ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ຊ່ວຍ​ເຫຼືອລາວ ໃນການພັດທະນາ ລະບົບໂທລະ​ຄົມມະ​ນາ​ຄົມ ​ແລະ​ສື່ສານ


​ພິທີເຊັນສັນຍາ​ລະຫວ່າງບໍລິສັດຫວຽດນາມ ແລະກະຊວງໄປສະນີ ແລະໂທລະຄົມມະນາຄົມຂອງ​ລາວ​​ໃນ​ການ
​ພັດທະນາລະບົບໄອທີ ທີ່ໃຊ້ໃນວຽກງານ​ໂທລະ​ຄົມມະ​ນາ​ຄົມ ​ແລະການສື່ສານ
​ພິທີເຊັນສັນຍາ​ລະຫວ່າງບໍລິສັດຫວຽດນາມ ແລະກະຊວງໄປສະນີ ແລະໂທລະຄົມມະນາຄົມຂອງ​ລາວ​​ໃນ​ການ ​ພັດທະນາລະບົບໄອທີ ທີ່ໃຊ້ໃນວຽກງານ​ໂທລະ​ຄົມມະ​ນາ​ຄົມ ​ແລະການສື່ສານ

ລັດຖະບານ​ຫວຽດນາມ​ໃຫ້ການ​ຊ່ວຍ​ເຫລືອ​ລັດຖະບານ​ລາວ​ຫລາຍ​ຂຶ້ນ​ໃນ​ການ
​ພັດທະນາ​ໂທລະ​ຄົມມະ​ນາ​ຄົມ ​ແລະ​ບຸກຄະລາ​ກອນ ​ໃຫ້​ສາມາດ​ຄວບ​ຄຸມ​ລະບົບ
​ຂໍ້​ມູນ-ຂ່າວສານ​ສະ​ໄໝ​ໃໝ່ ​ໃຫ້ໄດ້​ຢ່າງ​ມີ​ປະສິດທິ​ພາບ.

ທ່ານ​ທັນ​ສະ​ໄໝ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ໄປ​ສະ​ນີ ​ໂທລະ​ຄົມມະ​ນາ​ຄົມ ​ແລະ
​ສື່ສານ ​ໃຫ້ການ​ຢືນຢັນ​ວ່າ​ລັດຖະບານ​ຫວຽດນາມໄດ້ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ
​ພັດທະນາ​ໂທລະ​ຄົມມະ​ນາ​ຄົມ ​ແລະ​ການ​ສື່ສານ​ໃນ​ລາວເພີ້ມ​ຂຶ້ນຢ່າງ​ຕໍ່​ເນື່ອງ
ທັງ​ໃນ​ດ້ານ​ເທັກ​ນິກ ​ແລະບຸກຄະລາ​ກອນ ​ເພື່ອ​ໃຫ້​ສາມາດ​ຄວບ​ຄຸມ​ລະບົບ​ຂໍ້​ມູນ-
ຂ່າວສານ​ສະ​ໄໝ​ໃໝ່ໃຫ້ໄດ້​ຢ່າງ​ມີ​ປະສິດທິ​ພາບ ​ແລະ​ໃຫ້​ເທົ່າ​ກັນ​ກັບ​ສະພາບ​ການ
ທັງ​ພາຍ​ໃນ ​ແລະ​ນອກ​ປະ​ເທດ ທີ່​ປ່ຽນ​ໄປ​ຢ່າງ​ວ່ອງ​ໄວ.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການຊ່ວຍ​ເຫລືອ​ໃນ​ດ້ານບຸກຄະລາ​ກອນນັ້ນ ຍັງ​ຕິດ​ພັນ​ກັບ​
ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະ​ການ​ປ້ອງ​ກັນ​ປະ​ເທດ​ເປັນ​ກໍລະນີ
​ພິ​ເສດອີກ​ດ້ວຍ ຊຶ່ງ​ຈະ​ເຫັ​ນ​ໄດ້​ຈາກ​ບຸກຄະລາ​ກອນ​ໃນ​ກະຊວງ​ໄປສະນີ ​ໂທລະ​ຄົມ ​
ແລະ​ສື່ສານ ​ໃນ​ປັດຈຸບັນ​ນີ້ ມີ​ຈໍານວນ​ບໍ່ໜ້ອຍ ທີ່​ຖືກຊັບ​ຊ້ອນ ມາ​ຈາກ​ກະຊວງ ​ແລະ
ໜ່ວຍງານ​ທີ່​ຮັບຜິດຊອບ​ໃນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຮັກສາ​ຄວາມ​ສະຫງົບ ຮຽບຮ້ອຍ​ໃນ​ລາວ ດັ່ງ​ທີ່​ທ່ານ ທັນ​ສະ​ໄໝ ​ໃຫ້ການ​ຢືນຢັນ​ວ່າ:

