ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຄອມມູນິິສລາວ ຮັບຮອງເອົາ ການແຕ່ງຕັ້ງ ຜູ້ນຳຄົນໃໝ່


ທ່ານ ບຸນຍັງ ວໍລະຈິດ ຕອນທີ່ຍັງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ກ່າວພິທີເປີດກອງປະຊຸມລັດຖະມົນຕີ ຂອງອາຊຽນ (ASEAN) ປະຈຳປີ ຄັ້ງທີ 36 ຢູ່ທີ່ນະຄອນຫຼວງວຽງຈັນ, ເມື່ອວັນທີ 26 ກໍລະກົດ 2005.
ທ່ານ ບຸນຍັງ ວໍລະຈິດ ຕອນທີ່ຍັງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ກ່າວພິທີເປີດກອງປະຊຸມລັດຖະມົນຕີ ຂອງອາຊຽນ (ASEAN) ປະຈຳປີ ຄັ້ງທີ 36 ຢູ່ທີ່ນະຄອນຫຼວງວຽງຈັນ, ເມື່ອວັນທີ 26 ກໍລະກົດ 2005.

ພັກຄອມມູນິິສ ລາວ ໄດ້ຮັບຮອງເອົາ ການປ່ຽນແປງຕຳແໜ່ງ
ຜູ້ນຳຂອງຕົນ ໃນລະຫວ່າງກອງປະຊຸມພັກຄັ້ງທີ 10 ເຊິ່ງເປັນ
ສັນຍານຂອງແນວທາງ ທີ່ເປັນອະນາຄົດຂອງປະເທດ ໃນຂະ
ນະທີ່ພວກເຂົາເຈົ້າກຳລັງ ກະກຽມເປັນປະທານ ກອງປະຊຸມ
ສຸດຍອດຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ອາຊຽນ.
ດັ່ງທີ່ນັກຂ່າວວີໂອເອ Ron Corben ລາຍງານຈາກບາງກອກ,
ການເຄື່ອນໄຫວດັ່ງກ່າວໄດ້ເກີດຂຶ້ນກ່ອນທີ່ລັດຖະມົນຕີການ
ຕ່າງປະເທດສະຫະລັດ ທ່ານ John Kerry ເດີນທາງມາຢ້ຽມ
ຢາມ ລາວ. ຕໍ່ໄປ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະ
ເໜີທ່ານ.

ກອງປະຊຸມພັກຄອມມູນິສ ລາວ ທີ່ດຳເນີນມາເປັນເວລາໜຶ່ງສັບປະດາ ໄດ້ສະຫຼຸບລົງ
ດ້ວຍການເລືອກຕັ້ງເອົາ ທ່ານ ບຸນຍັງ ວໍລະຈິດນັກ​ການ​ເມືອງ​ອະ​ວຸ​ໂສ​ຂອງ​ພັກ ອາຍຸ
78 ປີ ໃຫ້ເປັນເລທິການໃຫຍ່ຄົນໃໝ່.

ທ່ານ ບຸນຍັງ ມີສາຍພົວພັນທີ່ຍາວນານກັບປະເທດຫວຽດນາມ, ຢ້ອນກັບຄືນໄປ​ໃນ​
ສະ​ໄໝ ທີ່ທ່ານໄດ້ຝຶກຊ້ອມການທະຫານ ແລະ ເປັນນັກຮຽນ ຢູ່ປະເທດດັ່ງກ່າວ. ທ່ານ
ໄດ້ສືບທອດຕຳແໜ່ງ​ແທນ ທ່ານຈູມມະລີ ໄຊຍະສອນ ຜູ້ທີ່ໄດ້ກຳຕຳແໜ່ງດັ່ງກ່າວດົນ
ເຖິງ 10 ປີ.

