ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີ 4 ມາດຕະການ ໃຫ້ຄວາມສະດວກ ແກ່ຄົນລາວ ໃນຕ່າງປະເທດ ກັບຄືນເມືອ


ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ
ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດທີ່ນະຄອນ ວຽງຈັນ ໃນເດືອນພະຈິກ 2010.
ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດທີ່ນະຄອນ ວຽງຈັນ ໃນເດືອນພະຈິກ 2010.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າທາງການລາວໄດ້ພິຈາລະນາ 4 ມາດຕະການສໍາລັບ ອໍານວຍຄວາມສະດວກໃຫ້ກັບພີ່ນ້ອງລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບຄືນ ໄປລາວ.

ທ່ານ ຫລີ ບຸນຄໍ້າ ຫົວໜ້າກົມພົວພັນຄົນເຊື້ອຊາດລາວ
ຢູ່ຕ່າງປະເທດ, ສັງກັດໃນກະຊວງການຕ່າງປະເທດ
ຂອງລາວໄດ້ຖະແຫຼງຢືນຢັນໃນໂອກາດກອງປະຊຸມ
ເພື່ອຖອດຖອນບົດຮຽນຄັ້ງທີ 4 ຂອງຄະນະກໍາມະການ
ແຫ່ງຊາດເພື່ອການພົວພັນກັບຄົນເຊື້ອຊາດລາວຢູ່ຕ່າງ
ປະເທດ ໂດຍມີທ່ານ ຫຽມ ພົມມະຈັນ ຮອງລັດຖະມົນຕີ
ກະຊວງການຕ່າງປະເທດ ເປັນປະທານໃນກອງປະຊຸມ
ເມື່ອບໍ່ນານມານີ້ວ່າ ນອກຈາກກອງປະຊຸມຈະໄດ້ຖອດ
ຖອນບົດຮຽນ ແລະສະຫລຸບຜົນການປະຕິບັດງານໃນ
ໄລຍະທີ່ຜ່ານມາແລ້ວນັ້ນ ຍັງໄດ້ມີການພິຈາລະນາປັບປຸງ
ເພື່ອເຮັດໃຫ້ການດໍາເນີນມາດຕະການຕ່າງໆມີປະສິດທິ
ຜົນຫຼາຍຂຶ້ນອີກດ້ວຍ.

ທ່ານຫຽມ ພົມມະຈັນ (ຊ້າຍ) ຮອງລັດຖະມົນຕີຕ່າງ ປະເທດລາວ ແລະປະທານກອງປະຊຸມເພື່ອຖອດ ຖອນບົດຮຽນຄັ້ງທີ 4 ຂອງຄະນະກໍາມະການແຫ່ງ ຊາດເພື່ອການພົວພັນກັບຄົນເຊື້ອຊາດລາວຢູ່ຕ່າງ ປະເທດ
ທ່ານຫຽມ ພົມມະຈັນ (ຊ້າຍ) ຮອງລັດຖະມົນຕີຕ່າງ ປະເທດລາວ ແລະປະທານກອງປະຊຸມເພື່ອຖອດ ຖອນບົດຮຽນຄັ້ງທີ 4 ຂອງຄະນະກໍາມະການແຫ່ງ ຊາດເພື່ອການພົວພັນກັບຄົນເຊື້ອຊາດລາວຢູ່ຕ່າງ ປະເທດ

ທັງນີ້ ກໍມີມາດຕະການຕ່າງໆ
ທີ່ກອງປະຊຸມໃນຄັ້ງຫຼ້າສຸດນີ້
ໄດ້ໃຫ້ຄວາມສໍາຄັນເປັນພິເສດ
ແລະຈະພັດທະນາປັບປຸງໃຫ້
ເປັນມາດຕະການທີ່ຖາວອນ.
ໃນໄລຍະໝໍ່ໆມານີ້ ກໍປະກອບ
ມີ 4 ມາດຕະການດ້ວຍກັນ
ດັ່ງທີ່ທ່ານຫຼີໄດ້ຖະແຫຼງຊີ້ແຈງ
ໃນຕອນນຶ່ງວ່າ:

“ວຽກສໍາຄັນຂອງຄະນະ
ກໍາມະການອັນນຶ່ງນີ້ແມ່ນ
ເວົ້ງເຖິງເລື່ອງການຂໍ
ຍົກເວັ້ນຄ່າທໍານຽມວີຊ່າ
ທີ່ປະຕິບັດຕໍ່ຄົນເຊື້ອຊາດ
ລາວຢູ່ຕ່າງປະເທດ,
ອັນທີສອງ ກໍແມ່ນຄົ້ນຄວ້າເຖິງເລື່ອງອອກນະໂຍບາຍເພື່ອໃຫ້ກໍາມະສິດນໍາໃຊ້ທີ່
ດິນ, ອັນທີສາມ ກໍແມ່ນເວົ້າເຖິງການຂໍມາຢູ່ໃນລາວຢ່າງຖາວອນ ແລະອັນທີສີ່ ກໍແມ່ນເລື່ອງການຂໍອານຸຍາດແຕ່ງດອງ ແຕ່ວ່າກໍຍັງ ບໍ່ທັນສະຫລຸບກັນໄດ້
ໃນເລື້ອງຂັ້ນຕອນຕ່າງໆ”

ກ່ອນໜ້ານີ້ກົມກົງສູນກະຊວງການຕ່າງປະເທດຂອງລາວ, ໄດ້ອອກຖະແຫຼງການຢືນຢັນວ່າ
ໄດ້ເລີ້ມປະຕິບັດການຍົກເວັ້ນຄ່າທໍານຽມວິຊ່າໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນທີ່ຕ້ອງ
ການຈະເດີນທາງກັບໄປຢ້ຽມຢາມປະເທດລາວນັບແຕ່ວັນທີ 1 ມັງກອນ 2011 ນີ້ເປັນຕົ້ນ
ໄປ.

