ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ວາງແຜນຈະເປັນສູນກາງການເຊື່ອມຕໍ່ ດ້ານພະລັງງານສະອາດ ຂອງອາຊຽນ ໃຫ້ໄດ້ໃນ 5 ປີ ຕໍ່ໜ້າ


ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ

ນາຍົກລັດຖະມົນຕີໄທ ຢືນຢັນວ່າຈະພັດທະນາໃຫ້ປະເທດໄທເປັນສູນກາງການເຊື່ອມຕໍ່ດ້ານພະລັງງານສະອາດຂອງອາຊຽນໃຫ້ໄດ້ໃນ 5 ປີ ຕໍ່ໜ້າ ໂດຍຈະຮັບຊື້ພະລັງງານສະອາດທັງໝົດທີ່ຜະລິດຈາກລາວ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ ຈາກບາງກອກ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການ ແລະ ເປົ້າໝາຍທີ່ຈະພັດທະນາປະເທດໄທໃຫ້ເປັນສູນກາງການເຊື່ອມຕໍ່ ດ້ານພະລັງງານສະ ອາດຂອງອາຊຽນໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2029 ໂດຍການເຊື່ອມຕໍ່ລະບົບສານສົ່ງກະແສໄຟຟ້າແຮງສູງຂອງໄທກັບທຸກປະເທດໃນອາຊຽນດ້ວຍກັນຢ່າງຄົບຖ້ວນ ແລະ ໄທຍັງຈະຮັບຊື້ພະລັງງານສະອາດຈາກລາວລວມເຖິງການດຶງດູດເອົາການລົງທຶນ ຈາກຕ່າງປະ ເທດເພື່ອພັດທະນາການຜະລິດພະລັງງານສະອາດໃນໄທໃຫ້ເພີ້ມຂຶ້ນເປັນ 50 ເປີເຊັນ ຂອງພະລັງງານໄຟຟ້າທັງໝົດໃນ 5 ປີຕໍ່ໜ້າດ້ວຍ ດັ່ງທີ່ທ່ານເສດຖາ ຢືນຢັນວ່າ:

ພະລັງງານສະອາດເປັນຈຸດທີ່ເຮົາຈະເດີນໄປຂ້າງໜ້າ ແລະ ທີ່ສຳຄັນທີ່ສຸດຄືມີສາຍສົ່ງທີ່ພ້ອມ ຊຶ່ງໄທເອງກໍສາມາດເປັນຜູ້ຂາຍໄຟຟ້າສະອາດໄດ້ ແຕ່ວ່າໂລກຂອງການແຂ່ງຂັນ ກໍ່ຕ້ອງຍອມຮັບວ່າແຂ່ງຂັນກັນສູງ ເພາະວ່າການແຂ່ງຂັນໃນໂລກຂອງການຍາດແຍ່ງແຫຼ່ງເງິນທຶນ ເປັນການແຂ່ງຂັນທີ່ຄ້ອນຂ້າງຈະໂຫດຮ້າຍ ເຮົາເອງເຮົາກໍຕ້ອງສູ້ ເຮົາກໍຕ້ອງມີຈຸດຢືນທີ່ຈະ ແຈ້ງ ເພາະສະນັ້ນ ຂ້າພະເຈົ້າເຊື່ອວ່າເປັນປັດໄຈໃຫຍ່ ທີ່ຈະເຮັດໃຫ້ເຂົາຢາກຈະມາລົງທຶນທີ່ປະເທດໄທຫຼາຍຂຶ້ນ ເພາະວ່າເຮົາມີຄວາມພ້ອມໃນແງ່ຂອງພະລັງງານສະອາດ ແລະທີ່ສຳຄັນເຮົາຈະເພີ້ມໃຫ້ໄດ້ຫຼລາຍກວ່າ 50 ເປີເຊັນ ໃນອີກ 5 ປີຂ້າງໜ້າ.”

ກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບ່ງຢູ່ເທິງແນວແມ່ນໍ້າຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍ ແລະ ຜູ້ລົງທຶນກໍ່ສ້າງເຂື່ອນປາກແບງ ທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວນີ້ ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ ໂດຍໄດ້ມີການກຳນົດລາຄາການຊື້-ຂາຍ ກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດ ຕໍ່ກິໂລວັດ/ໂມງ ຊຶ່ງເປັນສ່ວນນຶ່ງໃນຂໍ້ຕົກລົງ ລະຫວ່າງລັດ ຖະບານລາວ ກັບລັດຖະບານໄທ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າໃນປະລິມານລວມ 10,500 ເມກະວັດ ແລະຄາດວ່າຍັງຈະເພີ້ມຂຶ້ນອີກ ພາຍໃຕ້ແຜນການໃໝ່ຂອງລັດຖະບານໄທດັ່ງກ່າວນີ້ ຫາກແຕ່ຈະຕ້ອງເປັນພະລັງງານສະອາດເທົ່ານັ້ນ ເຊັ່ນພະລັງງານແສງອາທິດ ພະລັງງານລົມ ແລະເຂື່ອນໄຟຟ້ານໍ້າຕົກ ເປັນຕົ້ນ.

