ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການນອກ​ແຜນ​ ຂອງ​ລັດ​ ​ພາໃຫ້ເກີດ ໜີ້​ເສຍ ເພີ້ມຂຶ້ນ ໃນລະບົບ ທະນາຄານ ຂອງລາວ


ຫ້ອງການທະນາຄານແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ
ຫ້ອງການທະນາຄານແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ

ການຈັດຕັ້ງປະຕິບັດ ບັນດາ​ໂຄງການນອກ​ແຜນ​ພັດທະນາຂອງ​ລັດຖະບານ​ລາວທີ່
​ບໍ່ມີ​ປະສິດທິພາບ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີໜີ້​ເສຍ ຫລື NPL ​ໃນ​ລະບົບ​ທະນາຄານ​
ຂອງ​ລັດຖະບານ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ.​

ທ່ານ​ນາງ ວັດທະນາ ດາ​ລາ​ລອຍ ຮອງ​ຜູ້​ວ່າ​ທະນາຄານ​ແຫ່ງ​ຊາດ​ລາວ ຢືນຢັນ​ວ່າ ການຈັດຕັ້ງປະຕິບັດ ບັນດາ​ໂຄງການ​ພັດທະນາ​ຕ່າງໆ ທີ່ຢູ່​ນອກ​ແຜນການ​ພັດທະນາ​
ຂອງ​ລັດຖະບານ​ລາວ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ທາງ​
ງົບປະມານ ​ໄປ​ຢ່າງ​ຫລວງຫລາຍ ທັງ​ຍັງ​ເປັນ​ຜົນ​ເຮັດ​ໃຫ້​ເກີດ​ມີໜີ້ເສຍ ຫລື NPL​
ໃນ​ລະບົບ​ທະນາຄານ​ຂອງ​ລັດຖະບານ​ລາວ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.

ພະນັກງານກໍາລັງເຮັດວຽກ ຢູ່ທະນາຄານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນຂອງລາວ
ພະນັກງານກໍາລັງເຮັດວຽກ ຢູ່ທະນາຄານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນຂອງລາວ

ທັງ​ນີ້ກໍ​ເນື່ອງຈາກວ່າ ການຈັດຕັ້ງປະຕິບັດ​ໂຄງການ​ທີ່​ບໍ່ປະສິດທິພາບ ​ແລະ​ການ​ຂາດ
​ວິ​ໄນ​ທາງ​ການ​ເງິນ ​ໂດຍ​ສະ​ເພາະ​ກໍ​ແມ່ນການບໍ່ຊໍາລະ​ດອກ​ເບ້ຍ ​ແລະ​ຕົ້ນທຶນ​ທີ່​ບັນດາ​ຫົວໜ່ວຍທຸລະ​ກິດ​ໄດ້​ຕົກລົງ​ໄວ້ ​ໃນ​ສັນຍາ​ກູ້​ຢືມ​ເງິນ​ທຶນຈາກ​ທະນາຄານທຸລະ​ກິດ ອັນ
​ເປັນ​ຜົນ​ເນື່ອງ​ມາ​ຈາກ​ບັນດາ​ໂຄງການ​ດັ່ງກ່າວ ​ເປັນ​ໂຄງການ​ນອກ​ແຜນການ​ຂອງ​ລັດ
ຖະບານ ຈຶ່ງ​ເຮັດ​ໃຫ້ຫົວໜ່ວຍທຸລະ​ກິດ​ບໍ່​ໄດ້​ຮັບ​ການ​ໃຊ້ໜີ້ ຈາກ​ພາກລັດຖະບານ ​ແລະ
​ບັນຫາ​ທີ່​ຕາມ​ມາ​ກໍ​ຄື ການບໍ່ມີ​ເງິນ​ສໍາລັບ​ຊໍາລະໜີ້​ໃຫ້​ທະນາຄານ ຈຶ່ງ​ເຮັດ​ໃຫ້​ມີໜີ້​ເສຍ
​ໃນ​ລະບົບ​ທະນາຄານ ​ເພີ້ມຂຶ້ນ ຄິດ​ເປັນ 3.25 ​ເປີ​ເຊັນ ຂອງ​ມູນ​ຄ່າ​ເງິນ​ກູ້​ທັງໝົດ ດັ່ງ​ທີ່
​ທ່ານ​ນາງ ວັດທະນາ ຢືນຢັນ​ວ່າ:
“ບັນ​ຫາ​ທີ່​ພາ​ໃຫ້ມີໜີ້ສິນ​ເສຍ​ມາ​ຢູ່​ໃນ​ລະດັບ 3.25 ​ເປີ​ເຊັນ ຕົ້ນຕໍ​ກໍແມ່ນ​ສິນ​ເຊື່ອ​
ເພື່ອ​ການ​ປະຕິບັດ​ໂຄງການ​ພື້ນຖານ​ໂຄງ​ລ່າງຂອງ​ລັດຖະບານ ​ຍ້ອນ​ວ່າສິນ​ເຊື່ອ​
ດັ່ງກ່າວ ກໍ​ຕ້ອງ​ໄດ້​ຈັດ​ຊັ້ນໜີ້ຕາມ​ລະບຽບການ ທີ່​ທະນາຄານ​ແຫ່ງ​ສປປ ລາວ ກໍາ
ນົດ​ອອກ ​ຄືຖ້າ​ຫາກ​ບໍ່ສາມາດ​ປະຕິບັດ​ດອກ​ເບ້ຍ, ການ​ຊໍາລະ​ດອກ​ເບ້ຍ ຫລື​ຕົ້ນ
ທຶນ​ໄດ້​ຕາມ​ກໍາໜົດ​ເວລາ, ທະນາຄານ​ທຸລະ​ກິດຕ້ອງ​ໄດ້​ຈັດ​ຊັ້ນໜີ້ຕາມ​ລະບຽບ
ການ ຍ້ອນ​ວ່າ​ບັນດາ​ໂຄງການ​ດັ່ງກ່າວ ບໍ່ສາມາດຊໍາລະ​ໄດ້​ຕາມ​ກໍາໜົດ​ເວລາທີ່​ໄດ້​
ຕົກລົງ​ໃນ​ສັນຍາສິນ​ເຊື່ອ​ທະນາຄານ​ທຸລະ​ກິດ ຈໍາ​ເປັນຕ້ອງ​ໄດ້​ຈັດ​ຊັ້ນໜີ້.”

