ກຸ່ມປົກປ້ອງສິດທິສິ່ງແວດລ້ອມຫຼາຍກຸ່ມໄດ້ຮຽກຮ້ອງໃຫ້ປະເທດ ລາວ ຍົກເລີກໂຄງການສ້າງເຂື່ອນໄຟຟ້ານ້ຳຕົກແຫ່ງຫຼ້າສຸດທີ່ເຂົາເຈົ້າໄດ້ຮັບຮອງເອົາ ສຳລັບການກໍ່ສ້າງ ຢູ່ຕາມລຳແມ່ນ້ຳຂອງ, ແລະ ໄດ້ເຕືອນ ກ່ຽວກັບ ຜົນກະທົບທີ່ຈະຕາມມາ ສຳລັບປະຊາຊົນຫຼາຍລ້ານຄົນ ຜູ້ທີ່ອາໄສແມ່ນ້ຳດັ່ງກ່າວເພື່ອການດຳລົງຊີວິດ. ນັກຂ່າວວີໂອເອ ຊັອມບໍ ປີເຕີ ມີລາຍງານນີ້ ຈາກ ບາງກອກ, ເຊິ່ງ ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ລະບຽບການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງໜ້າ ແລະ ການຕົກລົງ ຫົກເດືອນ ສຳລັບເຂື່ອນຫຼວງພະບາງ ໄດ້ເລີ່ມຂຶ້ນເມື່ອວັນທີ 8 ຕຸລາທີ່ຜ່ານມາ, ເພື່ອໃຫ້ໂອກາດຄູ່ຮ່ວມງານຂອງລາວ ໃນອົງການແມ່ນ້ຳຂອງສາກົນ ຫຼື MRC ຄື ກຳປູເຈຍ, ໄທ ແລະ ຫວຽດນາມ ທົບທວນແຜນການຕ່າງໆຂອງໂຄງການ ແລະ ຍົກເອົາຄວາມເປັນຫ່ວງຕ່າງໆຂຶ້ນມາ. ແຕ່ກຸ່ມປົກປ້ອງສິດທິທັງຫຼາຍເວົ້າວ່າ ປະຊາຄົມຊາວນາຊາວສວນ ແລະ ຫາປາ ທີ່ຄາດວ່າ ຈະໄດ້ຮັບຜົນກະທົບໜັກສຸດຈາກເຂື່ອນດັ່ງກ່າວ ແມ່ນໄດ້ມີຄວາມຜິດຫວັງກັບການປຶກສາຫາລື ສຳລັບໂຄງການທີ່ຖືກຮັບຮອງກ່ອນໜ້ານີ້ ແລະ ເຂົາເຈົ້າຄາດວ່າ ຈະບໍ່ມີຫຍັງແຕກຕ່າງໃນຄັ້ງນີ້.
ເຂື່ອນຫຼວງພະບາງແມ່ນເຂື່ອນທີ່ຕັ້ງຢູ່ລຳແມ່ນ້ຳຂອງແຫ່ງທີຫ້າ ທີ່ປະເທດ ລາວ ຈະສ້າງຂຶ້ນ ຜ່ານລະບຽບການແຈ້ງໃຫ້ຊາບ, ປຶກສາຫາລື ແລະ ການຕົກລົງ ແລະ ດ້ວຍຄວາມສາມາດຜະລິດໄຟຟ້າ 1,460 ເມກະວັດ, ມັນຈະເປັນເຂື່ອນທີ່ໃຫຍ່ທີ່ສຸດ ໃນປັດຈຸບັນນີ້. ເຂື່ອນແຫ່ງທຳອິດ, ເຊິ່ງແມ່ນເຂື່ອນ ໄຊຍະບູລີ, ຈະມີກຳນົດເລີ່ມຜະລິດໄຟຟ້າໃນທ້າຍຂອງເດືອນນີ້.
