ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມິຖຸນາ ໒໐໒໔

ລັດຖະບານລາວ ວາງເປົ້າໝາຍ ຈະຫຼຸດການສົ່ງອອກຖ່ານຫິນ ໃຫ້ໄດ້ 30 ເປີເຊັນ ຂອງຜົນຜະລິດຖ່ານຫິນທັງໝົດໃນປີ 2030


ໂຮງງານໄຟຟ້າ ພະລັງງານຄວາມຮ້ອນ ຫົງສາ
ໂຮງງານໄຟຟ້າ ພະລັງງານຄວາມຮ້ອນ ຫົງສາ

ລັດຖະບານລາວວາງເປົ້າໝາຍຈະຫຼຸດການສົ່ງອອກຖ່ານຫິນ ໃຫ້ໄດ້ 30 ເປີເຊັນ ຂອງຜົນຜະລິດຖ່ານຫິນທັງໝົດໃນປີ 2030 ແຕ່ກໍ່ເປັນການຍາກທີ່ຈະປະຕິບັດໄດ້ຈິງ ຍ້ອນວ່າມີການທຸດຈະຣິດຢ່າງກວ້າງຂວາງ. ຊົດຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫຼງຢືນຢັນ ກ່ຽວກັບແຜນຢຸດທະສາດການພັດທະນາອຸດສາຫະກຳຂຸດຄົ້ນແຮ່ທາດ ແຫ່ງຊາດລາວ ເຖິງປີ 2030 ເມື່ອບໍ່ດົນມານີ້ວ່າ ມີເປົ້າໝາຍທີ່ສຳຄັນປະການນຶ່ງກໍ່ຄືການຫຼຸດການສົ່ງອອກຖ່ານຫິນໃຫ້ໄດ້ 30 ເປີເຊັນ ຂອງປະລິມານຜົນຜະລິດທັງໝົດໃນປີ 2030 ເພື່ອທີ່ວ່າຈະໄດ້ນຳໃຊ້ຖ່ານຫິນສ່ວນຫຼາຍ ຫຼື 70 ເປີເຊັນ ນັ້ນ ສຳລັບຕອບສະໜອງໃຫ້ກັບພາກພະລັງງານ ແລະ ການຜະລິດສິນຄ້າຕ່າງໆ ໃນລາວເປັນດ້ານຫຼັກ ແລະ ພ້ອມກັນນີ້ ລັດຖະບານລາວຍັງຈະໃຫ້ການສົ່ງເສີມການລົງທຶນເພື່ອສຳຫຼວດຫາແຫຼ່ງພະລັງງານຕ່າງໆໃນລາວ ໃຫ້ຫຼາຍຂຶ້ນ ທີ່ລວມເຖິງນໍ້າມັນ ແລະ ອາຍແກັສດ້ວຍນັ້ນ ດັ່ງທີ່ ທ່ານໂພໄຊ ຢືນຢັນວ່າ:

ຫຼຸດຜ່ອນການສົ່ງອອກຖ່ານຫິນໄປຈຳໜ່າຍຕ່າງປະເທດ ຮອດປີ 2030 ໃຫ້ໄດ້ 30% ຂອງທັງໝົດ ທັງນີ້ ກໍ່ເພື່ອເປັນການກຳນົດເປັນແຮ່ທາດສະຫງວນໃນອຸດສາຫະກຳພາຍໃນປະເທດ ໃນໄລຍະຍາວ ເຊັ່ນໂຮງງານຜະລິດຖ່ານໂຄກ ໂຮງງານໄຟຟ້າ ໂຮງງານຜະລິດຊີມັງ ໂຮງງາຜະລິດດິນຈີນ ໂຮງງານສະກັດທາດໄນໂຕຣເຈນ ແລະສືບຕໍ່ສຶກສາຄົ້ນຄວ້າໃຫ້ຮູ້ແຫຼ່ງຂໍ້ມູນຂອງນໍ້າມັນ ແລະ ອາຍແກັສທຳມະຊາດໃນເຂດທີ່ມີທ່າແຮງໃຫ້ໄດ້ 101 ໂຄງການ”

