ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ສັ່ງໃຫ້ຄະນະ ກໍາມະການປ້ອງກັນ ແລະຄຸ້ມຄອງ ໄພພິບັດ ກຽມພ້ອມຮັບມື ກັບໄພ ນໍ້າຖ້ວມ ຕະຫຼອດເວລາ


ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ ຢູ່ກອງປະຊຸມກ່ຽວກັບໄພນໍ້າຖ້ວມ ທີ່ເກີດຂຶ້ນໃນທ້າຍ ເດືອນກໍລະກົດ ທີ່ຜ່ານມາ ໃນເມືອງສະໜາມໄຊ, ແຂວງອັດຕະປື
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ ຢູ່ກອງປະຊຸມກ່ຽວກັບໄພນໍ້າຖ້ວມ ທີ່ເກີດຂຶ້ນໃນທ້າຍ ເດືອນກໍລະກົດ ທີ່ຜ່ານມາ ໃນເມືອງສະໜາມໄຊ, ແຂວງອັດຕະປື

ນາຍົກລັດຖະມົນຕີລາວ ສັ່ງການໃຫ້ຄະນະກໍາມະການປ້ອງກັນ ແລະຄຸ້ມຄອງ
ໄພພິບັດແຫ່ງຊາດກຽມຄວາມພ້ອມທຸກດ້ານ ເພື່ອຮັບມືກັບສະຖານະການໄພ
ນໍ້າຖ້ວມ ທີ່ສາມາດຈະເກີດຂຶ້ນໄດ້ຕະຫລອດເວລາ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ອອກຄໍາສັ່ງໃຫ້ຄະນະກໍາມະ
ການປ້ອງກັນ ແລະຄຸ້ມຄອງໄພພິບັດແຫ່ງຊາດທີ່ມີທ່ານສອນໄຊ ສີພັນດອນ, ຮອງ
ນາຍົກລັດຖະມົນຕີ ເປັນປະທານນັ້ນ ຈະຕ້ອງສືບຕໍ່ຕິດຕາມ ກວດກາ ແລະສະຫລຸບ
ລາຍງານສະພາບນໍ້າຖ້ວມ ໃນທົ່ວປະເທດເປັນປະຈໍາ ຍ້ອນວ່າໃນໄລຍະນີ້ ໃນ
ທົ່ວປະເທດກໍາລັງຖືກຄຸກຄາມຈາກໄພນໍ້າຖ້ວມຢ່າງກວ້າງຂວາງ. ພ້ອມກັນນັ້ນ ຄະ
ນະກໍາມະການດັ່ງກ່າວ ຍັງຈະຕ້ອງກະກຽມຄວາມພ້ອມໃນທຸກດ້ານ ເຊັ່ນ ການ
ເຕືອນໄພ ແລະການອົບພະຍົບປະຊາຊົນ ທີ່ຖືກກະທົບຈາກໄພນໍ້າຖ້ວມທີ່ສາມາດ
ຈະເກີດຂຶ້ນໄດ້ຕະຫລອດເວລາອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ
“ໃນທົ່ວປະເທດກໍາລັງຖືກຄຸກຄາມຈາກໄພນໍ້າຖ້ວມຈຶ່ງໃຫ້ຄະນະກໍາມະການປ້ອງ
ກັນ ແລະຄຸ້ມຄອງໄພພິບັດແຫ່ງຊາດ ສືບຕໍ່ຕິດຕາມ ກວດກາແລະສະຫລຸບລາຍ
ງານສະພາບນໍ້າຖ້ວມໃນຂອບເຂດທົ່ວປະເທດຢ່າງເປັນປະຈໍາ. ພ້ອມນີ້ ກໍໃຫ້ສືບ
ຕໍ່ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະແຈ້ງເຕືອນໄພພິບັດທົ່ວປະເທດ
ຢ່າງທັນການ ແລະທົ່ວເຖິງ ໂດຍມອບໃຫ້ຂະແໜງການ ແລະທ້ອງຖິ່ນເອົາໃຈໃສ່
ແລະ ກຽມຄວາມພ້ອມໃນການເຄື່ອນຍ້າຍປະຊາຊົນ ຖ້າຫາກມີໄພເກີດຂຶ້ນ.”

ວັດທີ່ຖືກນໍ້າຖ້ວມໃນແຂວງອັດຕະປື
ວັດທີ່ຖືກນໍ້າຖ້ວມໃນແຂວງອັດຕະປື

ທາງດ້ານທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ຢືນຢັນວ່າ ນອກຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ສົ່ງ
ຜົນກະທົບຢ່າງໜັກຕໍ່ປະຊາຊົນລາວ ໃນເຂດເມືອງສະໜາມໄຊ ແຂວງອັດຕະປືແລ້ວ
ກໍຍັງເກີດໄພນ້ຳຖ້ວມຢ່າງໜັກໜ່ວງຢູ່ໃນພື້ນທີ່ 58 ເມືອງໃນ 12 ແຂວງ ໂດຍມີປະ
ຊາຊົນລາວໄດ້ຮັບຜົນກະທົບຫຼາຍກວ່າ 30,000 ຄອບຄົວ ທັງຍັງກະທົບຕໍ່ແຜນການ
ຜະລິດທາງດ້ານກະສິກໍາໃນລາວຢ່າງກວ້າງຂວາງອີກດ້ວຍໂດຍສະເພາະແມ່ນ ແຜນ
ການເພີ້ມຜົນຜະລິດເຂົ້າເພື່ອສົ່ງອອກໄປຕ່າງປະເທດນັ້ນ.

