ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ອອກຄຳສັ່ງໃຫ້ຄວບຄຸມລາຄາສິນຄ້າ ອຸບປະ​ໂພ​ກ ບໍລິ​ໂພກ ທົ່ວປະເທດ


ນາຍົກລັດຖະມົນຕີລາວ ສັ່ງໃຫ້ມີການຄວບຄຸມລາຄາສິນຄ້າ ອຸບປະ​ໂພ​ກ ບໍລິ​ໂພກ ທົ່ວປະເທດ
ນາຍົກລັດຖະມົນຕີລາວ ສັ່ງໃຫ້ມີການຄວບຄຸມລາຄາສິນຄ້າ ອຸບປະ​ໂພ​ກ ບໍລິ​ໂພກ ທົ່ວປະເທດ

​ທາງ​ການ​ລາວ​ດຳ​ເນີນ ມາດ​ຕະການ​ກວດກາ​ເພື່ອ​ຄວບ​ຄຸມ​ລາຄາ​ສິ້ນ​ຄ້າ​ອຸບປະ​ໂພ​ກ
ບໍລິ​ໂພກ ຢ່າງ​ເຂັ້ມ​ງວດ ​ໂດຍຢ້ານ​ວ່າ ຈະ​ມີ​ການ​ສວຍ​ໂອກາດ​ປັບ​ຂຶ້ນ​ລາຄາ​ສິນຄ້າ
ຫຼັງ​ຈາກ​ການ​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນາງ​ພວງ​ພັນ ພູນ​ສະຫວັນ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ​ການ​ຄ້າ​ແຂວງ
​ບໍ່​ແກ້ວ ຖະ​ແຫຼ​ງຢືນຢັນວ່າ ຄະນະ​ລັດຖະບານ​ລາວ ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ອຸດສາ
ຫະກຳ ​ແລະ​ການ​ຄ້າ ​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ກວດກາ​ເພື່ອ​ຄວບ​ຄຸມ
​ລາຄາ​ຄ່າ​ສິນຄ້າ​ອຸບປະ​ໂພ​ກ ບໍລິ​ໂພ​ກ ຢ່າງ​ເຂັ້ມ​ງວດ​ໃນ​ປັດຈຸບັນ​ນີ້ ​ເພາະຢ້ານວ່າ
ຈະ​ມີ​ການ​ສວຍ​ໂອກາດ​ປັບ​ຂຶ້ນ​ລາຄາ​ສິນຄ້າ​ພາຍຫຼັງ ຈາກ​ທີ່​ລັດຖະບານ​ລາວ​ໄດ້
​ອະນຸມັດ ​ໃຫ້​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ໃນ​ທົ່ວ​ປະ​ເທດ​ຈາກ​ 9 ແສນ​ກີບ​ເປັນ
1 ລ້ານ 1 ​ແສນ​ກີບ​ຕໍ່​ເດືອນ ທີ່​ມີ​ຜົນ​ບັງຄັບ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1
ພຶດສະພາ 2018 ​ເປັນ​ຕົ້ນ​ໄປ​ນັ້ນ.

