ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາຍຸເຊີນກາ ເຮັດໃຫ້ມີ ຜົນກະທົບໜັກຂຶ້ນຕໍ່ ການຜະລິດ ສະບຽງອາຫານຢູ່ລາວ


ຂົວແຫ່ງໜຶ່ງໃນລາວຖືກເພພັງຍ້ອນນໍ້າຖວ້າມເມື່ອມີພາຍຸເຊີນກາ ນໍາເອົາຝົນມາຕົກໃສ່ເຂດດັ່ງກ່າວຢ່າງໜັກ
ຂົວແຫ່ງໜຶ່ງໃນລາວຖືກເພພັງຍ້ອນນໍ້າຖວ້າມເມື່ອມີພາຍຸເຊີນກາ ນໍາເອົາຝົນມາຕົກໃສ່ເຂດດັ່ງກ່າວຢ່າງໜັກ

ໄພທໍາມະຊາດໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານກະສິກໍາ ແລະສະບຽງອາຫານ
ຢູ່ໃນລາວ ຊຶ່ງຫລ້າສຸດ ພາຍຸເຊີນກາ ຍັງໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຫລາຍ
ກວ່າ 254,000 ຄົນ ໃນ 14 ແຂວງ.

ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ຖະແຫລງວ່າ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ ຊຶ່ງເປັນໄລຍະທີ່ພາຍຸເຊີນກາ ໄດ້ພັດ ເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫລາຍວັນ ຈົນເຮັດໃຫ້ເກີດນໍ້າຖ້ວມ ນໍ້າໄຫລຊຸແຮງ ແລະດິນເຈື່ອນ ໃນຫລາຍພື້ນທີ່ນັ້ນ ຊຶ່ງຈາກການເກັບກໍາຂໍ້ມູນເບື້ອງຕົ້ນ ກໍພົບວ່າມີປະຊາຊົນລາວ ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນຄັ້ງນີ້ 25,476 ຄົນ ໃນ 860 ບ້ານ ທີ່ຢູ່ໃນເຂດ 53 ເມືອງທີ່ຂຶ້ນກັບ 14 ແຂວງ ກໍຄືຜົ້ງສາລີ, ຫົວພັນ, ຫລວງນໍ້າທາ ຊຽງຂວາງ ອຸດົມໄຊ, ໄຊຍະບູລີ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະອັດຕະປື.

ລັດມອບເງິນຊ່ວຍເຫລືອໃຫ້ແກ່ປະຊາຊົນ ແລະບ້ານທີ່ຖືກນໍ້າຖ້ວມ​
ລັດມອບເງິນຊ່ວຍເຫລືອໃຫ້ແກ່ປະຊາຊົນ ແລະບ້ານທີ່ຖືກນໍ້າຖ້ວມ​

ທັງນີ້ ລັດຖະບານລາວໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນແກ່ປະຊາຊົນລາວ ທີ່ໄດ້
ຮັບຜົນກະທົບຈາກໄພທໍາມະຊາດຄັ້ງຫລ້າສຸດນີ້ແລ້ວ ຄິດເປັນມູນຄ່າລວມຫລາຍ
ກວ່າ 976 ລ້ານກີບ ຊຶ່ງເປັນການບັນເທົາທຸກ ແລະແກ້ໄຂສະພາບການສຸກເສີນ
ເທົ່ານັ້ນ. ເພາະວ່າ ຜົນກະທົບຍັງໄດ້ເກີດຂຶ້ນກັບພື້ນທີ່ໂຄງລ່າງຢ່າງກວ້າງຂວາງ
ທັງເສັ້ນທາງຄົມມະນາຄົມ ຂົນສົ່ງ ລະບົບໄຟຟ້າ ນໍ້າປະປາ ສຸກສາລາ ໂຮງຮຽນ
ວັດ ທີ່ຢູ່ອາໄສ ແລະອື່ນໆ ທີ່ລວມເຖິງພື້ນທີ່ການກະເສດ ແລະລະບົບ ຄອງຊົນ
ລະປະທານອີກດ້ວຍ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານກະສິກໍາ ແລະສະ
ບຽງອາຫານໃນລາວ ຢ່າງຫລີກລ່ຽງບໍ່ໄດ້ ເຊັ່ນກັນ.