ພາບນໍ້າຖ້ວມໃນແຂວງຄໍາມ່ວນ ທີ່ເຂື່ອນນໍ້າເທີນສອງຕັ້ງຢູ່ ໃນປີ 2018
ພາບນໍ້າຖ້ວມໃນແຂວງຄໍາມ່ວນ ທີ່ເຂື່ອນນໍ້າເທີນສອງຕັ້ງຢູ່ ໃນປີ 2018

ທັງນີ້ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການສົ່ງເຂົ້າໄປຂາຍຕ່າງປະເທດໃຫ້
ໄດ້ບໍ່ໜ້ອຍກວ່າ 4 ແສນໂຕນ ໃນປີ 2018 ນີ້ ດ້ວຍການຂະຫຍາຍເນື້ອທີ່ປູກເຂົ້າໃຫ້
ໄດ້ກວ້າງກວ່າ 1 ລ້ານເຮັກຕາ ໂດຍມີສະມັດຖະພາບສະເລ່ຍ 4 ລ້ານ 2 ແສນໂຕນຕໍ່
ເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດເຂົ້າລວມເຖິງ 4 ລ້ານ 220 ພັນໂຕນໃນທົ່ວປະເທດ
ໃນນີ້ແບ່ງເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ, ເຂົ້ານາປີ 3,553,000 ໂຕນ,
ແລະເຂົ້າໄຮ່ 2 ແສນໂຕນ ຫາກແຕ່ເມື່ອເກີດໄພນໍ້າຖ້ວມຢ່າງກວ້າງຂວາງໃນປັດຈຸບັນ
ນີ້ ກໍຍ່ອມຈະເຮັດໃຫ້ການບັນລຸເປົ້າໝາຍດັ່ງກ່າວຄົງຈະເປັນໄປໄດ້ຍາກຊຶ່ງອົງການ
ອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ກໍປະເມີນວ່າ ນາເຂົ້າ
ໃນລາວຖືກນ້ຳຖ້ວມເສຍຫາຍໄປແລ້ວ ກວ້າງກວ່າ 37,000 ເຮັກຕາ ແລະຄິດເປັນ
ຜົນຜະລິດເຂົ້າທີ່ເສຍຫາຍໄປຫລາຍກວ່າ 155,400 ໂຕນ.

ເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫລາຍທີ່ສຸດກໍຄື ແຂວງຄໍາມ່ວນ ຊຶ່ງໄພນໍ້າ
ຖ້ວມທີ່ເກີດຈາກພາຍຸໂຊນຮ້ອນເຊິ່ນຕິງ ທີ່ພັດເຂົ້າມາລາວໃນຊ່ວງວັນທີ 15 ຫາ 23
ກໍລະກົດ 2018 ນັ້ນ ໄດ້ເຮັດໃຫ້ເກີດການເສຍຫາຍຢ່າງໜັກໃນທົ່ວແຂວງຄຳມ່ວນ.
ທັງນີ້ ຈາກການສຳຫຼວດພົບວ່າມີປະຊາຊົນເຖິງ 13,589 ຄອບຄົວ ໃນເຂດ 309
ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ແລະເນື້ອທີ່ນາກໍຖືກນ້ຳຖ້ວມກວ້າງກວ່າ
25,000 ເຮັກຕາ ໃນພື້ນທີ່ທັງ 10 ເມືອງ ຂອງແຂວງຄຳມ່ວນ. ສ່ວນຖະໜົນ, ຂົວ,
ຄອງຊົນລະປະທານ, ອາຄານສໍານັກງານຂອງລັດຖະບານ, ໂຮງຮຽນ, ສຸກສາລາ, ພື້ນ
ຖານໂຄງລ່າງຕ່າງໆ ແລະບ້ານຂອງປະຊາຊົນ ກໍໄດ້ຮັບການເສຍຫາຍຢ່າງກວ້າງຂວາງ.

ທັງນີ້ ໂດຍທ່ານບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງຄໍາມ່ວນ
ຢືນຢັນວ່າ ແຂວງຄໍາມ່ວນໄດ້ວາງເປົ້າໝາຍການຜະລິດເຂົ້າ ແລະພືດສະບຽງອາຫານ
ຊະນິດຕ່າງໆ ໃຫ້ໄດ້ໃນພື້ນທີ່ 68,730 ເຮັກຕາ ໃນປີ 2018 ນີ້ ຫາກແຕ່ຈາກການສໍາ
ຫລວດພົບວ່າ ນ້ຳໄດ້ຖ້ວມພື້ນທີ່ນາກວ້າງກວ່າ 25,000 ເຮັກຕາ ທັງຍັງຖ້ວມພື້ນທີ່ປູກ
ພືດເປັນສິນຄ້າອີກກວ້າງກວ່າ 15,500 ເຮັກຕາ ແລະສະລ້ຽງປາ 1,300 ກວ່າແຫ່ງກໍ
ຖືກນໍ້າຖ້ວມ ເສຍຫາຍໄປຢ່າງສິ້ນເຊີງອີກດ້ວຍ.

XS
SM
MD
LG