ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສປປ ລາວ ສະເໜີຕໍ່ UNESCO ໃຫ້​ພູ​ຫີນ​ໜາມ​ໜໍ່​ ​ເປັນ​ມໍລະດົກ​ໂລກ ​ດ້ານ​ທຳ​ມະ​ຊາດ


​ພູ​ຫີນ​ໜາມ​ໜໍ່
​ພູ​ຫີນ​ໜາມ​ໜໍ່

ທາງ​ການ​ລາວ ຈັດ​ທຳ​ແຜນການ​ນຳ​ສະ​ເໜີ​ຕໍ່ ອົງການ UNESCO ​ເພື່ອ​ໃຫ້​ຮັບ​ຮອງ​ເອົາ
ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ຫີນ​ໜາມ​ໜໍ່​ໃນ​ແຂວງ​ຄຳ​ມ່ວນ​ໃຫ້​ຢູ່​ໃນ​ບັນຊີ​ມໍລະດົກ​ດ້ານ​
ທຳ​ມະ​ຊາດ​ໃຫ້​ໄດ້​ພາຍ​ໃນ​ປີ 2019 ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານ​ທອງ​ໃບ ​ໂພທິ​ສານ ຫົວໜ້າ​ກົມ​ມໍລະດົກ ກະຊວງ​ຖະ​ແຫຼ​ງຂ່າວ-ວັດທະນະທຳ
​ແລະ​ທ່ອງ​ທ່ຽວ​ໃຫ້ການ​ຍືນ​ຍັນ​ວ່າການ​ກະກຽມ​ວຽກ​ງານ​ໃນ​ດ້ານ​ຕ່າງໆ ​ເພື່ອ​ສະ​ເໜີ​
ໃຫ້​ອົງການ UNESCO ພິຈາລະນາ​ແລະ​ຮັບຮອງ​ເຂດ​ປ່າ​ສະຫງວນ​ແຫ່ງຊາດພູ​ຫີນ​
ໜາມ​ໜໍ່​ໃນ​ແຂວງ​ຄຳ​ມ່ວນ​ຂອງ​ລາວ ໃຫ້​ຢູ່​ໃນ​ບັນຊີ​ມໍລະດົກ​ດ້ານ​ທຳ​ມະ​ຊາດນັ້ນ ​
ໄດ້​ສຳ​ເລັດ​ໃນ​ຂັ້ນ​ເບື້ອງ​ຕົ້ນ​ແລ້ວ ​ໂດຍ​ຄາດ​ວ່າ​ຈະ​ສາມາດ​ນຳ​ສະ​ເໜີ​ເອກ​ກະສາ​ນ
ສຳຄັນ​ຕ່າງໆ ​ເຖິງ ອົງການ UNESCO ​ໄດ້​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ປີ 2019
ຢ່າງ​ຊ້າ.

ທ່ານ​ທອງ​ໃບ ​ເຊື່ອ​ໝັ່ນ​ວ່າ ມີ​ໂອກ​າດສູງທີ່ ອົງການ UNESCO ຈະ​ຮັບຮອງ​ເຂດ​ປ່າ
​ສະ​ຫງວນ​ແຫ່ງ​ຊາດ​ພູ​ຫີນ​ໜາມ​ໜໍ່​ຂອງ​ລາວ​ໃຫ້​ເປັນ​ມໍລະດົກ​ໂລກ​ດ້ານ​ທຳ​ມະ​ຊາດ
​ເນື່ອງ​ຈາກ​ເປັນ​ເຂດ​ທີ່​ຍັງ​ມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ແລະ​ປົກ​ຫຸ້ມ​ດ້ວຍ​ປ່າ​ໄມ້​ຍ່າງ​
ໜາ​ແໜ້ນໃນ​ພື້ນ​ທີ່​ກ້ວາງ​ກວ່າ 82,000 ​ເຮັກຕາ ທັງ​ກໍຍັງ ​ເປັນ​ແຫຼ່ງທີ່ຢູ່​ອາ​ໄສ​ຂອງ​
ຊ້າງ​ປ່າຈຳນວນ​ຫຼາຍ​ຮ້າຍ​ຕົວ ​ແລະ​ສັດປ່າ​ຫຼາກຫຼາຍຊະນິດ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ກໍ​ຍັງ​ບໍ່​ສາມາດ​ກຳໜົດ​ເວລາ​ທີ່​ຊັດ​ເຈນ​ໄດ້​ວ່າ
ອົງການ UNESCO ຈະ​ໄດ້​ມີ​ການ​ພັດທະນາ​ຕາມ​ການສະ​ເໜີ​ຂອງ​ລາວ ດັ່ງກ່າວ​
ໄດ້​ເມື່ອໃດ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ທີ່​ຈະ​ນຳ​ສະ​ເໜີ​ໃຫ້ ອົງການ UNESCO
ພິຈາລະນາ​ຮັບຮອງ​ເອົາທົ່ງ​ໄຫ​ຫີນ​ໃນ​ແຂວງ​ຊຽງ​ແຂວງ​ໃຫ້​ເປັນ​ມໍລະດົກ​ໂລກ​ນັ້ນ
ກໍ​ໄດ້​ເລື່ອນ​ມາ​ແລ້ວ​ຫຼາຍ​ຄັ້ງ ​ເພາະວ່າ​ທາງ​ການ​ລາວ​ຍັງ​ຈະ​ຕ້ອງ​ທຳ​ການ​ສຶກສາ
ໃນ​ລາຍ​ອຽດ​ເພື່ອ​ກຳໜົດ​ແຜນການ​ອະນຸ​ລັກ​ເຂດທົ່ງ​ໄຫ​ຫີນ​ ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ​
ທີ່ອົງການ UNESCO ກຳໜົດ​ໄວ້​ໃນ​ທຸກ​ດ້ານ​ເສີຍ​ກ່ອນ.

ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ລາວ ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ຄາດໝາຍ​ໄດ້​ວ່າ ການ
​ສຶກສາ ດັ່ງກ່າວ​ຈະ​ຕ້ອງ​ໃຊ້​ເວລາ ​ໃນ​ການ​ດຳ​ເນີນ​ການ​ຈົນ​ເຖິງ​ເມື່ອ​ໃດ​ແທ້ ​ເນື່ອງ​
ຈາກ​ວ່າ​ໄຫ​ຫີນ​ທີ່​ມີ​ຢູ່ 2,000 ໜ່ວຍ​ນັ້ນ ບໍ່​ໄດ້​ຕັ້ງ​ຢູ່​ໃນ​ບໍລິ​ເວນ​ດຽວກັນ ຈຶ່ງ​ເຮັດ​ໃຫ້
​ຕ້ອງ​ໃຊ້​ເວລາ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ແລະ​ຂຶ້ນ​ທະບຽນ​ໄຫ​ຫີນ ທຸກ​ໜ່ວຍ​ຢ່າງ​ລະອຽດ
​ແລະ​ການ​ທີ່ໃຫ້​ໄຫ​ຫີນຕັ້ງ​ຢູ່​ຢ່າງ​ກະ​ແຈກ​ກະຈາຍ​ກັນ ກໍ​ຍັງ​ເຮັດ​ໃຫ້​ຍາກ​ຕໍ່​ການ​
ອະນຸລັກ​ໄດ້​ຢ່າງ​ທົ່ວ​ເຖິງ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ເປັນ​ການ​ເຮັດ​ໃຫ້​ສະດວກ​ຕໍ່​ການ​ເກັບ​ກຳ​ຂໍ້​ມູນ​ແລະ​ການ​
ຄຸ້ມ​ຄອງ​ຮັກສາ​ເຂດທົ່ງ​ໄຫ​ຫີນດັ່ງກ່າວ ທາງ​ການ​ລາວ ກໍ​ໄດ້​ເລືອກ​ເອົາ​ສະ​ເພາະ 11
​ເຂດ​ເທົ່າ​ນັ້ນ​ທີ່​ຈະ​ສະ​ເໜີ​ໃຫ້​ເປັນ​ມໍລະດົກ​ໂລກ ​ໂດຍ​ຄາດ​ວ່າ ຈະ​ສາມາດ​ນຳສະ​ເນີ
ຕໍ່ອົງການ UNESCO ​ໄດ້​ໃນ​ຕົ້ນ​ປີ 2018 ກໍ​ຄື​ກ່ອນ​ການ​ນຳ​ສະ​ເໜີ​ເຂດ​ປ່າ​ສະຫງວນ
​ແຫ່ງ​ຊາດ​ພູ​ຫີນ​ໜາມ​ໜໍ່​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ທອງ​ໃບ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ພວກ​
ເຮົາ​ໄດ້​ເລືອກ​ທົ່ງ​ໄຫ​ຫີນ ພຽງ 11 ທົ່ງ ປັດຈຸບັນ​ນີ້ ພວກ​ເຮົາ ​ໄດ້​ມີແຜນ​ວຽກ ​
ແຜນ​ເງິນ ​ແລ້ວ ກະ​ແຜນ​ຄົນ​ປະກອບ​ເຂົ້າກັນ ຮວມທັງ​ເບື້ອງ​ຊຽວຊານ​ທາງ​
ຕ່າງປະ​ເທດ​ແລະ​ຊຽວຊານ​ລາວ ຈຶ່ງສະ​ເໜີສ້າງ​ເອກ​ກະສາ​ນ​ໃຫ້​ສຳ​ເລັດ ຕົ້ນ​ປີ
2018 ສ່ວນ​ປ່າ​ຫີນ​ໜາມ​ໜໍ່​ນີ້ ​ເນື່ອງ​ຈາກ​ວ່າ​ມັນ​ເປັນ​ມໍ​ລະ​ກົດ​ທາງດ້ານ​ທຳ​ມະ​ຊາດ
ພວກ​ເຮົາ ກໍ​ເລີຍ​ໄດ້​ຮ່ວມ​ມື​ກັບ​ທາງ​ເບື້ອງກະຊວງ​ກະສິກຳ-​ປ່າ​ໄມ້ ​ແລ້ວ​ກະ​ສຳຄັນ
​ທີ່​ສຸດ ກໍ​ແມ່ນ​ພວກ​ເຮົາ ​ໄດ້​ຮ່ວມ​ມື​ກັບ​ທາງ​ເບື້ອງ​ຊ່ຽວຊານ​ຂອງ​ເຢຍຣະມັນ​ແລ້ວ
ກະທາ​ງ​ເບື້ອງ​ອົງການ​ຊີວະ​ນາໆ​ພັນ​ຂອງ​ສາກົນ ດັ່ງ​ນັ້ນ ໂຕ​ນີ້ ນີ້​ຄ່ອນ​ຂ້າງ​ຈະ​ມີ​
ຄວາມ​ອາດ​ສາມາດ​ເປັນ​ໄປ​ໄດ້ ​ແມ່ນປີ 2019​.”

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ລາວ​ມີ​ງົບປະມານ​ຢ່າງ​ຈຳກັດ ກໍ​ຍັງ​ຖື​ເປັນ​ອີກ​ບັນຫາ​ນຶ່ງ
​ທີ່​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​ດຳ​ເນີນ​ງານ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ຊັກ​ຊ້າ ສະ​ນັ້ນ
ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ດ້ານ​ງົບປະມານ​ຢ່າງ​ພຽງພໍ
ທັງ​ສຳ​ຫຼັບ​ການ​ສຶກສາ​ດັ່ງກ່າວ​ແລະ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ດ້ວຍ​ນັ້ນ.

ທາງ​ດ້ານ​ທ່ານ​ຄຳເພັດ ພົມມະ​ດວງ​ໄກສອນ ຫົວໜ້າ​ແຜນການ​ຄະ​ແຫຼ​ງຂ່າວ​ແລະ
​ທ່ອງ​ທ່ຽວ​ແຊວ​ງຊຽງ​ແຂວງ ​ໄດ້​ຢືນຢັນ​ວ່າ ການ​ກະກຽມ​ແຜນການ​ທີ່​ຈະ​ສະ​ເໜີ​ຕໍ່
ອົງການ UNESCO ​ເພື່ອ​ໃຫ້ການ​ຮັບຮອງ​ເຂດ​ທົ່ງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ​ນັ້ນ ​
ໄດ້​ຄືບ​ໜ້າ​ໄປ​ຫຼາຍ​ແລ້ວ ​ໂດຍ​ໄດ້​ມີ​ການ​ຄຸ້ມ​ຄອງ​ແລະ​ຂຶ້ນ​ທະບຽນ​ໄຫ​ຫີນ​ໄດ້​ແລ້ວ​
ຫຼາຍ​ກວ່າ 2,000 ໜ່ວຍ ​ໃນ 70 ກວ່າ​ພື້ນ​ທີ່.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ແຊວ​ງຊຽງ​ຂ​ວາງ ກໍ​ຍັງ​ບໍ່ມີ​ກຳໜົດ​ທີ່​ຊັດ​ເຈນ​ວ່າ
ຈະ​ສາມາດ​ຍື່ນ​ຂໍ່ສະ​ເໜີ ດັ່ງກ່າວ ຕໍ່​ອົງການ UNESCO ​ໄດ້​ເມື່ອ​ໃດ ​ເນື່ອງ​ຈາກ
​ຍັງ​ຈະ​ຕ້ອງດຳ​ເນີນ​ການ​ສຳ​ລວດ​ເພື່ອ​ລົງທະບຽນ​ໄຫ​ຫີນ​ທີ່​ເຫຼືອ​ໃນ​ອີກ 50 ກວ່າ
​ພື້ນ​ທີ່​ໃຫ້​ແລ້ວ​ສະ​ເລັດ​ເສີຍ​ກ່ອນ​ແລະ​ພ້ອມ​ກັນ​ນີ້ ກໍ​ຍັງ​ຈະຕ້ອງ​ສຶກສາ​ອົບຮົມ​ປະຊາຊົນ
​ລາວ​ເພື່ອ​ໃຫ້ການ​ຮ່ວມ​ມື​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ໄຫ​ຫີນ​ດ້ວຍ.

XS
SM
MD
LG