ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປປ ລາວ ຍັງບໍ່ທັນມີ ແຜນແມ່ບົດ ວ່າດ້ວຍ ການຈັດສັນ ທີ່ດິນ


ທີ່ດິນທີ່ບໍ່ມີໃບຕາດິນ
ທີ່ດິນທີ່ບໍ່ມີໃບຕາດິນ

​ລັດຖະມົນ​ຕີ​ຍອມຮັບ​ວ່າ ການ​ທີ່ສປປ ລາວ ຍັງ​ບໍ່​ມີ​ແຜນ​ແມ່ບົດ​ວ່າ​ດ້ວຍ​ການຈັດ​ສັນ​
ທີ່​ດິນ​ແຫ່ງ​ຊາດ ​ເຮັດ​ໃຫ້​ມີ​ການຈັດ​ທຳ​ເອກ​ກະສາ​ນປອມ ​ເພື່ອ​ຍັກ​ຍອກ​ເອົາ​ດິນ​ຂອງ​
ລັດ​ໄປ​ຂາຍ ​ໃຫ້​ເອກ​ກະ​ຊົນ​ຢ່າງ​ກວ້າງຂວາງ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກບາງ
ກອກ.

ທ່ານ​ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການກະຊວງ ຊັບພະ​ຍາກ​ອນທຳ​ມະ​ຊາດ
ແລະສິ່ງ​ແວດ​ລ້ອມ ​ໃຫ້ການ​ຢືນຢັນ​ວ່າ ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ທີ່​ດິນ​
ຂອງ​ລັດຖະບານ​ບໍ່​ມີ​ປະສິດທິພາບ ອີກ​ທັງ​ຍັງ​ເປັນ​ຊ່ອງ​ວ່າງ​ເຮັດ​ໃຫ້​ມີ​ການ​ຍັກ​ຍອກ​
ເອົາ​ທີ່​ດິນ ຂອງ​ລັດ​ໄປ​ຂາຍ​ໃຫ້​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ ທີ່​ລົງທຶນ
​ຢູ່​ໃນ​ລາວ​ຢ່າງ​ກວ້າງຂວາງ ດ້ວຍ​ນັ້ນ ກໍ​ເພາະວ່າ ​ໃນ ສປປ ລາວ ຍັງ​ບໍ່​ທັນ​ມີ​ແຜນ​ແມ່​ບົດ
​ວ່າ​ດ້ວຍ​ການຈັດ​ສັນ​ທີ່​ດິນ ​ແຫ່ງ​ຊາດ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ຫຼັກ​ຖານ​ການ​ຈັດ​ຕັ້ງປະຕິບັດ​ຮ່ວມ
​ທີ່​ໄດ້​ມາດຕະຖານດຽວ​ກັນ​ໃນ​ທົ່ວ​ປະ​ເທດ ​ໂດຍ​ຜົນ​ທີ່​ຕາມ​ມາ​ກໍ​ຄື​ການ​ບໍ່​ເຊື່ອໝັ້ນ ຕໍ່​ພາກ
​ລັດ​ແລະ​ການ​ເສື່ອ​ມສັດທາ ຕໍ່​ການ​ນຳພາ​ຂອງ​ພັກ​ເພີ່ມ​ຂຶ້ນ​ນັບ​ມື້ ດັ່ງ​ທີ່ ທ່ານ​ສົມ​ມາດ ​
ໄດ້​ໃຫ້ການ​ຢືນຢັນ​ວ່າ: “ການ​ສ້າງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ​ແລະ​ແຜນ​ນຳ​
ໃຊ້​ທີ່​ດິນ​ຂອງ​ຂະ​ແ​ໜງການ​ແລະ​ທ້ອງ​ຖິ່ນ ຍັງ​ບໍ່​ທັນ​ສຳ​ເລັດ ຈຶ່ງ​ເປັນສາ​ເຫດ​ເກີດ​ມີ​
ຊ່ອງວ່າງ ​ໃນ​ການນຳ​ໃຊ້​ທີ່​ດິນ​ທີ່​ມີ​ລັກສະນະ​ຟຸມ​ເຟືອຍ ມີ​ການ​ຈັບຈອງ​ທີ່​ດິນ ປ່າສາ
ທາລະນະ​ຢ່າງຊະຊາຍມີ​ການ​ຫຼົບ​ຫຼີກ​ການ​ເສຍຄ່າ​ທຳນຽມ ທີ່​ດິນ​ດ້ວຍ​ຮູບ​ການ​ຕ່າງໆ
ການ​ຕົກລົງ​ແບ່ງປັນ​ທີ່​ດິນ​ລັດ​ໃຫ້​ບຸກຄົນ​ຖື​ສິດ​ນຳ​ໃຊ້ຂາດ​ຕົວ ທີ່​ບໍ່​ຖືກຕ້ອງ​ຕາມ​ກົດ
ໝາຍກໍ​ເກີດ​ຂຶ້ນ​ຢ່າງ​ແຜ່​ຫຼາຍ ຊຶ່ງ​ມີ​ຄວາມ​ຈຳ​ເປັນ ຕ້ອງ​ໄດ້​ແກ້​ໄຂ​ໂດຍ​ໄວ ​ເພາະ​ຕິດ​
ພັນ​ກັບ​ຄວາມ​ເຊື່ອ​ໝັ້ນ ຕໍ່​ອົງການ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງ ກໍ​ຄື​ເສື່ອ​ມສັດທາ​ຕໍ່​ການ​ນຳພາ​
ລວມຂອງ​ພັກ.”

