ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາຍຮັບຈາກພາສີອາກອນຂອງລັດຖະບານລາວ ຫລຸດລົງຫລາຍ ຍ້ອນການລະບາດຂອງເຊື້ອໄວຣັສ Covid-19


ເງິນກີບລາວ
ເງິນກີບລາວ

ລາຍຮັບຈາກພາສີອາກອນ ແລະຄ່າທໍານຽມຕ່າງໆ ຂອງລັດຖະບານລາວ ຫລຸດລົງຫລາຍຊຶ່ງເປັນຜົນກະທົບ ຈາກການລະບາດຂອງເຊື້ອໄວຣັສ Covid-19 ທີ່ເຮັດໃຫ້ການຄ້າ ແລະການລົງທຶນໃນລາວຕົກຕໍ່າລົງ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ນັກ​ຊ່ຽວຊານດ້ານເສດ​ຖະ​ສາດ​ຂອງທະ​ນາ​ຄານໂລກປະຈໍາລາວ ຢືນຢັນວ່າ ບັນຫາການລະບາດຂອງເຊື້ອໄວ ຣັສ Covid-19 ໃນປັດຈຸບັນນີ້ ນອກຈາກຈະກະທົບຕໍ່ການຄ້າ ແລະການລົງທຶນ ຂອງຕ່າງຊາດໃນລາວ ຢ່າງຫລີກລ້ຽງບໍ່ໄດ້ແລ້ວ ຍັງຈະກະທົບຕໍ່ລາຍຮັບຈາກພາສີ ອາກອນ ແລະຄ່າທໍານຽມຕ່າງໆ ຂອງ ລັດຖະບານລາວ ອີກດ້ວຍ ເພາະວ່າ ການຄ້າຕ່າງປະເທດທີ່ຫລຸດລົງເກີນກວ່າ 25 ເປີເຊັນ ໃນໄຕມາດ ທີ 1 ຂອງປີ 2020 ທັງຍັງບໍ່ມີການລົງທຶນຂອງຕ່າງຊາດ ເຂົ້າມາໃນລາວອີກດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕໍ່່າກວ່າແຜນການທີ່ວາງໄວ້ໃນທຸກດ້ານ.

ເຖິງແມ່ນວ່າ​ ​ກະ​ຊວງ​ການເງິນຂອງລາວ ໄດ້ທໍາການຕິດ​ຕັ້ງ​ລະ​ບົບອີ​ເລັກ​ໂຕ​ຣ​ນິກ (Electronic) ທີ່​ທັນ​ສະ​ໄໝ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ຈາກພາ​ສີ​ອາ​ກອນ ແລະ​ບັນ​ດາ​ຄ່າ​ທຳ​ນຽມ​ການ​ບໍ​ລິ​ການ​ຕ່າງໆ​ໄວ້​ ທີ່​ດ່ານ​ສາ​ກົນ 24 ແຫ່ງ ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ 3 ແຫ່ງ ​ກໍຕາມ ຫາກແຕ່ເນື່ອງຈາກການຄ້າ ແລະການລົງທຶນ ທີ່ຫລຸດລົງດັ່ງກ່າວ ຍ່ອມເຮັດໃຫ້ການແຈ້ງເສຍພາສີອາກອນ ແລະຄ່າທໍານຽມຕ່າງໆ ຂອງບັນດາ ນັກທຸລະກິດ ການຄ້າ ແລະການລົງທຶນ ຫລຸດລົງອີກເຊັ່ນກັນ ທັງຍັງກະທົບຕໍ່ ການຈັດສັນງົບປະມານ ສໍາລັບນໍາໃຊ້ ໃນການສະກັດກັ້ນ ການລະບາດຂອງໄວຣັສໂຄວິດ (Covid)-19 ໃນລາວອີກດ້ວຍ ເນື່ອງຈາກວ່າ ມີງົບປະມານ ຢ່າງຈໍາກັດ ດັ່ງທີ່ ​ທ່ານ​ສົມ​ດີ ດວງ​ດີ, ຮອງ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ ​ແລະລັດ​ຖະ​ມົນ​ຕີ​ວ່າການກະ​ຊວງ​ກາເງິນໃຫ້ການຢືນ​ຢັນ​ວ່າ:

“ງົບປະມານໃນການໃຊ້ຈ່າຍ ຖ້າອີງໃສ່ງົບປະມານລວມຂອງພວກເຮົານີ້ ກະມີຈໍາກັດຫັ້ນແລ້ວ ເງິນທີ່ເຮົາມີ ກໍບໍ່ຫລາບ ພວກເຮົາລະຢາກສຸມໃສ່ ຊື້ອຸປະກອນການແພດ ຊື້ຢຸກ ຊື້ຢາຊື້ສິ່ງທີ່ມັນຈໍາເປັນ ທີ່ມັນຕ້ອງການ, ຜ້າອັດປາກບໍ່, ນໍ້າຢາລ້າງມືບໍ່, ອຸປະກອນອື່ນໆ ສໍາລັບປ້ອງກັນ ສໍາລັບປິ່ນປົວ ອັນນີ້ ມີຄວາມຈໍາເປັນແທ້. ອັນທີ ສອງມາລະແມ່ນ ສໍາລັບໃຫ້ແພດໃຫ້ໝໍຜູ້ປິ່ນປົວຄົນເຈັບຫັ້ນເນາະ. ອັນນີ້ ຕ້ອງໄດ້ເບິ່ງແຍງເຂົາເຈົ້າ. ຕ້ອງໄດ້ຊ່ວຍສະໜັບສະໜຸນເຂົາເຈົ້າ.”

