ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊົນ​ນະ​ບົດ​ ຂອງ​ລາວ ຍັງ​​ຂາດ​ແຄນ ສິ່ງ​ຈໍ​າ​ເປັນ ​​ທຸ​ກ​ດ້ານ ເພື່ອ​ ພັດ​ທະ​ນາ ​ການ​ສຶກ​ສາ


ເດັກນັກ​ຮຽນ ຢູ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ
ເດັກນັກ​ຮຽນ ຢູ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ

ຄູ​ ແລະ​ນັກ​ຮຽນໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ ຍັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ
​ໃນ​ທຸກໆ​ດ້ານ ທີ່​ຈຳ​ເປັນ​ສຳ​ລັບ ການ​ພັດ​ທະ​ນາ​ການ​ຮຽນ-ການ​ສອນ ຊຶ່ງ
​ລວມ​ເຖິງ​ການ​ຂາດ​ແຄນ​ຄູ​ສອນ​ຈຳ​ນວນ​ຫລາຍ​ດ້ວຍ.

ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິ
ການ ແລະກິລາ ຢືນຢັນວ່າເປົ້າ​ໝາຍ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາການ​ສຶກ​ສາ
​ໃນ​ລາວ ນັບ​ແຕ່​ປັດ​ຈຸ​ບັນ ເຖິງ​ປີ 2020 ກໍ​ຄື​ການ​ຂະ​ຫຍາຍ ການ​ສຶກ​ສາ​ພາກ
​ບັງ​ຄັບ ໃຫ້​ເຖິງ​ຊັ້ນ​ມັດ​ທະ​ຍົມ​ຕົ້ນ ໝາຍ​ຄວາມ​ວ່າ ເຮັດ​ໃຫ້​ພົນ​ລະ​ເມືອງ​ລາວ
ທຸກ​ຄົນ​ໄດ້​ຮັບ​ໂອ​ກາດ​ດ້ານ​ການ​ສຶກ​ສາພາກ​ບັງ​ຄັບ 9 ປີ ກໍ​ຄື​ຈົບ​ຊັ້ນ​ມັດ​ທະ​ຍົມ
ດ້ວຍ​ການ​ຂະ​ຫຍາຍ​ຕາ​ໜ່າງດ້ານ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ ແລະ​ມັດ​ທະ​ຍົມ​ຕົ້ນ
ລວມ​ເຖິງ​ການ​ພັດ​ທະ​ນາ​ຮູບ​ແບບ​ການ​ສຶກ​ສາ​ນອກ​ໂຮງ​ຮຽນ ໃຫ້​ທົ່ວ​ເຖິງ​ໃນ
​ທົ່ວ​ປະ​ເທດ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ດັ່ງ​ທີ່​ທ່ານ​ນາງ ແສງ​ເດືອນ​ຢືນ​ຢັນ​ວ່າ

“ເປົ້າ​ໝາຍ​ການ​ພັດ​ທະ​ນາ​ການ​ສຶກ​ສາ ຈະ​ພັດ​ທະ​ນາ​ຕາມ​ທິດ​ແບບ​ຍືນ​ຍົງ
ແລະ​ການ​ຮຽ​ນ​ຮູ້​ຕະ​ຫລອດ​ຊີ​ວິດ. ສະ​ນັ້ນ ສ​ປ​ປ ລາວ ຂອງ​ພວກ​ເຮົາ​ຈະ​ໄດ້
​ເລັ່ງ​ໃສ່ລະ​ດັບ​ການ​ສຶກ​ສາ ໃຫ້​ພົນ​ລະ​ເມືອງ​ລາວ ຈົບ​ການ​ສຶກ​ສາພາກ​ບັງ​ຄັບ
9 ປີ​ຮຽນ ດ້ວຍ​ການ​ເອົາ​ໃຈ​ໃສ່​ຂະ​ຫຍາຍ​ຕາ​ໜ່າງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ
ແລະ​ມັດ​ທະ​ຍົມ​ຕົ້ນ ໃຫ້​ທົ່ວ​ເຖິງ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂໃຫ້​ພົນ​ລະ​ເມືອງ​ລາວ
ສາ​ມາດ​ເຂົ້າ​ເຖິງ​ການ​ສຶ​ກ​ສາ ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ​ກັນ. ພ້ອມ​ກັນ​ນັ້ນ
ກະ​ເອົາ​ໃຈ​ໃສ່ຈັດ​ການ​ຮຽນ ການ​ສອນ ການ​ບໍ​າລຸງຍົກລະ​ດັບໃຫ້​ປະ​ຊາ​ຊົນ
ໃນ​ຮູບ​ແບບ​ການ​ສືກ​ສາ​ນອກ​ໂຮງ​ຮຽນເປັນ​ປົກ​ກະ​ຕິ.”

ທ. ນ. ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ
ທ. ນ. ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ

ຫາ​ກ​ແຕ່​ວ່າ ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງນັ້ນ ກໍ​ບໍ່​ແມ່ນ
​ເລື້ອງງ່າຍໆ ເພາະການສຳຫຼວດສະພາບການຮຽນ-ການສອນໃນບັນດາໂຮງຮຽນ
ຂອງລັດໃນທົ່ວປະເທດ ເມື່ອບໍ່ນານມານີ້ ພົບວ່າມີໂຮງຮຽນເຖິງ 12,744 ແຫ່ງ ທີ່
ຢູ່ໃນເຂດຊົນນະບົດນັ້ນ ຍັງປະເຊີນກັບບັນຫາຂາດແຄນຄູສອນຫລາຍກວ່າ
19,757 ຄົນ ແລະໃນຂະນະດຽວກັນ ກໍພົບວ່າບັນດາໂຮງຮຽນໃນເຂດຕົວເມືອງ
ມີຄູເກີນຄວາມຕ້ອງການຫລາຍກວ່າ 9,660 ຄົນ ຊຶ່ງໃນຈຳນວນຄູເກີນດັ່ງກ່າວກໍ
ບໍ່ມີຜູ້ໃດທີ່ຈະອາສາ ຫຼືສະໝັກໃຈຍ້າຍໄປສອນຢູ່ໂຮງຮຽນໃນເຂດຊົນນະບົດ
ອີກດ້ວຍ.

ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍການທີ່ລັດຖະບານລາວ ມີງົບປະມານຢ່າງຈຳ
ກັດກໍຍັງເຮັດໃຫ້ຕ້ອງມີການກຳນົດໃຫ້ບັນດາໂຮງຮຽນຂອງລັດໃນທົ່ວປະເທດ
ສາມາດທີ່ຈະບັນຈຸຄູໃໝ່ໄດ້ພຽງແຕ່ 1,850 ຄົນ ເທົ່ານັ້ນໃນຕະຫຼອດປີ 2018 ນີ້
ຊຶ່ງກະຊວງສຶກສາ ກໍຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ຈຶ່ງ​ຈະ​ເຮັດ​ໃຫ້ໂຮງຮຽນ
ໃນເຂດຊົນນະບົດຍັງຈະຕ້ອງປະເຊີນກັບບັນຫາຂາດແຄນຄູ ແລະ​ບັນ​ຫາ​ອື່ນໆ
ຕໍ່ໄປ ດັ່ງ​ທີ່​ທ່ານ ຄຳ​ສີ ສຸ​ສີ​ພົນ ຄູ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ກິ່ວ​ກະ​ຈຳ ເມືອງ​ໃໝ່,
ແຂວງ​ພົງ​ສາ​ລີ ຢືນ​ຢັນ​ວ່າ
“ຄວາມ​ລຳ​ບາກ​ຂອງຄູຢູ່ເຂດຊົນນະບົດມີ​ຫລາຍ​ສາ​ເຫດ ນຶ່ງ ເດັກ​ນ້ອຍບໍ່​ຮູ້​ພາ​
ສາ​ລາວ, ສອງ ພໍ່​-ແມ່-ຜູ້​ປົກ​ຄອງ​ເດັກ ສ່ວນ​ຫລາຍບໍ່​ຮູ້​ໜັງ​ສື ແລະ​ພໍ່-ແມ່-
ຜູ້​ປົກ​ຄອງ​ເດັກບໍ່​ເຂົ້າ​ໃຈ ກ່ຽວ​ກັບ​ວຽກ​ງານ​ການ​ສຶກ​ສາ ແລະ​ອັນ​ທີ​ສີ່ນີ້ ນ້ຳ​
ບໍ່​ໄຫລ ໄຟ​ບໍ່​ສະ​ຫວ່າງ ຍັງຕ້ອງການ​ໂຮງ​ຮຽນ ແລະ​ຕ້ອງ​ການ​ຄູ​ຕື່ມ​ອີກ.”

ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ ທີ່​ທຸກ​ຈົນ
ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ ທີ່​ທຸກ​ຈົນ

ທາງດ້ານທ່ານ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ
ແລະກິລາ ຍອມຮັບວ່າບັນຫາຄຸນນະພາບຕໍ່າຂອງບັນດາຄູ-ອາຈານສ່ວນໃຫຍ່ຂອງ
ລາວ ໃນປັດຈຸບັນມີສາເຫດມາຈາກວິທີການຄັດເລືອກທີ່ຜິດພາດ ແລະ ບໍ່ໄດ້ມາດຕະ
ຖານ ເພາະການຄັດເລືອກຄູ-ອາຈານຂອງລາວໃນໄລຍະທີ່ຜ່ານມາໄດ້ໃຫ້ຄວາມສຳ
ຄັນກັບສະພາບຮ່າງກາຍຫຼາຍກວ່າຄວາມຮູ້-ຄວາມສາມາດຂອງຄູ ຈຶ່ງເຮັດໃຫ້ໄດ້ຄູ
ໂຕໃຫຍ່ ແຕ່ບໍ່ມີຄວາມຮູ້ຄວາມສາມາດໃນການສອນນັກຮຽນ ອັນໄດ້ສົ່ງຜົນຕໍ່ເນື່ອງ
ເຮັດໃຫ້ນັກຮຽນທີ່ຈົບການສຶກສາອອກມາຢ່າງບໍ່ມີຄຸນະພາບດ້ວຍເຊັ່ນກັນ.

ໂດຍອີງຕາມລາຍງານຂອງກະຊວງສຶກສາທິການ ແລະກິລາ ລະບຸວ່າ ອັດຕາການ
ເຂົ້າຮຽນຂອງເດັກນ້ອຍລາວ ທີ່ອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າ
ຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມ ແລະ ລະດັບມັດທະຍົມປາຍຢູ່ທີ່ອັດ
ຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ ຫາກ
ແຕ່ການພັດທະນາການສຶກສາໃນລາວ ຍັງຂາດຄຸນນະພາບໂດຍເຫັນໄດ້ຈາກອັດຕາ
ການຄ້າງຫ້ອງຮຽນໃນຊັ້ນປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9 ເປີເຊັນ ສ່ວນບັນຫາຍາກ
ຈົນນັ້ນ ກໍເຮັດໃຫ້ເດັກນ້ອຍໃນລາວ ຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8
ເປີເຊັນ. ສະເພາະໃນເຂດຊົນນະບົດຍັງມີ​ການປະລະການຮຽນໃນອັດຕາສູງກວ່າ 20
ເປີເຊັນອີກດ້ວຍ.

XS
SM
MD
LG