ, ອີງຕາມການກ່າວຂອງໂຄສົກອົງການເພື່ອການຍົກຍ້າຍຖິ່ນຖານສາກົນຕໍ່ວີໂອເອ.
ນັກຮຽນທີ່ຫາກໍຈົບຊັ້ນມັດທະຍົມ ເມື່ອບໍ່ດົນມານີ້ ອາຍຸ 19 ປີ ຈາກຫຼວງພະບາງ ໄດ້ກ່າວຕໍ່ວີໂອເອວ່າ ລາວສາມາດຫາເງິນໄດ້ປະມານ 560 ໂດລາຕໍ່ເດືອນໃນເກົາຫຼີໃຕ້, ເຊິ່ງຫຼາຍກວ່າ ທີ່ລາວສາມາດຫາໄດ້ໃນປະເທດ ລາວ ຫຼາຍກວ່າ 2 ເທົ່າ.
ລາວໄດ້ເວົ້າວ່າອ້າຍຂອງລາວ, ເຊິ່ງທັງໝົດມີປະລິນຍາຕີ, ແມ່ນຫາເງິນໄດ້ເກືອບບໍ່ເຖິງ 375 ໂດລາຕໍ່ເດືອນ ແລະ ໄດ້ແນະນຳໃຫ້ລາວ ບໍ່ເຂົ້າສຶກສາຢູ່ວິທະຍາໄລ ແລະ ຫາວຽກເຮັດຢູ່ຕ່າງປະເທດແທນ. ໃນເດືອນຕຸລາທີ່ຜ່ານມາ, ລັດຖະບານ ລາວ ໄດ້ຂຶ້ນເງິນເດືອນຂັ້ນຕ່ຳຂອງເຂົາເຈົ້າຈາກ 61 ໂດລາຕໍ່ເດືອນເປັນ 75 ໂດລາຕໍ່ເດືອນຍ້ອນພາວະເງິນເຟີ້, ເຊິ່ງກະທົບ 40 ເປີເຊັນໃນປີກາຍນີ້ ແລະ ປະມານ 25 ເປີເຊັນໃນສາມເດືອນທຳອິດຂອງປີນີ້.
ກຳມະກອນລາວໃນຕ່າງປະເທດໄດ້ສົ່ງເງິນກັບໄປ ລາວ ສະເລ່ຍ 35.5 ລ້ານໂດລາ ໃນແຕ່ລະເດືອນ, ລວມທັງໝົດ 426 ລ້ານໂດລາໃນແຕ່ລະປີ, ອີງຕາມລາຍງານຈາກລັດຖະບານລາວ ຈາກກາງປີ 2023.
ໃນເດືອນກໍລະກົດທີ່ຜ່ານມາ, ນາຍົກລັດຖະມົນຕີລາວ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການໂອນເງິນກັບບ້ານສຳລັບລັດຖະບານລາວ, ໂດຍໄດ້ປະກາດໂຄງການລິເລີ່ມຕ່າງໆເພື່ອສົ່ງເສີມໂອກາດການຈ້າງງານພາຍໃນປະເທດ ແລະ ຕ່າງປະເທດ ໂດຍກະຈາຍອຳນາດໃຫ້ສູນກາງ, ອົງການຈັດຫາງານຕ່າງໆ, ປັບປຸງການບໍລິການຊອກຫາວຽກເຮັດງານທຳໃຫ້ທັນສະໄໝ ແລະ ສົ່ງເສີມການເຮັດວຽກອິດສະຫຼະ.
ທ່ານ ສອນໄຊ ໄດ້ກ່າວຕໍ່ສະພາແຫ່ງຊາດວ່າ “ພວກເຮົາໄດ້ສ້າງຕັ້ງຈຸດບໍລິການຈັດຫາວຽກເຮັດງານທຳ 18 ແຫ່ງ ຢູ່ລະດັບແຂວງ, 36 ແຫ່ງຢູ່ລະດັບເມືອງ ແລະ ພົວພັນບັນດາບໍລິສັດໃຫ້ບໍລິການຈັດຫາວຽກເຮັດງານທຳພາຍໃນປະເທດ ແລະ ຕ່າງປະເທດ 4 ແຫ່ງ.”