ສື່ມວນຊົນຂອງລັດຖະບານ ໄດ້ກ່າວວ່າ ມີຄະນະຜູ້ແທນເກືອບ 700 ຄົນ ໄດ້ເປັນຕົວ
ແທນ ໃຫ້ບັນດາສະມາຊິກພັກ 200,000 ຄົນເຂົ້າຮ່ວມກອງປະຊຸມພັກ 5 ມື້ ໃນນະຄອນ
ຫຼວງວຽງຈັນ ເຊິ່ງເປັນກອງປະຊຸມພັກຄັ້ງທີ 10 ນັບຕັ້ງແຕ່ພັກຄອມມູນິສ ໄດ້ຂຶ້ນກຳອຳ
ນາດ ໃນປີ 1975.

ກອງປະຊຸມພັກໄດ້ມີຂຶ້ນກ່ອນການມາຢ້ຽມຢາມປະເທດ ລາວ ຂອງລັດ ຖະມົນຕີການ
ຕ່າງປະເທດ ສະຫະລັດ ທ່ານ John Kerry ເຊິ່ງຍັງໄດ້ເນັ້ນໃຫ້​ເຫັນ ຄວາມສຳຄັນ
ໂດຍການ​ເລື່ອນ​ຊັ້ນ​ໃຫ້​ແກ່​ລັດຖະມົນຕີ ການຕ່າງປະເທດ ທ່ານ ທອງລຸນ ສີສຸລິດ ໃຫ້
​ເຂົ້າກຳຕຳແໜ່ງ ນາຍົກລັດຖະມົນຕີ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານ ໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານ ໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.

ແຫຼ່ງຂ່າວທາງການທູດໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່
ວີໂອເອວ່າ ທ່ານ ທອງລຸນ ໄດ້ໃຫ້ການສະໜັບສະໜູນ ໃນ
ການຟື້ນຟູສາຍພົວພັນສອງຝ່າຍກັບສະຫະລັດ ມາເປັນ
ເວລາດົນນານ​ແລ້ວ.

ແຕ່ວ່າ ທ່ານ ທິຕິນັນ ພົງສຸດທີຣັກນັກລັດຖະສາດທີ່ມະຫາ
ວິທະຍາໄລ ຈຸລາລົງກອນ ໄດ້ເນັ້ນຢ້ຳວ່າ ນະໂຍບາຍໂດຍ
ລວມ ແມ່ນເບິ່ງຄືວ່າ ຈະບໍ່ມີການປ່ຽນແປງຫຍັງ​ຫຼາຍພາຍໃຕ້
ການນຳພາ ຂອງຜູ້ນຳຄົນໃໝ່ ແລະ ລັດຖະບານກໍຈະສືບຕໍ່
ປະເຊີນໜ້າກັບການ​ຕຳ​ໜິຕິຕຽນ ກ່ຽວກັບປະຫວັດ ການ​ເຄົາ
ລົບ​ນັບຖືສິດທິມະນຸດ ຂອງພວກເຂົາເຈົ້າ.

ທ່ານ ທິຕິນັນ ກ່າວວ່າ “ການນຳຊຸດໃໝ່ ແມ່ນຄົງຈະເປັນເໝືອນເດີມຫຼາຍກວ່າ. ເປັນ
ເໝືອນເດີມ​ ເມື່ອ​ເວົ້າ​ເຖິງ​ການ​ກົດ​ຂີ່ ແລະ ການບີບບັງຄັບຕໍ່​ກຸ່ມສັງຄົມພົນລະເຮືອນ
ແລະສິດເສລີພາບຂັ້ນພື້ນຖານ. ພວກເຮົາມີຂ່າວການກະທຳຜິດ ເມື່ອບໍ່ດົນຜ່ານມາ
ກ່ຽວກັບ ການຫາຍສາບສູນ ຫຼື ນັກເຄື່ອນໄຫວດ້ານສັງຄົມພົນລະເຮືອນ ແລະ ການ
ລະເມີດສິດທິມະນຸດຕ່າງໆ. ດັ່ງນັ້ນຈຶ່ງຄາດວ່າ ສິ່ງດັ່ງກ່າວນັ້ນ ແມ່ນຍັງຈະຄົງມີຢູ່
ຄືເກົ່າ.

