ລັດຖະບານລາວຈະໃຫ້ການສົ່ງເສີມບໍລິສັດຈາກຍີ່ປຸ່ນ ເພື່ອລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກ ນະຄອນວຽງຈັນໄປຫານະຄອນຮາໂນ່ຍ ຊຶ່ງໃນປັດຈຸບັນນີ້ອົງການ JICA ຂອງຍີ່ປຸ່ນ ກຳລັງສຶກສາຄວາມເປັນໄປໄດ້ຢູ່.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ຖະແຫລງຢືນຢັນວ່າ ໂຄງການສ້າງທາງດ່ວນທີ່ເຊື່ອມຕໍ່ລະ
ຫວ່າງນະຄອນວຽງຈັນ ກັບນະຄອນຮາໂນ່ຍຂອງຫວຽດນາມຊຶ່ງອົງການເພື່ອການຮ່ວມມືສາກົນຂອງລັດຖະ
ບານຍີ່ປຸ່ນ ຫລື JICA ກຳລັງສຶກສາຄວາມເປັນໄປໄດ້ຂອງໂຄງການຢູ່. ໃນປັດຈຸບັນຖືວ່າ ເປັນໂຄງການບູລິ
ມະສິດທີ່ລັດຖະບານລາວຈະໃຫ້ການສົ່ງເສີມບໍລິສັດຍີ່ປຸ່ນລົງທຶນພັດທະນາຢ່າງເປັນຮູບປະທຳ.
ຫາກແຕ່ຍັງຕ້ອງໄດ້ລໍຖ້າການຕັດສິນໃຈຂອງລັດຖະບານຍີ່ປຸ່ນ ຢ່າງເປັນທາງການເສຍກ່ອນ ແລະກໍເຊັ່ນດຽວກັນກັບ ໂຄງການກໍ່ສ້າງທາງດ່ວນ ທີ່ຄູ່ຂະໜານກັບທາງເລກ 3 ທີ່ເຊື່ອມຕໍ່ກັບຈີນ ແລະໄທນັ້ນ ກໍຍັງຈະຕ້ອງລໍຖ້າການຕັດສິນໃຈຂອງລັດຖະບານຈີນ. ຫລັງຈາກນັ້ນ ລັດຖະບານລາວຈຶ່ງຈະສາມາດໃຫ້ການສົ່ງເສີມການລົງທຶນໃນຮູບແບບ BOT ຄືບໍລິສັດຕ່າງຊາດເປັນຜູ້ລົງທຶນກໍ່ສ້າງ ແລະເກັບເອົາຜົນປະໂຫຍດຕາມໄລຍະເວລາໃນສັນຍາການລົງທຶນ ຄັນເມື່ອຄົບກຳນົດແລ້ວນັ້ນ ຈຶ່ງຈະໂອນໂຄງການເປັນຂອງລັດຖະບານລາວຕໍ່ໄປ ດັ່ງທີ່ທ່ານທອງລຸນ ສີສຸລິດໃຫ້ການຢືນຢັນວ່າ
“ລັດຖະບານຍີ່ປຸ່ນກຳລັງພິຈາລະນາເລື້ອງການສ້າງເສັ້ນທາງດ່ວນ ວຽງຈັນ-ຮາໂນ່ຍ ໄປປາກຊັນ ອອກທາງແທ່ງຖຸຍ ໄປທາງເຫງ່ອານ ໄປຮອດຮາໂນ່ຍ. ພວກເຮົາຊິໃຫ້ພາກເອກະຊົນລົງທຶນ BOT ດຽວນີ້ ກໍາລັງສຶກສາສຳຫລວດເສັ້ນທາງ R3 ອີກ ທີ່ຮຽງກັນກັບເສັ້ນທາງ R3 ທີ່ມີແລ້ວນີ້ ແຕ່ເຮັດໃຫ້ດີກວ່າ ຜູ້ໃດບໍ່ຢາກຈ່າຍເງິນ ກໍທຽວເສັ້ນປັດຈຸບັນ, ຜູ້ໃດຕ້ອງການຄວາມໄວ ຂົນສົງສິນຄ້າແດ່ ທ່ອງທ່ຽວແດ່ ກໍໄປເສັ້ນນັ້ນ ຈ່າຍເງິນ.”
