ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ກຳ​ປູ​ເຈຍ ຈະ​ຊື້ກະ​ແສ​ໄຟ​ຟ້າ ຈາກ​ລາວ​​ຕື່ມ 1,700 ເມ​ກາ​ວັດ


ກະ​ແສ​ໄຟ​ຟ້າ​ກຳ​ລັງ​ສູງ ໃນ​ສ​ປ​ປ ​ລາວ
ກະ​ແສ​ໄຟ​ຟ້າ​ກຳ​ລັງ​ສູງ ໃນ​ສ​ປ​ປ ​ລາວ

ນ​າຍົກ​ລັດ​ຖະ​ມົນ​ຕີ​ຂອງ​ກຳ​ປູ​ເຈຍ ຢືນ​ຢັນ​ວ່າ ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວໃນ​ປະ​ລິ ​
ມານ 1,700 ເມ​ກາ​ວັດ ຫາກ​ແຕ່​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຈາກ​ລັດຖະ​ບານ​ຍີ່​ປຸ່ນ
ໃນ​ການ​ກໍ່​ສ້າງ ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ຮຸນ ເຊນ ນ​າຍົກ​ລັດ​ຖະ​ມົນ​ຕີ​ຂອງ​ກຳ​ປູ​ເຈຍ ຢືນ​ຢັນ​ວ່າ ລັດ​ຖະ​ບານ​ກຳ​ປູ​ເຈຍ
ຈະ​ແກ້​ໄຂ​ບັນ​ຫາ ການ​ຂາດ​ແຄນ​ພະ​ລັງ​ງານ​ໄຟ​ຟ້າ ໃນປັດ​ຈຸ​ບັນ​ນີ້ ດ້ວຍ​ການ​ຊື້​ກະ​ແສ
​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ​ຮວມ 1,700 ເມ​ກາ​ວັດ ຫາກ​ແຕ່​ການ​ຊື້​ກະ​ແສ​ໄຟ​ຟ້າ
ຈາກ​ລາວ​ດັ່ງ​ກ່າວ​ນີ້ ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ກໍ​ຈະ​ຕ້ອງ​ໄດ້ຮັບ​ການ​ຊ່ອຍ​
ເຫຼືອຈາກ​ຕ່າງ​ປະ​ເທດ​ດ້ວຍ ໂດຍ​ທ່ານ​ຮຸນ ເຊນ ໄດ້​ຂໍ​ການ​ຊ່ອຍ​ເຫຼືອຈາກ​ລັດ​ຖະ​ບານ​
ຍີ່​ປຸ່ນ ເມື່ອ​ບໍ່​ນານ​ມາ​ນີ້​ ເພື່ອ​ຂໍ​ໃຫ້​ຊ່ອຍ​ເຫຼືອ ໃນ​ການ​ກໍ່​ສ້າ​ງແນວ​ສາຍ​ສົ່ງໄຟ​ຟ້າ​ແຮງ​ສູງ
ທີ່​ເຊື່ອມ​ຕໍ່​ຈາກ​ພາກ​ໃຕ້​ຂອງ​ລາວ ໄປ​ພາກ​ເໜືອ​ຂອງ​ກຳ​ປູ​ເຈຍ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຄວາມ
​ຄືບ​ໜ້າ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນຄັ້ງ​ທີ 35 ໃນ​ທ້າຍ​ປີ 2019 ນີ້
ຢູ່​ບາງກອກ ປະ​ເທດ​ໄທ.

ໃນປັດ​ຈຸ​ບັນ​ນີ້ ກຳ​ປູ​ເຈຍ ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 200 ເມ​ກາ​ວັດ​
ເທົ່າ​ນັ້ນ ເນື່ອງ​ຈາກວ່າ ມີ​ຂໍ້​ຈຳ​ກັດ​ດ້ານ​ສາຍ​ສົ່ງ​ໄຟ​ຟ້າ ແຕ່​ຖ້າ​ຫາກວ່າ​ລັດ​ຖະ​ບານ​
ຍີ່​ປຸ່ນ ໄດ້​ຕົກ​ລົງ ໃຫ້​ການ​ຊ່ອຍ​ເຫຼືອດັ່ງ​ກ່າວ ກໍ​ຈະ​ເຮັດ​ໃຫ້​ລາວ ໄດ້​ຮັບ​ຜົນ​ປະ​ໂຫຍດ
ຈາກ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ຫຼາຍ​ຂຶ້ນ​ອີກ ເພາະ​ວ່າ​ລັດ​ຖະ​ບານ​ລາວ ຍັງ​ໄດ້
ເຈ​ລະ​ຈາ​ເພື່ອ​ຂໍ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ ເພີ່​ມ​ການ​ຮັບ​ຊື້
ກະ​ແສ​ໄຟ​ຟ້າ​ຈາກ​ລາວ ໃຫ້​ຫຼາຍ​ຂຶ້ນ​ດ້ວຍ​ນັ້ນ​ເອງ.