ທ່ານນາງ ພຽນພອນ ດີເທັສ ຜູ້ອຳນວຍການ ຝ່າຍໂຄສະນາສຳລັບອົງການແມ່ນ້ຳສາກົນ ປະຈຳປະເທດ ໄທ, ເຊິ່ງສະໜັບສະໜູນການບໍລິຫານແມ່ນ້ຳ ທີ່ໝັ້ນຄົງໄດ້ກ່າວວ່າ “ສຳລັບຂະບວນການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງໜ້າ ແລະ ການຕົກລົງກ່ອນໜ້ານີ້ສີ່ຄັ້ງທີ່ພວກເຮົາໄດ້ທົບທວນນັ້ນ, ພວກເຮົາໄດ້ເຫັນຂໍ້ບົກຜ່ອງທີ່ໃຫຍ່ ແລະ ການບໍ່ລວມຊຸມຊົນທີ່ໄດ້ຮັບຜົນກະທົບຢູ່ໃນຂະບວນການນັ້ນ.”
ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ “ຂະບວນການປຶກສາຫາລືນີ້, ສຳລັບຂ້າພະເຈົ້າໂດຍສ່ວນຕົວແລ້ວ, ຂ້າພະເຈົ້າເຫັນມັນເປັນກາຈ້ຳຢາງ ທີ່ຈະໃຫ້ໂຄງການຖືກຮັບຮອງເອົາເທົ່ານັ້ນ.”
ບັນດາສະມາຊິກອົງການ MRC ບໍ່ສາມາດຄັດຄ້ານແຜນການຂອງກັນແລະກັນ ສຳລັບແມ່ນ້ຳຂອງໃນລະຫວ່າງການປຶກສາຫາລືນັ້ນ, ມີແຕ່ຕຳໜິ ແລະ ທຳການຂໍຮ້ອງເທົ່ານັ້ນ.
ໃນການຕອບສະໜອງຕໍ່ຄວາມເປັນຫ່ວງຕ່າງໆ ກ່ຽວກັບ ເຂື່ອນໄຊຍະບູລີ ນັ້ນ, ລັດຖະບານ ລາວ ແລະ ຜູ້ກໍ່ສ້າງເຂື່ອນ, ບໍລິສັດ ໄຊຍະບູລີ ພາວເວີ, ໄດ້ທຳການແກ້ໄຂຕ່າງໆ ທີ່ມີຈຸດປະສົງເພື່ອຊ່ວຍໃຫ້ຝຸ່ນໃນນ້ຳໄຫຼຜ່ານ ແລະ ປາຂຶ້ນ
ລ່ອງໄປມາໄດ້ຫຼາຍຂຶ້ນ. ແຕ່ບັນດານັກຄົ້ນຄວ້າ ແລະ ກຸ່ມປົກປ້ອງສິດທິຕ່າງໆເວົ້າວ່າ ການປັບປຸງທີ່ວ່ານັ້ນ ອາດບໍ່ສ້າງຄວາມແຕກຕ່າງຫຍັງຫຼາຍ, ບາງອັນ ແມ່ນໄດ້ອອກແບບໃສ່ແມ່ນ້ຳທີ່ມີສະພາບແຕກຕ່າງກັນ. ອົງການ MRC ເອງກໍໄດ້ກ່າວວ່າ ເຂົາເຈົ້າບໍ່ສາມາດບອກໄດ້ວ່າ ເຂົາເຈົ້າຈະຊ່ວຍເຫຼືອໄດ້ຫຼາຍປານໃດ ເພາະວ່າ ບໍລິສັດດັ່ງກ່າວບໍ່ໄດ້ໃຫ້ຂໍ້ມູນທີ່ພຽງພໍ.
ກຸ່ມປົກປ້ອງສິດທິທັງຫຼາຍເວົ້າວ່າ ການປຶກສາຫາລືແມ່ນກຳລັງລົ້ມແຫຼວ.
