ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ປ ລາວ ແລະ ສ​ະ​ຫະ​ລັດ ຈັດ​ກອງ​ປະ​ຊຸມ ປຶກສາຫາລື ວຽກງານ ປ້ອງກັນຊາດ ສອງຝ່າຍ ຄັ້ງທີ 14 ຂຶ້ນ


ທ່ານນາງ ຣີນາ ບິດເຕີ (ກາງ), ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ກ່າວ​ເປີດກອງ​ປະ​ຊມປຶກສາຫາລື ວຽກງານປ້ອງກັນຊາດ ສອງຝ່າຍ ຄັ້ງທີ 14 ທີ່​ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ ວຽງ​ຈັນ ໃນ​ວັນ​ທີ 5 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ​ພະ​ນັກ​ງານ​ໃນ ສະ​ຖານ​ທູດ ສ​ຫລ ປະ​ຈຳ​ລາວ)
ທ່ານນາງ ຣີນາ ບິດເຕີ (ກາງ), ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ກ່າວ​ເປີດກອງ​ປະ​ຊມປຶກສາຫາລື ວຽກງານປ້ອງກັນຊາດ ສອງຝ່າຍ ຄັ້ງທີ 14 ທີ່​ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ ວຽງ​ຈັນ ໃນ​ວັນ​ທີ 5 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ​ພະ​ນັກ​ງານ​ໃນ ສະ​ຖານ​ທູດ ສ​ຫລ ປະ​ຈຳ​ລາວ)

ໃນວັນທີ 5 ທັນວາ, ​ວານນີ້ ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດ
ປະຈຳ ສປປ ລາວ ແລະເຈົ້າໜ້າທີ່ຂັ້ນ​ສູງຈາກສູນບັນຊາການກອງທັບສະຫະລັດ ປະ
ຈຳພາກພື້ນອີນໂດ-ປາຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນ​ສູງ
ຈາກກະຊວງປ້ອງກັນປະເທດຂອງລາວເພື່ອທຳການປຶກສາຫາລືວຽກງານປ້ອງກັນຊາດ
ສອງຝ່າຍ (BDD) ຄັ້ງທີ 14. ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມ ພົວພັນຕ່າງປະເທດ ຂອງກະຊວງປ້ອງກັນປະເທດໄດ້ເປັນເຈົ້າພາບຈັດການປຶກສາຫາລື
ປີນີ້ ຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ.

ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນສູນບັນຊາການ ກອງທັບສະຫະລັດປະຈຳພາກພື້ນ ອິນໂດ-ປາຊີຟິກ ເຂົ້າ​ຮ່ວມກອງ​ປະ​ຊຸມປຶກ ສາຫາລືວຽກງານປ້ອງກັນຊາດສອງຝ່າຍ ຄັ້ງທີ 14
ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນສູນບັນຊາການ ກອງທັບສະຫະລັດປະຈຳພາກພື້ນ ອິນໂດ-ປາຊີຟິກ ເຂົ້າ​ຮ່ວມກອງ​ປະ​ຊຸມປຶກ ສາຫາລືວຽກງານປ້ອງກັນຊາດສອງຝ່າຍ ຄັ້ງທີ 14

ທ່ານພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນສູນບັນຊາການກອງທັບສະຫະ
ລັດປະຈຳພາກພື້ນອິນໂດ-ປາຊີຟິກ, ເປັນເຈົ້າໜ້າທີ່ທະຫານຂັ້ນ​ສູງ ໄດ້ເຂົ້າຮ່ວມກອງ ປະຊຸມປຶກສາຫາລືໃນຄັ້ງນີ້. ທ່ານພົນຈັດຕະວາ ແກ່ນຈັນ ແລະພົນຕີຊູຊານ ວາເຣສ-ລູມ ໄດ້ນຳພາຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານ
ປ້ອງກັນຊາດໃນປີທີ່ຜ່ານມາ ທີ່ຈັດຂຶ້ນຢູ່ລັດຮາວາຍ.

ບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດຂອງລາວ ແລະທີມງານສາທາລະນະສຸກ ແລະທະຫານທີ່​ກ່ຽວ​ຂ້ອງ​ກັບ​ດ້ານນີ້ ຂອງສະຫະລັດກໍໄດ້ເຂົ້າ ຮ່ວມກອງປະຊຸມດັ່ງກ່າວ
ເຊັ່ນ​ກັນ ໂດຍມີເອກອັກຄະລັດຖະທູດບິດເຕີເປັນຜູ້ກ່າວເປີດກອງປະຊຸມປຶກສາຫາລືນັ້ນ.