ທັງນີ້ ຄາດວ່າ ການຈັດຕັ້ງປະຕິບັດແຜນການລົງທຶນພາກລັດໃນປີ 2016-2017 ຈະນຳໃຊ້ທຶນໃນມູນຄ່າລວມເຖິງ 36,366 ຕື້ກີບ ໃນນີ້ ເປັນທຶນພາຍໃນ 5,463 ຕື້ກີບ ທຶນຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດ 8,629 ຕື້ກີບ ການລົງທຶນຂອງເອກກະຊົນ
ພາຍໃນ ແລະຕ່າງຊາດ 14,474 ຕື້ກີບ ແລະສິນເຊື່ອທະນາຄານອີກຫລາຍກວ່າ
7,800 ຕື້ກີບ ຕາມລຳດັບ.

ໂດຍເພື່ອຮັບປະກັນວ່າ ການຈັດຕັ້ງປະຕິບັດ ຈະເປັນໄປຕາມແຜນການ ແລະລະບຽບ
ກົດໝາຍຢ່າງແທ້ຈິງນັ້ນ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ​ເພື່ອກຳນົດໃຫ້ຂະແໜງ
ແຜນການ ແລະການລົງທຶນ, ຂະແໜງການເງິນ ແລະຂະແໜງກວດກາ ເຂົ້າໄປມີສ່ວນ
ຮ່ວມໃນທຸກໂຄງການ ນັບແຕ່ຂັ້ນຕອນການເຈລະຈາການຮ່າງສັນຍາຮັບເໝົາ, ການຈັດ
ຊື້-ຈັດຈ້າງ ແລະການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໃສ ທັງໃນ
ການຊຳລະການລົງທຶນ ແລະການປະເມີນຜົນການປະຕິບັດໂຄງການຕາມໜ້າວຽກຕົວຈິງ
ໄດ້ຢ່າງມີປະສິດທິພາບ ແລະສອດຄ້ອງກັບແຜນການຂອງ​ລັດຖະບານ ທັງນາຍົກລັດຖະ
ມົນຕີຍັງໄດ້ອອກຄຳສັ່ງຫ້າມບໍ່​ໃຫ້​ມີ​ໂຄງການ​ນອກແຜນການ​ຢ່າງ​ເດັດຂາດ ນັບ​ແຕ່​ປີ
2018 ນີ້ເປັນຕົ້ນ​ໄປອີກ​ດ້ວຍ.

ຫາກ​ແຕ່​ວ່າໂຄງການລົງທຶນພາກລັດນັບວ່າເປັນບັນຫາທີ່ປະຊາຊົນລາວ ຢາກໃຫ້ມີການ
ແກ້ໄຂຢ່າງຮີບດ້ວນທີ່ສຸດ ເພາະເຊື່ອວ່າ ມີການຄໍຣັບຊັ້ນເກີດຂຶ້ນຢ່າງກວ່າງຂວາງ ຊຶ່ງ
ເຮັດໃຫ້ລັດຖະບານ ສູນເສຍງົບປະມານໄປ ຫຼາຍກວ່າ 5,800 ຕື້ກີບ ໃນຊ່ວງປີ 2011-
2015 ທີ່ຜ່ານມາ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງຢືນຢັນວ່າ ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ທັງໃນລະດັບສູນ
ກາງ ແລະທ້ອງຖິ່ນ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າ ໄດ້ມີການບັງຄັບໃຊ້ກົດໝາຍ
ວ່າດ້ວຍການຈັດຊື້ ແລະຈັດຈ້າງ ຢ່າງເປັນທາງການ ເນື່ອງຈາກວ່າ ກົດໝາຍດັ່ງກ່າວ
ໄດ້ກຳນົດລະບຽບການ ວິທີການ ມາດຕະການຄວບຄຸມ ແລະການກວດສອບໄວ້ ຢ່າງ
ຮັດກຸມ ທັງ​ໃນ​ການ​ຄຸ້ມ​ຄອງ​ ​ແລະ​ກວດກາ​ການຈັດ​ຊື້-ຈັດ​ຈ້າງ​ທີ່​ໂປ່​ງ​ໃສ ລວ​ມ​ເຖິງ​ການ
ກູ້​ຢືມ​ຈາກ​ຕ່າງປະ​ເທດ​ອີກ​ດ້ວຍ ​ໂດຍ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຮັບຮອງ​ເອົາ​ກົດໝາຍ
ດັ່ງກ່າວ ​ເພື່ອ​ເດືອນ​ພະຈິກ​ 2017 ທີ່​ຜ່ານ​ມານີ້.

XS
SM
MD
LG