ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ພະຍາຍາມ ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ


ຮູບນີ້ສະແດງໃຫ້ເຫັນການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ UXO
ຮູບນີ້ສະແດງໃຫ້ເຫັນການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ UXO

ທາງການລາວຈະ​ທຳການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ອອກ​ຈາກ​ພື້ນທີ່ 4,500 ​ເຮັກຕາ ​ຢູ່​ໃນ​ເຂດ 338 ບ້ານ​ໃນ​ປີ 2017 ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ລາວ​ ໃຫ້​ໄດ້​ຢ່າງ​ຄັກ​ແນ່ ຊົງຣິດ ໂພນເງິນ ນັກຂ່າວຂອງ VOA ມີລາຍງານ ຈາກບາງກອກ .

ທ່ານພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ຄຸ້ມ​ຄອງ​ລະດັບ​ຊາດ ​
ເພື່ອ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ຢູ່ ​ສປປ ລາວ ຖະ​ແຫຼ​ງວ່າ
​ໃນ​ຕະຫຼອດ​ປີ 2017 ນີ້ ລັດຖະບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ສືບ​ຕໍ່​ສຳ​ຫຼວດ​ແບບ​ທີ່​
ບໍ່​ແມ່ນ​ວິຊາ​ການ​ເພື່ອ​ຊອກ​ຫາ​ຈຸດ​ຫຼັກ​ຖານ​ຂອງ UXO ​ໃຫ້​ໄດ້​ໃນ​ເຂດ 950 ບ້ານ
ພ້ອມ​ກັນ​ນີ້ ກໍ​ຈະ​ສຳ​ຫຼວດຢ່າງ​ເປັນ​ວິຊາ​ການ​ເພື່ອ​ຊອກ​ຫາ​ແລະ​ເກັບ​ກູ້ UXO ອອກໄປ​
ຈາກ​ພື້ນ​ທີ່ 4,500 ​ເຮັກຕາ ​ໃນ​ເຂດ 338 ບ້ານ​ໃຫ້​ໄດ້.

ທັ້ງນີ້​ໂດຍ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ສະ​ເລ່ຍ 30 ລ້ານ​ໂດ​ລ່າ ຕໍ່​ປີ ສຳ​ຫຼັບ​ຈັດ​ຕັ້ງ​ວຽກ​ງານ 7
ດ້ານ ກໍ​ຄື​ການ​ສຳ​ຫຼວດທີ່​ເປັນ​ວິຊາ​ການ ​ແລະ​ທີ່​ບໍ່​ແມ່ນ​ວິຊາ​ການ ການ​ກວດ​ກູ້​ພື້ນ​ທີ່
​ເພື່ອ​ຍືນ​ຍັນ​ວ່າ​ມີ UXO ການ​ຊ່ອຍ​ເຫຼືອ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ​ຂອງ​ຜູ້​ທີ່​ເຄາະຮ້າຍ​ຈາກ UXO ການ​ໂຄ​ສະນາ​ອົບຮົມ​ທີ່​ກ່ຽວ​ກັບ​ໄພ​ອັນຕະລາຍ​ຈາກ UXO
ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກອງ​ທຶນ​ເກັບ​ກູ້ UXO ​ແລະ​ການ​ເຄື່ອນ​ໄຫວ​ພາຍ​ໃນຄະນະກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ການ​ແກ້​ໄຂບັນຫາ UXO ຕາມ​ລຳດັບ.

