ເຂື່ອນໄຟຟ້າເທິງນ້ຳຂອງໃນຈີນແລະລາວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນທີ່ຢູ່ໃນເຂດ
ຕອນລ່າງຫຼາຍຂຶ້ນ ສ່ວນນັກລົງທຶນໄທ ກໍຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບຸລີ
ໃນລາວ ຈະສຳເລັດໃນປີ 2019 ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ແກນນຳຂອງເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດ
ໃນລຸ່ມແມ່ນ້ຳຂອງ ຢືນຢັນວ່າ ເຂື່ອນໄຟຟ້າເທິງແມ່ນ້ຳຂອງ ໃນເຂດແຂວງຢຸນນານ
ຂອງຈີນ ທີ່ກໍ່ສ້າງເສັດແລ້ວ 7 ໂຄງການ ຈາກແຜນການທີ່ວາງໄວ້ 8 ໂຄງການນັ້ນ
ໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕອນລ່າງຂອງ
ເຂື່ອນຢ່າງກວ້າງຂວາງໃນປັດຈຸບັນ ໂດຍສະເພາະແມ່ນຜົນກະທົບຕໍ່ການປະມົງແລະ
ການປູກພືດຢູ່ແຄມຝັ່ງແມ່ນ້ຳຂອງນັ້ນ ດັ່ງທີ່ແກນນຳຂອງເຄືອຂ່າຍປະຊາຊົນໄທ
ຢືນຢັນວ່າ: “ສະໄໝກ່ອນປາຫຼາຍ ຫາກິນສະບາຍ ໃນປັດຈຸບັນນີ້ ຫາປານີ້ ຖ້າເຈົ້າ
ບໍ່ຖະນັດ ບໍ່ເກັ່ງ ກໍບໍ່ໄດ້ດອກ ສິບວັນຍັງບໍ່ໄດ້ຈັກຕົວຍັງມີ ສວນທີ່ເຮົາມີຮິມຝັ່ງ
ເຮົາປູກເສັດແລ້ວ ນ້ຳແຫ້ງເນາະ ຈີນຍັງບໍ່ ໄດ້ປ່ອຍນ້ຳມາອີກ ຖ້າເຂົາມາຕັນເຂື່ອນ
ແລ້ວ ກໍເຮົາໝົດສິດເດ ເຮົາບໍ່ມີທີ່ທຳມາຫາກິນ.” ທັງນີ້ໂດຍເຄືອຂ່າຍປະຊາຊົນໄທ
ເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດ ໃນແມ່ນ້ຳຂອງ ໄດ້ພາກັນເຄື່ອນໄຫວ
ເພື່ອຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນ້ຳຂອງມາຢ່າງຕໍ່ເນື່ອງ ໃນນີ້ຮວມເຖິງ
ໂຄງການເຂື່ອນປາກແບງ ເທິງແມ່ນ້ຳຂອງ
ໃນເຂດແຂວງອຸດົມໄຊຂອງລາວດ້ວຍ ໂດຍໄດ້ຍື່ນຄຳຟ້ອງຮ້ອງ ຕໍ່ສານປົກຄອງໃນໄທ
ເພື່ອຂໍໃຫ້ມີຄຳສັ່ງບັງຄັບໃຫ້ລັດຖະບານໄທ ຕ້ອງສະແດງການຄັດຄ້ານໂຄງການດັ່ງກ່າວ
ໃນກອງປະຊຸມຄະນະກຳມາທິການແມ່ນ້ຳຂອງ (MRC) ທີ່ໄທເປັນສະມາຊິກຮ່ວມ
ກຳພູເຈຍ ຫວຽດນາມ ແລະລາວ ດ້ວຍນັ້ນ.
ທັງນີ້ ກໍເນື່ອງຈາກເຫັນວ່າໂຄງການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງ ໃນລາວນັ້ນ ຈະສົ່ງຜົນ
ກະທົບຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດ
ໃນແມ່ນ້ຳຂອງຕະຫຼອດທັງສາຍ ໃນເຂດຕອນລ່າງຂອງແມ່ນ້ຳຂອງອີກດ້ວຍ ຫາກແຕ່ວ່າ
ກໍເປັນການຍາກທີ່ຈະຄັດຄ້ານໂຄງການເຂື່ອນປາກແບງ ໄດ້ໂດຍທາງການໄທ
ເພາະໂຄງການຕັ້ງຢູ່ໃນເຂດອະທິປະໄຕຂອງລາວ ຈຶ່ງບໍ່ສາມາດແຊກແຊງໄດ້
ນອກຈາກການພິຈາລະນາ ຂໍ້ມູນຕ່າງໆທີ່ທາງການລາວແລະຜູ້ລົງທຶນ ໃນໂຄງການ
ໄດ້ນຳສະເໜີເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທ່ານນາງພຽງພອນ ດີເທດ ຜູ້ອຳນວຍການຝ່າຍຈັດກິດຈະການຂອງ
ອົງການແມ່ນ້ຳສາກົນ (International Rivers) ໃນໄທ ຢືນຢັນວ່າ ການເຄື່ອນໄຫວ
ຄັດຄ້ານໂຄງການກໍ່ສ້າງເຂື່ອນໄຟຟ້າ ເທິງແມ່ນ້ຳຂອງໃນໄລຍະໃໝ່ນີ້ ໄດ້ໃຫ້ຄວາມ
ສຳຄັນ ໃນບັນຫາແລະຜົນກະທົບທີ່ມີລັກສະນະ ຂ້າມພົມແດນລະຫວ່າງປະເທດ
ໃນລຸ່ມແມ່ນ້ຳຂອງ ດ້ວຍກັນ ຊຶ່ງໄດ້ຮັບການຕອບສະໜອງແລ້ວ ເມື່ອປາກົດວ່າ ສານ
ປົກຄອງສູງສຸດຂອງໄທ ໄດ້ຮັບຮອງການຟ້ອງຮ້ອງຂອງເຄືອຂ່າຍປະຊາຊົນໄທ ທີ່ຄັດ
ຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຊຍະບຸລີ ເທິງແມ່ນ້ຳຂອງໃນລາວ
ຊຶ່ງມີການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ເປັນຜູ້ຮັບຊື້ໄຟຟ້ານັ້ນ.