ທ່ານໄດ້ກ່າວ, ໂດຍອີງໃສ່ລະບົບເກັບພາສີຂອງລັດຖະບານວ່າ “ຄວາມພະຍາຍາມຕ່າງໆມີການລວມເອົາກົນໄກການບໍລິການຊອກຫາວຽກເຮັດງານທຳທີ່ທັນສະໄໝ, ເຊື່ອມຕໍ່ຖານຂໍ້ມູນຂອງ ລາວ ແລະ ກຳມະກອນຕ່າງປະເທດ, ແລະ ປະສົມປະສານຂໍ້ມູນເງິນເດືອນກຳມະກອນກັບລະບົບຕ່າງໆຄື TaxRis.`
ນອກຈາກນັ້ນ, ໃນເດືອນຕຸລາທີ່ຜ່ານມາ, ລາວ ແລະ ເກົາຫຼີໃຕ້ ໄດ້ລິເລີ່ມໂຄງການນຶ່ງເພື່ອປັບປຸງການໂອນເງິນຂ້າມຊາຍແດນ, ດ້ວຍແຜນການທີ່ຈະຂະຫຍາຍໄປ ໄທ ແລະ ຍີ່ປຸ່ນ, ເຊິ່ງນຳໜ້າໂດຍກະຊວງແຮງງານລາວ, ທະນາຄານແຫ່ງປະເທດລາວ, ທະນາຄານການຄ້າຕ່າງປະເທດລາວ, ແລະ ບໍລິສັດ Global oyalty Network ຂອງ ເກົາຫຼີໃຕ້.
ແນວໃດກໍຕາມ, ຜົນປະໂຫຍດທີ່ວ່ານີ້ຕໍ່ ລາວ ມີຜົນກະທົບໃນທາງລົບ.
ເຖິງແມ່ນຈະມີສັນຍາຄ່າຈ້າງທີ່ສູງກວ່າສຳລັບການເຮັດວຽກໃນຕ່າງປະເທດກໍຕາມ, ການປະຕິບັດການຮັບເອົາຄົນດ້ວຍການຫຼອກລວງ ມັກຈະນຳໄປສູ່ການເອົາລັດເອົາປຽບ ແລະ ພັນທະໜີ້ສິນ ຍ້ອນຄ່າທຳນຽມລ່ວງໜ້າ ແລະ ຂໍ້ຕົກລົງທີ່ບໍ່ຊັດເຈນ, ທ່ານ ແມັດທິວ ຟຣາຍດແມນ, ຫົວໜ້າອົງການ Mekong Club ທີ່ມີຫ້ອງການຕັ້ງຢູ່ ຮົງກົງ, ເຊິ່ງແມ່ນອົງການຕໍ່ຕ້ານຂ້າທາດ, ໄດ້ກ່າວຕໍ່ວີໂອເອ.
ທ່ານ ຟຣາຍດແມນ ໄດ້ກ່າວຈາກຕຳແໜ່ງທີ່ຢູ່ຊົ່ວຄາວຂອງທ່ານໃນປະເທດ ສິງກະໂປ ວ່າ “ເຂົາເຈົ້າມັກຈະບໍ່ຮູ້ວ່າເຂົາເຈົ້າກຳລັງເຂົ້າຮ່ວມຫຍັງແທ້. ເຂົາເຈົ້າຕໍ່ມາຈະເຊັນຂໍ້ຕົກລົງຕ່າງໆໂດຍປາສະຈາກການເຂົ້າໃຈຢ່າງເຕັມທີ່ ກ່ຽວກັບ ສິ່ງທີ່ເຂົາເຈົ້າໄດ້ເຊັນ ຫຼື ອັດຕາພາສີ ແລະ ຄ່າທຳນຽມຕ່າງໆ.”
ທ່ານກ່າວວ່າ ໃນ ເກົາຫຼີໃຕ້, ໂດຍສະເພາະໃນນະຄອນຫຼວງ ໂຊລ໌ ແລະ ເມືອງ ບູຊານ, ກຳມະກອນໄດ້ຕົກໃນຂຸມໜີ້ສິນ, ບໍ່ສາມາດທີ່ຈະເດີນທາງອອກໄດ້ຈົນກວ່າໜີ້ສິນຂອງເຂົາເຈົ້າຈະໝົດ.
ກຳມະກອນລາວ, ເຊິ່ງສ່ວນຫຼາຍແມ່ນຜູ້ໃຫຍ່ ຫຼື ໄວລຸ້ນ ຜູ້ທີ່ໄດ້ຍ້າຍໄປຢູ່ ໄທ ຫຼາຍຂຶ້ນ ເພື່ອຊອກຫາວຽກທີ່ມີຄ່າຈ້າງສູງດັ່ງກັບກຳມະກອນກໍ່ສ້າງ, ພະນັກງານເສີບອາຫານ ຫຼື ແມ່ບ້ານ, ມັກຈະປະເຊີນກັບການເອົາລັດເອົາປຽບ ແລະ ສະພາບທີ່ບໍ່ປອດໄພ, ອີງຕາມອົງການການຍົກຍ້າຍຖິ່ນຖານສາກົນ.
