ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ຈະ​ສົ່ງ​ເສີມ​ ການ​ເຮັດ​ນາ​ແຊງ ໃຫ້​ໄດ້ ຫລາຍກວ່າ ປີກາຍນີ້ 32 ເປີ​ເຊັນ ເພື່ອ​​ບໍ່ໃຫ້​ຂາດເຂີນ​ເຂົ້າ​ກິນ ​


ຊາວ​ນາ​ລາວ​ ໃນ​ບ້ານ​ແຫ່ງ​ນຶ່ງ ​ຢູ່​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ກຳ​ລັງ​ປັກ​ດຳ​ນາ​ຢູ່
ຊາວ​ນາ​ລາວ​ ໃນ​ບ້ານ​ແຫ່ງ​ນຶ່ງ ​ຢູ່​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ກຳ​ລັງ​ປັກ​ດຳ​ນາ​ຢູ່

ລັດ​ຖະ​ບານ​ລາວ ເລັ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ສົ່ງ​ເສີມ​ໃຫ້​ຊາວ​ນາ​ປູກ​ເຂົ້າ​ນາ​ແຊງ​ໃຫ້​ໄດ້​ໃນ​ເນື້ອ​ທີ່ 100,000 ເຮັກ​ຕາ ເພື່ອ​ຮັບ​ປະ​ກັນ​ໃຫ້​ໄດ້​ຢ່າງ​ຄັກ​ແນ່ວ່າປະ​ຊາ​ຊົນ​ຈະ​ບໍ່​ຂາດ​ເຂົ້າ​ກິນ​ໃນ​ປີ 2019 ນີ້.

ທ່ານ​ລຽນ​ ທິແກ້ວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່​າ​ໄມ້ ຖະ​ແຫລງ​ຢືນ​ຢັນ​ວ່າ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ປີ 2018 ນີ້ ເຮັດ​ໃຫ້​ນາ​ປີ​ເສຍ​ຫາຍ​ໄປ 90,600 ເຮັກຕາ ຄິ​ດ​ເປັນ 12 ເປີ​ເຊັນ ຂອງ​ແຜນ​ການ ຊຶ່ງ​ກໍ​ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຜົນຜະ​ລິດ​ເຂົ້າ ເພື່ອ​ຕອບ​ສະ​ໜອງ​ການ​ບໍ​ລິ​ໂພກ​ໃນ​ລາວ ໂດຍ​ກົງ ແລະ​ເພື່ອ​ເປັນ​ການ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ດັ່ງ​ກ່​າວ ຈຶ່ງ​ມີ​ແຕ່​ການ​ສົ່ງ​ເສີມ​ໃຫ້​ຊາວ​ນາ​ ຊາວ​ສວນ ລາວ​ທຳ​ການ​ປູກ​ພືດລະ​ດູ​ແລ້ງ ໃນ​ປີ 2019 ໃຫ້​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ ຄື​ການ​ປູກ​ເຂົ້າ​ນາ​ແຊງ​ໃຫ້​ໄດ້​ໃນ​ເນື້ອ​ທີ່ 100,000 ເຮັກຕາ ເພື່ອ​ໃຫ້​ໄດ້​ຜົນ​ຜະ​ລິດ 525,300 ໂຕນ ຫລື​ເພີ້ມ​ຂຶ້ນ 32 ເປີ​ເຊັນ ທຽບ​ໃສ່ ປີ 2018 ດ້ວຍ​ການ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ຊາວ​ນາ​ ຊາວ​ສວນລາວ​ຢ່າງ​ທົ່ວ​ເຖິງໃນ​ທຸກ​ດ້ານ ດັ່ງ​ທີ່​ທ່ານ ລຽນ ທິ​ແກ້ວ ຢືນ​ຢັນ​ວ່າ

“ຂະ​ແຫນງ​ກະ​ສິ​ກຳ ກະ​ໄດ້​ດຳ​ເນີນ​ມາດ​ຕະ​ການ​ຈັດ​ຕັ້ງ​ເອົາ​ພະ​ນັກ​ງານ​ສົມ​ທັບ​ໃນ​ທ້ອງ​ຖິ່ນ ເພື່ອ​ຊ່ວຍ ທ້ອງ​ຖິ່ນ ໃນ​ການ​ຟື້​ນ​ຟູ​ຊົນ​ລະ​ປະ​ທານ ສະ​ໜອງ​ຕອບ​ແນວ​ພັນ​ເຂົ້າ ແນວ​ພັນ​ພື​ດ ແນວ​ພັນ​ສັດ​ຕ່າງໆ ໃຫ້​ແກ່​ປະ​ຊາ​ຊົ​ນ ແລ້ວ​ກາ​ແຍກ​ເປັນ​ແຕ່​ລະ​ປະ​ເພດ ຜູ້​ທຸກ​ຍາກ​ແມ່ນ​ໃຫ້​ລ້າ, ຜູ້​ທີ່​ມີ​ຄວາມ​ສາ​ມາດ​ແດ່ ກະ​ແມ່ນ​ວ່າ ໃຫ້​ພວກ​ເຂົາ​ເຈົ້າ​ຮ່ວມ​ມື​ນຳ​ຜູ້​ປະ​ກອບ​ການ​ກຸ່ມ​ໂຮງ​ສີ​ເຂົ້າ ແລະ​ກຸ່ມ​ຜູ້​ຜະ​ລິດ​ຕ່າງໆ ເພື່ອ​ສະ​ໜອງ​ແນວ​ພັນ ແລະ​ກະ​ເພື່ອ​ສາ​ມາດ​ແກ້​ໄຂ​ການ​ຂາດ​ແຄນ​ດ້ານ​ສະ​ບຽງ​ອ​າ​ຫານ.”