ພ້ອມກັນນີ້ ລັດຖະບານລາວຍັງໄດ້ວາງຄາດໝາຍທີ່ຈະສ້າງລາຍຮັບໃຫ້ໄດ້ເຖິງ 2,800 ລ້ານໂດລາ ຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະແປຮູບແຮ່ທາດເພື່ອຈຳໜ່າຍທັງພາຍໃນ ແລະສົ່ງອອກໄປຕ່າງປະເທດໃນມູນຄ່າລວມເຖິງ 23,400 ລ້ານໂດລາ ຫຼືວ່າເພີ້ມຂຶ້ນກວ່າ 40 ເປີເຊັນ ໃນຊ່ວງປີ 2021-2030 ທຽບໃສ່ກັບຊ່ວງປີ 2011-2020 ແຕ່ກໍເປັນການຍາກທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະວ່າການທຸດຈະຣິດຍັງເກີດຂຶ້ນໃນທຸກຂັ້ນຕອນຂອງການອະນຸຍາດ ແລະ ການຂຸດຄົ້ນແຮ່ທາດທົ່ວປະເທດລາວ ດັ່ງທີ່ ທ່ານຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ-ລັດ ໄດ້ຖະ ແຫຼງຢືນຢັນວ່າ:

ນິຕິກຳທີ່ເປັນບ່ອນອີງໃນການຂຸດຄົ້ນແລະສົ່ງອອກແຮ່ທາດໃນແຕ່ລະປະເພດຍັງມີເນື້ອໄນທີ່ບໍ່ຄົບຖ້ວນ-ຮັດກຸມ ແລະບາງປະເພດແຮ່ ບໍ່ໄດ້ກຳນົດອັດຕາຄ່າພັນທະໃຫ້ກັບລັດ ໃນການພິຈາລະນາຕົກລົງ ໄດ້ຫຼຸດຂັ້ນຕອນຈາກ 9 ຂັ້ນຕອນເຫຼືອພຽງ 2 ຂັ້ນຕອນ ແຕ່ຍັງບໍ່ທັນມີມາດຕະການອື່ນໆ ທີ່ຮັດກຸມໃນການຕິດຕາມ ຄຸ້ມຄອງ ດຳເນີນການຂຸດຄົ້ນຕົວຈິງ ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ ອັນກາຍເປັນຊ່ອງວ່າງ ເປີດທາງໃນການຕົກລົງຂຸດຄົ້ນບາງແຮ່ທາດແບບຊະຊາຍຈົນຄວບຄຸມບໍ່ໄດ້.”

ສ່ວນສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າລັດຖະບານລາວ ໄດ້ຮັບຜົນປະໂຫຍດຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດໃນອັດຕາທີ່ຕໍ່າຫຼາຍໃນໄລຍະຜ່ານມາ ໂດຍສະເພາະແມ່ນການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ແກ່ບັນ ດາບໍລິສັດຈາກຈີນ 93 ລາຍ ທີ່ມີຄ່າສຳປະທານລວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນຊ່ວງປີ 2021-2023 ຊຶ່ງນອກຈາກຈະເປັນຍ້ອນລັດຖະບານລາວບໍ່ມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີທີ່ທັນສະໄໝໃນດ້ານເໝືອງແຮ່ແລ້ວ ຍັງປະກົດດ້ວຍວ່າ ມີການທຸດຈະຣິດໂດຍພະນັກງານລັດເກີດຂຶ້ນຢ່າງກວ້າງຂວາງ ແລະ ບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ເກັບລາຍໄດ້ບໍ່ມີປະສິດທິພາບ ແລະ ຖືກເອົາລັດ-ເອົາປຽບໄດ້ງ່າຍ ທັງກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງດ້ວຍ.

ໂດຍກໍລະນີຕົວຢ່າງຂອງການຈັດເກັບລາຍຮັບບໍ່ມີປະສິດທິພາບ ແລະ ມີລາຍຮັບຄ່າສຳປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍຄືສຳປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ເທົ່ານັ້ນຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ຊັດເຈນອີກດ້ວຍວ່າ ບັນດາບໍລິສັດຈີນໄດ້ຂົນ ສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ໂດຍເຖິງແມ່ນວ່າ ບໍລິ ສັດຊຸນຕ້າພັດທະນາບໍ່ແຮ່ຈຳກັດ ແລະ ບໍລິສັດຕົງຫຼີເຊິງ ພັດທະນາບໍ່ແຮ່ຈຳກັດຈາກຈີນ ຊຶ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ກວ່າ 28 ກິໂລແມັດມົນທົນຢູ່ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ແລະ ໄດ້ຂຸດເຈາະສຳຫຼວດແລ້ວກໍຕາມ ແຕ່ວ່າກໍ່ຍັງບໍ່ມີລາຍງານຜົນຄືບໜ້າຈຶ່ງຍັງບໍ່ຮູ້ວ່າລັດຖະບານລາວຈະໄດ້ຮັບສ່ວນແບ່ງເທົ່າໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG