ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລາວ​ນຳ​ເຂົ້າ ​ນ້ຳ​ມັນ​ເຊື້ອ​ເພີງ​ ຈາກ​ຈີນ ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ເພື່ອ​ຮອງ​ຮັບ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ


​ການ​ໃຫ້​ບໍ​ລິ​ການ​ນ້ຳ​ມັນໃນ​ລາວ
​ການ​ໃຫ້​ບໍ​ລິ​ການ​ນ້ຳ​ມັນໃນ​ລາວ

ລາວ​ນຳ​ເຂົ້າ​ນ້ຳມັນ ຈາກ​ຈີນ ໃນ​ປະ​ລິ​ມານ​ຮວມ​ເກີນ 100 ລ້ານ​ລິດ​ຕໍ່​ປີເພື່ອ​ຕອບ
ສະ​ໜອງໃຫ້​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແຕ່​ກໍ​ມີ​ສ່ວນ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ
ຄ້າ​ນ້ຳ​ມັນ​ຄຸນ​ນະ​ພາບ​ຕ່ຳ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ລາວ​ນຳ​ເຂົ້າ​ນ້ຳມັນຈາກ​ຈີນ ໃນ​ປະ​ລິ​ມານ​ຮວມ​ເກີນ 100 ລ້ານ​ລິດ​ຕໍ່​ປີ ເພື່ອ​ສອບ​
ສະ​ໜອງ​ໃຫ້​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ ແຕ່​ກໍ​ມີ​ສ່ວນ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​
ນ້ຳ​ມັນຄຸນ​ນະ​ພາບ​ຕ່ຳເຈົ້າ​ໜ້າ​ທີ່ຂັ້ນ​ສູງ ໃນ​ກະ​ຊວງວິ​ທະ​ຍາ​ສາດ​ແລະ​ເທັກ​ໂນ​ໂລ​ຈີ
ເປີດ​ເຜີຍ​ວ່າ ການ​ອະ​ນຸ​ຍາດ​ໃຫ້​ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ ເພື່ອ​ຕອບ​ສະ​ໜອງ​
ໃຫ້​ກັບ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ທີ່​ເປັນ​ການ​ລົງທຶນ​ຂອງ​ຕ່າງ​ຊາດ​ໃນ​ລາວ​ນັ້ນ ໄດ້​ມີ
ສ່ວນ​ເຮັດໃຫ້​ເກີດ​ບັນ​ຫາ ໃນ​ການລັກ​ລອບ​ຄ້າ​ນ້ຳ​ມັນ​ຄຸນ​ນະ​ພາບ​ຕ່ຳ​ຢູ່​ໃນ​ລາວ ໃນ​ປັດ​
ຈຸ​ບັນ​ນີ້ ເພາະ​ໄດ້​ມີ​ການ​ອະ​ນຸ​ຍາດ​ໃຫ້ນຳ​ເອົາ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​
ໃນ​ລາວ ໄດ້​ເຖິງ 16 ດ່ານ​ຊາຍ​ແດນ​ດ້ວຍ​ກັນ ຊຶ່ງ​ເຮັດ​ໃຫ້​ກວດ​ກາ ໄດ້​ຢ່າງ​ບໍ່​ທົ່ວ​ເຖິງ
ປະ​ກອບ​ກັບ​ມີ​ການ​ລັກ​ລອບ​ຄ້າ​ນ້ຳ​ມັນ​ເຖື່ອນ​ເກີດ​ຂຶ້ນ ຢູ່​ຫຼາຍພື້ນ​ທີ່​ໃນ​ລາວ​ດ້ວຍ​ນັ້ນ
ກໍ​ເຮັດ​ໃຫ້​ມີ​ການນຳ​ເອົາ​ນ້ຳ​ມັນ​ຄຸນ​ພາບ​ຕ່ຳ​ມາ​ປະ​ສົມ​ກັບ​ນ້ຳ​ຄຸນ​ນະ​ພາບ​ມາດ​ຕະ​ຖານ​
ແລ້ວ ກໍ​ນຳ​ໄປ​ຂາຍ​ໃຫ້​ກັບ​ບັນ​ດາ​ປ້ຳ​ບໍ​ລິ​ການ​ນ້ຳ​ມັນ​ຕ່າງໆ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
ຂອງ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ... “ເປັນ​ຫຍັງ​ນ້ຳ​ມັນ​ຢູ່​ປ້ຳບໍ​ລິ​ການ ຈຶ່ງ​ບໍ່​ໄດ້​ມາດ​
ຕະ​ຖານ ອັນ​ນີ້​ກະ​ຍອມ​ຮັບ​ໄດ້​ວ່າ​ມັນ​ມີ​ຫຼາຍ​ສາ​ເຫດ​ຢູ່ ສ​ປ​ປ​ ລາວ ຍັງ​ມີ​ໂຄວ໌ຕາ
​ນ້ຳ​ມັນ Calosines ​ທີ່​ເອົາ​ມາ​ລ້າງເຄື່ອງ​ຈັກແຕ່​ວ່າ ເຈົ້າ​ໜ້າ​ທີ່​ຂາດ​ການ​ຄຸ້ມຄອງ
ການ​ເຄື່ອນຍ້າຍ​ໄປ​ສູ່​ທີ່​ໝາຍ ຍັງ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ຈຶ່ງ​ເຮັດ​ໃຫ້ມີການ​ລັກ​ລອບ​
ເອົາ​ອອກ​ມາ​ຜະ​ສົມ​ກັບ​ນ້ຳ​ມັນ​ທີ່​ໃຊ້​ທົ່ວ​ໄປ ແລະ​ເອົາ​ໄປ​ຂາຍ​ໃຫ້​ແກ່​ປ້ຳ​ຫັ້ນ.”

