ລັດຖະມົນຕີລາວ ຍອມຮັບວ່າ ການກໍ່ສ້າງຖະໜົນຈຳນວນບໍ່ນ້ອຍໃນລາວ ທີ່ບໍ່ໄດ້
ມາດຕະຖານຕາມແບບທີ່ກຳນົດ ທັງຍັງມີຄຸນນະພາບຕ່ຳ ແລະປະເມີນມູນຄ່າກໍ່ສ້າງ
ສູງກວ່າຄວາມເປັນຈິງອີກດ້ວຍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານບຸນຈັນ ສິນທະວົງ ລັດຖະມົນຕີ ວ່າການກະຊວງໂຍທາທິການແລະຂົນສົ່ງໄດ້
ຖະແຫຼງຍອມຮັບວ່າ ການກໍ່ສ້າງຖະໜົນຈຳນວນບໍ່ໜ້ອຍ ໃນລາວ ທີ່ດຳເນີນການບໍ່ໄດ້
ມາດຕະຖານຕາມແບບທີ່ກຳນົດ ທັງຍັງປາກົດວ່າມີຫຼາຍໂຄງການທີ່ມີຄຸນນະພາບຕ່ຳ
ແຕ່ກັບມີການປະເມີນມູນຄ່າການກໍ່ສ້າງທີ່ສູງກວ່າຄວາມເປັນຈິງ ໂດຍສາເຫດທີ່
ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍຍ້ອນວ່າໂຄງການສ່ວນໃຫຍ່ ບໍ່ໄດ້ມີການປະມູນຢ່າງເປີດ
ກວ້າງ ຈຶ່ງດຳເນີນໂຄງການໃນທຸກຂັ້ນຕອນໂດຍຜູ້ຮັບເໝົາລາຍດຽວໂດຍສະເພາະ
ແມ່ນໂຄງການຂອງລັດຖະບານທີ່ພາກເອກກະຊົນລົງທຶນໃຫ້ກ່ອນນັ້ນຖືເປັນໂຄງການ
ທີ່ມີມາດຕະຖານຕ່ຳທີ່ສຸດ ດັ່ງທີ່ທ່ານບຸນຈັນໄດ້ຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝ
ສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດລາວ ຊຸດ ທີ 8 ເມື່ອບໍ່ນານມານີ້ວ່າ “ກະຊວງ
ໂຍທາທິການແລະຂົນສົ່ງ ໄດ້ມີການຄົ້ນຄວ້າ ສັງຮວມ ສາເຫດຕົ້ນຕໍທີ່ພາໃຫ້ໂຄງ
ການມີມູນຄ່າສູງ ຄຸນນະພາບຕ່ຳ ແລະແກ່ຍາວເວລາການກໍ່ສ້າງ ສາເຫດແມ່ນ
ເກີດມາຈາກໂຄງການລົງທຶນກ່ອນ ໂດຍບໍ່ຜ່ານການປະມູນເປີດກວ້າງ ຜູ້ສຳຫຼວດ
ອອກແບບ ແລະກໍ່ສ້າງ ແມ່ນຜູ້ດຽວກັນ ຮວມທັງ ການຄັດເລືອກເອົາບໍລິສັດ
ທີ່ປຶກສາມາຄຸ້ມຄອງ ກວດກາຄຸນນະພາບການກໍ່ສ້າງ ສ່ວນຫຼາຍແມ່ນຜູ້ຮັບເໝົາ
ເປັນຜູ້ເລືອກເອງ ບໍ່ຜ່ານການປະມູນເປີດກວ້າງ ຈຶ່ງເຮັດໃຫ້ບໍ່ມີຄຸນນະພາບ
ເທົ່າທີ່ຄວນ."
ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີ ວ່າການກະຊວງ
ການເງິນ ຖະແຫຼງຢືນຢັນວ່າ ໂຄງການຂອງລັດຖະບານ ທີ່ພາກເອກກະຊົນລົງທຶນ
ໃຫ້ກ່ອນ ດັ່ງກ່າວນີ້ ໄດ້ສ້າງພາລະໜີ້ຢ່າງຫຼວງຫຼາຍໃຫ້ແກ່ລັດຖະບານລາວ ໂດຍໃນ
ແຜນການງົບປະມານປະຈຳປີ 2018 ລັດຖະບານລາວ ໄດ້ຈັດສັນງົບປະມານສຳລັບ
ການຊຳລະໜີ້ໃຫ້ບໍລິສັດເອກກະຊົນ ທີ່ລົງທຶນໃຫ້ກ່ອນ ເຖິງ 1,831 ໂຄງການໃນນີ້
ໄດ້ຊຳລະໜີ້ໄປແລ້ວກວ່າ 529 ຕື້ກີບ ແລະຍັງເຫຼືອທີ່ຈະຕ້ອງຊຳລະຄືນອີກກວ່າ
6,513 ຕື້ກີບ.