ທັງ​ນີ້ ຄະນະ​ສະ​ເພາະ​ກິດ​ເພື່ອ​ການ​ສຶກສາວິ​ໄຈ ​ແລະ​ວິ​ເຄາະບັນຫາ​ການ​ນຳ​ໃຊ້​ທີ່​ດິນ
​ໃນ​ທົ່ວ​ປະ​ເທດ ລາວ ລາຍ​ງານ​ວ່າ ການຈັດ​ທຳ​ເອກ​ກະສາ​ນປອມ​ເພື່ອ​ຍັກ​ຍອກ​ເອົາ
​ທີ່​ດິນ​ຂອງ​ລັດ ​ແລະ​ການ​ສໍ້​ໂກງ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ເພື່ອ​ນຳ​ເອົາ​ໄປ​ຂາຍ ຫຼື​ໃຫ້​
ສຳ​ປະທານກັບ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ທີ່​ລົງທຶນ ຢູ່​ໃນ​ລາວ ​
ໄດ້​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ຊຶ່ງ​ໃນ​ນີ້​ຮວມ​ເຖິງ​ການ​ປອມ​ແປງ​ໃບ​ຕາດິນ ​ເພື່ອ​ນຳ​ໃຊ້​
ໃນ​ການ​ຄ້ຳປະກັນການ​ກູ້​ຍືມ​ເງິນ​ທັງ​ຈາກ​ທະນາຄານ​ຂອງ​ລັດ ​ແລະ​ທະນາຄານເອກ​
ກະຊົນ​ໃນ​ລາວ​ດ້ວຍ.

ທັງ​ນີ້ ​ໂດຍ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໄດ້ມີ​ຄຳ​ສັ່ງ​ແຕ່ງ​ຕັ້ງ​ຄະນະ​ສະ​ເພາະ​
ກິດເພື່ອ​ສຶກສາວິ​ໄຈ ​ແລະ​ວິ​ເຄາະ​ບັນຫາ​ການ​ນຳ​ໃຊ້​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 2017
​ໂດຍ​ໄດ້​ມອບ​ໝາຍ​ໃຫ້​ທ່ານ​ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ​ເປັນ​ປະທານ​
ແລະ​ມີ​ລັດຖະມົນຕີ ວ່າການ​ກະຊວງ​ຊັບພະ​ຍາກ​ອນທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ເປັນ​
ຫົວໜ້າ​ຄະນະທີ່​ປະກອບ​ດ້ວຍ ບັນດາ​ຮອງ​ລັດຖະມົນຕີ​ກະຊວງ​ທີ່​ກ່ຽວຂ້ອງ​ເປັນ​ກຳມະ
ການທັງ​ຍັງ​ມີ​ກອງເລຂາ​ປະຈຳການ​ຢູ່​ກະຊວງ​ຊັບພະ​ຍາກ​ອນທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມດ້ວຍ ຊຶ່ງ​ການຈັດ​ຕັ້ງ​ປະຕິບັດ ​ໃນ​ປີ 2017 ຜ່ານ​ມາ ກໍ​ປາກົດ​ວ່າ​ສາມາດ​ຍຶດ​ເອົາ
​ທີ່ດິນ​ຂອງ​ລັດ​ທີ່​ຖືກ​ຍັກ​ຍອກ​ໄປ ​ໂດຍ​ຜິດ​ກົດໝາຍ​ກັບ​ຄືນ​ມາ​ໄດ້​ໃນ​ເນື້ອ​ທີ່​ກ້ວາງ​ກວ່າ
1 ໝື່ນ​ເຮັກຕາ.

ທາງ​ດ້ານ ດຣ. ວາດ​ສະໜາ ລະ​ອອງປິວ ນັກວິຊາການ ມະຫາວິທະຍາ​ໄລທຳ​ມະ​ສາດ​
ຂອງ​ໄທ ກໍ​ໄດ້​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ການ​ເກັບ​ຂໍ້​ມູນ​ພາກ​ສະໜາມ​ຢູ​ເຂດ​ເມືອງ​ລອງ ​ແຂວງ
​ຫຼວງ​ນ້ຳ​ທາ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ປະຊາຊົນ​ລາວ ກຳລັງ​ປະ​ເຊີນ​ກັບ​ການ​ສູນ​ເສຍ​ທີ່​ດິນ
ຂອງພວກ​ເຂົາ​ເຈົ້າ ​ໃຫ້​ກັບ​ນັກທຸລະກິດ​ຈີນ ​ເພີ່ມ​ຂຶ້ນ​ນັບ​ມື້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​
ເຂົ້າ​ຮ່ວມ​ໃນ​ໂຄງການ​ກະເສດ​ພັນທະ ທີ່​ລັດຖະບານ​ລາວ ​ໃຫ້ການ​ສະໜັບສະໜຸນບັນດາ
ນັກທຸລະກິດ​ຈີນໃຫ້​ເຂົ້າ​ມາ​ລົງ​ທຶນ​ໃນ​ລາວ​ຫຼາຍຂຶ້ນ​ນັບ​ມື້ ​ເພ​າະວ່າ ປະຊາຊົນ​ລາວ
ຖືກ​ບັງຄັບ​ໃຫ້​ເຂົ້າຮ່ວມ​ໃນ​ໂຄງການກະເສດພັນທະ ​ເຊັ່ນ​ການ​ປູກ​ຢາງພາຣາ ​ໂດຍ​ທີ່
​ພວກ​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ທຶນ​ຈຶ່ງ​ຕ້ອງ​ກູ້​ຢືມ​ຈາກ​ນັກທຸລະກິດ​ຈີນ​ແລະ​ໃຊ້​ທີ່​ດິນ​ຄ້ຳປະກັນ
ຄັນ​ເມື່ອ​ ປາກົດ​ວ່າ ຢາ​ງພາຣາ ​ໃນ​ຕະຫຼາດ​ລາຄາ​ຕົກ​ຕ່ຳລົງຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​ໃຫ້
ປະຊາຊົນ​ລາວ ບໍ່​ມີ​ເງິນ​ຊຳລະ​ໜີ້ ​ແລະ​ຜົນ​ທີ່​ຕາມ​ມາ ກໍ​ຄື​ການ​ຖືກ​ຍຶດ​ເອົາ​ທີ່​ດິນ​ໂດຍ
​ບັນດາ​ນາຍ​ທຶນ​ຈີນ​ນັ້ນ​ເອງ.

ດຣ. ວາດ​ສະໜາ ​ໄດ້​ໃຫ້ການ​ຢືນຢັນດ້ວຍ​ວ່າ ປະຊາຊົນ​ລາວ ຍັງ​ຈະ​ຕ້ອງ​ສູນ​ເສຍ​ທີ່​ດິນ
ໃຫ້​ແກ່ ບັນດາ​ນາຍທຶນ​ຈີນ ​ເພີ່ມ​ຂຶ້ນ​ອີກ​ເລື້ອຍໆ ​ເພາະ​ຍັງ​ມີ​ທີ່​ດິນອີກ​ກວ້າງ​ກວ່າ 3 ​ແສນ​
ເຮັກຕາ ທີ່ປະຊາຊົນ​ລາວ ​ໃນ​ເມືອງ​ລອງ ດັ່ງກ່າວ ຖືກ​ບີບ​ບັງຄັບ​ໃຫ້​ທຳ​ສັນຍາກະເສດ​
ພັນທະ ກັບ​ບັນດາ​ນັກທຸລະກິດ​ຈີນ ​ໃນ​ປັດ​ຈຸ​ບັນ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ປະຊາຊົນ​ລາວ​
ໃນ​ແຂວງ​ອື່ນໆ ​ໃນ​ທົ່ວ​ເຂດ​ພາກ​ເໜືອ​ຂອງ​ລາວ.​

XS
SM
MD
LG