ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຫ້ບໍລິການ ທາງດ້ານ ສາທາລະນະສຸກ ໃນລາວ ຍັງຂາດແຄນຢູ່


ແມ່ແລະເດັກ
ແມ່ແລະເດັກ

ລະບົບການ​ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ຂອງ​ລັດຖະບານ​ລາວ ບໍ່​ສາມາດ​ຕອບ​
ສະໜອງ​ຄວາມ​ຕ້ອງການ​ຂັ້ນ​ພື້ນຖານ​ຂອງ​ແມ່​ໄດ້​ຢ່າງ​ທົ່ວ​ເຖິງ ​ໂດນ​ຈະ​ຕ້ອງ​ຍົກ​ລະດັບ​
ສຸກສາລາ​ຫຼາຍ​ກວ່າ 1 ພັນ​ແຫ່ງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານຝຸ່ນຄຳ ລັດຕະນະ​ວົງ ຮອງ​ຫົວໜ້າ​ກົມ​ແຜນການ​ແລະ​ການ​ຮ່ວມ​ມື ກະຊວງ​ສາທາ
​ລະນະ​ສຸກ ຍອມຮັບວ່າລະບົບ​ການ​ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ຂອງ​ລັດຖະບານ
​ລາວ​ໃນ​ປັດຈຸບັນ ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂັ້ນ​ພື້ນຖານ​ຂອງ​ແມ່ຍິງ​ລາວ
​ທີ່​ຖືພາ​ໄດ້​ຢ່າງ​ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ຂໍ້​ຈຳກັດ​ທາງ​ດ້ານ​ບຸກຄະລາ​ກອນ ​
ແລະ​ເຄື່ອງມື​ທາງ​ການ​ແພດ ສຳ​ຫຼັບ​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ການ​ເກີດ​ລູກ ຂອງ​ແມ່ຍິງ
​ລາວນັ້ນ ຖື​ເປັນ​ບັນຫາ​ທີ່​ຫຍຸ້ງຍາກ​ທີ່​ສຸດ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວນີ້ ຍັງ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ການ​ເສຍ​ຊີວິດ
ຂອງ​ແມ່ຍິງ​ລາວ ​ໃນ​ຂະນະ​ທີ່​ເກີດ​ລູກ ​ແລະ​ການ​ເສຍຊີວິດ​ຂອງ​ເດັກ​ເກີດ​ໃໝ່ ຍັງ​ມີ
​ອັດຕາ​ສະ​ເລ່ຍສູງ​ທີ່​ສຸດ​ໃນ​ອາ​ຊຽນ ສ່ວນ​ທາງ​ການ​ຫຼຸດຜ່ອນ​ບັນຫາ​ນີ້ ກໍ​ດ້ວຍ​ການ​ພັດ
ທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບການ​ໃຫ້​ບໍລິການ​ຂອງ​ໂຮງໝໍ​ແລະ​ສຸກສາລາ​ຫຼາຍ​
ກວ່າ 1 ພັນ ​ແຫ່ງ ​ໃຫ້​ໄດ້​ມາດຕະຖານ​ດັ່ງ​ທີ່​ທ່ານ​ຝຸ່ນ​ຄຳ ​ໃຫ້ການ​ຢືນ​ຢັນ​ວ່າ: “ຍົກ​ລະ
ດັບ​ໂຮງໝໍ​ໃຫຍ່ ​ໃຫ້​ເປັນ​ໂຮງໝໍ​ພາກ ຕົວຢ່າງ​ວ່າ ຫຼວງ​ພະ​ບາງ ສະຫວັນ​ນະ​ເຂດ
ຈຳປາ​ສັກ ອຸດົມ​ໄຊ​ນີ້ ​ໃຫ້​ມັນ​ໄດ້​ມາດຕະຖານ​ແທ້ໆ​ເນາະ.”

ທາງດ້ານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ປະ​ເມີນ​ວ່າການ
ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ປີ 2011-2015 ລັດຖະ
ບານ​ລາວບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ການ​ພັດທະນາ​ໃນ​ດ້ານ ຄື​ເດັກ
​ອາຍຸ​ຕ່ຳ​ກວ່າ 5 ປີ ຍັງ​ມີ​ສ່ວນ​ສູງ​ຕ່ຳ​ກວ່າ​ເກນ ​ເຖິງ 38 ​ເປີເຊັນ ສ່ວນ​ເດັກ​ທີ່​ມີ​ນ້ຳໜັກ
ຕ່ຳ​ກວ່າ​ເກນ ກໍ​ຍັງມີ​ອັດຕາ​ສະ​ເລ່ຍ​ເຖິງ 27 ​ເປີເຊັນ ​ໃນ​ຂະນະ​ທີ່​ອັດຕາ​ການ​ເຂົ້າ​ຮຽນ​
ແລະ​ຮຽນ​ຈົບ​ຊັ້ນ​ປະຖົມປີ​ທີ 5 ກໍ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ ອັດຕາ​ການ​ຕາຍ​ຂອງ​ເດັກ​ອາຍຸ​ຕ່ຳ
ກວ່າ 1 ປີ ຍັງ​ສູງ​ເຖິງ 45 ຄົນ​ຕໍ່ 1 ພັນ ຄົນ ອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ
ກໍ​ຍັງ​ສູງ​ເຖິງ 197 ຄົນ ຕໍ່ 1 ​ແສນ​ຄົນ ສ່ວນ​ແມ່ນ​ຍິງ​ທີ່​ເກີດ​ລູກ ​ໂດຍ​ໄດ້​ຮັບ​ການ​ຊ່ອຍ​
ເຫຼືອ​ຈາກ​ແພດ ຫຼື​ພະຍາບານ ກໍ​ຄຶດ​ເປັນ​ ອັດຕາ​ສະ​ເລ່ຍ​ເຖິງ 53.9 ​ເປີເຊັນ ​ເທົ່າ​ນັ້ນ.