ແຕ່ຢ່າງໃດ ກໍຕາມ ເນື່ອງຈາກລັດຖະບານລາວມີງົບປະມານຢ່າງຈຳກັດ ຈຶ່ງຕ້ອງມີ
ການປັບປ່ຽນ ວິທີການຊຳລະໜີ້ ດັ່ງກ່າວ ດ້ວຍການອອກພັນທະບັດລັດຖະບານ
ເພື່ອອ່ວຍໜີ້ທີ່ບັນດາບໍລິສັດເອກກະຊົນ ມີຢູ່ກັບບັນດາທະນາຄານຕ່າງໆ ໃນລາວ
ໃຫ້ມາເປັນໜີ້ຂອງລັດຖະບານແທນ ໃນມູນຄ່າ 3,250 ຕື້ກີບ ຊຶ່ງຜ່ານການຮັບຮອງ
ຈາກກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາແຫ່ງຊາດ ໃນເດືອນມິຖຸນາ 2018.
ທ່ານສົມດີ ດວງດີ ຢືນຢັນດ້ວຍວ່າ ການອ່ວຍໜີ້ໃຫ້ກັບບໍລິສັດເອກກະຊົນ ດັ່ງກ່າວນີ້
ບໍ່ຮວມເຖິງໂຄງການນອກແຜນການຂອງລັດຖະບານແຕ່ຢ່າງໃດ ທັງນີ້ໂດຍຕາມລາຍ
ງານຂອງ
ອົງການກວດສອບແຫ່ງລັດ ລະບຸວ່າໄດ້ກວດພົບໂຄງການນອກແຜນການຂອງລັດຖະ
ບານ 285 ໂຄງການມີມູນຄ່າ 4,483 ກວ່າຕື້ກີບ ທີ່ຈັດຕັ້ງປະຕິບັດ ບໍ່ເປັນໄປຕາມ
ລະບຽບກົດໝາຍ ດ້ານງົບປະມານແລະບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ
ໃນປີ 2017 ທີ່ຜ່ານມາແຕ່ຢ່າງໃດ.
ທາງດ້ານ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ລາຍງານວ່າ ການກວດ
ກາພາຍໃນພັກ ໃນປີ 2017 ກວດພົບການທຸດຈະລິດ 146 ກໍລະນີ ເຮັດໃຫ້ເກີດການ
ເສຍຫາຍ 593 ຕື້ກີບ ກັບ 5 ລ້ານກວ່າບາດ, 4 ລ້ານ 6 ແສນ 7 ໝື່ນໂດລາ ແລະ 20
ລ້ານກວ່າດົງ ມີຜູ້ຕ້ອງຫາ 994 ຄົນ ໃນນີ້ ເປັນພະນັກງານລັດ 908 ຄົນ ນັກທຸລະກິດ
86 ຄົນ ໂດຍໄດ້ລົງໂທດທາງວິໄນແລ້ວ 414 ຄົນ ແລະ 14 ຄົນ ຖືກຕັດສິນໃຫ້ຂັງຄຸກ.
ສ່ວນອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ສະເໜີ
ລາຍງານສະພາບການສໍ້ລາດບັງຫຼວງ ໃນປີ 2017 ໂດຍຈັດໃຫ້ລາວ ຢູ່ທີ່ອັນດັບ 135
ຈາກ 180 ປະເທດທົ່ວໂລກ ໂດຍນັກລົງທຶນຊາວຕ່າງຊາດ ມີຄວາມເຊື່ອໝັ້ນຕໍ່ຄວາມ
ໂປ່ງໃສ ໃນການບໍລິຫານຂອງລັດຖະບານລາວ ໃນລະດັບ 29 ຈາກ 100 ຄະແນນ
ຊຶ່ງຫຼຸດລົງ ຈາກ 30 ຄະແນນ ໃນປີ 2016 ໝາຍຄວາມວ່າ ມາດຕະການ ໃນການປາບ
ປາມການສໍ້ລາດບັງຫຼວງໃນລາວ ມີປະສິດທິພາບຕ່ຳລົງ ທັງນີ້ທະນາຄານພັດທະນາ
ເອເຊຍ (ADB) ປະເມີນວ່າ ການທຸດຈະລິດໃນລາວເຮັດໃຫ້ເກີດການສູນເສຍຫຼາຍ
ກວ່າ 698 ລ້ານໂດລາ ໃນແຕ່ລະປີ.