ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທຈະປ່ຽນຈາກ ການ​ເປັນ​ຜູ້​ຊື້ ໄຟ​ຟ້າ ເທົ່າ​ນັ້ນ ໄປ​ເປັນ​ຜູ້​ຮ່ວມ ​ສົ່ງ​​ໄຟ​ຟ້າ​ ຈາກ​ລາວ ໄປ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ​


ພິທີເຊັນສັນຍາຊື້-ຂາຍກະແສໄຟຟ້າລະຫວ່າງລາວກັບໄທ, ມາເລເຊຍ ແລະສິງກະໂປ ຢູ່ນອກກອງປະຊຸມສຸດຍອດ ຂອງອາຊ່ຽນ ໃນນະຄອນມະນີລາ ຂອງຟີລິບປິນ ໃນປີ 2017
ພິທີເຊັນສັນຍາຊື້-ຂາຍກະແສໄຟຟ້າລະຫວ່າງລາວກັບໄທ, ມາເລເຊຍ ແລະສິງກະໂປ ຢູ່ນອກກອງປະຊຸມສຸດຍອດ ຂອງອາຊ່ຽນ ໃນນະຄອນມະນີລາ ຂອງຟີລິບປິນ ໃນປີ 2017

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​ໄທ​ບໍ່​ມີ​ແຜນ​ການ​ຈະ​ຊື້​ກະ​ແສ​ໄຟ
​ຟ້າ​ຈາກ​ລ​າວ​ເພີ້ມ​ຂຶ້ນ ແຕ່​ຈະ​ພັດ​ທະ​ນາ​ໂຄງ​ຂ່າຍ​ເພື່ອ​ຮອງຮັບການ​ສົ່ງ​ກະ​ແສ​ໄຟ​ຟ້າ
​ຈາກ​ລາວ​ຜ່ານ​ໄທ ໄປ​ມາ​ເລ​ເຊຍ-ສິງ​ກະ​ໂປ.

ພົນ​ອາ​ກາດ​ເອກ ປະ​ຈິນ ຈັ່ນ​ຕອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​
ໄທ​ບໍ່​ມີ​ແຜນ​ການທີ່​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ເພີ້ມ​ຂຶ້ນ ໃນ​ໄລ​ຍະ​ 7-8 ປີ ​ຕໍ່​ໜ້າ
ແຕ່ຈະຍັງ​ຄົງ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໄວ້ ທີ່​ລະ​ດັບເດີມ​ຄື 9,000 ເມ​ກາ​ວັດ ໃນ
​ຊ່ວງ​ປີ 2019-2044 ເນື່ອງ​ຈາກວ່າ​ໄທ ມີ​ພະ​ລັງ​ງານ​ໄຟ​ຟ້າ​ສຳ​ຮອງ​ເກີນ​ຄວາມ​ຕ້ອງ​
ການ​ທີ່​ເປັນ​ຈິງເຖິງ 12,000 ເມ​ກາ​ວັດ ຊຶ່ງ​ຄິດ​ເປັນ 39 ເປີ​ເຊັນ ຂອງ​ການ​ຊົມ​ໃຊ້​ພະ
​ລັງ​ງານ​ທັງ​ໝົດ ໃນ​ປັດ​ຈຸ​ບັນ.

​ຍິ່ງ​ໄປ​ກວ່ານັ້ນ ລັດ​ຖະ​ບານ​ໄທຍັງ​ໄດ້​ກຳ​ໜົດ​ແຜນ​ການ​ພັດ​ທະ​ນາແຫລ່ງ​ພະ​ລັງ​ງານ​
ທາງ​ເລືອກທີ່​ແນ​ໃສ່​ການ​ເສີມ​ສ້າງ ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ໄລ​ຍະ​ຍາວ​ໄວ້​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ດ້ວຍນັ້ນ ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ໄທຈະ​ຫລຸດ​ການ​ນຳ​ເຂົ້າ​ພະ​ລັງ​ງານໄຟ​ຟ້າ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ແລະ​ຫັນ​ມາ​ໃຫ້​ການ​ສົ່ງ​ເສີມ​ຜະ​ລິດພະ​ລັງ​ງານ​ທາງ​ເລືອກ ພາຍ​ໃນ​ປະ​ເທດ​ໃຫ້​ຫລາຍ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ ການ​ເພີ້ມ​ການ​ຜະ​ລິດ​ພະ​ລັງ​ງານ​ໝູນ​ວຽນ ທັງ​ພະ​ລັງ​ງານ​ແສງ​ອາ​ທິດ ແລະ​ພະ​ລັງ​ງານ​ຈາກ​ຊີ​ວະ​ມວນນັ້ນ ກໍ​ຍັງ​ຈະ​ເຮັດ​ໃຫ້​ໄທ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ ໃນ ໄລ​ຍະ​ຍາວ​ອີກ​ດ້ວຍ.

ພົນເອກອາກາດ ປຣະຈິນ ຈັ່ນຕອງ, ຮອງນາຍົກລັດຖະມົນຕີໄທ
ພົນເອກອາກາດ ປຣະຈິນ ຈັ່ນຕອງ, ຮອງນາຍົກລັດຖະມົນຕີໄທ

ທັງ​ນີ້ ລັດ​ຖະ​ບານ​ໄທຍັງ​ໄດ້ວາງ​ແຜນ​ການ​ຈະ​ປັບ​ປ່ຽນ​ສະ​ຖາ​ນະ​ຈາກ​ຜູ້​ຊື້​ໄປ​ເປັນ
ຫຸ້ນ​ສ່ວນ​ໃນ​ການ​ສົ່ງ​ອອກ​ກະ​ແສ​ໄຟ​ຟ້າ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ອະ​ນາ​ຄົດ ດ້ວຍ​
ການ​ພັດ​ທະ​ນາ​ລະ​ບົບໂຄງ​ຂ່າຍ​ສາຍສົ່ງ​ກະ​ແສ​ໄຟ​ຟ້າ​ ເພື່ອ​ຮອງຮັບການ​ສົ່ງ​ກະ​ແສ​ໄຟ​ຟ້າ ​ຈາກ​ລາວ​ຜ່ານ​ໄທໄປ​ມາ​ເລ​ເຊຍ ແລະສິງ​ກະ​ໂປໃນ​ອະ​ນາ​ຄົດ ດັ່ງ​ທີ່​ພົນ​ເອກ​ປະ​ຈິນ ໃຫ້​ການ​ຢືນ​ຢັນ​ວ່າ:

“ພູດ​ເຖິງ​ພະ​ລັງ​ງານນັ້ນ ຂໍຣຽນ​ວ່າ ເຣົາ​ເຫັນ​ຈຸດ​ແຂງ​ຂອງ​ປະ​ເທດ​ລາວ ​ເຣົາ​ມີ​
ຄວາມ​ຮ່ວມ​ມື​ຍາວ​ນານ ໃນ​ການ​ທີ່​ຈະ​ເພິ່ງ​ພາ​ພະ​ລັງ​ງານ​ຊຶ່ງ​ກັນ​ແລະກັນ. ໃນ
​ຫລາຍ​ປີ​ທີ່​ຜ່ານ​ມານັ້ນ ປະ​ເທດ​ໄທ​ໄດ້​ເຊັນ​ສັນ​ຍາ​ຊື້​ໄຟ​ຟ້າ​ຈາກ​ລາວ​ຈຳ​ນວນ​
ລວມ​ທັງ​ສິ້ນ 9,000 ເມ​ກາ​ວັດ. ຂະ​ນະ​ນີ້ ມີ​ຄວາມ​ກ້າວ​ໜ້າ​ຂຶ້ນ​ໄປ​ເກີນ 70 ເປີ​
ເຊັນ​ແລ້ວ ​ຈາກນີ້​ໄປໄທ​ຈະ​ເປັນ​ທາງ​ຜ່ານ​ໃຫ້​ໄຟ​ຟ້າ​ຈາກ​ລາວນັ້ນລົງ​ໄປ​ສູ່​ຕອນ
​ໃຕ້​ໄທ ກໍ​ຄື​ມາ​ເລ​ເຊຍ.”

ທາງ​ດ້ານ ດຣ. ກຸນລະຍົດ ອຸດົມວົງເສລີ, ຜູ້ອໍານວຍການສະຖາບັນວິໄຈພະລັງ
ງານແຫ່ງມະຫາວິທະຍາໄລຈຸລາລົງກອນຂອງໄທຢືນຢັນວ່າ ການ​ທີ່ໄທມີປະລິ
ມານໄຟຟ້າສໍາຮອງເກີນຄວາມຕ້ອງການຕົວຈິງໃນອັດຕາສະເລ່ຍສູງເຖິງ 39 ເປີ
​ເຊັນ ເຮັດໃຫ້ບໍ່ຈໍາເປັນຈະຕ້ອງນໍາເຂົ້າໄຟຟ້າຈາກຕ່າງປະ​ເທດເລີຍຈົນ​ເຖິງ​ປີ 2026.
ໃນຂະນະດຽວກັນການນໍາເຂົ້າໄຟຟ້າຈາກລາວຄິດເປັນສັດສ່ວນພຽງແຕ່ 15 ເປີເຊັນ
ເທົ່ານັ້ນ ຂອງການຊົມໃຊ້ພະລັງງານໄຟຟ້າທັງໝົດ. ເພາະສະ​ນັ້ນ ຖ້າ​ຫາກວ່າ​ລັດ​ຖະ​
ບານ​ໄທປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ທາງ​ເລືອກ​ຕາມ​ແຜນ​ການ​ທີ່​
ວາງ​ໄວ້ໃນ​ປີ 2025 ກໍ​ຍ່ອມ​ຈະ​ເຮັດ​ໃຫ້​ໄທບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້​ກະ​ແສ​ໄຟຟ້າ
​ຈາກ​ລາວ​ເພີ້ມ​ຂຶ້ນນັ້ນ​ເອງ.

