ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອນນໍ້າເທີນ 2 ຢຸດການ ຜະລິດໄຟຟ້າ ຊົ່ວຄາວໄວ້ ເພື່ອຫລຸດ ການປ່ອຍນໍ້າ ອອກຈາກ ເຂື່ອນ


ອ່າງໂຕ່ງນໍ້າ ຂອງເຂື່ອນນໍ້າເທີນ 2
ອ່າງໂຕ່ງນໍ້າ ຂອງເຂື່ອນນໍ້າເທີນ 2

ເຂື່ອນນໍ້າເທີນ 2 ຢຸດການຜະລິດໄຟຟ້າ ແລະຫລຸດການປ່ອຍນໍ້າອອກຈາກ
ເຂື່ອນລົງໄປຫາແມ່ນໍ້າເຊບັ້ງໄຟ ເປັນການຊົ່ວຄາວ ເພື່ອຊ່ວຍຫລຸດຜ່ອນ
ຜົນກະທົບຈາກໄພນໍ້າຖ້ວມໃນແຂວງພາກກາງຂອງລາວ. ຊົງຣິດ ໂພນເງິນ
ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.

ບໍລິສັດນໍ້າເທີນ 2 ພາວເວີຈໍາກັດ ຖະແຫລງຢືນຢັນວ່າ ໄດ້ຢຸດການເດີນເຄື່ອງ
ຈັກຜະລິດໄຟຟ້າ 5 ໜ່ວຍ ຈາກທັງໝົດ 6 ໜ່ວຍ ທີ່ມີກໍາລັງຕິດຕັ້ງລວມເຖິງ
1,080 ເມກາວັດ ນັບແຕ່ວັນທີ 24 ກໍລະກົດ ເປັນຕົ້ນມາແລ້ວ ທັງນີ້ກໍແມ່ນ
ເພື່ອເປັນການຊ່ວຍຫລຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ໃນແຂວງພາກກາງ
ທີ່ເກີດຈາກອິດທິພົນພາຍຸໂຊນຮ້ອນ ເຊີ່ນຕິງ ທີ່ພັດເຂົ້າມາໃນລາວ ໃນຊ່ວງ
ວັນທີ 15-23 ກໍລະກົດ ທີ່ຜ່ານມາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະຊັບສິນ
ຂອງປະຊາຊົນລາວ ຢ່າງກວ້າງຂວາງໃນເວລານີ້.

ໂດຍການຢຸດການເດີນເຄື່ອງຈັກຜະລິດໄຟຟ້າຄັ້ງນີ້ ຈະເຮັດໃຫ້ມີການປ່ອຍ
ນໍ້າຈາກເຂື່ອນນໍ້າເທີນ 2 ລົງສູ່ແມ່ນໍ້າເຊບັ້ງໄຟ ຫລຸດລົງເປັນສ່ວນໃຫຍ່ ເພາະ
ຈະມີປະລິມານນໍ້າຈາກການເດີນເຄື່ອງຈັກຜະລິດໄຟຟ້າຂະໜາດຕິດຕັ້ງພຽງ
42 ເມກາວັດ ເທົ່ານັ້ນ ທີ່ຈະປ່ອຍລົງໄປກັກເກັບໄວ້ໃນຄອງເໝືອງ ທີ່ຢູ່ເຂດໃຕ້
ເຂື່ອນນໍ້າເທີນ 2 ຈົນກວ່າບັນຫານໍ້າຖ້ວມຈະກັບຄືນສູ່ສະພາບການປົກກະຕິ
ຈຶ່ງຈະມີການປ່ອຍ ນໍ້າດັ່ງກ່າວລົງສູ່ແມ່ນໍ້າເຊບັ້ງໄຟ ຕໍ່ໄປ.

ພາບນໍ້າຖ້ວມໃນແຂວງຄໍາມ່ວນ ທີ່ເຂື່ອນນໍ້າເທີນ 2 ຕັ້ງຢູ່ ໃນປີ 2018
ພາບນໍ້າຖ້ວມໃນແຂວງຄໍາມ່ວນ ທີ່ເຂື່ອນນໍ້າເທີນ 2 ຕັ້ງຢູ່ ໃນປີ 2018

ຄະນະບໍລິຫານເຂື່ອນໄຟຟ້ານໍ້າເທີນ 2 ໄດ້ມີຄໍາສັ່ງໃຫ້ຢຸດການເດີນເຄື່ອງຈັກຜະ
ລິດໄຟຟ້າ ໃນຊ່ວງລະດູຝົນຂອງທຸກປີ ຖ້າຫາກມີໄພນໍ້າຖ້ວມເກີດຂຶ້ນໃນພື້ນທີ່
ທີ່ຢູ່ເຂດໃຕ້ເຂື່ອນ ໂດຍສະເພາະແມ່ນແຂວງຄໍາມ່ວນ ແລະສະຫວັນນະເຂດ
ທີ່ຢູ່ເຂດ 2 ຝັ່ງແມ່ນໍ້າເຊບັ້ງໄຟນັ້ນ ຖືເປັນເຂດທີ່ຕ້ອງປະເຊີນກັບໄພນໍ້າຖ້ວມ
ເປັນປະຈໍາທຸກປີ ເຊັ່ນໃນເດືອນສິງຫາ 2017 ຄະນະບໍລິຫານ ເຂື່ອນນໍ້າເທີນ
2 ກໍໄດ້ອອກຄໍາສັ່ງໃຫ້ຢຸດການເດີນເຄື່ອງຈັກຜະລິດໄຟຟ້າເປັນການຊົ່ວຄາວ
ເພື່ອຈະໄດ້ບໍ່ຕ້ອງປ່ອຍນໍ້າລົງໄປຊໍ້າຕື່ມໃນພື້ນທີ່ໃຕ້ເຂື່ອນໃນເຂດແຂວງຄໍາ
ມ່ວນ ແລະສະຫວັນນະເຂດ ຊຶ່ງກໍາລັງຜະເຊີນກັບໄພນໍ້າຖ້ວມ ຢ່າງກວ້າງຂວາງ
ແລະໜັກໜ່ວງອ້ວຍອິດທິພົນຈາກພາຍຸໂຊນຮ້ອນເຊິນການັ້ນ.

