ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ນັກລົງທຶນຈີນ ຢືນຢັນວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະສໍາເລັດຕາມແຜນການ


ການລົງທຶນສ້າງທາງລົດໄຟຄວາມໄວສູງລາວ-ຈີນ
ການລົງທຶນສ້າງທາງລົດໄຟຄວາມໄວສູງລາວ-ຈີນ

ນັກລົງທຶນຈີນ ຢືນຢັນວ່າ ການກໍ່ສ້າງທາງລົດໄຟລາວ-ຈີນໃນລາວ ຈະສໍາເລັດແລ້ວຕາມແຜນການ ທີ່ວາງໄວ້ ເຖິງແມ່ນວ່າ ຈະມີການຊັກຊ້າກວ່າ 3 ເດືອນ ເພາະການລະບາດຂອງໄວຣັສ Covid-19 ກໍຕາມ. ຊົງລິດ ໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ລູ່ ຕົງຟູ່, ປະທານສະພາບໍລິຫານກຸ່ມລັດວິສາຫະກິດ ໄຟແຫ່ງຊາດຈີນ ໄດ້ຖະແຫລງຢືນຢັນ ໃນ ໂອກາດເດີນທາງເຂົ້າຢ້ຽມຄໍານັບ ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ທີ່ນະຄອນວຽງຈັນ ເມື່ອ ບໍ່ນານມານີ້ວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ຍັງດໍາເນີນໄປຢ່າງຕັ້ງໜ້າ ໂດຍການກໍ່ສ້າງຈະສໍາເລັດ ແລ້ວຢ່າງສົມບູນ ແລະສາມາດເປີດກິດຈະການເດີນຂະບວນປະຖົມມະເລີກໄດ້ຕາມແຜນການ ທີ່ວາງໄວ້ ໃນວັນທີ 2 ທັນວາ 2021 ຫລື ວັນຊາດລາວໄດ້ຢ່າງແນ່ນອນ ເຖິງແມ່ນວ່າ ຈະມີບັນຫາຊັກຊ້າ ໃນຊ່ວງ 3 ເດືອນຕົ້ນປີ 2020 ນີ້ ຍ້ອນການລະບາດຂອງພະຍາດ Covid-19 ກໍຕາມ ແຕ່ການດໍາເນີນງານ ກໍໄດ້ ກັບຄືນໄປສູ່ສະພາບປົກກະຕິແລ້ວ ແລະໄດ້ດໍາເນີນງານຕະຫລອດ 24 ຊົ່ວໂມງ ອີກດ້ວຍ ຊຶ່ງເຮັດໃຫ້ ການກໍ່ສ້າງໄດ້ຄືບໜ້າແລ້ວເກີນກວ່າ 85 ເປີເຊັນ ຂອງແຜນການທັງໝົດໃນປັດຈຸບັນ.

ສ່ວນທ່ານຈັນທະຈອນ ແກ້ວລະຄອນ, ຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນ
ແຂວງຫລວງນ້ຳທາ ຖະແຫລງຢືນຢັນວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນແຂວງ
ຫວງນ້ຳທາຈະແລ້ວສໍາເລັດຕາມແຜນການທີ່ວາງໄວ້ຢ່າງແນ່ນອນ ເຖິງແມ່ນວ່າການກໍ່
ສ້າງຕ້ອງປະສົບກັບບັນຫາຊັກຊ້າໄປເຖິງ 5 ເດືອນເພາະການກໍ່ສ້າງ ອຸບໂມງຢູ່ຊາຍແດນ
ຕິດຕໍ່ລະຫວ່າງ ລາວກັບຈີນນັ້ນ ໄດ້ເຈາະພົບແຫລ່ງເກືອຂະໜາດໃຫຍ່ ຈຶ່ງເຮັດບໍລິສັດຮັບ
ເໝົາກໍ່ສ້າງຈາກຈີນຕ້ອງທໍາການສຶກສາວິໄຈ ເພື່ອຄົ້ນຫາວິທີປ້ອງກັນບັນຫາດັ່ງກ່າວໂດຍ
ມາຮອດປັດຈຸບັນກໍສາມາດດໍາເນີນການກໍ່ສ້າງໄດ້ຕາມປົກກະຕິແລ້ວ ດັ່ງທີ່ທ່ານຈັນທະ
ຈອນ ຢືນຢັນວ່າ:
“ການກໍ່ສ້າງນີ້ ຈຸດອື່ນຖືວ່າລາບລື້ນດີເນາະ ສະເພາະແຂວງເຮົາ ແຕ່ວ່າ ມີອຸໂມງມິດ
ຕະພາບ ຢູ່ຊາຍແດນ ລະຫວ່າງລາວ-ຈີນພວກເຮົາເຈາະໄປປະມານ
1,300 ແມັດ
ແລ້ວກະເຈາະຖືກ ສາຍເກືອ ກໍຄືບໍ່ເກືອ ກະເຮັດໃຫ້ຊັກຊ້າ ເພາະວ່າຕ້ອງໄດ້ອອກ
ແບບໃໝ່ແລ້ວກະສັ່ງວັດສະດຸພິເສດຫັ້ນນະ ມາໃສ່ ເພາະວ່າ ນໍ້າເກືອກັບເຫລັກມັນ
ບໍ່ເຂົ້າກັນ ສະນັ້ນທາງວິຊາການ ຈີນສົມທົບກັບຝ່າຍໄທເຮົາແລ້ວ ກະຄົ້ນຄວ້າແລ້ວ
ໄດ້ອອກແບບໃໝ່ຈຸດດັ່ງກ່າວຫັ້ນ ສັ່ງວັດສະດຸິພເສດມາໃສ່ ຫາກໍ່ໄດ້ເລີ້ມລົງມືກໍ່ສ້າງ
ຫວ່າງ 2-3 ເດືອນຫລັງນີ້ ຖືວ່າ ໄດ້ພັກມາເກືອບ 4-5 ເດືອນແລ້ວມາເຖິງປັດຈະບັນນີ້
ກະກໍ່ສ້າງໄປປົກກະຕິ.”

ການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນເຂດແຂວງຫລວງນ້ຳທາ ມີໄລຍະທາງຍາວທັງໝົດ 16.9 ກິໂລແມັດ ປະກອບມີ 2 ສະຖານີ ຄື ສະຖານີບໍ່ເຕັນແລະສະຖານີນາເຕີຍ ແລະຕ້ອງກໍ່ສ້າງອຸໂມງ 3 ແຫ່ງຄື ອຸໂມງບໍ່ເຕັນ, ອຸໂມງຕີນຕົກ ແລະອຸໂມງມິດຕະພາບລາວ-ຈີນ ມີຄວາມຍາວລວມ ກັນເຖິງ 10,051.5 ແມັດ ໂດຍກໍ່ສ້າງສຳເລັດແລ້ວ 2 ແຫ່ງ ຄືອຸໂມງບໍ່ເຕັນ ກັບອຸໂມງຕີນຕົກ ຈຶ່ງຍັງເຫຼືອພຽງອຸໂມງມິດຕະພາບລາວ-ຈີນ ທີ່ຈະດຳເນີນການກໍ່ສ້າງໄປພ້ອມກັບການຕິດຕັ້ງລາງລົດໄຟ ແລະລະບົບໄຟຟ້າເພື່ອຕອບສະໜອງໃຫ້ກັບລົດໄຟໃຫ້ແລ້ວເສັດຕາມແຜນການທີ່ວາງໄວ້.

ໂຄງການທາງລົດໄຟລາວ-ຈີນ ກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວ ໃນແຂວງ ຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນ ໂດຍມີທີ່ດິນຈະຕ້ອງຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫລັງ ແລະຕົ້ນໝາກໄມ້ຕ່າງໆ ກວ່າ 1 ລ້ານຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນທີ່ດິນ (Land Information Working Group) ລະບຸວ່າ ມີການທົດແທນຕ່ຳກວ່າຄວາມເປັນຈິງ ເຖິງ 10 ເທົ່າ ເຊັ່ນທີ່ດິນທີ່ຢູ່ໃນເຂດເມືອງນາຊາຍທອງນະຄອນວຽງຈັນ ທີ່ມີການຊື້ຂາຍທີ່ເປັນຈິງໃນລາຄາສະເລ່ຍ 1.3 ລ້ານກີບ ຫາກແຕ່ໄດ້ມີການປະເມີນຄ່າທົດແທນຕົວຈິງພຽງແຕ່ 137,000 ກີບຕໍ່ຕາແມັດເທົ່ານັ້ນ.

ຜົນກະທົບຂອງທາງລົດໄຟຄວາມໄວສູງລາວ-ຈີນຕໍ່ປະຊາຊົນລາວ
ຜົນກະທົບຂອງທາງລົດໄຟຄວາມໄວສູງລາວ-ຈີນຕໍ່ປະຊາຊົນລາວ

ໂດຍ​ທາງ​ລົດ​ໄຟລາວ-ຈີນ ມີໄລຍະທາງຍາວທັງໝົດ 414 ກິໂລແມັດຈາກດ່ານບໍ່ເຕັນ ໃນແຂວງ ຫລວງນໍ້າທາ ຕໍ່ໄປອຸດົມໄຊ-ຫລວງພະບາງ-ວຽງຈັນ ແລະນະຄອນວຽງຈັນ ແຕ່ຖ້າຫາກວ່າ ເຊື່ອມຕໍ່ຈາກນະຄອນວຽງຈັນໄປຫາເມືອງຄຸນໝິງ ໃນແຂວງຢູນານຂອງຈີນ ກໍຈະມີໄລຍະທາງຍາວ ລວມ 1,022 ກິໂລແມັດ ຊຶ່ງຈະໃຊ້ເວລາເດີນທາງ 10 ຊົ່ວໂມງຕໍ່ຖ້ຽວ ດ້ວຍອັດຕາຄ່າໂດຍສານ 350 ກີບ/ກິໂລແມັດ/ຄົນແລະ 600 ກີບ/ກິໂລແມັດ/ຄົນ/ໂຕນ ສໍາລັບສິນຄ້າ ຊຶ່ງປະຢັດກວ່າ ການຂົນສົ່ງທາງລົດຍົນເຖິງ 2 ເທົ່າ ທັງຍັງທຸ່ນເວລາເດີນທາງເຖິງ 20 ຊົ່ວໂມງ ແລະ 45 ຊົ່ວໂມງຕາມລໍາດັບ.

XS
SM
MD
LG