ສ່ວນນັກທຸລະກິດໃນພາກພະລັງງານຂອງໄທ ໃຫ້ທັດສະນະວ່າອະນາຄົດຂອງການພັດທະນາພາກພະລັງງານຂອງລາວ ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງບໍລິສັດຈີນແລ້ວໃນປັດຈຸບັນ ໂດຍສະເພາະແມ່ນການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມລົງທຶນລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອປີ 2020 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທັນສະໄໝໃນລາວ ດ້ວຍເງິນທຶນ ແລະ ເທັກນິກຂອງຈີນ ເພື່ອວາງລະບົບສາຍສົ່ງໄຟຟ້າຂະໜາດ 500 KV ເຊື່ອມຕໍ່ລາວກັບຈີນ ຊຶ່ງແນ່ໃສ່ການເຊື່ອມຕໍ່ ແລະສົ່ງກະແສໄຟຟ້າໄປຂາຍໃຫ້ກັບປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນເປັນສຳຄັນ.

ໂດຍຫຼ້າສຸດບໍລິສັດ China Datang Oversea Investment ກັບບໍລິສັດ Gulf Energy Development (ມະຫາຊົນ) ຂອງໄທ ກໍ່ໄດ້ຮ່ວມລົງທຶນກໍ່ສ້າງເຂື່ອນປາກແບ່ງເທິງແນວແມ່ນໍ້າຂອງໃນລາວ ເພື່ອສົ່ງໄຟຟ້າຂາຍໃຫ້ໄທ ກໍຄືສ່ວນນື່ງໃນຂໍ້ຕົກລົງວ່າດ້ວຍການຊື້ກະແສໄຟຟ້າ (PPA) ຈາກລາວໃນປະລິມານລວມ 10,500 ເມກະວັດ ດັ່ງກ່າວ ທີ່ເຮັດໃຫ້ກຸ່ມຜູ້ລົງທຶນໃນໂຄງການສາມາດທີ່ຈະຫາແຫຼ່ງເງິນທຶນກູ້ຍືມໃນໄທໄດ້ດ້ວຍນັ້ນ ກໍ່ຍິ່ງເປັນສິ່ງທີ່ຢັ້ງຢືນວ່າຈີນໄດ້ຄວບຄຸມທຸລະກິດພາກພະລັງງານຂອງລາວໄດ້ຢ່າງສົມບູນແລ້ວ ດັ່ງທີ່ນັກທຸ ລະກິດໄທ ໄດ້ໃຫ້ການຢືນຢັນວ່າ:

ຄວາມຈິງແລ້ວ ຕ້ອນນີ້ລາວເປັນຈີນ 2 ໄປແລ້ວ ເພາະວ່າລັດຖະບານລາວນັ້ນ ໜີ້ສິນລົ້ນພົ້ນໂຕ ແລ້ວບໍ່ມີເງິນຈ່າຍຈີນນະ ແລ້ວເຈົ້າໜີ້ທີ່ໃຫຍ່ທີ່ສຸດຂອງລາວ ກໍ່ຄືຈີນ. ດັ່ງນັ້ນ, ຂ້າ ພະເຈົ້າຈະສະຫຼຸບແບບນີ້ກໍແລ້ວກັນວ່າ ຈີນນັ້ນ ຈະມັກ ຫຼືບໍ່ມັກ ກໍ່ແລ້ວແຕ່ທ່ານເດີ ແຕ່ວ່າຕ້ອງຍອມຮັບວ່າ ຈີນຕອນນີ້ ເຂົາກໍ່ຈະເປັນຄົນສ້າງເຂື່ອນໃຫ້ລາວ ແຕ່ໃນຂະນະດຽວກັນ ກໍ່ເຂົ້າໄປໃຊ້ປະໂຫຍດຂອງລາວນໍາ ກໍ່ຄື ໄດ້ Project ເຂົ້າມາງ່າຍ ຄືຈີນນັ້ນ ເຂົາກໍ່ມີ Know How ແລ້ວຈີນກໍ່ຄິດວ່າແນວໃດໄດ້ Gulf ມາ ກໍ່ອາດຈະໄດ້ PPA ກໍ່ເອີ້ນໄດ້ວ່າເປັນ Win-Win”

ສ່ວນຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ກໍໄດ້ຍື່ນຈົດໝາຍ ເຖິງລັດຖະບານໄທ ເພື່ອຂໍໃຫ້ທົບທວນການຮັບຊື້ໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ເພາະເກງວ່າ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນ ລາວ-ໄທ ຢ່າງກວ້າງຂວາງນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG