ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍົກເວັ້ນຄ່າວິຊ່າແກ່ ຄົນລາວຢູ່ຕ່າງປະເທດ 2 ປະເພດ ນັບແຕ່ວັນທີ 1 ມັງກອນນີ້


ຄົນລາວຈາກຕ່າງປະເທດ ຈໍານວນນຶ່ງ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ
ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດ ໃນນະຄອນຫລວງວຽງຈັນ, ເດືອນພະຈິກ 2010.
ຄົນລາວຈາກຕ່າງປະເທດ ຈໍານວນນຶ່ງ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດ ໃນນະຄອນຫລວງວຽງຈັນ, ເດືອນພະຈິກ 2010.

ທາງການລາວຈະຍົກເວັ້ນຄ່າທໍານຽມວິຊ່າ ໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນ ທີ່ຕ້ອງ ການຈະກັບໄປຢ້ຽມຢາມປະເທດລາວ ໂດຍຈະມີຜົນປະຕິບັດຈິງນັບຈາກວັນທີ່ 1 ມັງກອນ 2011 ເປັນຕົ້ນໄປ.

ກົມກົງສູນ, ກະຊວງການຕ່າງປະເທດຂອງລາວ, ໄດ້ອອກ
ຖະແຫຼງການຢືນຢັນເມື່ອບໍ່ນານມານີ້ວ່າ ຈະເລີ້ມປະຕິບັດ
ການຍົກເວັ້ນຄ່າທໍານຽມວິຊ່າ ໃຫ້ກັບຄົນລາວໃນຕ່າງປະ
ເທດທຸກຄົນ ທີ່ຕ້ອງການຈະເດີນທາງກັບໄປຢ້ຽມຢາມປະ
ເທດລາວ ນັບແຕ່ວັນທີ 1 ມັງກອນ 2011 ນີ້ເປັນຕົ້ນໄປ.

ໂດຍຈະມີການຍົກເວັ້ນທໍານຽມວິຊ່າ ໃຫ້ກັບຄົນລາວໃນ
ຕ່າງປະເທດໃນ 2 ປະເພດດ້ວຍກັນ ຊຶ່ງກໍ່ຄືການຍົກເວັ້ນ
ໃຫ້ກັບຄົນລາວໃນຕ່າງປະເທດທີ່ມີອາຍຸຕັ້ງແຕ່ 65 ປີຂື້ນ
ໄປ ຫຼືທີ່ມີອາຍຸຕໍ່າກວ່າ 15 ປີ ຫຼືເປັນຄົນພິການທາງຮ່າງ
ກາຍ ຫຼືພິການທາງສະໝອງ ຊຶ່ງຕ້ອງການທີ່ຈະຢ້ຽມຢາມ
ແລະພໍານັກຢູ່ໃນລາວເປັນເວລາບໍ່ເກີນ 90 ວັນ ແລະເມື່ອຄົບກຳໜົດດັ່ງກ່າວແລ້ວ ກໍ່ຍັງ
ສາມາດທີ່ຈະຂໍຕໍ່ວິຊ່າໄດ້ອີກໂດຍ ບໍ່ຕ້ອງເສຍຄ່າທຳນຽມແຕ່ຢ່າງໃດອີກດ້ວຍ.

ສ່ວນປະເພດທີ່ 2 ກໍ່ຄືການຍົກເວັ້ນຄ່າທໍານຽມວິຊ່າ ໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນ
ທີ່ບໍ່ຢູ່ໃນປະເພດທີ່ 1 ດັ່ງກ່າວ ຫາກແຕ່ວ່າທາງການລາວຈະອະນຸຍາດໃຫ້ຢູ່ໃນລາວໄດ້ບໍ່
ເກີນ 60 ວັນ ແລະເມື່ອຄົບກຳໜົດການອະນຸຍາດດັ່ງກ່າວແລ້ວ ກໍ່ສາມາດທີ່ຈະຂໍຕໍ່ວິຊ່າໄດ້
ເຊັ່ນດ່ຽວກັນ.

ຄົນລາວທັ້ງໃນປະເພດທີ 1 ແລະປະເພດທີ 2 ນັ້ນ ສາມາດທີ່ຈະຍື່ນຄວາມຈໍານົງເພື່ອຂໍວິ
ຊ່າໄດ້ ຈາກສະຖານທູດ ແລະສະຖານກົງສູນທຸກແຫ່ງຂອງລາວໃນຕ່າງປະເທດ ຮວມທັງ
ຍັງສາມາດຈະຂໍວິຊ່າຢູ່ທີ່ດ່ານສາກົນຂອງລາວທີ່ຢູ່ຕາມຊາຍແດນໄດ້ອີກດ້ວຍ. ຫາກແຕ່ວ່າ
ສໍາລັບຄົນລາວທີ່ຢູ່ໃນປະເພດທີ 2 ຈະບໍ່ໄດ້ຮັບການຍົກເວັ້ນຄ່າທໍານຽມໃນກໍລະນີດັ່ງກ່າວ
ນີ້ ແລະເມື່ອຕ້ອງການຈະຂໍຕໍ່ວິຊ່າ ກໍ່ຍັງຈະຕ້ອງເສຍຄ່າທໍານຽມໃນອັດຕາ 1 ໂດລາ ຕໍ່ມື້
ອີກດ້ວຍ ຊຶ່ງກໍຖືວ່າຕໍ່າກວ່າອັດຕາປົກກະຕິ ທີ່ເກັບໃນອັດຕາ 2 ໂດລາຕໍ່ມື້ນັ້ນເອງ.

ງານສະເຫລີມສະຫລອງການສະຖາປະນານະຄອນຫລວງວຽງຈັນ ຄົບຮອບ 450 ປີ, ຄືນວັນທີ 19 ພະຈິກ ທີ່ສະໜາມກິລາໃໝ່ແຫ່ງຊາດ.
ງານສະເຫລີມສະຫລອງການສະຖາປະນານະຄອນຫລວງວຽງຈັນ ຄົບຮອບ 450 ປີ, ຄືນວັນທີ 19 ພະຈິກ ທີ່ສະໜາມກິລາໃໝ່ແຫ່ງຊາດ.

ທາງດ້ານທ່ານ ອ້ວນ ພົມມະຈັກ
ເອກອັກຄະລາຊະທູດລາວປະຈໍາ
ປະເທດໄທ ກໍ່ໄດ້ໃຫ້ການຢືນຢັນ
ກັບ VOA ວ່າ ທາງການລາວ
ຈະຍັງຄົງສືບຕໍ່ອໍານວຍຄວາມສະ
ດວກໃຫ້ກັບຄົນລາວໃນຕ່າງປະ
ເທດໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ
ຊຶ່ງລວມເຖິງອໍານວຍຄວາມສະ
ດວກໃນດ້ານການລົງທຶນໃນລາວ
ດ້ວຍ ດັ່ງທີ່ທ່ານອ້ວນໄດ້ໃຫ້ການ ຊີ້ແຈງວ່າ.

“ລັດຖະບານລາວມີແນວທາງອັນແນ່ວແນ່ສຳລັບພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດ
ໃຫ້ເຂົ້າມາລົງທຶນ ເຂົ້າມາຢ້ຽມຢາມຄອບຄົວ ຍາດຕິພີ່ນ້ອງ ອັນນີ້ລັດຖະບານລາວ ກະມີນະໂຍບາຍອັນຈະແຈ້ງມາແຕ່ນານແລ້ວ ແລະໃນໂອກາດການສະເຫຼີມສະ ຫຼອງນະຄອນຫຼວງວຽງຈັນຄົບຮອບ 450 ປີ ກະໄດ້ມີຜູ້ແທນຂອງພີ່ນ້ອງຊາວລາວ
ໃນຕ່າງປະເທດ 200 ກວ່າຄົນທີໄດ້ມາເຫັນຕົວຈິງ ຈັ່ງຊັ້ນໃນໂອກາດອັນເປັນມົງ ຄົນນີ້ ຂ້າພະເຈົ້າຂໍເຊີນຊວນພີ່ນ້ອງຊາວລາວໃນຕ່າງປະເທດ ຈົ່ງໄດ້ເຂົ້າມາຢ້ຽມ ຢາມປະເທດຊາດບ້ານເກີດເມືອງນອນຂອງຕົນ ດັ່ງສຸພາສິດລາວວ່າສິບປາກເວົ້າ
ບໍ່ເທົ່າຕາເຫັນ.”

ກ່ອນໜ້ານີ້ ທາງການລາວໄດ້ຍົກເວັ້ນການເກັບຄ່າທໍານຽມວິຊ່າ ໃຫ້ກັບບັນດາຄົນລາວຈາກ
ຕ່າງປະເທດທຸກຄົນທີ່ເດີນທາງກັບຄືນໄປລາວ ໃນໂອກາດການສະເຫລີມສະຫລອງນະຄອນ
ວຽງຈັນຄົບຮອບ 450 ປີມາ​ແລ້ວ. ສ່ວນໃນໄລຍະຕໍ່ໄປນີ້ ກໍຈະອໍານວຍຄວາມສະດວກໃນ
ການເດີນທາງໄປມາ ການແຕ່ງດອງລະຫວ່າງຄົນລາວທີ່ຢູ່ໃນກັບຄົນລາວທີ່ຢູ່ນອກປະເທດ ຫລືການມາຢູ່ລາວຢ່າງຖາວອນນັ້ນ ກໍຈະອໍານວຍຄວາມສະດວກໃນດ້ານນິຕິກໍາໃຫ້ ໃນລັກ ສະນະທີ່ບໍ່ໃຫ້ສູນເສຍຜົນປະໂຫຍດ ທີ່ມີຢູ່ໃນຕ່າງປະເທດ, ລວມທັງຍັງຈະໃຫ້ກໍາມະສິດໃນ
ບ່ອນຢູ່ອາໃສ ແລະອະສັງຫາລິມະຊັບຕ່າງໆໃນລາວອີກດ້ວຍ ຊຶ່ງປັດຈຸບັນ ທາງການລາວ
ໄດ້ດຳເນີນການຮ່າງຮຽບຮ້ອຍແລ້ວ ໂດຍຍັງລໍຖ້າພຽງການອະນຸມັດຈາກນາຍຍົກລັດຖະມົນ
ຕີ ຢ່າງເປັນທາງການເທົ່ານັ້ນ.

XS
SM
MD
LG