ແຕ່ວ່າຢ່າງໃດກໍຕາມ ອ່າງໂຕ່ງຂອງເຂື່ອນນໍ້າເທີນ 2 ຈະສາມາດເກັບກັກນໍ້າໄວໃນ
ອ່າງໄດ້ທີ່ລະດັບສູງສຸດບໍ່ເກີນ 538 ແມັດ ສູງກວ່າລະດັບນໍ້າທະເລ ໝາຍຄວາມວ່າ
ຖ້າຫາກຍັງມີຝົນຕົກລົງມາ ແລະນໍ້າໄຫລ ເຂົ້າອ່າງໂຕ່ງເກີນກວ່າລະດັບຄວາມສູງ
538 ແມັດດັ່ງກ່າວ ຊຶ່ງການປ່ອຍນໍ້າກໍຈະດໍາເນີນການຢ່າງໂປ່ງ ໃສ ທຸກຄັ້ງ ດັ່ງທີ່
ເຈົ້າໜ້າທີ່ຂັ້ນສູງຂອງໂຄງການເຂື່ອນນໍ້າເທີນ 2 ໄດ້ໃຫ້ການຢືນຢັນວ່າ

“ປີຜ່ານມາ ກະແມ່ນເຮົາໄດ້ເຊີນທາງນາຍບ້ານ ຫລືວ່າຜູ້ປະສານງານທາງບ້ານ
ໃຫ້ເພິ່ນມາເບິ່ງວ່າ ເຮົາໄດ້ຢຸດຈັກອີ່ຫລີ ເພາະວ່າທີ່ນໍ້າຖ້ວມຫລາຍໆ ຫລາຍ
ຄົນກະບອກວ່າ ເປັນນໍ້າທີ່ມາຈາກເຂື່ອນນໍ້າເທີນ 2 ແຕ່ຄວາມຈິງ ເຄື່ອງຈັກນີ້
ເຮົາຢຸດໝົດ ແລະການປ່ອຍຕ້ອງແມ່ນໃຫ້ເປັນໄປຕາມ ປະລິມານນໍ້າທີ່ໄຫລ
ເຂົ້າມາຈາກທໍາມະຊາດ ແຕ່ໂດຍປົກກະຕິ ຍາມຝົນແລ້ວເຮົາເອົາລະດັບເຂື່ອນ
ດັດສົມນໍ້າໃຫ້ລົງຕໍ່າ ນໍ້າທໍາມະຊາດອາດຈະໄຫລມາແຮງ ເຮົາກະໃຫ້ມັນຂຶ້ນ
ມາໜ້ອຍນຶງ ແລ້ວເຮົາກະຄ່ອຍໆ ປ່ອຍລົງໄປ.”

ພາບນໍ້າຖ້ວມໃນແຂວງຄໍາມ່ວນ ໃນປີ 2018
ພາບນໍ້າຖ້ວມໃນແຂວງຄໍາມ່ວນ ໃນປີ 2018

ທັງນີ້ ໂດຍພາຍຸເຊີນກາ (Son Ca) ໄດ້ເຮັດໃຫ້ເກີດນໍ້າຖ້ວມ ນໍ້າໄຫລຊຸແຮງ ແລະ
ດິນເຈື່ອນໃນຫລາຍພື້ນທີ່ ແລະກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 255,000
ກວ່າຄົນ ໃນ 860 ບ້ານ 53 ເມືອງໃນເຂດ 14 ແຂວງ ຊຶ່ງລວມເຖິງແຂວງຄໍາມ່ວນ
ແລະສະຫວັນນະເຂດ ທີ່ຖືກກະທົບຮຸນແຮງທີ່ສຸດ ເພາະມີນໍ້າທີ່ຖືກປ່ອຍລົງມາຈາກ
ເຂື່ອນນໍ້າເທີນ 2 ເຖິງ 500 ແມັດກ້ອນ/ວິນາທີ ຫລືກວ່າ 43 ລ້ານແມັດກ້ອນ/ວັນ.

ທາງດ້ານບໍລິສັດໄຟຟ້ານໍ້າງື່ມ 5 ຈໍາກັດ ກໍໄດ້ອອກຖະແຫລງການວ່າ ຈະປ່ອຍນໍ້າ
ອອກຈາກເຂື່ອນ ໃນປະລິມານສະເລ່ຍ 85-3,332 ແມັດກ້ອນ/ວິນາທີ ຕັ້ງແຕ່ວັນທີ
30 ກໍລະກົດ ເຖິງວັນທີ 25 ຕຸລາ 2018 ນີ້.

XS
SM
MD
LG