​ໂດຍ​ສຳລັບ​ການຈັດ​ຕັ້ງ​ປະຕິບັດ​ໃນ​ແຂວງ​ບໍ່​ແກ້ວ​ນັ້ນ ກໍ​ຄືກັນ​ກັບ ທຸກ​ແຂວງ ​ໃນ​ທົ່ວ​
ປະ​ເທດ​ລາວ ທີ່​ຈະ​ຕ້ອງ​ຈັດ​ຕັ້ງ​ປະຕິບັດຕາມ​ການ​ມອບ​ໝາຍ​ດັ່ງກ່າວ​ຢ່າງ​ເຄັ່ງ​ຄັດ
ຊຶ່ງ​ກໍ​ໄດ້​ມີ​ການຈັດ​ຕັ້ງ​ຄະນະ​ຮັບຜິດຊອບ​ເພື່ອ​ລົງ​ໄປ​ກວດກາ​ລາຄາ​ສິນຄ້າ ຢູ່​ໃນ
​ທ້ອງ​ຕະຫຼາດ​ເປັນ​ປະຈຳ​ທຸກ​ວັນ ໂດ​ຍ​ໄດ້​ປະສານ​ງານ​ການ​ຮ່ວມ​ມື​ກັບ​ພະ​ແນ​ກ
ສາທາ​ລະ​ນະສຸກ ພະ​ແນ​ກກະສິ​ກຳ-​ປ່າ​ໄມ້​ແລະພະ​ແນ​ກ​ວິທະຍາສາດ-​ເທັກ​ໂນ​
ໂລ​ຈີ ດັ່ງ​ທີ່​ທ່ານ​ນາງ​ພວງ​ພັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ການ​ຄຸ້ມ​ຄອງ​ລາຄາ​ນີ້ ​
ແມ່ນ​ແຕ່ງ​ຕັ້ງ​ໃຫ້​ພະນັກງານ​ເຮົາ​ລົງ​ປະຈຳ ​ແຕ່ລະ​ເຊົ້າ​ຕ້ອງ​ໄດ້​ລົງ​ໄປ​ຕິດຕາມ​ກວດ
ກາ​ເບິ່ງ​ແລະ​ຢູ່​ໃນ​ນັ້ນ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຄື​ມີ​ການ​ຄ້າ​ເຮົາ​ເປັນ​ຫຼັກ ມີ​ສາທາ
ມີ​ກະສິກຳ ມີ​ພະ​ແນ​ກວິທະຍາສາດ-​ເທັກ​ໂນ​ໂລ​ຈີ ​ໄດ້​ລົງ​ກວດກາ ຕິດຕາມ​ຄຸ້ມ​ຄອງ
​ທາງ​ດ້ານ​ລະບຽບ​ ການຈັດ​ສັນ​ສະຖານ​ທີ່ການ​ຄຸ້ມ​ຄອງ​ການ​ເຂົ້າ-​ອອກ​ຂອງ​ຕະຫຼາດ
​ແລ້ວ​ກະກາ​ນຄຸ້ມ​ຄອງ​ລາຄາ.”

ທາງ​ດ້ານ ທ່ານ​ນາງ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ
​ແລະ​ການ​ຄ້າ ຍອມຮັບ​ວ່າ ການ​ດຳ​ເນີນ​ມາດ​ຕະການ​ຄວບ​ຄຸມ​ລາຄາ​ສິນຄ້າ​ອຸບປະ
​ໂພ​ກ-ບໍລິ​ໂພ​ກ​ໃນ​ຫຼາຍ​ລາຍການ ​ແລະ​ຄ່າ​ບໍລິການ​ຕ່າງໆ ຍັງ​ບໍ່​ສາມາດ​ຈັດ​ຕັ້ງ
​ປະຕິ​ບັດ​ໄດ້​ຢ່າງ​ແທ້​ຈິງ ​ໂດຍ​ສະ​ເພາະ ກໍ​ແມ່ນ​ສິນຄ້າ​ໃນ​ບັນຊີ​ຄວບ​ຄຸມ​ແລະ​ສິນຄ້າ​
ທີ່ຢູ່​ໃນ​ບັນຊີ​ເຝົ້າ​ລະວັງເຊັ່ນ ອາຫານ ​ເຄື່ອງ​ດື່ມ ຄ່າ​ຮັກສາສຸຂະພາບ ຄ່າ​ຫ້ອງ​ພັກ​ທີ່
ຢູ່​ໃນ​ໂຮງໝໍ ຄ່າ​ເສີມສວຍ ຄ່າ​ບໍລິການ​ຕັດ​ເຄື່ອງ ​ແລະ​ຄ່າ​ຊ້ອມ​ແປງ​ລົດຍົນ​ຕ່າງໆ
ນັ້ນ​ຖື​ວ່າ​ເປັນ​ພາກສ່ວນ​ທີ່​ຄວບ​ຄຸມ​ໄດ້​ຍາກ​ທີ່​ສຸດ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ເຮັດ​ໃຫ້​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ
ຕ້ອງສັ່ງ​ການ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ລົງ​ໄປ​ຕິດຕາມ ກວດກາ​ຕົວ​ຈິງ​ຢ່າງ​ໃກ້ຊິດ ​
ເພື່ອບໍ່​ໃຫ້​ພໍ່ຄ້າ​ສວຍ​ໂອກາດ​ປັບ​ຂຶ້ນ​ລາຄາ​ສິນຄ້າ ຕາມ​ລຳພັງ​ໂດຍ​ຖ້າ​ຫາກ​ກວດ​ພົບ
​ການລະ​ເມີດ ກໍ​ຈະ​ຕ້ອງ​ດຳ​ເນີນ​ມາດຕະການ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ ທັງ​ຍັງ​ຈະ
​ຕ້ອງກຳໜົດ​ບັນຊີ​ສິນຄ້າ​ຄວບ​ຄຸມ​ໃຫ້​ໄວ ​ແລະ​ມີ​ການ​ຄວບ​ຄຸມ​ລາຄາ​ສິນຄ້າ​ຢ່າງ
ເໝາະ​ສົມ​ດ້ວຍ.