ທັງ​ນີ້ ຫວຽດ​ນາມ​ໄດ້​ຕົກ​ລົງ ຈະ​ຊື້​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 5,000 ເມ​ກາວັດ
ພາຍ​ໃນ​ປີ 2025 ນັ້ນ ທາງ​ການ​ລາວ ກໍ​ຂໍ​ໃຫ້​ເພີ້ມ​ຂຶ້ນ​ເປັນ 7,000 – 9,000
ເມ​ກ​າ​ວັດ ສ່ວນ​ມາ​ເລ​ເຊຍ​ນັ້ນ ກໍ​ຂໍ​ໃຫ້​ເພີ້ມ​ຈາກ 300 ເປັນ 500 ເມ​ກະ​ວັດ
ທັງ​ຍັງ​ໄດ້​ເຈ​ລະ​ຈາ ​ກັບ​ລັດ​ຖະ​ບານ​ສິງ​ກະ​ໂປ ແລະ​ມາ​ເລ​ເຊຍ ເພື່ອ​ຂໍໃຫ້ເລັ່ງ​ເຮັດ​ຂໍ້
ຕົກ​ລົງ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ເຂົ້າ​ດ້ວຍ​ກັນ ເພື່ອ​ທີ່​ວ່າ
ລາວ​ຈະ​ໄດ້​ສົ່ງ​ກະ​ແສ​ໄຟ​ຟ້າ​ໄປ​ຂາຍໃຫ້​ສິງ​ກະ​ໂປ ໄດ້​ໂດຍ​ຜ່ານ​ໄທ​ຍ ແລະ​ມາ​ເລເຊຍ
ຕາມ​ຂໍ້​ຕົກ​ລົງ ທີ່​ທັງ 4 ປະ​ເທດ ​ມີ​ຮ່ວມ​ກັນ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ​ແລ້ວ
ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ເນື່ອງ​ຈາກວ່າ ລັດ​ຖະ​ບານ
​ມາ​ເລເຊຍ ຕ້ອງ​ການ​ສຶ​ກສາ ເພື່ອ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ​ແລະ​ສິ່ງ​ແວດ​ລ້ອມ
ທຳ​ມະ​ຊາດ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ວາງ​ແນວ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ໃນ​ປະ​ເທດ​ຕົນ
​ເສຍ​ກ່ອນ ຊຶ່ງ​ຍັງ​ບໍ່​ຄືບ​ໜ້າ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ທາງ​ດ້ານ ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງພະ​ລັງ​ງານ​ແລະ​
ບໍ່​ແຮ່ ຢືນ​ຢັນ​ວ່າ ທາງ​ການ​ຫວຽດ​ນາມ ຕ້ອງ​ການ​ທີ່​ຈະ​ເລັ່ງ​ການ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ
ຈາກ​ລາວ​ໃຫ້​ໄວ​ຂຶ້ນ ຫາກ​ແຕ່​ມີ​ຂໍ້​ຈຳ​ກັດ​ໃນ​ດ້ານ​ລະ​ບົບ​ສານ​ສົ່ງ​ໄຟ​ຟ້າ​ແຮງ​ສູງ
ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັບ​ລາວ ຈຶ່ງ​ໄດ້​ເຈ​ລະ​ຈາ​ກັນ ເພື່ອ​ຕົກ​ລົງ ໃນ​ລາຍ​ລະ​ອຽດ​ຮ່ວມ​ກັນ
​ຕໍ່​ໄປ ໂດຍ​ທີ່​ຜ່ານ​ມາ ທາງ​ການຫວຽດ​ນາມ ກໍ​ໄດ້​ແຈ້ງ ຕໍ່​ທາງ​ການ​ລາວ​ແລ້ວ​ວ່າ
ຈະ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ ທັງ​ພະ​ລັງ​ງານນ້ຳ​ແລະ​ພະ​ລັງ​ງານ​ຄວາມ​ຮ້ອນ
ດັ່ງ​ທີ່ ທ່ານ​ຄຳ​ມະ​ນີ ໃຫ້ການ​ຢືນ​ຢັນ​ວ່າ “ສຳ​ລັບ​ຫວຽດ​ນາມ ພວກ​ເຮົາ​ກຳ​ລັງ​ເຈ​ລະ​ຈາ
ຊຶ່ງ​ຈະ​ມີ​ຢູ່ 8 ຈຸດ ໃນ​ການ​ເຊື່ອມຕໍ່​ກັນ ​ແລ້ວກະ​ໄດ້​ມີ​ການ​ເຊັນ​ສັນ​ຍາ​ເລື່ອງ​ການ​
ຮ່ວມ​ມື​ພັດ​ທະ​ນາ​ໄຟ​ຟ້າ ລະ​ຫວ່າງ​ລາວ​ກັບ​ຫວຽດ​ນາມ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ
ມີ​ແຕ່​ເຈ​ລະ​ຈາ ເປັນ​ແຕ່​ລະ​ໂຄງ​ການ ເປັນ​ແຕ່​ລະ​ຈຸດ​ໄປ ທາງ​ລັດ​ຖະ​ບານ​ຫວຽດ​ນາມ
ກໍ​ໄດ້​ແຈ້ງ​ໃຫ້​ພວກ​ເຮົາ​ຊາບ​ວ່າ ເພິ່ນ​ຈະ​ຊື້ ຈາກ​ພວກ​ເຮົາ​ທັງ​ພະ​ລັງານ​ນ້ຳ​ແລະ
​ພະ​ລັງ​ງານ​ຄວາມ​ຮ້ອນ ເພິ່ນ​ກະ​ແຈ້ງ​ເປັນ​ລາ​ຄາຂ້ອນ​ຂ້າງ​ລະ​ອຽດ.”

