ລັດຖະບານລາວສາມາດລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໄດ້ໃນເຂດ
50 ບ້ານ ໂດຍຄິດເປັນພຽງ 0.03 ເປີເຊັນ ເທົ່ານັ້ນຂອງຈຳນວນບ້ານທີ່ຍາກຈົນ
ທັງໝົດ ໃນທົ່ວປະເທດ ໃນປະຈຸບັນນີ້ ຊົງຣິດ ໂພນເງິນ ນັກຂ່າວຂອງ VOA ມີລາຍງານ
ຈາກບາງກອກ.
ທ່ານວິລະວົງ ບຸດດາຄຳ ປະທານຄະນະກຳມາທິການແຜນການດ້ານການເງິນ ແລະການ
ກວດສອບຂອງສະພາແຫ່ງຊາດລາວ ຖະແຫຼງຢືນຢັນວ່າ ໃນແຜນການປະຈຳສົກປີ
2015-2016 ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍໄວ້ວ່າຈະລົບລ້າງ ບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຫຼື ຄຶດເປັນ 0.48 ເປີເຊັນ ຂອງບ້ານທີ່ຍາກຈົນທັງໝົດໃນທົ່ວປະເທດຫາກແຕ່ ຈາກການຈັດຕັ້ງປະຕິບັດຕົວຈິງ ກໍສາມາດບັນລຸໄດ້ພຽງແຕ່ 0.03 ເປີເຊັນ ເທົ່ານັ້ນ ດັ່ງທີ່ທ່ານວິລະວົງ ໄດ້ໃຫ້ການຢືນຢັນວ່າ “ສຳຫຼັບການ
ແກ້ໄຂບ້ານທຸກຍາກ ຕົວເລກຄາດໝາຍໝົດປີ 179 ບ້ານ ຫຼືເທົ່າກັບ 0.48 ເປີເຊັນ
ແຕ່ປະຕິບັດຕົວຈິງຫຼຸດລົງພຽງແຕ່ 50 ບ້ານຫຼືເທົ່າກັບ 0.03 ເປີເຊັນ ຂອງບ້ານທຸກ
ຍາກຈາກທັງໝົດ1 ພັນ 736 ບ້ານ ຜ່ານການປະເມີນເຫັນວ່າ ບັນຊີ 47 ເມືອງທີ່
ທຸກຍາກທີ່ສຸດ ໄດ້ຫຼຸດລົງ33 ເມືອງ ແລະຍັງ 14 ເມືອງບໍ່ທັນມີເງື່ອນໄຂຄົບຖ້ວນ
ໂດຍສະເພາະເຂດເມືອງທຸກຍາກ ໃນແຂວງໄຊສົມບູນ ຫົວພັນ ຜົ້ງສາລີ ແລເຊກອງ.”
ທາງດ້ານຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຂັ້ນສູງກາງລາຍງານ
ວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ໃນປີ 2017 ໄດ້ວາງເປົ້າໝາຍ
ທີ່ຈະລົບລ້າງບັນຫາທຸກຍາກຂອງປະຊາຊົນລາວໃຫ້ໄດ້ບໍ່ນ້ອຍກວ່າ 5 ພັນ 580
ຄອບຄົວ ເພື່ອເຮັດໃຫ້ຍັງເຫຼືອ 70 ພັນ 924 ຄອບຄົວທຸກຍາກ ຫຼືຄິດເປັນ 6.09 ເປີເຊັນ
ຂອງຈຳນວນຄອບຄົວທັງໝົດ ໃນທົ່ງປະເທດລາວ.
ພ້ອມກັນນີ້ ຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກ ຊັ້ນສູນກາງ
ກໍຍັງໄດ້ວາງຄາດໝາຍການລົບລ້າງບ້ານທຸກຈົນໃຫ້ໄດ້ 178 ບ້ານ ໂດຍຖ້າຫາກຈັດຕັ້ງ
ປະຕິບັດ ໄດ້ຈິງກໍຈະເຮັດ ໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1. ພັນ 511 ບ້ານ ຫຼືເທົ່າກັບ
18 ເປີເຊັ ນ ຂອງຈຳນວນບ້ານທັງໝົດ ໃນທົ່ວປະເທດ ແລະໃນນີ້ ກໍຮວມເຖິງ 78 ບ້ານ
ທີ່ຈະໄດ້ຮັບການຍົກລະດັບບ້ານພັດທະນາ ຊຶ່ງຈະເຮັດໃຫ້ມີບ້ານພັດທະນາເພີ່ມຂຶ້ນເປັນ
3 ພັນ 914 ບ້ານ ຫຼື ເກືອບເຖິງ 46 ເປີເຊັນ ຂອງບ້ານທັງໝົດໃນລາວ.