“ນອກຈາກ​ການ​ຮ່ວມ​ມືກັນ​ທາງ​ດ້ານ​ເທັກ​ນິກ​ແລ້ວ ​ເບື້ອງສະຫາຍ​ຫວຽດນາມ ກໍ​ໄດ້
​ຊ່ວຍ​ກໍ່ສ້າງ​ບຸກຄະລາ​ກອນ​ຫລາຍໆຄົນ ຈົນ​ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້ໄປ​ຮຽນ​ເລື່ອງ
ວຽກສື່​ສານ, ວຽກ​ໄປສະນີ​ຕ່າງໆນີ້ ຢູ່​ທີ່​ຫວຽດນາມ ​ໂດຍ​ສະ​ເພາະ​ຫລາຍໆທ່ານ ຢູ່
​ໃນ​ກອງທັບ​ກໍ​ອອກ​ມາ​ຢູ່​ກັບ​ກະຊວງ​ນີ້ ຢູ່​ໃນ​ບໍລິສັດ ​ເລື່ອງ​ໂທລະ​ຄົມນີ້. ພວກ​ເຮົາ​ຍິ່ງ​
ມີ​ການ​ຮ່ວມ​ມື​ກັນ​ຫລາຍ ​ແລະ​ແຕ່ລະ​ໄລຍະ​ອັນ​ນີ້ ພວກ​ເຮົາ​ມີ​ການພົວພັນ​ກັນ ຮ່ວມ​ມື
​ຊ່ວຍ​ເຫລືອ​ກັນ ທາງ​ດ້ານ​ເທັກ​ນິກ, ການກໍ່ສ້າງ​ບຸກຄະລາ​ກອນ​ຕ່າງໆຫລາຍ​ອັນ
ຫລາຍ​ແນວ ມາ​ນໍາພາ​ເຮັດ​ໃນ​ກໍລະນີ​ພິ​ເສດ ພວກ​ອ້າຍ​ກໍ​ໄດ້​ມາ​ຊ່ວນ​ເຮົາ​ຕະຫລອດ.”

​ໂດຍ​ສະ​ເພາະ​ກໍ​ແມ່ນ​ການ​ຄວບ​ຄຸມ​ສື່​ສັງຄົມອອນ​ລາຍ (online) ທີ່​ມີ​ການ​ຮັບ-ສົ່ງ​ຂໍ້​ມູນ
ຂ່າວສານ​ຢ່າງ​ວ່ອງ​ໄວ ປັດຈຸບັນ​ທາງ​ການ​ລາວ ​ແລະ​ຫວຽດນາມ​ຍັງ​ເຫັນ​ດີ​ຮ່ວມ​ກັນ​ວ່າ
​ເປັນ​ປາກົດການ​ທີ່​ສົ່ງ​ຜົນ​ກະທົບ ຕໍ່ສື່​ມ​ວນ​ຊົນ ທີ່​ເປັນ​ກະບອກ​ສຽງຂອງ​ພັກ-ລັດຖະບານ​
ຂອງ​ທັງ​ສອງ​ປະ​ເທດ ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ນັ້ນກໍ​ເຮັດ​ໃຫ້​ຈໍາ​ເປັນ​ຈະ​ຕ້ອງ​ມີ​ການ​ຍົກ​ລະດັບ
​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ໃຫ້​ເທົ່າ​ທັນ​ກັບ​ສະພາບ​ການ​ທີ່​ເກີດ​ຂຶ້ນ ທັງ​ພາຍ​ໃນ ​ແລະ​ນອກ
​ປະ​ເທດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ທັງ​ນີ້ ທາງ​ການ​ຫວຽດນາມ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ກະຊວງໄປ​ສະ​ນີ ​ໂທລະ​ຄົມມະ​ນາ​ຄົມ
​ແລະ​ສື່ສານຂອງ​ລາວ ​ໃນ​ກການ​ພັດທະນາ​ເທັກ​ນິກ ​ເພື່ອ​ກວດກາ​ການ​ນໍາ​ໃຊ້​ສື່​ສັງຄົມ
online ​ໃນ​ລາວ​ຢ່າງ​ເຂັ້ມງວດ​ນັບ​ແຕ່​ປີ 2016 ​ເປັນຕົ້ນມາ ຊຶ່ງ​ລັດຖະບານ​ລາວ​ເປັນ​ເຈົ້າ
ພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ອາຊຽນ ຢູ່​ນະຄອນຫລວງ​ວຽງຈັນ ຈຶ່ງ​ຕ້ອງການ​ສະກັດ​
ກັ້ນ ການ​ນໍາ​ໃຊ້​ສື່​ສັງຄົມ online ທີ່​ເປັນ​ການ​ວິພາກວິຈານທາງ​ການ​ເມືອງ ​ແລະ​ໃສ່​ຮ້າຍ
​ປ້າຍ​ສີ ການ​ນໍາ​ຂອງ​ພັກ ​ແລະລັດຖະບານ​ລາວ ອັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ຄວາມໝັ້ນຄົງ​
ແຫ່ງ​ຊາດ ​ແລະ​ສະຖຽນລະ​ພາບ​ທາງ​ກາ​ນ​ເມືອງ​ຂອງ​ພັກ ​ແລະ​ລັດຖະບານໄດ້​ນັ້ນ​ເອງ.