ທາງດ້ານ ທ່ານ Yasushi Negishi ຜູ້​ອຳ​ນວຍ​ການທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ
(ADB) ປະຈຳ​ລາວ ຢືນ​ຢັນ​ວ່າ ການ​ຊົມ​ໃຊ້​ນ້ຳ​ມັນ​ທີ່​ເພີ້ມ​ຂຶ້ນ ໄດ້​ເຮັດ​ໃຫ້​ລາວ ຕ້ອງ​
ຜະ​ເຊີນກັບ​ ​ການ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ເພີ້ມ​ຂຶ້ນທຸກ​ປີ ໂດຍ​ປີ 2018 ລັດ​ຖະ​
ບານ​ລາວ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ ໃນ​ອັດ​ຕາ​ສະ​ເລ່ຍ 14.9 ເປີ​ເຊັນ ຂອງຍອດ​
ຜ​ະລິດຕະ​ພັນ​ຮວມ​ພາຍ​ໃນ (GDP)ແລະ​ໄດ້ ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຖິງ 1,750 ລ້ານ​
ລິດ ເພີ້ມ​ຂຶ້ນ​ເກີນກວ່າ 12 ເປີ​ເຊັນ ທຽບ​ໃສ່​ປີ 2017 ແຕ່​ສຳ​ລັບ​ໃນ​ປີ 2019 ນີ້ ກໍ​ຄາດ​
ວ່າ​ລາວຈະ​ນຳ​ເຂົ້າ​ນ້ຳ​ມັນບໍ່​ເກີນ 1,000 ລ້ານ​ລິດ ເພາະ​ວ່າໂຮງ​ກັ່ນ​ນ້ຳ​ມັນ ແ​ຫ່ງ​ທຳ​ອິດ
ໃນ​ລາວ ທີ່​ລົງ​ທຶນ ໂດຍ​ກຸ່ມ​ເສດ​ຖະ​ກິດ​ຈີນ​ນັ້ນ ຈະ​ເລີ້ມ​ດຳ​ເນີນ​ການ​ກັ່ນ​ນ້ຳ​ມັນ​ໃຫ້​ໄດ້
ໃນ​ປະ​ລິ​ມານ​ຮວມ 950 ລ້ານ​ລິດ ໃນ​ປີ 2019 ນີ້. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ນຳ​ເຂົ້າ​ນ້ຳ​ມັນດັ່ງ​ກ່າວ ກໍ​ບໍ່​ຮວມ​ເຖິງ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຈີນ
ສຳ​ລັບ​ຕອ​ບ​ສະ​ໜອງ​ໃຫ້​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແຕ່​ຢ່າງ​ໃດ ແລະ​ເມື່ອ​
ຮວມ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ຂອງ​ຈີນ​ໃນ​ລາວ ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່​ໃນ​ເວ​ລາ​ນີ້
ຈຳ​ນວນ 9 ໂຄງ​ການ ກໍເຮັດໃຫ້​ຄາດ​ໝາຍ ໄດ້​ວ່າ ຈະ​ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຈີນ​
ໃນ​ປະ​ລິ​ມານ​ຮວມ​ເກີນກວ່າ 100 ລ້ານ​ລິດ ໃນ​ປີ 2019 ນີ້ ຊຶ່ງ​ເປັນ​ນ້ຳ​ມັນ​ທີ່​ສົ່ງ​ອອກ
ໂດຍ​ກຸ່ມ​ບໍ​ລິ​ສັດ Petro China ແລະນຳ​ເຂົ້າ​ມາ​ໃນ​ລາວ​ໂດຍ​ບໍ​ລິ​ສັດ NTP ການຄ້າ​
ນ້ຳ​ມັນ​ເຊື້ອ​ໄຟ​ຈຳ​ກັດ ມະ​ຫາ​ຊົນ ທີ່​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ຕອບ​ສະ​ໜອງ​ນຳ​ມັນ​ໃຫ້​ກັບ
ໂຄງ​ການ​ລົງ​ທຶນ​ຂອງ​ຈີນ​ໃນ​ລາວ ເປັນ​ການ​ສະ​ເພາະ ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.