ນອກຈາກນັ້ນ ການປູງກເຂົ້າຢູ່ນອກເຂດຊົນລະປະທານ ຍັງມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ທັງໄພແຫ້ງແລ້ງ ແລະນໍ້າຖ້ວມ ດັ່ງຈະ
ເຫັນໄດ້ຈາກລະດູແລ້ງຂອງປີ 2017ກະເສດຕະກອນລາວ ໃນທົ່ວປະເທດປູກ
ເຂົ້ານາແຊງໄດ້ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຄິດເປັນ 75 ເປີເຊັນ
ຂອງແຜນການປີ ແລະ ໃນຫຼາຍເຂດກໍສາມາດປະຕິບັດໄດ້ພຽງ 35 ເປີເຊັນ
ຂອງແຜນການເທົ່ານັ້ນ. ເນື່ອງຈາກມີໄພທໍາມະຊາດ ສົມທົບກັບການທີ່ມີຄອງ
ຊົນລະປະທານ ຢ່າງຈໍາກັດ ແລະເປ່ເພ ຈຶ່ງເຮັດໃຫ້ກະເສດຕະກອນລາວປ່ຽນ
ຈາກ ການປູກເຂົ້າຫັນໄປປູກພືດຊະນິດອື່ນໆ ທີ່ມີລາຄາດີກວ່າລາຄາເຂົ້າ ດັ່ງ
ທີ່ທ່ານໄມກົງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ຢືນຢັນວ່າ:

ຕາມແຜນການກະຊວງກະສິກໍາ ໃນນັ້ນສະໜອງນໍ້າປູກເຂົ້າ ແລະປູກພືດນີ້
ປະມານ
2 ແສນກວ່າເຮັກຕາ ແຕ່ຍ້ອນວ່າ ສະພາບໂຄງການມັນເກົ່າແກ່
ຊຸດໂຊມ ບາງບ່ອນກໍມີເງື່ອນໄຂຜະລິດຢູ່ ແຕ່ວ່າແຫລ່ງນໍ້າບົກແຫ້ງກໍມີ ຫລື
ວ່າສະຖານີສູບນໍ້າບໍ່ຮັບປະກັນ
. ນອກຈາກນັ້ນ ກໍຫັນໄປທໍາການຜະລິດອື່ນໆ
ຫລືໄປປູກພືດອື່ນ ທີ່ວ່າສົມກັບທ່າແຮງຂອງແຫລ່ງນໍ້າ ຫລືປະລິມານນໍ້າທີ່ວ່າ
ເຮົາມີຫັ້ນ
ຈຶ່ງເຮັດໃຫ້ການຜະລິດນັ້ນຫລຸດດ້ານລາຄາ ຫລືວ່າແຮງຈູງໃຈກໍ
ມີສ່ວນ
.”

ທັງນີ້ໂດຍອີງຕາມລາຍງານຂອງກະຊວງກະສິກໍາ ແລະປ່າໄມ້ ລະບຸວ່າ ພາຍຸເຊີນກາ ເຮັດໃຫ້ທີ່ນາຂອງກະເສດຕະກອນລາວ ເສຍຫາຍຫລາຍກວ່າ 37,800 ເຮັກຕາ.
ສັດລ້ຽງປະເພດ ງົວຄວາຍ ໝູ ແບ້ ແລະສັດປີກຫລາຍກວ່າ 23,500 ໂຕ ທີ່ສູນຫາຍ
ໄປກັບກະແສນໍ້າ ແລະອື່ນໆ ຄິດເປັນຄວາມເສຍຫາຍຫລາຍກວ່າ 55.50 ຕື້ກີບ. ທັງຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍການຜະລິດ ແລະການສົ່ງອອກຜົນຜະລິດກະສິ
ກໍາຂອງລາວໄປຕ່າງປະເທດອີກດ້ວຍ.

ທາງດ້ານທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະ
ແຫລງຢືນຢັນວ່າ ກະເສດຕະກອນລາວ ໃນທົ່ວປະເທດສາມາດຜະລິດເຂົ້າໃນລະດູ
ການປະຈຳປີ 2015-2016 ທີ່ຜ່ານມາ ໄດ້ກະເສດຕະກອນລາວ ໄດ້ໃນປະລິມານລວມ
4 ລ້ານກວ່າໂຕນ ໂດຍມີເນື້ອທີ່ໆ ປັກດຳນາປີ ແລະນາແຊງລວມທັງໝົດ 975,215
ເຮັກຕາ ຫາກແຕ່ກໍສາມາດສົ່ງຜົນຜະລິດເຂົ້າ ໄປຂາຍທີ່ຕ່າງປະເທດໄດ້ພຽງ 21,000
ໂຕນເທົ່ານັ້ນ ຊຶ່ງເປັນຜົນກະທົບຈາກສະພາວະໂລກຮ້ອນ ທີ່ເຮັດໃຫ້ສະພາບດິນຟ້າ
ອາກາດ ບໍ່ມີຄວາມແນ່ນອນ ເຊັ່ນຝົນຕົກຫລ້າຊ້າ ແລະສະພາວະແຫ້ງແລ້ງທີ່ແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າ ບໍ່ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້ ແລະໃນປີ 2017
ກໍຄາດວ່າ ລາວຈະສົ່ງອອກ ສົ່ງຜົນຜະລິດເຂົ້າໄປຂາຍທີ່ຕ່າງປະເທດໄດ້ພຽງ 20,000
ໂຕນ ເທົ່ານັ້ນອີກດ້ວຍ.

XS
SM
MD
LG