ລາວຖືກຈັດໃຫ້ຢູ່ໃນອັນດັບທີ 140 ຈາກ 177 ປະເທດ ໃນທົ່ວ
ໂລກທີ່ມີການສໍ້ລາດບັງຫຼວງໃນປີ 2013 ໂດຍຖືເປັນສະຖານະ
ທີ່ດີຂຶ້ນເຖິງ 20 ອັນດັບ ເມື່ອທຽບກັບປີ 2012 ທີ່ ຜ່ານມາ.
ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency Inter-
national ທີ່ໄດ້ທໍາການສໍາຫຼວດຄວາມຄິດຄວາມເຫັນ ຂອງບັນ
ດານັກທຸລະກິດ ກ່ຽວກັບສະພາບຂອງການສໍ້ລາດບັງຫຼວງຢູ່ໃນ
177 ປະເທດທົ່ວໂລກນັ້ນ ໄດ້ຈັດໃຫ້ລາວຢູ່ໃນອັນດັບທີ 140 ໃນປີ 2013 ນີ້ ໂດຍໄດ້ຮັບຄວາມໄວ້ວາງໃຈຈາກບັນດານັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວໃນລະດັບ 26 ຄະແນນ ຈາກ 100 ຄະແນນເຕັມ. ບັນຊີດັ່ງກ່າວນີ້ ແມ່ນລຽງລໍາດັບ ຈາກປະເທດທີ່ມີ ການສໍ້ລາດບັງຫຼວງໜ້ອຍທີ່ສຸດ ຫາຫຼາຍທີ່ສຸດ.
ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າ ຈະຖືເປັນລະດັບຄວາມໄວ້ວາງໃຈທີ່ຕໍ່າຫຼາຍ
ກໍຕາມ ຫາກແຕ່ກໍນັບເປັນລະດັບທີ່ດີຂື້ນກວ່າປີ 2012 ທີ່ຜ່ານມາຢ່າງເຫັນໄດ້ຊັດເຈນ ເພາະວ່າໃນປີ 2012 ນັ້ນ ລາວຖືກຈັດ ໃຫ້ຢູ່ໃນອັນດັບທີ 160 ແລະໄດ້ຮັບຄວາມໄວ້ວາງໃຈຈາກບັນດານັກ ທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວພຽງແຕ່ 21 ຄະແນນເທົ່ານັ້ນ ຊຶ່ງກໍໝາຍຄວາມວ່າ ການສໍ້ລາດບັງຫຼວງໃນລາວ ມີທ່າອຽງຫຼຸດລົງໃນສາຍຕາຂອງນັກທຸລະກິດຊາວຕ່າງປະເທດໃນລາວນັ້ນເອງ.
ຊື່ງສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈຫຼາຍຂຶ້ນດັ່ງກ່າວ ກໍຍ້ອນວ່າ ໄດ້ມີການປາບປາມການສໍ້ລາດບັງຫຼວງຢ່າງເຂັ້ມງວດຫຼາຍຂຶ້ນ ໂດຍທີ່ທ່ານທອງສີ ອ້ວນລາສີ ຮອງປະທານອົງການກວດກາແຫ່ງລັດ ຖະແຫຼງຢືນຢັນວ່າ ໄດ້ມີການກວດກາພົບ ການປະຕິບັດໜ້າທີ່ໂດຍບໍ່ສັດຊື່ຂອງບັນດາພະນັກງານລັດ ທີ່ເຮັດໃຫ້ເກີດການເສຍຫາຍທາງດ້ານລາຍຮັບງົບປະມານຂອງລັດຖະບານລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ.
ຕົວຢ່າງເຊັ່ນການກວດພົບການລັກລອບຕັດໄມ້ຫວງຫ້າມ ເຊັ່ນໄມ້ຄະຍຸງ 1,400 ກວ່າແມັດກ້ອນ ຢູ່ໃນແຂວງສະຫວັນນະເຂດ ເມື່ອປີ 2007 ທີ່ມີເຈົ້າໜ້າທີ່ຂອງລັດຖະບານ
11 ຄົນ ໄດ້ຮ່ວມມືກັບບັນດານາຍທຶນ ທັງຍັງໄດ້ກວດພົບການຍັກຍອກເງິນໄປຈາກຄັງ
ເງິນຂອງແຂວງ ຫຼາຍກວ່າ 5.1 ຕື້ ກີບອີກດ້ວຍ. ສ່ວນຢູ່ແຂວງຄໍາມ່ວນກໍໄດ້ກວດພົບ
ການຮັບສິນບົນໃນ ໂຄງການສ້າງທາງໃນເຂດເທດສະບານ ຄິດເປັນມູນຄ່າເກີນກວ່າ
12 ຕື້ກີບ ແລະໃນປີ 2010-2011 ກໍກວດພົບການຮົ່ວໄຫຼຂອງງົບປະມານໃນໂຄງການ
ຕ່າງໆ ທີ່ຮອງຮັບການເປັນເຈົ້າພາບຈັດການແຂ່ງຂັນຊີເກມສ໌ ຄັ້ງທີ່ 25 ຄິດເປັນມູນຄ່າ
ຫຼາຍກວ່າ 1.5 ລ້ານໂດລ່າກັບ ອີກຫຼາຍຮ້ອຍລ້ານກີບ.
ໃນຂະນະດຽວກັນ ກໍຍັງກວດພົບວ່າ ໄດ້ມີການຍັກຍອກເອົາເງິນລັດໄປຫຼາຍກວ່າ 10 ຕື້
ກີບຢູ່ໃນບາງແຂວງ ແລະມີພະນັກງານລັດ 50 ກວ່າຄົນ ທີ່ໄດ້ຮ່ວມກັນກະທໍາຄວາມຜິດດັ່ງກ່າວ ແຕ່ທີ່ໜັກໄປກວ່ານັ້ນ ກໍຄືການກວດກາ 104 ເປົ້າໝາຍ ໃນແຜນການປີ 2012-
2013 ທີ່ ຜ່ານມາ ພົບວ່າການທຸດຈະລິດຂອງບັນດາພະນັກງານລັດນັ້ນ ເຮັດໃຫ້ເກີດການເສຍຫາຍ ຫຼາຍກວ່າ 80 ຕື້ກີບ ແລະມີຜູ້ກະທໍາຜິດເຖິງ 472 ຄົນ ດັ່ງທີ່ທ່ານທອງສີ ໄດ້ຖະແຫຼງຊີ້ແຈງວ່າ:
“ປີ 2012-2013 ນີ້ ທັງຢູ່ສູນກາງ ແລະທ້ອງຖິ່ນໄດ້ດໍາເນີນການກວດກາ
ລວມມີ 104 ເປົ້າໝາຍ ພົບເຫັນການເສຍຫາຍ 80 ກວ່າຕື້ກີບ ໃນນີ້ໄດ້ເກັບ
ກູ້ຄືນໄດ້ຈໍານວນນຶ່ງ ແລະກໍມີຜູ້ກະທໍາຜິດ 472 ຄົນ ພວກທີ່ກະທໍາຜິດດັ່ງ
ກ່າວ ແມ່ນໄດ້ຖືກດໍາເນີນຄະດີຕາມລະບຽບກົດໝາຍ.”
ກ່ອນໜ້ານີ້ ທ່ານນາງ ວຽງທອງ ສີພັນດອນ ປະທານ ອົງການ
ກວດກາແຫ່ງລັດ ໄດ້ສະເໜີລາຍງານຕໍ່ກອງປະຊຸມສະໄໝສາ
ມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວຊຸດທີ 7 ໃນເດືອນກໍລະ
ກົດທີ່ຜ່ານມານີ້ວ່າ ສະເພາະໃນແຜນການປີ 2010-2011 ໄດ້
ກວດພົບການໃຊ້ຈ່າຍງົບປະມານ ທີ່ບໍ່ເປັນໄປຕາມ ແຜນການ
ທັງຍັງເປັນການໃຊ້ຈ່າຍນອກບັນຊີ ຄິດເປັນມູນຄ່າລວມ ເຖິງ
1,933.33 ຕື້ກີບ ຫຼືປະມານ 254 ລ້ານໂດລ່າ.
ໂດຍການໃຊ້ຈ່າຍນອກບັນຊີດັ່ງກ່າວນີ້ ແບ່ງເປັນໃນດ້ານແຜນ
ການງົບປະມານ ລາຍຮັບ 416.58 ຕື້ກີບ ແລະ ໃນດ້ານແຜນການງົບປະມານລາຍຈ່າຍ 1,516.75 ຕື້ກີບ ຊຶ່ງທຽບໄດ້ກັບ 2.9% ຂອງລາຍຮັບທີ່ຈັດເກັບໄດ້ທັງໝົດແລະ 9.84%
ຂອງລາຍຈ່າຍທີ່ປະຕິບັດໄດ້ທັງໝົດເທົ່ານັ້ນກໍຕາມ ຫາກແຕ່ກໍຕ້ອງຖືວ່າເປັນການຮົ່ວໄຫຼ ຂອງງົບປະມານລາຍຮັບ ແລະລາຍຈ່າຍ ທີ່ເພີ່ມຂຶ້ນຈາກແຜນການປີ 2009-2010 ໃນ
ລະດັບທີ່ສູງພໍສົມຄວນ ທັງຍັງເປັນການສະແດງໃຫ້ເຫັນເຖິງການປະຕິບັດໜ້າທີ່ ຢ່າງບໍ່
ສັດຊື່ຂອງບັນດາພະນັກງານລັດຖະບານ ອີກດ້ວຍ.