ລັດຖະບານຫວຽດນາມໄດ້ລົງນາມໃນບັນທຶກຄວາມເຂົ້າໃຈວ່າດ້ວຍການກໍ່ສ້າງທາງ
ດ່ວນເຊື່ອມຕໍ່ຈາກນະຄອນວຽງຈັນ ໄປນະຄອນຮາໂນ່ຍ ແລະຄະນະຜູ້ແທນກະຊວງໂຍ
ທາທິການ ແລະຂົນສົ່ງຂອງທັງສອງຝ່າຍ ໄດ້ຮ່ວມກັນເດີນທາງໄປສຳຫລວດພື້ນທີ່ຕົວຈິງ
ໃນທ້າຍປີ 2017 ເພື່ອກຳນົດແລວທາງກໍ່ສ້າງທີ່ມີໄລຍະທາງສັ້ນທີ່ສຸດ ທີ່ເລີ້ມຕົ້ນຈາກ
ນະຄອນວຽງຈັນ ໄປຕາມແລວທາງຫລວງແຫ່ງຊາດເລກທີ 13 ໃຕ້ ໄປຫາເມືອງປາກ
ຊັນໄປຕາມທິດຕາເວັນອອກ, ຜ່ານເມືອງວຽງທອງ ແຂວງບໍລິຄຳໄຊ, ໄປເຊື່ອມຕໍ່ກັບຊາຍ
ແດນຫວຽດນາມທີ່ດ່ານແທ່ງຖຸຍ ແລະເມືອງແທ່ງເຈືອງ ແຂວງເຫງ່ອ່ານ ມີໄລຍະທາງ
ຍາວລວມ 365 ກິໂລແມັດໃນເບື້ອງລາວ.
ສ່ວນເສັ້ນທາງຢູ່ໃນເບື້ອງຫວຽດນາມ ຈະມີໄລຍະທາງລວມ 342 ກິໂລແມັດ ຈາກດ່ານ
ແທ່ງຖຸຍ ໄປຕາມທາງຫຼວງເລກ 46 ແລະເຊື່ອມຕໍ່ກັບທາງດ່ວນພາກເໜືອຕອນໃຕ້ໄປ
ຫານະຄອນຫຼວງຮາໂນ່ຍ ຊຶ່ງກໍຈະເຮັດໃຫ້ມີໄລຍະທາງລວມ 707 ກິໂລແມັດ ທັງໃນ
ຫວຽດນາມ ແລະລາວ ຫາກແຕ່ກໍຍັງບໍ່ມີກຳນົດທີ່ຊັດເຈນວ່າການກໍ່ສ້າງໃນພາກຕົວຈິງ
ຈະເລີ່ມຂຶ້ນເມື່ອໃດ ເພາະວ່າຈະຕ້ອງຫາແຫລ່ງທຶນໃຫ້ໄດ້ເສຍກ່ອນ ໂດຍຄາດຫວັງວ່າ
ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫລືອດັ່ງກ່າວ ຊຶ່ງກໍເຊັ່ນດຽວກັນກັບທາງດ່ວນ R3
ທີ່ຄາດວ່າ ຈະໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ.
ນອກຈາກນັ້ນ ກະຊວງໂຍທາທິການ ແລະຂົນສົ່ງໄດ້ຄັດເລືອກເອົາບໍລິສັດ China
Yunnan Sunny Road ແລະ ບໍລິສັດChina Yunnan Sunny Road ຈາກຈີນກັບ
ບໍລິສັດດວງຈະເລີນພັດທະນາຈຳກັດ ແລະບໍລິສັດພູສີກໍ່ສ້າງແລະພັດທະນາຈຳກັດ
(ມະຫາຊົນ) ຊຶ່ງ ເປັນບໍລິສັດເອກະຊົນລາວໃຫ້ເປັນຜູ້ລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່
ຈາກນະຄອນຫຼວງວຽງຈັນໄປທີ່ເມືອງປາກເຊ ແຂວງຈຳປາສັກ ໂດຍເປັນການລົງທຶນ
ໃນຮູບແບບ BOT ທີ່ມີໄລຍະເວລາທີ່ເກັບເອົາຜົນປະໂຫຍດເປັນເວລາ 30 ປີແລ້ວຈຶ່ງ
ໂອນໂຄງການໃຫ້ກັບລັດຖະບານລາວ.
ທັງນີ້ທາງດ່ວນນະຄອນຫຼວງວຽງຈັນ-ປາກເຊຈະມີຂະໜາດກວ້າງ 23 ແມັດ ແບ່ງເປັນ
4 ຊ່ອງຈາລາຈອນ ແຕ່ລະຊ່ອງຈາລະຈອນກວ້າງ 3.5 ແມັດ ແລະ 2 ຂ້າງທາງມີຄວາມ
ກວ້າງ ເບື້ອງລະ 4.5 ແມັດ ໃນຕະຫຼອດເສັ້ນທາງຍາວ 580 ກິໂລແມັດ ທີ່ສາມາດເຊື່ອມ
ຕໍ່ກັບໂຄງການ ທາງດ່ວນວຽງຈັນ-ຮາໂນ່ຍໄດ້ ທີ່ແຂວງບໍລິຄຳໄຊ ອີກດ້ວຍ.