ສຳຫຼັບ​ເປົ້າ​ໝາຍ​ສຳຄັນ​ຂອງ​ການ​ດຳ​ເນີນ​ງານ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ​ໃນ​ໄລຍະ
5 ປີ ຕໍ່ໜ້າ ກໍ​ໄດ້​ແນ​ໃສ່​ການ​ເກັບ​ກູ້ UXO ​ເພື່ອ​ເຮັດ​ໃຫ້​ຈຳນວນ​ປະຊາຊົນລາວ​ທີ່​ໄດ້​
ຮັບ​ເຄາະ​ຈາກ UXO ລຸດລົງ​ມາ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະແມ່ນ​ເປົ້າ​ໝາຍ​ສຳຄັນ​ທີ່​ລັດຖະບານ​ລາວ​ໄດ້ຕົກລົງ​ຮ່ວມ​ກັບອົງການສະຫະ​ປະຊາ​ຊາດ ທີ່​ເອີ້ນ​ວ່າ ​ເປົ້າ​ໝາຍ
​ສະຫັດ​ສະ​ວັດ​ການ​ພັດທະນາ (MDG) ອັນ​ເປັນ​ເປົ້າ​ໝາຍ ທີ 9 ສຳ​ລັບສປປ ລາວ
ກໍ​ຄືການ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ລາວ​ໄດ້​ຮັບ​ເຄາະ​ຈາກ UXO ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ສ່ວນ​ທ່ານທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຢືນຢັນວ່າ​ ລັດຖະບານ​ລາວ​ຈະ​ດຳ​ເນີນ
​ທຸກ​ມາດ​ຕະການ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ 18 ຂອງ​ການ​ພັດທະນາ​ຢ່າງ​ຍືນ​ຍົງ (Sustainable Development Goal-SDG) ທີ່​ໄດ້​ຕົກລົງ​ໄວ້​ກັບ​ອົງການ​ສະຫະ​ປະຊາ​ຊາດ ຢ່າງ​ເປັນ​ທາງ​ການ ​ເມື່ອ​ເດືອນ​ກັນຍາ 2016 ຢູ່​ນະຄອນ​ວຽງ​ຈັນ ກໍ​ຄື​ການ​ເກັບ​ກູ້ UXO ທີ່​ຕົກ​ຄ້າງ​ໃນ​ລາວ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ຊີວິດ
​ແລະ ຮ່າ​ງກາຍ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ຢ່າງ​ຄັກ​ແນ່ ພາຍ​ໃນ​ປີ 2030 ດັ່ງ​ທີ່​
ທ່ານ​ທອງ​ລຸນ ​ໄດ້​ຢືນຢັນ​ວ່າ “ລັດຖະບານ​ລາວ​ຍັງ​ຈະ​ໄດ້​ຮັບຮອງເອົາ​ເປົ້າ​ໝາຍ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ທີ 18 ​ໄດ້ແກ່ ຊີວິດ​ທີ່​ປອດ​ໄພ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ເປົ້າ​ໝາຍ​ດັ່ງກ່າວ​ກະ​ແມ່ນ​ແນ​ໃສ່​ຮັບປະກັນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ​
ເທົ່າ​ທີ່​ຈະ​ຫຼາຍໄດ້ ​ໃນ​ເຂດ​ທີ່ຮັບຜົນ​ກະທົບ ​ແລະ​ບ່ອນ​ທີ່​ຄົນ​ທຸກ​ຍາກ​ອາ​ໄສ​ຢູ່​ຫຼາຍ​
ທີ່​ສຸດ ​ເຖິງ​ປີ 2030 ລຸດຜ່ອນ​ຈຳນວນ​ຜູ້​ບາດ​ເຈັບ​ຈາກ​ລະ​ເບີດບໍ່​ທັນ​ແຕກ ​ແລະ​ຊ່ອຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ.”

​ໂດຍ​ການຈັດ​ຕັ້ງ​ປະຕິບັດ​ໃນ​ຊ່ວງ​ປີ 1996-2016 ທີ່​ຜ່ານ​ມາ​ໄດ້​ມີ​ການ​ເກັບ​ກູ້​ແລະ​
ທຳລາຍ UXO ​ໄປ​ແລ້ວ 1 ລ້ານ 4 ​ແສນ ກວ່າ​ໜ່ວຍ​ທີ່​ເກັບ​ກູ້​ອອກ​ຈາກ​ເຂດ​ທີ່​ຢູ່ອາ​ໄສ​ແລະ​ທີ່​ທຳ​ກິນ​ຂອງ​ປະຊາຊົນ​ລາວ ​ໃນ​ພື້ນ​ທີ່​ກ້ວາງ​ກວ່າ 44 ພັນ ​ເຮັກຕາ ​ແລະ​ຈັດການ
​ຝຶກ​ອົບ​ຮົບ​ກ່ຽວ​ກັບ​ການ​ປ້ອງ​ກັນ​ອັນຕະລາຍ​ຈາກ UXO ​ໃຫ້​ກັບ​ບັນດາ​ນັກຮຽນ​ແລະ​ປະຊາຊົນ​ໄດ້ 3 ລ້ານ​ກວ່າຄົນ​ຢູ່​ໃນ​ແຂວງ​ຫຼວງ​ພະ​ບາງ ຫົວພັນ ຊຽງ​ຂວາງ ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ຈະ​ປາ​ສັກ ​ເຊ​ກອງ ​ແລະ​ອັດ​ຕະປື.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ເກັບ​ກູ້​ແລະ​ທຳລາຍ​ລະ​ເບີດ UXO ຈຳນວນ​ດັງ​ກ່າວ ນີ້ ກໍ​ຄິດ​
ເປັນ​ພຽງ 1.12 ​ເປີ​ເຊັນ ​ເທົ່າ​ນັ້ນ​ຂອງ​ຈຳນວນ​ລະ​ເບີດ UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ພື້ນ​ທີ 9 ​ແຂວງ​ຂອງ​ລາວ ຫຼາຍ​ກວ່າ 80 ລ້ານ​ໜ່ວຍ ນັບ​ແຕ່​ສົງຄາມອິນ​ໂດ​ຈີນ​ໄດ້​ສິ້ນ​ສຸດ​ລົງ
​ໃນ​ປີ 1975 ​ເປັນ​ຕົ້ນ​ມາ ​ໂດຍ​ລະ​ເບີດ UXO ​ເຫຼົ່າ​ນີ້​ຍັງ​ຕົກ​ຄ້າງ​ຢູ່​ໃນ​ພື້ນທີ່​ທີ່​ຄິດ​ເປັນ
1 ​ໃນ 3 ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ປະ​ເທດ​ລາວ​ດ້ວຍ​ນັ້ນ ຈຶ່ງ​ຍັງ​ມີ​ຄວາມ​ສ່ຽງ​ສູງ​ທີ່​ປະຊາຊົນ​ລາວ​ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ​ລະ​ເບີດ UXO ຢູ່​ເລື້ອຍ​ມາ ຊຶ່ງ​ສາ​ເຫດ​ສະ​ຄັນ​ທີ່​ເຮັດ​ໃຫ້​ເກັບ​ກູ້ UXO ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ຊັກ​ຊ້າ ກໍ​ຍ້ອນ​ວ່າ​ລັດຖະບານ​ລາວ​ຂາດ​ແຄນ​ງົບປະມານ ​ແລະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຢ່າງ​ຈຳກັດ ບໍ່​ພຽງພໍ​ກັບ​ລະດັບ​ຄວາມຕ້ອງການ​ທີ່​ເປັນ​ຈິງ ກໍ​ຄື​ບໍ່​ນ້ອຍ​ກວ່າ 30 ລ້ານ​ໂດ​ລ່າ ​ໃນ​ແຕ່ລະ​ປີ.

​ແຕ່​ຢ່າງໃດກໍ​ຕາມ ທາງ​ການ​ລາວ​ຄາດ​ວ່າ ຫວັງ​ວ່າການ​ເກັບ​ກູ້​ແລະ​ທຳລາຍ​ລະ​ເບີດ
UXO ຈະ​ຈັດ​ຕັ້ງ​ປະຕິບັດ ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ສູງ​ຂຶ້ນ ຊຶ່ງ​ກໍ​ເປັນ​ຜົນ​ຈາກ​ການ​ທີ່​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ ອາ​ເມຣິກາ​ຄົນ​ທີ່​ແລ້ວ ​ໄດ້​ຮັບ​ປະກາດ​ແຜນການ​ໃຫ້
ການ​ຊ່ວຍ​ເຫຼືອ ​ໃນ​ມູນ​ຄ່າ 90 ລ້ານ​ໂດ​ລ່າ ສຳ​ລັບ​ນຳ​ໃຊ້​ໃນ​ການ ​ເກັບ​ກູ້​ລະ​ເບີດ UXO ​
ໃນ​ລາວ ​ເປັນ​ເວລາ 3 ປີ ຕິດ​ຕໍ່​ກັນ.

XS
SM
MD
LG