ສະຫະລັດໃຫ້ເງິນຊ່ວຍເຫລືອແກ່ລາວ 2 ລ້ານໂດລາເພື່ອສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19
ສະຫະລັດໃຫ້ເງິນຊ່ວຍເຫລືອແກ່ລາວ 2 ລ້ານໂດລາເພື່ອສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19

ໃນ​ປີ 2019 ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ​ເກັບ​ລາຍ​ຮັບ​ຈາກ​ການ​ບໍ​ລິ​ການ​ໄດ້ 11,422 ຕື້​ກີບ ເທົ່າ​ກັບ 92.72 ເປີ​ເຊັນຂອງ​ແຜນ​ການ​ປີ ຫາກ​ແຕ່​ກໍ​ເພີ້ມ​ຂຶ້ນ​ເຖິງ 580 ຕື້​ກີບ ຫຼື 5.8 ເປີ​ເຊັນ ທຽບ​ໃສ່​ປີ 2018 ເພາະ​ວ່າ​ໄດ້​ເລີ້ມ​ນຳ​ໃຊ້​ລະ​ບົບ Electronic ທີ່​ທັນ​ສະ​ໄໝ​ຢູ່​ດ່ານ​ສາ​ກົນ​ບາງ​ດ່ານ ນັບ​ແຕ່​ເດືອນ​ສິງ​ຫາ 2019 ເປັນ​ຕົ້ນ​ມາ ແລ​ະ​ການ​ທີ່​ໄດ້​ຕິດ​ຕັ້ງ​ລ​ະ​ບົບ​ເພີ້ມ​ຂຶ້ນ ທັງ​ຍັງ​ມີບັນ​ດາ​ນັກ​ທຸ​ລະ​ກິດ​ການ​ຄ້າ​ໄດ້​ເຂົ້າ​ເຖິງ​ລະ​ບົບ​ແລ້ວ ຫຼາຍກວ່າ 50 ເປີ​ເຊັນ ໃນ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໝັ້ນ​ໃຈວ່າ ຈ​ະ​ສາ​ມາດ​ຈັດ​ເກັບ​ລາຍ​ຮັບ​ຈາກພາ​ສີອ​າ​ກອນໄດ້​ເພີ້ມ​ຂຶ້ນເປັນ 13,590 ຕື້​ກີບ ຊຶ່ງ​ເທົ່າ​ກັບ 7.8 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ຕະ​ຫຼອດ​ປີ 2020 ແລະ​ເພີ້ມ​ຂຶ້ນ 13.2 ເປີ​ເຊັນ ທຽບ​ໃສ່​ແຜນ​ການ​ປີ 2019 ທີ່​ຜ່ານ​ມາ. ຫາກແຕ່ວ່າ ການບັນລຸເປົ້າໝາຍດັ່ງກ່າວ ກໍບໍ່ແມ່ນເລື້ອງງ່າຍໆ ເພາະການຕົກຕໍ່າລົງທາງເສດຖະກິດ ທີ່ເກີດຈາກການລະບາດຂອງໄວຣັສ Covid-19 ນັ້ນເອງ.

ສ່ວນ​ນັກ​ເສດ​ຖະ​ສາດ​ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ຄາດ​ວ່າ​ລັດ​ຖະ​ບານ​ລາວຈະ​ຂ​າດດຸນ​ທາງດ້ານ​ງົບ​ປະ​ມານ​ເກີນກວ່າ​ແຜນ​ກາ​ນວ​າງ​ໄວ້​ດັ່ງ​ກ່າວ​ຢ່າງ​ແນ່ນອນ ເພາະ​ວ່​າ​ໃນ​ປີ 2019 ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຄຸມ​ການ​ຂາດ​ດ​ດຸນ​ງົບ​ປະ​ມານ​ໃ​ຫ້​ບໍ່​ເກີນ 4.9 ເປີ​ເຊັນຂອງ GDP. ຫາກ​ແຕ່​ໃນ​ຄວາມ​ເປັນ​ຈິງ​ກໍ​ປາ​ກົດ​ວ່າ ລັດ​ຖະ​ບານ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ສູງກວ່າ 7 ເປີ​ເຊັນ ຂອງ GDP ໃນປີ 2019.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເພີ້ມຂຶ້ນ​ອີກ​ດ້ວຍ ໂດຍ​ໃນ​ປີ 2019 ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງເປົ້າ​ໝາຍທີ່​ຈະ​ຂໍ​ກ​ານ​ຊ່ວຍ​ເຫຼື​ອ ແລ​ະກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ​ລວມ 7,080 ຕື້​ກີບ. ສ່ວນໃນປີ 2020 ຄາດວ່າ ລັດຖະບານລາວ ຈະຂໍການຊ່ວຍເຫລືອຈາກ ຕ່າງປະເທດເພີ້ມຂຶ້ນຫລາຍກວ່າ 2 ເທົ່າ ເນື່ອງຈາກການຈັດເກັບລາຍຮັບໄດ້ຫລຸດລົງເພະາການລະບາດ ຂອງໄວຣັສ Covid-19 ນັ້ນເອງ.

XS
SM
MD
LG