ເອກອັກຄະລັດຖະທູດບິດເຕີກ່າວດັ່ງ​ນີ້: “ການຮ່ວມມືທາງທະຫານລະຫວ່າງ ສະຫະລັດ
ກັບສປປ ລາວ ເປັນອົງປະກອບທີ່ສຳຄັນຂອງການເປັນຄູ່ຮ່ວມ ພາ​ຄີແບບຮອບ​ດ້ານຂອງ
ສອງປະເທດພວກເຮົາ ແລະຂ້າພະເຈົ້າມີຄວາມຍິນດີ ທີ່ໄດ້ເຫັນຄວາມຄືບໜ້າອັນສຳຄັນ ທີ່ພວກເຮົາໄດ້ຮັບໃນຊຸມປີທີ່ຜ່ານມາ. ໂອກາດໃນການປະຕິບັດວຽກຮ່ວມກັນຂອງທະ
ຫານຈາກສອງຝ່າຍຂອງພວກເຮົາ ແມ່ນກໍາລັງເຕີບໃຫຍ່ຂະ​ຫຍາຍ​ໂຕ​ຂຶ້ນ, ແລະການປຶກ
ສາຫາ ລືວຽກງານປ້ອງກັນຊາດສອງຝ່າຍແມ່ນກົນໄກທີ່ສຳຄັນໃນການເສີມຂະຫຍາຍ
ການຮ່ວມມືຂອງພວກເຮົາ”.

ທ.ນ. ຣີນາ ບິດເຕີ (ທີ 3ຈາກ​ຊ້າຍ) ຖ່າຍ​ຮູບ​ຮ່ວມ​ກັບເຈົ້າໜ້າທີ່ຂັ້ນສູງຈາກສູນບັນຊາການກອງທັບ ສຫລປ ະຈຳພາກພື້ນອີນໂດ-ປາຊິຟິກ ແລະເຈົ້າໜ້າທີ່ຂັ້ນສູງ ກະຊວງປ້ອງກັນ ປະເທດລາວ
ທ.ນ. ຣີນາ ບິດເຕີ (ທີ 3ຈາກ​ຊ້າຍ) ຖ່າຍ​ຮູບ​ຮ່ວມ​ກັບເຈົ້າໜ້າທີ່ຂັ້ນສູງຈາກສູນບັນຊາການກອງທັບ ສຫລປ ະຈຳພາກພື້ນອີນໂດ-ປາຊິຟິກ ແລະເຈົ້າໜ້າທີ່ຂັ້ນສູງ ກະຊວງປ້ອງກັນ ປະເທດລາວ

ເປົ້າໝາຍຂອງການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ ແມ່ນເພື່ອພັດທະນາ
ແລະ ປັບປຸງການຮ່ວມມືໃນບັນດາໂຄງການຂອງວຽກງານປ້ອງກັນຊາດຕ່າງໆ ແລະ ເຮັດໃຫ້ມີການເສີມຂະຫຍາຍສາຍພົວພັນລະຫວ່າງກຳລັງປ້ອງກັນຊາດ, ສົ່ງເສີມ
ການຮ່ວມມືທາງການທະຫານໃນພາກພື້ນລວມທັງຜົນປະໂຫຍດຮ່ວມກັນຂອງສອງ
ປະເທດ. ການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍໃນປີນີ້ ແມ່ນໄດ້ສຸມໃສ່
ການເສີມຂະຫຍາຍການເປັນຄູ່ຮ່ວມພາ​ຄີກັນ ໃນຂົງ ເຂດວຽກງານສາທາລະນະສຸກ
ແລະວຽກງານດ້ານເສນາຮັກ, ກໍຄື ການປະຕິ ບັດວຽກງານຮ່ວມກັນລະຫວ່າງທະຫານ ແລະພົນລະເຮືອນ ເຊັ່ນ: ການເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ ແລະການຊ່ວຍເຫລືອ
ບັນເທົາທຸກຈາກໄພພິບັດ.