ທາງ​ດ້ານກະຊວງ​ສາທາລະນະ​ສຸກ ກໍ​ລາຍ​ງານ​ວ່າການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ
​ສະຫັດສະ​ວັດ​ການ​ພັດທະນາ​ທາງ​ດ້ານ​ສາທາລະນະ​ສຸກ ​ໃນ​ລາວ ຍັງ​ມີ​ບັນຫາ​ທ້າ​
ທາຍ​ໃນ​ຫຼາຍດ້ານ​ທີ່​ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ​ຄຸນ​ນະພາ​ບ​ໃຫ້ບໍລິການ​
ແກ່​ປະຊາຊົນ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ​ກັບ​ບັນດາ​ປະ​ເ​ທດ ທີ່​ເປັນ​ສະມາຊິກ​
ໃນ​ກຸ່ມ​ອາ​ຊຽນດ້ວຍ​ກັນ.

​ຕົວຢ່າງ​ກໍ​ຄື​ບັນຫາ​ການ​ຂາດ​ສານ​ອາຫານ​ຂອງ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ກໍ​ເປັນ
ສາເຫດ​ທີ່​ເຮັດ​ໃຫ້ການ​ຫຼຸດ​ຈຳນວນ​ເດັກນ້ອຍ​ທີ່​ຕົວ​ເຕີ້ຍ​ສາມາດ​ດຳ​ເນີນ​ການ ​
ໄດ້​ຢ່າງ​ຊັກ​ຊ້າກໍ​ຄື​ສາມາດ​ຫຼຸດ​ໄດ້ຈາກ ອັດຕາ​ສະ​ເລ່ຍ​ເຖິງ 40 ​ເປີເຊັນ ​ໃນ​ປີ 2006
ມາ​ເປັນ 38 ​ເປີເຊັນ ໃນ​ປັດຈຸບັນ​ນີ້ ໝາຍ​ຄວາມ​ວ່າ​ຫຼຸດ​ລົງ​ພຽງ 2 ​ເປີເຊັນ ​ເທົ່າ​ນັ້ນ ​
ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ.

ສ່ວນ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ທີ່​ມີ​ນ້ຳໜັກ​ຕ່ຳ​ກວ່າ​ເກນ ກໍ​ຍັງ​ສູງ​ເຖິງ32 ​ເປີເຊັນ
ຂະນະ​ທີ່​ ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ໄດ້​ວາງ​ເອົາ​ໄວ້​ທີ່ອັດຕາ​ສະ​ເລ່ຍ​ບໍ່​ເກີນ 22 ​ເປີ​ເຊັນ
ຂອງ​ຈຳນວນ​ເດັກນ້ອຍທີ່​ອາຍຸ​ຕ່ຳ ກວ່າ 5 ປີ ​ໃນ​ທົ່ວ​ປະ​ເທດ ຈຶ່ງ​ເປັນ​ອີກ​ບັນຫາ​ນຶ່ງ​ທີ່
​ບໍ່​ສາມາດ​ບັນລຸ​ເປົ້່າໝາຍ​ໄດ້​ຢ່າງ​ແທ້​ຈິງ.

​ແຕ່ຢ່າງ​ໃດ​ກໍ​ຕາມ ທ່ານ​ບຸນ​ຍັງ ວໍລະ​ຈິດ ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ
ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ໃນອັດຕາ​ສະ​ເລ່ຍ​ ບໍ່​ຫຼຸດ 7 ເປີ​ເຊັນ ຕໍ່​ປີ ທີ່​ເຮັດໃຫ້
ຍອດ​ຜະລິດ​ພັນ​ຮວມພາຍ​ໃນ(GDP) ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາກອນ​ລາວ​ທີ່​
ລະດັບ 2 ພັນ 408 ຕໍ່​ຄົນ ​ແລະ​ອັດຕາ​ຄວາມ​ຍາກຈົນ ກໍ​ຫຼຸດ​ລົງ​ເຫຼືອ​ພຽງ 6.59 ​ເປີ​ເຊັນ
ຂອງ​ຕົວ​ເຮືອນ​ທັງ​ໝົດ​ດ້ວຍນັ້ນ ກໍ​ຄື​ພື້ນຖານອັນ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ລາວ​ຫຼຸດຜ່ອນ​
ຈາກ​ສະພາບ​ດ້ອຍ​ພັດທະ​ນາ​ໄດ້​ໃນ​ປີ 2020 ​ແລະ​ກ້າວ​ໄປ​ສູ່​ການ​ເປັນ​ປະ​ເທດ​ກຳລັງ
​ພັດທະນາ​ທີ່​ປະຊາຊົນ​ມີ​ລາຍ​ໄດ້​ລະດັບ​ກາງ​ຂຶ້ນ​ໄປ​ຫາ​ສູງ​ໄດ້​ຕາມ​ເປົ້າ​ໝາຍ​ໃນ​ປີ 2030
ຕໍ່​ໄປ.

XS
SM
MD
LG