ບັນດານັກວິເຄາະກ່າວວ່າ ການບຳນານຂອງສະມາຊິກກົມ​ການ​ເມືອງ​ສູນ​ກາງພັກ ​ທີ່
ສະໜັບສະໜູນຈີນສອງຄົນ ກໍອາດຈະເຮັດໃຫ້ອິດທິພົນ ທີ່ພວມເພີ່ມຂຶ້ນຂອງປັກກິ່ງ
ອ່ອນແອລົງເຊັ່ນກັນ.

ຈີນ ໄດ້ເປັນນັກລົງທຶນຕ່າງຊາດລາຍໃຫຍ່ທີ່ສຸດ ຂອງລາວ, ຕາມດ້ວຍ ຫວຽດນາມ ແລະ
ໄທ.

ຮອງນາຍົກລັດຖະມົນຕີທ່ານ ສົມສະຫວາດ ເລັ່ງສະຫວັດໃນລະຫວ່າງ ກອງປະຊຸມພັກ
ໄດ້ກ່າວວ່າ ເປົ້າໝາຍຂອງພັກ ກໍແມ່ນ​ເພື່ອເຮັດ​ໃຫ້​ປະ ເທດລາວຫຼຸດພົ້ນອອກຈາກຖານະ
ປະເທດທີ່ດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ລົບລ້າງຄວາມທຸກຍາກຕໍ່ໄປ.

ທ່ານ Carl Thayer ນັກວິເຄາະດ້ານປ້ອງກັນປະເທດຂອງມະຫາວິ ທະຍາໄລ New South
Wales ກ່າວວ່າ ລາວ ຈະຕ້ອງເຮັດໃຫ້ ການພົວທາງການທູດຂອງຕົນ ມີຄວາມດຸ່ນດ່ຽງ, ​
ໃນ​ຂະນະ​ທີ່ປະເທດ​ເຂົ້າຮັບໜ້າທີ່ ເປັນປະທານກອງປະຊຸມອາຊຽນ ແລະຕ້ອນຮັບເອົາ
ບັນດາຜູ້ນຳໂລກທີ່ສຳຄັນເຂົ້າຮ່ວມ, ລວມທັງ ປະທານາທິບໍດີສະຫະລັດ ທ່ານ ບາຣັກ
ໂອບາມາ ໃນທ້າຍປີນີ້.

ທ່ານ Thayer ກ່າວວ່າ “ທ່ານ ໂອບາມາ ຈະເດີນທາງໄປຢ້ຽມຢາມພາກພື້ນດັ່ງກ່າວ
ໃນເດືອນພຶດສະພານີ້, ໂດຍສະເພາະປະເທດ ຫວຽດນາມ. ທ່ານກຳລັງ​ກະກຽມ ໃນ
ຕອນທ້າຍຂອງປີນີ້ ທີ່ເຮັດໃຫ້ການທູດສະຫະລັດ ສາມາດໄປກັບ ລາວ ໄດ້ ເຊິ່ງພວກ
ເຂົາເຈົ້າເປັນປະທານກອງປະຊຸມອາຊຽນ ແລະ ພະຍາຍາມທີ່ຈະເຮັດໃຫ້ມັນເປັນກາງ
ແລະ ບໍ່ເຂົ້າຂ້າງກັບຝ່າຍໃດຝ່າຍໜຶ່ງ ແທນທີ່ຈະລຳອຽງໄປທາງ ຈີນ ເຊິ່ງບາງຄົນໄດ້
ໂຕ້ຖຽງວ່າ ມັນອາດຈະ​ເປັນ​ດັ່ງນັ້ນ.”

ບັນດານັກເຄາະກ່າວວ່າ ໂດຍການເປັນປະທານກອງປະຊຸມ ອາຊຽນ ລາວ ຈະຕ້ອງຕົກ
ເປັນຈຸດສົນໃຈຂອງນານາຊາດ ໃນຂະນະທີ່ພັກຄອມມູນິສ ຕັ້ງໃຈທີ່ຈະຊັ່ງຊາ ສາຍພົວພັນ
ລະຫວ່າງ ຈີນ ແລະ ຫວຽດນາມ ພ້ອມກັບເພັ່ງເລັງໃສ່ ການພັດທະນາເສດຖະກິດ.

XS
SM
MD
LG