ກຸ່ມ Save the Mekong, ເຊິ່ງແມ່ນພັນທະມິດຂອງປະຊາຊົນທີ່ມີຄວາມເປັນຫ່ວງ ແລະ ກຸ່ມທີ່ບໍ່ຂຶ້ນກັບລັດຖະບານໃນທົ່ວລຸ່ມແມ່ນ້ຳ, ແມ່ນກຳລັງຮຽກຮ້ອງໃຫ້ ລາວ ຍົກເລີກເຂື່ອນຫຼວງພະບາງ ແລະ ເຂື່ອນອື່ນໆທີ່ເຂົາເຈົ້າມີແຜນສ້າງໃນລຳແມ່ນ້ຳຂອງ.
ຖະແຫຼງການຂອງເຂົາເຈົ້າອ່ານວ່າ “ມັນມີສິ່ງທີ່ລະບຸໃຫ້ເຫັນໜ້ອຍດຽວວ່າ ຂະບວນການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງໜ້າ ແລະ ການຕົກລົງ ຄັ້ງໃໝ່ສຳລັບເຂື່ອນ ຫຼວງພະບາງ ຈະແຕກຕ່າງຈາກປະສົບການໃນອະດີດ ຫຼື ວ່າມັນຈະສາມາດຮັບປະກັນມາດຕະຖານຕ່ຳສຸດຂອງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ, ໂດຍບໍ່ເວົ້າເຖິງການເຂົ້າຮ່ວມທີ່ສຳຄັນ ສຳລັບຊຸມຊົນທີ່ຖືກກະທົບ, ສັງຄົມພົນລະເຮືອນ ແລະ ສາທາລະນະທົ່ວໄປ.”
ຖະແຫຼງການໄດ້ກ່າວຕື່ມວ່າ “ແທນທີ່ຈະເລີ່ມດຳເນີນຂະບວນການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງໜ້າ ແລະ ການຕົກລົງທີ່ມີຄວາມບົກຜ່ອງອີກຄັ້ງນຶ່ງ, ພວກເຮົາຂໍຮຽກຮ້ອງໃຫ້ບັນດາລັດຖະບານຂອງປະເທດທີ່ຢູ່ລຸ່ມແມ່ນ້ຳຂອງ ແລະ ອົງການ MRC ແກ້ໄຂບັນຫາທີ່ພົ້ນເດັ່ນ ກ່ຽວກັບ ຜົນກະທົບຂອງເຂື່ອນໃນລຳແມ່ນ້ຳ ແລະ ໃຫ້ປະເມີນຕົວເລືອກຢ່າງຮອບຄອບ ເພື່ອສຶກສາທາງເລືອກອື່ນ.”
ການສຶກສາເມື່ອ 6 ປີໂດຍອົງການແມ່ນ້ຳຂອງສາກົນ ໄດ້ຄົ້ນພົບວ່າ ຜົນກະທົບທີ່ສະສົມໄວ້ ຂອງເຂື່ອນ ທີ່ວາງແຜນສ້າງ 11 ແຫ່ງສຳລັບລຳແມ່ນ້ຳຂອງທາງພາກໃຕ້ຂອງ ຈີນ ພາຍໃນປີ 2040, ເຊິ່ງ 9 ແຫ່ງແມ່ນໃນລາວ, ແລະ ສອງແຫ່ງໃນ ກຳປູເຈຍ ນັ້ນ, ຈະເປັນໄພຂົ່ມຂູ່ຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງດ້ານອາຫານໃນທົ່ວພາກພື້ນ. ເຂົາເຈົ້າເວົ້າວ່າ ມັນຈະທຳລາຍຈຳນວນປາໃນທົ່ວລຸ່ມແມ່ນ້ຳຢ່າງໜ້ອຍ 40 ເປີເຊັນ, ແລະ ມີຄວາມເປັນໄປໄດ້ເຖິງສອງເທື່ອນັ້ນ.