ສ່ວນ​ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ປະ​ທານ​ອົງ​ການກວດ​ກາ
​ລັດ​ຖະ​ບານ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ ໄດ້​ກວດ​ພົບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ຜິດ​ລະ​ບຽບ​
ກົດ​ໝາຍ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ພາ​ສີອາ​ກອນ​ນຳ​ເຂົ້າ​ນ້ຳ​ມັນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ
ທີ່​ລົງ​ທຶນ​ໃນ​ລາວ ຊຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ຊ່ອຍ​ເຫຼືອ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່
​ໃນ​ວົງ​ການ​ລາວ​ນັ້ນ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ສູນ​ເສຍ​ລາຍ​ຮັບ​ໄປ​ຫຼາຍກວ່າ 2,407
ຕື້​ກີບ ໃນ​ແຕ່​ລະ​ປີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ​ທ່ານ​ບຸນ​ທອງ ກໍ​ໄດ້​ຖະ​ແຫຼງ​ໃນ​ໂອ​ກາດ​ທີ່​ໄດ້​ເດີນ​ທາງ​ໄປ​ກວດ​ກາ​
ໂຄງ​ການ ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຮ່ວມ​ກັບ​ທ່ານ​ຈ້າວ ເລີ່​ຈີ ປະ​ທານ​ຄະ​ນະ​ກວດ​ກາ
​ລະ​ບຽບ​ວິ​ໄນ​ຂອງ​ສູນ​ກາງ​ພັກ​ຄອມ​ມຸຍ​ນິ​ສ​ຈີນ ທີ່​ແຂວງ​ຫຼວງ​ພະ​ບາງ ເມື່ອ​ທ້າຍ​ປີ 2018
ວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄືບ​ໜ້າກວ່າ 40 ເປີ​ເຊັນ ຂອງ​ແຜນ​ການ​ແລະ​ການ​ດຳ​ເນີນ
​ງານກໍຮຽບ​ຮ້ອຍ​ດີ ໃນທຸກດ້ານ.

ທັງ​ນີ້ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄ​ຟລາວ - ຈີນ ໄດ້​ສົ່ງ​ມອບ​ທີ່​ດິນ​ໃຫ້​ກັບ​
ບໍ​ລິ​ສັດ​ຈີນ​ແລ້ວ 84 ເປີ​ເຊັນ ຂອງ​ພື້ນ​ທີ່​ຖືກ​ກະ​ທົບ​ທັງ​ໝົດ 3,832 ເຮັກ​ຕາ ໂດຍ​ໄດ້​
ຊົດ​ເຊີຍ​ຄ່າ​ທີ່​ດິນ​ລະ​ຫວ່າງ 11,000-80,000 ກີບ​ຕໍ່​ຕາ​ແມັດ ໃນ​ແຂວ​ຫຼວງ​ນ້ຳ​ທາອຸ​
ດົມ​ໄຊ ຫຼວງພະ​ບາງ ແລະ​ລະ​ຫວ່າງ 15,000 -137,000 ກີບ ຕໍ່​ຕາ​ແມັດ ໃນ​ແຂວງ
ວຽງ​ຈັນ ແລະນະ​ຄອນ​ວຽງ​ຈັນ ໂດຍ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ​ໃນ​ລາວ ລະ​ບຸ​ວ່າ​
ເປັນ​ຄ່າ​ຊົດ​ເຊີຍ ທີ່​ຕ່ຳ​ກວ່າ​ຄວາມ​ເປັນຈິງ ເຖິງ 10 ເທົ່າ​ຕົວ.

XS
SM
MD
LG