ສືບຕໍ່ປຶກສາຫາລືກ່ຽວກັບໂອກາດໃນການຝຶກອົບຮົມແລະການສຶກສາຮ່ວມກັນໃນປີ
ນີ້ໂດຍມີເປົ້າໝາຍເພື່ອຂະຫຍາຍການສຶກສາດ້ານວິຊາການທາງທະຫານ ແລະການ
ຝຶກອົບຮົມພາສາອັງກິດ-ຊຶ່ງຈະຊ່ວຍເຮັດໃຫ້ການທະຫານຂອງລາວສາ​ມາດເຊື່ອມ
ໂຍງເຂົ້າກັບບັນດາຄູ່ພາ​ຄີໃນອາຊຽນ ແລະ ຈະອຳນວຍຄວາມສະດວກໃຫ້ແກ່ວຽກ
ງານ ຂອງກະຊວງປ້ອງກັນປະເທດຂອງລາວ ໃນການເຂົ້າ ຮ່ວມກອງປະຊຸມຕ່າງໆ
ໃນລະດັບພາກພື້ນ ແລະກອງ​ປະ​ຊຸມລະດັບສູງຕ່າງໆ.

ພ້ອມດຽວກັນນີ້, ສະຫະລັດຍັງໄດ້ປະຕິບັດງານຮ່ວມກັບລັດຖະບານ ກໍຄືປະຊາຊົນ
ລາວເພື່ອໃຫ້ບັນລຸເປົ້າໝາຍຍຸດທະສາດ ແລະບັນລຸເປົ້າໝາຍລວມຂອງ ສປປ ລາວ
-ເພື່ອສະໜັບສະໜູນ ສປປ ລາວ ໃຫ້ພັດທະນາ ກາຍເປັນປະເທດທີ່ຮັ່ງມີ, ເຂັ້ມແຂງ
ແລະເປັນສະມາຊິກທີ່ສຳຄັນຂອງອາຊຽນໄດ້. ການຮ່ວມມືດ້ານຄວາມໝັ້ນຄົງລະ
ຫວ່າງສອງປະເທດ ຂອງພວກ ເຮົາແມ່ນລວມເອົາການຊ່ວຍເຫລືອດ້ານມະນຸດສະທຳ, ຊ່ວຍສ້າງຄວາມເຂັ້ມ ແຂງໃຫ້ແກ່ວຽກງານຄວາມໝັ້ນຄົງ, ການສຶກສາ, ສາທາລະນະ
ສຸກ ແລະ ໂພຊະນາການ, ດ້ານການຄ້າ ແລະ ການລົງທຶນ, ດ້ານລັດແຫ່ງກົດໝາຍ, ດ້ານການຄຸ້ມຄອງນໍ້າ, ແລະສະພາບແວດລ້ອມທີ່ຍືນຍົງໃນທົ່ວ ສປປ ລາວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

On December 5, U.S. Ambassador to Laos Rena Bitter and senior officials from the U.S. Indo-Pacific Command (USINDOPACOM) met with senior officials from the Lao PDR Ministry of National Defense (MND) for the 14th Lao-United States Bilateral Defense Dialogue (BDD). Brigadier General Kenchanh Nanthalangsy, the Director General of the Foreign Relations Department for the MND, hosted this year’s Dialogue in Vientiane.

Major General Suzanne Vares-Lum, USINDOPACOM Mobilization Assistant, was the senior U.S. military officer at the talks. Brigadier General Kenchanh and Major General Vares-Lum led the delegations at last year’s BDD meetings in Hawaii.Representatives from the Lao Ministry of Foreign Affairs and the U.S. Public Health and Military Engagement teams also attended the meetings, where Ambassador Bitter opened the talks.

“Military cooperation between the United States and Lao PDR is an important component of our two countries’ Comprehensive Partnership, and I’m pleased to see the substantial progress we have achieved in recent years. Opportunities for our militaries to work together is growing, and the Bilateral Defense Dialogue is a key mechanism for expanding our cooperation,” said Ambassador Bitter.

The goal of the Bilateral Defense Dialogue is to develop and improve defense cooperation programs which, in turn, enhance the relationship between defense forces, promote regional military cooperation as well as the common interests of both countries. This year’s Bilateral Defense Dialogue focused on advancing Public Health and Military Medical partnerships, as well as civil-military operations such as UXO removal and disaster relief. Discussions on joint training and education opportunities continued this year, with the goal of expanding professional military education, and English language training – which assists with Lao military integration with other ASEAN partners and facilitates Lao MND participation in regional conferences and senior level meetings.

Together, the United States works in partnership with the government and people of the Lao PDR to reach their strategic objectives and achieve a common goal – to support the Lao PDR to develop into a strong, prosperous country and an integral member of ASEAN. Security cooperation between the two countries, combined with humanitarian assistance, help strengthen security, education, health and nutrition, trade and investment, rule of law, water management, and environmental sustainability throughout the Lao PDR.

XS
SM
MD
LG