ຕາຂ່າຍສາຍສົ່ງກະແສໄຟຟ້າຈາກລາວໄປປະເທດເພື່ອນບ້ານ
ຕາຂ່າຍສາຍສົ່ງກະແສໄຟຟ້າຈາກລາວໄປປະເທດເພື່ອນບ້ານ

ໃນປັດຈຸບັນ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກາ
ວັດເປັນເວລາ 25 ປີ ນັບຈາກປີ 2019-2044 ແຕ່ວ່າພາຍໃນປີ 2021 ລາວຈະມີ
ແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ມີກໍາລັງຕິດຕັ້ງລວມເຖິງ
13,000 ເມກາວັດ ທັງ​ຍັງຄາດວ່າການຊົມໃຊ້ພະລັງງານໄຟຟ້າພາຍ​ໃນລາວ​ຈະ
ເພີ້ມຂຶ້ນເປັນ 2,862 ເມກາວັດໃນປີ 2021 ໝາຍຄວາມວ່າ ລາວຈະມີປະລິມານ
ພະລັງງານໄຟຟ້າເກີນຄວາມຕ້ອງການພາຍໃນ 1,138 ເມກາວັດ ທີ່ຈະຕ້ອງສົ່ງ
ອອກໄປຕ່າງປະເທດ ຊຶ່ງບໍ່ແມ່ນປະເທດໄທນັ້ນ​ເອງ.

ທັງ​ນີ້ ລັດຖະບານ​ຫວຽດນາມ​ໄດ້​ຕົກລົງ​ຈະ​ຮັບ​ຊື້ພະລັງງານໄຟຟ້າຈາກ​ລາວ​ໃນ​ປະ
ລິມານລວ​ມເຖິງ 5,000 ​ເມ​ກາ​ວັດພາຍ​ໃນ​ປີ 2025 ທັງ​ຍັງໄດ້ທໍາ​ການກໍ່ສ້າງ​ແນວ
​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ ທີ່​ມີ​ຂະໜາດ 220 KV ​ແລະ 500 KV ​ເພື່ອ​ຮອງຮັບ​
ການ​ສົ່ງ​ກະ​ແສ​ໄຟຟ້າ​ຈາກ​ລາວ​ໄປ​ຫວຽດນາມອີກ​ດ້ວຍ.

ສ່ວນລັດຖະບານກໍາປູ​ເຈຍ ກໍ​ໄດ້​ຕົກລົງ​ໃນ​ຫລັກການ​ວ່າ ຈະ​ຮັບ​ຊື້ກະ​ແສໄຟຟ້າຈາກ​
ລາວ 1,000 ​ເມ​ກາ​ວັດ ພາຍ​ໃນ​ປີ 2025. ຫາກ​ແຕ່​ວ່າດ້ວຍ​ຂໍ້​ຈໍາກັດ​ໃນ​ດ້ານ​ເງິນທຶນ
ສໍາລັບ​ນໍາ​ໃຊ້​ໃນ​ການກໍ່ສ້າງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ ກໍາປູ​ເຈຍກໍນໍາ​ເຂົ້າພະ
ລັງງານໄຟຟ້າຈາກ​ລາວໄດ້​ພຽງ 115 ກິ​ໂລ​ວັດເທົ່ານັ້ນ​. ສ່ວນລັດຖະບານ​ມຽນມານັ້ນ
ກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ທີ່ຈະ​ຮັບ​ຊື້ກະ​ແສໄຟຟ້າຈາກ​ລາວບໍ່ໜ້ອຍກວ່າ 200 ​ເມ​
ກາ​ວັດນັ້ນ ​ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈນ​ວ່າ​ຈະ​ສາມາດ​ລົງ​ນາມໃນ​ສັນຍາ​ຮ່ວມກັນໄດ້ເມື່ອ
​ໃດແທ້ ແລະ​ລັດ​ຖະ​ບານ​ມາ​ເລ​ເຊຍ ກໍ​ໄດ້​ຕົກ​ລົງ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ໃນ​ປະ​ລິ​ມານ​ລວມ
100 ເມ​ກາ​ວັດ​ເທົ່າ​ນັ້ນ.

XS
SM
MD
LG