ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດລາວ ໃນດ້ານເສດຖະກິດ ແລະການປາບປາມການຄ້າຢາເສບຕິດ ຈະບໍ່ສາມາດບັນລຸເປົ້າໝາຍໄດ້


ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ຊຸດທີ 9 ໃນຊ່ວງວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022.
ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ຊຸດທີ 9 ໃນຊ່ວງວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022.

ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດລາວ ໃນດ້ານເສດຖະກິດ ແລະການປາບປາມການຄ້າຢາເສບຕິດ ຈະບໍ່ສາມາດບັນລຸເປົ້າໝາຍໄດ້ຢ່າງແທ້ຈິງ ເພາະ ວ່າ ຍັງບໍ່ໄດ້ຮັບການຮ່ວມມືຈາກປະຊາຊົນລາວ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ຄະນະປະຈຳສະພາແຫ່ງຊາດລາວ ໄດ້ປະເມີນຜົນງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືການແກ້ໄຂບັນຫາຕົກຕ່ຳທາງເສດຖະກິດ ແລະການປາບປາມການຄ້າຢາເສບຕິດ ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດນັບແຕ່ເດືອນກໍລະກົດ 2021 ເປັນຕົ້ນມານັນ ພົບວ່າ ການຈັດຕັ້ງປະຕິບັດໃນພາກຕົວຈິງ ຍັງບໍ່ມີປະສິດທິພາບ ໂດຍມີສາເຫດຈາກຄວາມບໍ່ຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງພະນັກງານລັດ ແລະປະຊາຊົນລາວ ກໍຍັງບໍ່ໃຫ້ການຮ່ວມມືກັບພາກລັດ ສະນັ້ນ ຈຶ່ງເປັນການຍາກທີ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດດັ່ງກ່າວ ຈະສາມາດບັນລຸເປົ້າໝາຍໄດ້ຢ່າງແທ້ຈິງໃນປີ 2023 ຖ້າຫາກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ໃຫ້ການຮ່ວມມືຢ່າງຈິງຈັງ ໂດຍສະເພາະແມ່ນປະຊາຊົນລາວສ່ວນໃຫຍ່ນັ້ນ ຍັງບໍ່ມີຄວາມຮູ້-ຄວາມເຂົ້າໃຈໃນ 2 ວາລະແຫ່ງຊາດລາວອີກດ້ວຍ ດັ່ງທີ່ທ່ານສົມມາດ ໄດ້ໃຫ້ການຢືນຢັນວ່າ:

“ການປະຕິບັດວາລະແຫ່ງຊາດຂອງຂະແໜງການສູນກາງ ແລະທ້ອງຖິ່ນ ຍັງບໍ່ມີຄວາມເປັນເອກະພາບ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຮຸນແຮງຂອງບັນຫາ ແລະບໍ່ທັນເດັດຂາດໃນການແກ້ໄຂບັນຫາ ທີ່ຕິດພັນກັບຂະແໜງການຂອງຕົນ ໃຫ້ມີໝາກຜົນຕົວຈິງ ຍັງຊັກຊ້າ ມີການເອື່ອຍອິງ ແລະຖິ້ມຄວາມຮັບຜິດຊອບໃສ່ກັນ ການແກ້ໄຂບັນຫາ ແລະການກຳນົດບັນດາມາດຕະການບ່ອນທີ່ມີໂຄງການທົດລອງ ຍັງບໍ່ທັນໂປ່ງໃສ ຍັງບໍ່ໄດ້ມີສ່ວນຮ່ວມແຕ່ຫົວທີຂອງອົງການປົກຄອງ ແລະປະຊາຊົນເອງ ກໍຍັງບໍ່ທັນເຂົ້າໃນ ແລະຍັງຂັດຂ້ອງ.”

ທັງນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດທາງດ້ານເສດຖະ ກິດ-ການເງິນ ໄວ້ 4 ດ້ານ ຄືການລົດພາລະໜີ້ສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນປີ 2023 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະໜີ້ໃນປະເທດ 8.9 ເປີເຊັນ ຂອງ GDP ການເພີ້ມທຶນສຳຮອງເງິນຕາຕ່າງປະເທດເພື່ອຮັບປະກັນການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ 3 ເດືອນ ການຄວບຄຸມອັດຕາແລກປ່ຽນລະຫວ່າງ ທະນາຄ່ານກັບຕະຫຼາດໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະຄວບຄຸມໜີ້ທີ່ເກີດການເສຍຫາຍ ໃນລະບົບທະນາຄານ (NPL) ໃຫ້ຢູ່ທີ່ສັດສ່ວນບໍ່ເກີນ 3 ເປີເຊັນຂອງມູນໜີ້ທັງໝົດ.

ສ່ວນເຈົ້າໜ້າທີ່ຂັ້ນສູງ ໃນທະນາຄານແຫ່ງຊາດລາວ ຢືນຢັນວ່າ ຄ່າເງິນກີບຍັງຕົກຢູ່ ໃນສະພາວະປັ່ນປ່ວນ ແລະມີທ່າອຽງຈະອ່ອນຄ່າລົງໄດ້ທຸກເວລາ ຊຶ່ງເຫັນໄດ້ຈາກອັດຕາແລກປ່ຽນຂອງທະນາຄານກັບຕະຫຼາດທີ່ແຕກຕ່າງກັນເກີນກວ່າ 20 ເປີເຊັນ ໂດຍມີສາເຫດຈາກການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ລາວ ຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດ ແລະມີໜີ້ຕ່າງປະເທດເພີ້ມຂຶ້ນເປັນຫຼາຍກວ່າ 17,500 ລ້ານໂດລາ ຄິດເປັນ 75 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ປີ 2021 ແລະຍັງຈະເພີ້ມຂຶ້ນອີກ ໃນປີ 2022 ເພາະລັດຖະບານລາວ ຕ້ອງກູ້ຢືມອີກກວ່າ 15,000 ຕື້ກີບ ເພື່ອການດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ.

ສ່ວນການປາບປາມການຄ້າຢາເສບຕິດນັ້ນ ກໍຍັງບໍ່ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຂອງພາກສ່ວນທີ່ກ່ຽວຂ້ອງທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງບໍ່ມີປະສິດທິພາບ ທັງຍັງຂາດງົບປະມານສຳລັບນຳໃຊ້ໃນການເສີມສ້າງຄວາມຮູ້ ແລະຄວາມເຂົ້າໃຈໃຫ້ກັບປະຊາຊົນອີກດ້ວຍ ດັ່ງທີ່ສະມາຊິກສະພາປະຊາຊົນ ຂັ້ນແຂວງ ແຂວງຫົວພັນ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາຫລັກ ກະແມ່ນຂດການປະສານງານລະຫວ່າງການປົກຄອງແຂວງກັບສະພາເຮົານີ້ ໃນການຕິດຕາມກວດກາ ການປະສານງານຂອງພວກເຮົານີ້ ບໍ່ທັນລົງຮອຍກັນ ອົງການປົກຄອງ ເພິ່ນກະເຮັດແນວນຶ່ງ ການຕິດຕາມຊຸກຍູ້ຂອງສະພາຢາກໃຫ້ໄປຖືກຕາມເລື້ອງດຽວກັນຫັ້ນນ່າ ອັນນັ້ນ ກໍແມ່ນອັນນຶ່ງເນ້າະ ແລະຕໍ່ກັບການລົງພົງບປະພໍ່ແມ່ພີ່ນ້ອງຜູ້ມີສິດເລືອກຕັ້ງນີ້ ພວກເຮົາກໍພົບຄວາມຫຍຸ້ງຍາກຫຼາຍ ກໍເນື່ອງຈາກວ່າ ພວກເຮົາມັນມີຂໍ້ຫຍຸ້ງຍາກທາງດ້ານການເງິນນີ້ ງົບປະມານກະບໍ່ທັນຕອບສະໜອງນີ້ເນ້າະ ເປັນຕົ້ນວ່າ ການຊື້ນ້ຳມັນ ຊື້ເຄື່ອງຂອງທີ່ຈຳເປັນເພື່ອຈະລົງໄຟພົບພໍ່ແມ່ພີ່ນ້ອງ.”

ນອກຈາກນີ້ ລາວກໍຍັງຖືກໃຊ້ເປັນເສັ້ນທາງຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດເພີ້ມຂຶ້ນນັບມື້ ຊຶ່ງເປັນໄດ້ຈາກການຈັບນັກຄ້າຢາ ແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນເຊັ່ນກັນ ແລະສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດທີ່ຜ່ານລາວ ໄປຍັງຕ່າງປະເທດນັ້ນ ກໍຄືຂະບວນການຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນລາວແລະໃນລຸ່ມນ້ຳຂອງ ທັງນີ້ ຈາກການລາດຕະ ເວນໃນແນວນ້ຳຂອງລະຫວ່າງຈີນ-ມຽນມາ-ລາວ-ໄທ ໃນປີ 2021 ສາມາດປາບປາມການຄ້າຢາເສບຕິດ ໄດ້ເຖິງ 8,325 ກໍລະນີຈັ ບຜູ້ຕ້ອງຫາໄດ້ 8,043 ຄົນ ຢຶດຢາບ້າແລະຢາໄອຊ໌ ໄດ້ຫຼາຍກວ່າ 35 ໂຕນ ໃນນີ້ເກີນກວ່າ 90 ເປີເຊັນ ເປັນການຈັບກຸມຜູ້ຕ້ອງຫາ ແລະຢຶດຢາເສບຕິດໃນເຂດສາມຫຼ່ຽມຄຳທີ່ເປັນຊາຍແດນລະຫວ່າງ ມຽນມາ-ລາວ-ໄທ.

XS
SM
MD
LG