ການປະເມີນຜົນກະທົບສຳລັບເຂື່ອນຫຼວງພະບາງເອງເວົ້າວ່າ ເຂື່ອນດັ່ງກ່າວຈະເຮັດໃຫ້ການອົບພະຍົບຕາມລະດູການຂອງປາ ຂຶ້ນໄປເທິງແມ່ນ້ຳຍາກຂຶ້ນກວ່າເກົ່າ, ແລະ ວ່າປາຫຼາຍໂຕທີ່ສາມາດຂຶ້ນໄປໄດ້ຈະສາມາດຫາບ່ອນອອກໄຂ່ໄດ້ໜ້ອຍລົງ. ເຂົາເຈົ້າໄດ້ກ່າວຕື່ມວ່າ ການສຶກສາບາງອັນທີ່ມີຈຸດປະສົງເພື່ອຊ່ວຍເຫຼືອ ຫຼຸດຜ່ອນຜົນກະທົບນັ້ນ ຈະມີໄດ້ພຽງຄັ້ງດຽວ ເມື່ອໂຄງການກຳລັງຢູ່ໃນການກໍ່ສ້າງ.
ເຖິງແມ່ນຈະມີຄຳເຕືອນຕ່າງໆກໍຕາມ, ປະເທດ ລາວ ກໍໄດ້ຮີບເລັ່ງປະຕິບັດແຜນການຂອງເຂົາເຈົ້າສຳລັບ ແມ່ນ້ຳຂອງ ເພື່ອຟ້າວເປັນ “ໝໍ້ໄຟຂອງເອເຊຍ.”
ແຕ່ກຸ່ມປົກປ້ອງສິດທິຕ່າງໆກ່າວວ່າ ການຄາດຄະເນການບໍລິໂພກໄຟຟ້າໄດ້ສະແດງໃຫ້ເຫັນວ່າ ບັນດາປະເທດທີ່ຢູ່ໃກ້ຄຽງ ຈະບໍ່ຕ້ອງການປະລິມານໄຟຟ້າ ທີ່ເຂື່ອນຕ່າງໆຈະຜະລິດ, ແລະ ວ່າມີທາງເລືອກອື່ນໆທີ່ປ່ອດໄພກວ່າ.
ທ່ານນາງ ພຽນພອນ, ຈາກອົງການແມ່ນໍ້າສາກົນ ກ່າວວ່າ “ສະນັ້ນຂໍ້ອ້າງຂອງໂຄງການຫຼວງພະບາງ ຈະຕ້ອງໄດ້ຖືກສອບຖາມ ແລະ ຄຳຖາມນີ້ຕ້ອງຖືກຕອບໂດຍຜູ້ທຳການຕັດສິນໃຈ, ເປັນຫຍັງແຫຼ່ງຊັບພະຍາກອນທີ່ສຳຄັນຂອງລຸ່ມແມ່ນ້ຳຈຶ່ງຖືກເອົາລັດເອົາປຽບຫຼາຍຂຶ້ນ ແລະ ເປັນຫຍັງບໍລິສັດກໍ່ສ້າງ ພ້ອມກັບທະນາຄານທັງຫຼາຍ, ພ້ອມກັບຜູ້ພັດທະນາ, ໃນຂະນະທີ່ຜົນກະທົບທີ່ມີຢູ່ຂອງໂຄງການຈຶ່ງຖືກເມີນເສີຍ.”
ຢູ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ ລາວ, ຜູ້ອຳນວຍການ ການບໍລິຫານ ແລະ ການປະສານງານ ທ່ານ ສີອຳພອນ ແສງຈັນດາລາ ໄດ້ກ່າວຕໍ່ວີໂອເອວ່າ ເຂື່ອນໄຟຟ້ານ້ຳຕົກ ບໍ່ແມ່ນສິ່ງທີ່ທ່ານເປັນຫ່ວງ ແລະ ໄດ້ມອບຄຳຖາມຕ່າງໆໃຫ້ກະຊວງພະລັງງານ, ເຊິ່ງບໍ່ສາມາດຕິດຕໍ່ໄດ້.