ລາຄາ​ສິນຄ້າ​ອຸບປະ​ໂພ​ກ​ແລະບໍລິ​ໂພ​ກໃນ​ລາວ ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ນັບ​ຕັ້ງ​
ແຕ່ເດືອນ​ຕຸລາ 2017 ມາ​ເຖິງ​ປັດຈຸ​ບັນ​ນີ້ ກໍ​ປາກົດ​ວ່າ ລາຄາ​ສິນຄ້າ ​ໄດ້​ປັບ​ຕົວ​ສູງ​ຂຶ້ນ
ເກີນກວ່າ 30 ​ເປີ​ເຊັນ ​ໂດຍ​ສະ​ເພາະ​ແມ່ນ​ນະຄອນ​ວຽງ​ຈັນ ນັບ​ເປັນ​ເຂດ​ທີ່ສິນຄ້າ​ໄດ້
​ປັບລາຄາ​ສູງ​ຂຶ້ນ​ຫຼາຍ​ທີ່​ສຸດ ​ໂດຍ​ເຂົ້າໜຽວ​ປະ​ເພດ​ທີ 1 ​ໄດ້​ເພີ່ມ​ຂຶ້ນຈາກ 8 ພັນ
500 ​ເປັນ 12 ພັນ​ກີບ ຕໍ່​ກິ​ໂລກຣາມ ສ່ວນ​ຊີ້ນ​ສັດ ກໍ​ແພງ​ກວ່າ​ຢູ່​ໃນ​ໄທ ​ເຖິງ 25 ​
ເປີ​ເຊັນ ຊີ້ນ​ງົວລາຄາ 85 ພັນກີບ​ຕໍ່ກິ​ໂລກຣາມ ຊີ້ນ​ໝູ ​ເປັດ ​ໄກ່ ລາຄາ 40 ພັນກີບ
​ຕໍ່ກິ​ໂລກຣາມ.

ສະພາບ​ການ ດັ່ງກ່າວ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ປະຊາຊົນ​ລາວ ຢ່າງ​ກວ້າງຂວາງ ​ເພາະວ່າ​
ໃນ​ຂະນະ​ທີ່​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ ​ໄດ້​ປັບ​ຂຶ້ນ​ຈາກ 9 ​ແສນ​ກີບ ​ເປັນ 1 ລ້ານ 1 ​ແສນ​ກີບ
​ຕໍ່​ເດືອນ ຫຼື​ເພີ້ມ​ຂຶ້ນພຽງ​ແຕ່ 22.2 ​ເປີ​ເຊັນ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ປາກົດ​ວ່າ ຜູ້​ອອກ​ແຮງ​
ງານ​ແລະ​ປະຊາຊົນ​ລາວ​ຕ້ອງ​ແບກ​ຮັບ​ຄ່າ​ຄອງ​ຊີບ ທີ່​ເພີ້ມ​ສູງ​ຂຶ້ນ​ເກີນ​ກວ່າ 30 ​ເປີ​ເຊັນ
​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ໃນ​ຊົນນະບົດ ​ເຊັ່ນ ປະຊາຊົນ​ເມືອງ​ຕຸ້ມ​ລານ ​ແຂວງ​
ອັດ​ຕະປື ທີ່​ມີ​ລາຍ​ໄດ້ 5 ລ້ານ​ກວ່າ​ກີບ​ຕໍ່​ປີ​ນັ້ນ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ.


XS
SM
MD
LG