ທາງ​ດ້ານ ທ່ານຫຼ້າ​ສາຍ ນວນ​ທະ​ສິງ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ​ເຂດນະ​ຄອນ
ວຽງ​ຈັນຢືນ​ຢັນ​ວ່າໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດຫາກັນ​ຍາ 2018 ກະ​ທົບ
ຕໍ່​ການ​ຜະ​ລິດ​ດ້ານ​ສະ​ບຽງ​ອາ​ຫານໃນ​ເຂດ​ນະ​ຄອນ​ວຽງ​ຈັນ​ຢ່າງ​ໜັກໜ່ວງໂດຍ​ສະ​ເພາະ
ແມ່ນຜົນ​ຜ​ະລິດ​ເຂົ້າ​ນາ​ປີທີ່​ ເຄີຍ​ເຫຼືອ​ແລະ​ເກີນ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກໃນ​ປະ​ລິ​ມານ​
ສະ​ເລ່ຍ 50,000-60,000 ໂຕນ ໃນ​ແຕ່​ລະ​ປີ​ນັ້ນ ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 5,000-6,000
ໂຕນເທົ່າ​ນັ້ນໃນ​ປີ 2018 ທີ່​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ຊຸກ​ຍູ້​ການປູກ​ເຂົ້ານາ​ແຊງໃຫ້
​ໄດ້ຕາມ ​ແຜນ​ການ​ທີ່​ວາງ​ໄວ້ເທົ່າ​ນັ້ນ ຈຶ່ງ​ຈະ​ສາ​ມາດ​ຮັບ​ປະ​ກັນ​ໄດ້ວ່າ ປະ​ຊາ​ຊົນ ໃນ​ເຂດ
​ນະ​ຄອນ​ວຽງ​ຈັນ ຈະ​ມີ​ເຂົ້າ​ກິນ​ຢ່າງ​ພຽງ​ພໍໃນ​ປີ 2019 ນີ້.

​ທັງ​ນີ້ ອຳ​ນາດ​ການ​ປົກ​ຄອງ​ເຂດນະ​ຄອນ​ວຽງ​ຈັນ ກໍ​ໄດ້​ວາງ​ແຜນ​ທີ່​ຈະ​ຊຸກ​ຍູ້ການ​ປູກເຂົ້າ
ນາ​ແຊງ ໃນ​ປີ 2019 ໃຫ້​ໄດ້​ໃນ​ເນື້ອ​ທີ່ 15,900 ເຮັກ​ຕາປູກ​ພືດ​ຜັກ ໃນ​ເນື້ອ​ທີ່ 7,138
ເຮັກ​ຕາ ແລະ​ປູກ​ພືດອຸດ​ສາ​ຫະ​ກຳ​ໃຫ້​ໄດ້ໃນ​ເນື້ອ​ທີ່ 1,625 ເຮັກ​ຕາ ຫາກ​ແຕ່​ວ່າ ນະ
​ຄອນ​ວຽງ​ຈັນກໍ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ພື້ນ​ທີ່​ກະ​ສິ​ກຳ​ຫຼຸດ​ລົງຢ່າງ​ຕໍ່​ເນື່ອງ ໃນ​ໄລ​ຍະ
10 ປີ ມາ​ນີ້ ເນື່ອງ​ຈາກ​ການ​ຫັນ​ເອົາ​ທີ່​ດິນ​ໄປ​ນຳ​ໃຊ້​ໃນ​ພາກການ​ຜະ​ລິດ​ອື່ນໆ​ເພີ້ມ​ຂຶ້ນ
ເຊັ່ນ ເຂດ​ເສດ​ຖະ​ກິດ​ພິ​ເສດ, ເຂດ​ເສດ​ຖະ​ກິດສະ​ເພາະແລະ​ການ​ຂະ​ຫຍາຍ​ເຂດ​ຕົວ
​ເມືອງ ເພື່ອຮອງ​ຮັບ​ຈຳ​ນວນ​ປະ​ຊາ​ກອນ ທີ່​ເພີ້ມ​ຂຶ້ນ​ນັບ​ມື້ ຈຶ່ງ​ເຮັດ​ໃຫ້ທີ່​ນາ​ຫຼຸດ​ຈາກ
72,160 ເຮັກ​ຕາ ໃນ​ປີ 2016 ເປັນ 71,990 ເຮັກ​ຕາ ໃນ​ປີ 2017. ສ່ວນ​ໃນ​ປີ 2018 ກໍ
​ດຳ​ນາ​ປີ ໄດ້ 52,373 ເຮັກ​ຕາ ເທົ່າ​ນັ້ນ ໃນ​ນີ້​ຖືກ​ນ້ຳ​ຖ້ວມ 11,000 ກວ່າເຮັກ​ຕາ ຄິດ​ເປັນ
​ຜົນ​ຜະ​ລິດ​ເຂົ້າ​ທີ່​ເສຍ​ຫາຍ 51,000 ກວ່າ​ໂຕນ.