ໂດຍຈະມີການຍົກເວັ້ນທໍານຽມວິຊ່າໃຫ້ກັບຄົນລາວໃນຕ່າງປະເທດໃນ 2 ປະເພດດ້ວຍກັນ ຊຶ່ງກໍຄືການຍົກເວັ້ນໃຫ້ກັບຄົນລາວໃນຕ່າງປະເທດທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ ຫຼືທີ່ມີອາຍຸ
ຕໍ່າກວ່າ 15 ປີ ຫຼືເປັນຄົນພິການທາງຮ່າງກາຍ ຫຼືພິການທາງສະໝອງ ຊຶ່ງຕ້ອງການທີ່ຈະ
ຢ້ຽມຢາມ ​ແລະພໍານັກຢູ່ໃນລາວເປັນເວລາບໍ່ເກີນ 90 ວັນ ແລະເມື່ອຄົບກຳໜົດດັ່ງກ່າວ
ແລ້ວກໍຍັງສາມາດທີ່ຈະຂໍຕໍ່ວິຊ່າໄດ້ອີກໂດຍບໍ່ຕ້ອງເສຍຄ່າທຳນຽມແຕ່ຢ່າງໃດອີກດ້ວຍ.

ສ່ວນປະເພດທີ 2 ກໍຄືການຍົກເວັ້ນຄ່າທໍານຽມວິຊ່າ ໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນ
ທີ່ບໍ່ຢູ່ໃນປະເພດທີ 1 ດັ່ງກ່າວ ຫາກແຕ່ວ່າທາງການລາວຈະອະນຸຍາດໃຫ້ຢູ່ໃນລາວໄດ້ບໍ່
ເກີນ 60 ວັນ ແລະເມື່ອຄົບກຳໜົດການອະນຸຍາດດັ່ງກ່າວແລ້ວກໍສາມາດທີ່ຈະຂໍຕໍ່ວິຊ່າໄດ້
ເຊັ່ນດຽວກັນ.

ຄົນລາວທັງໃນປະເພດທີ 1 ແລະປະເພດທີ 2 ນັ້ນ ສາມາດທີ່ຈະຍື່ນຄວາມຈໍານົງເພື່ອຂໍວິ
ຊ່າ​ໄດ້ຈາກສະຖານທູດ ແລະສະຖານກົງສູນທຸກແຫ່ງຂອງລາວໃນຕ່າງປະເທດຮວມທັງຍັງ
ສາມາດຈະຂໍວິຊ່າຢູ່ທີ່ດ່ານສາກົນຂອງລາວທີ່ຢູ່ຕາມຊາຍແດນໄດ້ອີກດ້ວຍ. ຫາກແຕ່ວ່າ
ສໍາລັບຄົນລາວທີ່ຢູ່ໃນປະເພດທີ 2 ຈະບໍ່ໄດ້ຮັບການຍົກເວັ້ນຄ່າທໍານຽມໃນກໍລະນີດັ່ງກ່າວ
ນີ້ ແລະເມື່ອຕ້ອງການຈະຂໍຕໍ່ວິຊ່າ ກໍ່ຍັງຈະຕ້ອງເສຍຄ່າທໍານຽມໃນອັດຕາ 1 ໂດລາ ຕໍ່ມື້
ອີກດ້ວຍ ຊຶ່ງກໍຖືວ່າຕໍ່າກວ່າອັດຕາປົກກະຕິ ທີ່ເກັບໃນອັດຕາ 2 ໂດລາຕໍ່ມື້ນັ້ນເອງ.

ນອກຈາກນີ້ ນິຕິ​ກຳ​ທີ່​ສຳຄັນ​ອີກ​ອັນ​ນຶ່ງທີ່ທາງ​ການກະຊວງການຕ່າງປະເທດຂອງລາວ ໄດ້ດຳເນີນການຮ່າງຮຽບຮ້ອຍແລ້ວໂດຍຍັງລໍຖ້າພຽງການອະນຸມັດຈາກນາຍົກລັດຖະ
ມົນຕີຢ່າງເປັນທາງການເທົ່ານັ້ນ ກໍ​ຄືດຳລັດວ່າ​ດ້ວຍ​ການໃຫ້ກໍາມະສິດໃນການ​ຖືຄອງ
ແລະ ເປັນເຈົ້າຂອງທີ່ດິນໃນລາວແກ່ຄົນລາວໃນຕ່າງປະເທດທີ່​ຕ້ອງການມາຢູ່ລາວຢ່າງ
ຖາວອນນັ້ນ.

XS
SM
MD
LG