ທາງດ້ານ ທ່ານຕີ ໂນ​ຣິນ ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່​ຂອງ​
ກຳ​ປູ​ເຈຍ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ກຳ​ປູ​ເຈຍ ​ຈະຊື້​ພະ​ລັງ​ງານ​ໄຟຟ້າ
ຈາກ​ເຂື່ອນ​ໄຟ​ຟ້າ ດອນ​ສະ​ໂຮງ​ໃນ​ແຂວງ​ຈຳ​ປາ​ສັກ​ແລະ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-
ເຊ​ນ້ຳນ້ອຍ ໃນ​ແຂວງ​ອັດ​ຕະ​ປື ເພື່ອ​ເປັນ​ການ​ຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ແຄນ​ໄຟ​ຟ້າ​
ໃນ​ກຳ​ປູ​ເຈຍທັງ​ຍັງ​ຈະ​ມີ​ການ​ພິ​ຈາ​ລະ​ນາ​ຊື້​ໄຟ​ຟ້າ​ລາວ ເພີ້ມ​ຂຶ້ນ​ຈາກ​ໂຄງ​ການ​ອື່ນໆ.
ຖ້າ​ຫາກວ່າຄວາມ​ຕ້ອງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ກຳ​ປູ​ເຈຍ​ເພີ້ມ​ຂຶ້ນ​ອີກ​ໃນ​ອາ​ນາ​ຄົດ.

ໃນ​ປັັດ​ຈະ​ບັນ​ນີ້ ລາວ​ມີ​ແຫຼ່ງຜະ​ລິດພະ​ລັງ​ງານ​ໄຟ​ຟ້າ 69 ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ ​
ຮວມກວ່າ 7,525 ເມ​ກາ​ວັດ ແລະ​ສາ​ມາດ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ໄດ້​ຫຼາຍກວ່າ
38,670 ລ້ານ ກິ​ໂລ​ແມັດ​/ໂມງ​ຕໍ່​ປີ ຊຶ່ງ​ເປັນ​ພະ​ລັງ​ງານ​ທີ່​ຜະ​ລິດ​ທັງ​ຈາກ​ເຂື່ອນ​ໄຟ​ຟ້າ
ພະ​ລັງ​ງານຖ່ານ​ລິກ​ໄນ​ຕ໌ ພະ​ລັງ​ງານ​ແສງ​ອາ​ທິດ​ ແລະຊີ​ວະ​ມວນ​ ຕາມ​ລຳ​ດັບ​ທາງ​
ດ້ານ​ທະ​ນາຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານວ່າ​ການ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າ
​ໃນ​ລາວໃນ​ປີ 2019 ຈະ​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ 7.5 ເປີ​ເຊັນ ທຽບ​ໃສ່ ປີ 2018 ຊຶ່ງ​ເຮັດ​ໃຫ້​
ການ​ສົ່ງ​ອອກພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ ຍັງ​ສືບ​ຕໍ່​ເພີ້ມ​ສູງ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ
​ການ​ສົ່ງ​ພະ​ລັງ​ງານໄຟ​ຟ້າ ໄປ​ຂາຍ​ໃຫ້​ໄທ​ນັ້ນ ໄດ້​ປັບ​ຕົວ​ສູງ​ຂຶ້ນກວ່າ 20 ເປີ​ເຊັນ
ແລະ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ ໃນ​ປີ 2020 ເພາະ​ໄທ​ ຈະ​ຊື້​ໄຟ​ຟ້າ​ຈາກ​ລາວ 9,000 ເມ​ກາ​ວັດ​
ນັ້ນ​ເອງ.

XS
SM
MD
LG