ການ​ປັກ​ດຳ​ນາ​ປີ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ໃນ​ປີ 2018
ການ​ປັກ​ດຳ​ນາ​ປີ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ໃນ​ປີ 2018

ນອກ​ຈາກ​ນີ້ ລັດ​ຖະ​ບານ​ລາວຍັງ​ໄດ້​ກຳ​ນົດໃຫ້ 10 ແຂວງເປັນ​ເຂດ​ຈຸດ​ສຸມ ໃນ​ການ​ປູກ
ເຂົ້າ​ຂອງ​ຊາດ ທີ່​ຮວມ​ເຖິງ​ນະ​ຄອນ​ວຽງ​ຈັນ​ອີກດ້ວຍ ສ່ວນ​ອີກ 9 ແຂວງ ຄືແຂວງຄຳ​ມ່ວນ
ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ​, ຈຳ​ປາ​ສັກ, ບໍ​ລິ​ຄຳ​ໄຊ, ​ວຽງ​ຈັນ, ໄຊ​ຍະ​ບຸ​ລີ, ຫຼວງ​ນ້ຳ​ທາ, ແລະ​ບໍ່​ແກ້ວ ຊຶ່ງ​ຄາດ​ວ່າ ຈະ​ມີ​ຜົນຜະ​ລິດ​ເ​ຂົ້າ​ຮວມ​ກັນ ຄິດ​ເປັນ 85 ເປີ​ເຊັນ ຂອງຜົນຜະ​ລິດ​ເ​ຂົ້າ ທັງ​ໝົດ​ໃນ​ລາວ ຫາກ​ແຕ່​ວ່າ ທັງ 10 ແຂວງ​ ດັ່ງ​ກ່າວ​ນີ້ ກໍປະ​ເຊີນກັບໄພ​ນ້ຳ​ຖ້ວມ​ຢ່າງໜັກ ໃນ​ປີ 2018 ຜ່ານ​ມາ ເຮັດ​ໃຫ້​ສາ​ມາດ​ຜະ​ລິດ​ເຂົ້າ​ໄດ້​ພຽງ​ແຕ່ 3 ລ້ານ 6 ແສນ​ໂຕນ ໃນ​ຂະ​ນະ​ທີ່​ແຜນ​ການ​ໄດ້​ວາງ​ເອົາ​ໄວ້​ເຖິງ 4 ລ້ານ2 ແສນ​ໂຕນ ໃນ​ທົ່ວ​ປະ​ເທດ.

ທ່ານ ສອນໄຊ ສີ​ພັ​ນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​
ສະເພາະກິດ ແກ້ໄຂໄພພິບັດລະດັບຊາດຢືນຢັນວ່າ ການຟື້ນຟູສະພາບຊີວິດການ
ເປັນຢູ່ຂອງປະຊາຊົນ ລາວ ທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນໃນຊ່ວງ
ເດືອນກໍລະກົດ-ກັນຍາ 2018 ທີ່ຜ່ານມາຈະຕ້ອງນຳໃຊ້ເງິນຫຼາຍວກ່າ 4,400 ຕື້ກີບ
ເນື່ອງຈາກວ່າ ໄພນ້ຳຖ້ວມດັ່ງກ່າວນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ເຖິງ
616,477 ຄົນ ຫຼື 126,619 ຄອບຄົວໃນເຂດ 2,382 ບ້ານຂອງ 124 ເມືອງໃນທົ່ວ
ປະເທດ. ພາກ​ສ່ວນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ທີ່​ສຸດ​ກໍ​ຄື​ຂະ​ແໜງ​ໂຍ​ທາ​ທິ​ການ ແລະ​ຂະແ​ໜ​ງ​ກະ​ສິ​ກຳ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ເກີນກວ່າ 3,000 ຕື້​ກີບ. ນອກ​ຈາກນັ້ນ ກໍ​ຕ້ອງ​ຟື້ນ​ຟູ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຂົນ ໃຫ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃຫ້​ໄວ​ທີ່​ສຸດ.

XS
SM
MD
LG