ເຖິງແມ່ນຈະມີຂໍ້ຕົກລົງການຈ້າງງານຢ່າງຖືກຕ້ອງຕາມກົດໝາຍລະຫວ່າງ ໄທ ແລະ ລາວ ກໍຕາມ, ການຍົກຍ້າຍຖິ່ນຖານຢ່າງຜິດກົດໝາຍຍັງສືບຕໍ່ໄປ ໃນຂະນະທີ່ຈຸດອ່ອນຢູ່ພາຍໃນຂອບນິຕິບັນຍັດ ແລະ ລະບົບການຕິດຕາມຂອງທັງສອງປະເທດ ໄດ້ອຳນວຍຄວາມສະດວກໃນການເຂົ້າໄປຂອງພວກກຳມະກອນທີ່ບໍ່ມີໜັງສື.
ໃນກໍລະນີຫຼ້າສຸດນີ້, ໃນວັນທີ 3 ມີນາທີ່ຜ່ານມາ, ທີ່ໄດ້ເກີດຂຶ້ນໃນຈັງຫວັດ ອຸດອນ ທານີ, ຕຳຫຼວດໃນທ້ອງຖິ່ນໄດ້ຊ່ວຍເຫຼືອແມ່ຍິງລາວອາຍຸ 18 ປີທີ່ເຮັດວຽກເປັນແມ່ເຮືອນ ຈາກການຖືກລະເມີດຢ່າງຮຸນແຮງໂດຍຜູ້ຈ້າງງານຂອງລາວ.
There is little recorded data available on Lao migrant workers in China. However it is reported that some Laotians cross the border for weekly and seasonal jobs in China from some districts in the northern Luang Namtha province, according to a spokesperson for the International Organization for Migration Regional Office for Asia and the Pacific in Bangkok told VOA.
"Such migrant workers use passports and border passes to cross borders but find irregular work in China through Lao and Chinese brokers. The authorities of both countries, as well as their families, are unaware of their status of working and living in China," the spokesperson said.
"They cannot even locate the specific areas where they are employed and residing. This doubles their vulnerability to the risk of abuse and exploitation."
Traffickers, he said, use media channels such as TikTok to lure workers and use deception, brokers, and peer pressure to entice them into fraudulent schemes. Many Lao migrant workers are routinely promised good-paying jobs in online services or in cryptocurrency. .
Meanwhile, the primary challenge for work migration to South Korea is that Laotian migrant workers must pay all the costs before departure, including domestic travel, new passports, which can take months to obtain, and recruitment agency fees. Workers also must pay back the agencies, which deduct extra fees from their monthly salaries, the IOM spokesperson told VOA.
A 19-year-old recent high school graduate from Luang Prabang told VOA he could make about $560 a month in South Korea, more than twice what he could make in Laos.
He said his brothers, all with bachelor’s degrees, are barely making $375 a month and had advised him to skip college and find a job abroad. In October, Laos raised its minimum wage from $61 per month to $75 in the face of inflation, which hit 40% last year and was around 25% in this year’s first quarter.
Government’s financial gains from migrant workers
Lao workers abroad send back to Laos an average of over $35.5 million monthly, totaling $426 million annually, according to government reports from mid-2023.
In July, Lao Prime Minister Sonexay Siphandone highlighted the importance of remittances for the Lao government, announcing initiatives to promote employment opportunities domestically and internationally by decentralizing job placement centers, modernizing job search services, and promoting self-employment.
“We've established 18 job placement service points at the provincial level, 36 at the district level, and engaged four domestic and foreign job placement service enterprises," Sonexay told the National Assembly
"Efforts include modernizing the job search service mechanism, connecting databases of Lao and foreign workers, and integrating worker salary information with systems like TaxRis," he said, referring to the government’s tax collection system.
Additionally, in October, Laos and South Korea initiated a project to streamline cross-border money transfers, with plans for expansion to Thailand and Japan, led by the Lao Labor Ministry, the Bank of Laos, Lao Foreign Commercial Bank, and South Korea’s Global Loyalty Network Company.
Not cost-free
These benefits to Laos come at a cost, though.
Despite promised higher pay for work abroad, deceptive recruitment practices often lead to exploitation and debt bondage because of upfront fees and unclear agreements, Matthew Friedman, head of the Hong Kong-based Mekong Club, an antislavery organization, told VOA.
“They often don't really know what they're getting into. They then sign agreements without fully understanding what they're signing or interest rates and fees,” Friedman said from his temporary location in Singapore.
In South Korea, typically Seoul or Busan, workers become ensnared by debt, unable to leave until debts are cleared, he said.
Lao workers, mostly young adults or teenagers who are increasingly migrating to Thailand in search of higher-paying jobs as construction workers, waiters, or maids, often face exploitation and unsafe conditions, according to the IOM.
Despite legal employment agreements between Thailand and Laos, illegal migration continues as loopholes within the legislative frameworks and tracking systems of both countries facilitate the entry of undocumented workers.
The most recent case, on March 3, unfolded in Udon Thani, in northeast Thailand about 75 kilometers from the Laotian border, where local police rescued an 18-year-old Lao woman working as a maid from alleged severe abuse by her employer.
ຟໍຣັມສະແດງຄວາມຄິດເຫັນ