ໂດຍການນຳໃຊ້ສື່ສັງຄົມ​ໃນ​ລາວໄດ້ເພີ້ມຂຶ້ນຢ່າງວ່ອງໄວ ນັບແຕ່ປີ 2010 ທີ່ລາວໄດ້
ເລີ້ມນຳໃຊ້ລະບົບສື່ສານ 3G ແລະໄດ້ຍົກລະດັບເປັນລະບົບ 4G ນັບຈາກປີ 2012 ເປັນຕົ້ນມານັ້ນກໍປາກົດວ່າ ມີຜູ້ນຳໃຊ້ໂທລະສັບມືຖືແລ້ວຫຼາຍກວ່າ 6 ລ້ານ 4 ​ແສນຄົນ
ຫຼືກວ່າ 95 ເປີເຊັນຂອງປະຊາກອນທັງໝົດໃນປັດຈຸບັນ ໂດຍໃນນີ້ ກໍມີຫຼາຍກວ່າ 2
ລ້ານຄົນ ທີ່ນຳໃຊ້ສື່ສັງຄົມ ແລະ ຄາດໝາຍວ່າ ຈະເພີ້ມຂຶ້ນເປັນ3 ລ້ານຄົນພາຍໃນປີ 2017 ນີ້.

ນອກຈາກ​ນີ້ ລັດຖະບານ​ລາວ ກໍ​ໄດ້ອະນຸຍາດໃຫ້ສື່ມວນຊົນຕ່າງຊາດ ສາມາດທີ່ຈະເຂົ້າ
ມາເປີດສຳນັກງານ ແລະລາຍງານຢູ່ໃນລາວໄດ້ ນັບແຕ່ວັນທີ 14 ມັງກອນ 2016 ເປັນ
ຕົ້ນມາ​ ​ແຕ່​ກໍ​ໄດ້ກຳນົດຢ່າງ​ຈະ​ແຈ້ງວ່າ ບັນດາສື່ມວນຊົນຕ່າງຊາດ ຈະຕ້ອງຈັດສົ່ງຕົ້ນ
ສະບັບ​ແລະລາຍລະອຽດຂອງຂ່າວສານຕ່າງໆ ນັ້ນ ໃຫ້ກະຊວງການຕ່າງປະເທດຂອງ
ລາວ ທຳການກວດສອບ ກ່ອນທີ່ຈະທຳການເຜີຍແຜ່ອອກສູ່ການຮັບຮູ້ໃນວົງກວ້າງ ແລະ
ພ້ອມກັນນີ້ ການນຳສະເໜີ ຈະຕ້ອງເປັນລາຍງານຂ່າວທີ່ສ້າງສັນອີກດ້ວຍ ຫາກບໍ່ສະນັ້ນ ທາງການລາວກໍຈະຕ້ອງມີຄຳສັ່ງໃຫ້ປິດສຳນັກງານຂອງສື່ມວນຊົນຕ່າງຊາດໃນລາວໄດ້ ຕະຫຼອດເວລາ.

XS
SM
MD
LG