ໂດຍການລົບລ້າງຄວາມທຸກຍາກ ດັ່ງກ່າວນີ້ ລັດຖະບານລາວໄດ້ຮັບການຊ່ອຍເຫຼືອ
ຈາກນາໆຊາດແລະອົງການສາກົນ ນັບຕັ້ງແຕ່ປີ 1983 ເປັນຕົ້ນມາ ຊຶ່ງກໍໄດ້ປະກອບ
ສ່ວນຢ່າງສຳຄັນເຂົ້າໃນການພັດທະນາ ໃນທຸກດ້ານທີ່ມີເປົ້າໝາຍເພື່ອລົບລ້າງຄວາມ
ຍາກຈົນຂອງປະຊາຊົນລາວ ດັ່ງຈະເຫັນໄດ້ຈາກອັດຕາຄວາມຍາກຈົນທີ່ລົດລົງຈາກ
48 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດໃນປີ 1992 ເປັນ 27.6 ເປີເຊັນ
ໃນປີ 2008, 17 ເປີເຊັນ ໃນປີ 2015 ແລະບໍ່ເຖິງ 10 ເປີເຊັນ ໃນປີ 2016 ຕາມລຳດັບ.
ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງສປປ ລາວ ໄດ້ລະບຸວ່າລັດຖະບານລາວ
ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດໃນບູນຄ່າ 475 ລ້ານ 3 ແສນ ໂດລ່າ ໃນປີ 2000
ແລ້ວ ກໍເພີ່ມຂຶ້ນເປັນ 1 ພັນ 046ລ້ານ 39 ແສນໂດລ່າ ໃນປີ 2006 ແລະເພີ່ມຂຶ້ນເປັນ
3 ພັນ 708 ລ້ານ ໃນປີ 2011 ສ່ວນປີ 2014 ກໍນັບເປັນປີ ທີ່ລາວ ໄດ້ຮັບການຊ່ອຍເຫຼືອ
ລ້າ ຈາກຕ່າງປະເທດຫຼາຍທີ່ສຸດ ກໍຄື 5 ພັນ 169 ລ້ານ 5 ແສນ 5 ໝື່ນໂດລ່າ ແລະຫຼຸດ
ລົງເປັນ 4 ພັນ 545 ລ້ານ 8 ແສນ ໃນປີ 2015 ທີ່ຜ່ານມາ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍບໍ່ສາມາດ ບັນລຸເປົ້າໝາຍສະຫັດສະຫວັດ ຂອງການພັດທະນາ ໃນ 6 ດ້ານ ຈາກທັງໝົດ 9 ດ້ານ ທີ່ໄດ້ຕົກລົງໄວ້ກັບອົງການ
UNDP ຊຶ່ງປະກອບດ້ວຍການທີ່ເດັກອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງ ແລະນຳໜັກ
ຕ່ຳກວ່າ ເກນການຮຽນຈົບຊັ້ນປະຖົມທີ 5 ເພີ່ມຂຶ້ນຢ່າງຊັກຊ້າ ເດັກອາຍຸ ຕ່ຳກວ່າ 1 ປີ
ຍັງເສີຍຊີວິດ ໃນອັດຕາສະເລັ່ຍທີ່ສູງ ອັດຕາການຕາຍຂອງແມ່ຍິງ ຂະນະຖືພາກໍຍັງສູງ
ການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ປະຕິບັດໄດ້ຕ່ຳ ແລະການເກັບກູ້ລະເບີດບໍ່ທັນ
ແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.
ສ່ວນເດັກທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ ນັບແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ
ກໍມີພຽງ40 ເປີເຊັນ ເທົ່ານັ້ນ ຊຶ່ງກໍເຮັດໃຫ້ລັດຖະບານລາວຄາດຫວັງວ່າຈະໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດ ເພີ່ມຂຶ້ນ ໂດຍໃນຊ່ວງປີ 2000-2015 ລັດຖະບານລາວ
ໄດ້ຮັບການຊ່ວຍເຫຼືອຈາກສາກົນເຖິງ 28 ພັນ 894 ລ້ານ 9 ແສນ ໂດລ່າ.