ພະນັກງານຮັບແຂກຂອງບໍລິສັດ PetroVietnam, ເຊິ່ງແມ່ນລັດວິສາຫະກິດທີ່ພັດທະນາເຂື່ອນດັ່ງກ່າວ, ໄດ້ປະຕິເສດທີ່ຈະຕິດຕໍ່ວີໂອເອ ໃຫ້ບັນດາເຈົ້າໜ້າທີ່ຂອງບໍລິສັດ ຫຼື ພະນັກງານການຕິດຕໍ່ສື່ສານ ແລະ ໄດ້ກ່າວວ່າ ການຂໍຄວາມເຫັນຕ້ອງຖືກສົ່ງໃຫ້ທາງໄປສະນີ, ໂດຍອ້າງເຖິງນະໂຍບາຍຂອງບໍລິສັດ.
ໃນຄຳຕອບທີ່ໄດ້ກະກຽມໃຫ້ວີໂອເອນັ້ນ, ອົງການ MRC ໄດ້ຍອມຮັບວ່າ ຂະບວນການປຶກສາຫາລື “ຕອນນີ້ແມ່ນວ່າບໍ່ມີຂໍ້ບົກຜ່ອງ.”
ເຂົາເຈົ້າໄດ້ເວົ້າວ່າ ເຂົາເຈົ້າໄດ້ດີທີ່ສຸດທີ່ຈະຮັບຟັງຄຳຄິດເຫັນຈາກ “ຜູ້ມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ” ເປັນຂະບວນການເຊິ່ງສະມາຊິກອົງການແມ່ນ້ຳຂອງ ແລະ ອື່ນໆສາມາດສືບຕໍ່ປຶກສາຫາລື ກ່ຽວກັບ ໂຄງການ ເມື່ອການປຶກສາຫາລື 6 ເດືອນໄດ້ສິ້ນສຸດລົງ.
ອົງການດັ່ງກ່າວໄດ້ເວົ້າວ່າ ຖ້າປາສະຈາກການປຶກສາຫາລື ການປັບປຸງເຂື່ອນໄຊຍະບູລີ ກໍຈະບໍ່ມີວັນເກີດຂຶ້ນ ແລະ ວ່າເອກະສານຕ່າງໆຂອງໂຄງການ ກ່ຽວກັບ ເຂື່ອນອື່ນໆກໍຈະບໍ່ມີວັນຖືກເປີດເຜີຍ.
ເຂົາເຈົ້າໄດ້ກ່າວຕື່ມວ່າ “ພວກເຮົາເຊື່ອວ່າ ຂະບວນການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງໜ້າ ແລະ ການຕົກລົງ ໄດ້ບັນລຸເປົ້າໝາຍຂອງມັນ ແລະ ໄດ້ແກ້ໄຂຂໍ້ບັງຄັບຂອງອົງການແມ່ນ້ຳຂອງ. ແຕ່ໃນຖານະເປັນຂະບວນການນຶ່ງນັ້ນ, ພວກເຮົາຮັບຮູ້ວ່າ ມັນຍັງມີບ່ອນສຳລັບການປັບປຸງຢູ່.”
ເຂົາເຈົ້າໄດ້ກ່າວວ່າ ການປັບປຸງດັ່ງກ່າວອາດລວມມີການປະເມີນຜົນກະທົບຂອງໂຄງການ ທີ່ຮັບຜິດຊອບຜົນກະທົບທີ່ອາດເກີດຂຶ້ນຂອງເຂື່ອນແຕ່ລະບ່ອນນອກເໜືອປະເທດທີ່ເຂື່ອນຕັ້ງຢູ່ນັ້ນ ແລະ ຮັບຟັງບັນຫາຕ່າງໆຂອງຊາວບ້ານ ແລະ ກຸ່ມທີ່ບໍ່ຂຶ້ນກັບລັດຖະບານ ແມ່ນກະທັ້ງຫຼັງຈາກສິ້ນສຸດການກໍ່ສ້າງແລ້ວ.