ທາງດ້ານ ທ່ານເຣວັດ ສຸວັນນະກິດຕິ ຮອງປະທານບໍລິສັດໄຊຍະບຸລີ ພາວເວີຣ໌ຈຳກັດ
ໃຫ້ການຢືນຢັນວ່າການກໍ່ສ້າງເຂື່ອນໄຊຍະບຸລີ ໄດ້ຄືບໜ້າແລ້ວ ເຖິງ 95 ເປີເຊັນ
ຂອງແຜນການ ຈຶ່ງໝັ້ນໃຈວ່າ ການກໍ່ສ້າງຈະແລ້ວເສັດແລະຜະລິດໄຟຟ້າສົ່ງຂາຍໃຫ້
ໄທໄດ້ ໃນທ້າຍປີ 2019 ເຖິງປີ 2048 ໂດຍການກໍ່ສ້າງເຂື່ອນໄດ້ນຳໃຊ້ເທັກນິກທັນ
ສະໄໝທີ່ໄດ້ມາດຕະຖານທີ່ມີການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ
ແລະສັດນ້ຳໃນແມ່ນ້ຳຂອງ ໄດ້ດີທີ່ສຸດໃນໂລກ ດັ່ງທີ່ ທ່ານເຣວັດໄດ້ອະທິບາຍວ່າ:
“ເວລານີ້ເຮົາສາມາດເວົ້າໄດ້ເຕັມທີ່ວ່າ ທາງປາຜ່ານຂອງໂຮງໄຟຟ້າໄຊຍະບູລີນີ້
ດີທີ່ສຸດໃນໂລກ ເຮົາມີຊ່ອງຫຼາຍຊ່ອງໃຫ້ປາເລືອກຜ່ານ ຕາມຄວາມພໍໃຈ ແລ້ວກໍ
ອີກຢ່າງນຶ່ງ ກໍຄືທີ່ນີ້ ຈະເປັນແຫ່ງທຳອິດຂອງເອເຊຍ ທີ່ມີ lift ຍົກປາ ໂດຍເຮົາປ້ຳນ້ຳ
ເຂົ້າໄປລໍ້ປາ ໃຫ້ເຂົ້າມາໃນລະບົບຂອງໂຮງໄຟຟ້າ ແລ້ວກໍຈະຊັກນຳຜ່ານເຂົ້າມາ
ຈົນກະທັ້ງເຖິງຈຸດຮວມປາ ພໍເຖິງຈຸດຮວມນີ້ ເຮົາກໍຈະມີ lift ຍົກປາຂຶ້ນໄປແລ້ວ
ກໍປ່ອຍອອກທາງຄອງດ້ານເໜືອນ້ຳໃຫ້ປາລອຍອອກໄປໄດ້.”
ໂຄງການເຂື່ອນໄຟຟ້າໄຊຍະບູລີ ມີມູນຄ່າການລົງທຶນ ຮວມເຖິງ 4,000 ລ້ານໂດລາ
ໂດຍເປັນການຮ່ວມມື ລະຫວ່າງບໍລິສັດ ຊ. ການຊ່າງ ຈຳກັດ (ມະຫາຊົນ) ບໍລິສັດນະທີ
ຊິນເນີຍີ່ຈຳກັດ ບໍລິສັດຜະລິດໄຟຟ້າຈຳກັດ (ມະຫາຊົນ) ແລະບໍລິສັດພີທີ ຄອນສຕຣັກຊັນ
ແອນ ອີຣິເກຊັນຈຳກັດ ໂດຍເຂື່ອນໄຊຍະບຸລີ ກຳລັງຕິດຕັ້ງ 1,285 ເມກາວັດ ຈະສົ່ງຂາຍ
ໄປໄທ 1,225 ເມກາວັດ ໃນມູນຄ່າສະເລ່ຍ 455 ລ້ານຕໍ່ປີ ລັດຖະບານລາວ ຈະໄດ້ຮັບ
ສ່ວນແບ່ງ 135 ລ້ານໂດລາ ຕໍ່ປີ ສ່ວນ 60 ເມກາວັດ ທີ່ເຫຼືອກໍຈະຂາຍໃຫ້ລັດວິສາຫະກິດ
ໄຟຟ້າລາວ (EDL) ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ພາຍໃນລາວ.