ນັກຊ່ຽວຊານດ້ານພະລັງງານໄທ ຢືນຢັນວ່າ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະບໍ່ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານພະລັງງານໃນໄທ ເພາະໄທມີປະລິ
ມານໄຟຟ້າສໍາຮອງເກີນຄວາມຕ້ອງການເຖິງ 39 ເປີເຊັນ.
ດຣ. ກຸນລະຍົດ ອຸດົມວົງເສລີ, ຜູ້ອໍານວຍການສະຖາບັນວິໄຈພະລັງງານແຫ່ງ
ມະຫາວິທະຍາໄລຈຸລາລົງກອນຂອງໄທໃຫ້ການຢືນຢັນວ່າ ກໍລະນີເຂື່ອນເຊປຽນ
-ເຊນໍ້ານ້ອຍແຕກ ຈະບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ດ້ານພະລັງງານໃນປະ
ເທດໄທ ທັງໄລຍະສັ້ນ ແລະໄລຍະຍາວ ເນື່ອງຈາກວ່າໃນປັດຈຸບັນໄທມີປະລິ
ມານໄຟຟ້າສໍາຮອງເກີນຄວາມຕ້ອງການຕົວຈິງໃນອັດຕາສະເລ່ຍສູງເຖິງ 39
ເປີເຊັນຊຶ່ງເຮັດໃຫ້ບໍ່ຈໍາເປັນຈະຕ້ອງນໍາເຂົ້າໄຟຟ້າຈາກຕ່າງປະເທດເພີ້ມຂຶ້ນອີກ
ເລີຍຈົນເຖິງປີ 2026. ໃນຂະນະດຽວກັນການນໍາເຂົ້າໄຟຟ້າຈາກລາວ ຄິດເປັນ
ສັດສ່ວນພຽງແຕ່ 15 ເປີເຊັນ ເທົ່ານັ້ນ ຂອງການຊົມໃຊ້ພະລັງງານໄຟຟ້າ ທັງ
ໝົດໃນທົ່ວປະເທດໄທ.
ເພາະສະນັ້ນ ຜົນກະທົບພຽງຢ່າງດຽວ ທີ່ຈະມີຕໍ່ປະເທດໄທ ຈາກກໍລະນີເຂື່ອນ
ເຊປຽນ-ເຊນໍ້ານ້ອຍແຕກ ກໍຄື ຜົນກະທົບດ້ານລາຄາພະລັງງານໄຟຟ້າ ທີ່ຈະສຸູງ
ຂຶ້ນ ເພາະວ່າພະລັງງານໄຟຟ້າທີ່ໄທຊື້ຈາກລາວນັ້ນ ມີລາຄາສະເລ່ຍ 2.4 ບາດ
ຕໍ່ກິໂລວັດ/ໂມງ ຊຶ່ງກໍຖືເປັນລາຄາໄຟຟ້າທີ່ຕໍ່າທີ່ສຸດ ເມື່ອປຽບທຽບກັບລາຄາພະ
ລັງງານໄຟຟ້າທີ່ໄທຊື້ຈາກແຫລ່ງອື່ນໆ ດັ່ງທີ່ ດຣ. ກຸນລະຍົດ ໃຫ້ການຢືນຢັນວ່າ
“ດ້ວຍຕົວເລກທີ່ເຮົານໍາເຂົ້າຈາກລາວ ປະລິມານໄມ້ສູງມາກ ແລ້ວກໍໃນໄລຍະ
ຍາວ ເຮົາກໍຍັງມີສ່ວນສໍາຮອງໄວ້ຢູ່ເນ້ຍ ມິຕິທາງດ້ານພະລັງງານກະທົບກັບໄທ
ໃນດ້ານຄວາມໝັ້ນຄົງພະລັງງານເນ້ຍມີນ້ອຍມາກ ເນື່ອງຈາກສັດສ່ວນພະລັງ
ງານສໍາຣອງຂອງໄທເນ້ຍສູງນະຄຣັບ ແລ້ວກໍເຣົານໍາເຂົ້າຈາກລາວເນ້ຍ ໄມ້ໃຊ້
ເຊື້ອເພີງຫລັກ ແຕ່ກໍອາດຈະມີຜົນກະທົບທາງດ້ານຕົ້ນທຶນ ຄ່າໄຟຟ້າ ເພາະວ່າ ຕົວໄຟຟ້າທີ່ມີລາຄາຖູກ ມັນສະລໍອອກໄປ ກໍຕ້ອງໃຊ້ຕົວທີ່ແພງກວ່າ ມາຜະລິດ
ໄຟຟ້າເພີ້ມ ກໍຈະມີຕົ້ນທຸນຄ່າໄຟຟ້າເພີ້ມຂຶ້ນບ້າງ ທີ່ເຣົາຕ້ອງຈ່າຍ.”
ດຣ. ກຸນລະຍົດ ຢືນຢັນອີກດ້ວຍວ່າ ການທີ່ໄທມີປະລິມານພະລັງງານໄຟຟ້າສໍາຮອງ
ເກີນກວ່າຄວາມຕ້ອງການຊົມໃຊ້ພາຍໃນປະເທດ ໃນອັດຕາສະເລ່ຍທີ່ສູງເຖິງ 39
ເປີເຊັນ ໃນປັດຈຸບັນນີ້ ແລະເມື່ອພິຈາລະນາ ປະກອບກັບການຊົມໃຊ້ໄຟຟ້າພາຍໃນ
ທີ່ເພີ້ມຂຶ້ນໃນອັດຕາສະເລ່ຍ 3 ເປີເຊັນຕໍ່ປີ ກໍຍັງເຮັດໃຫ້ສາມາດຄາດການໄດ້ວ່າ ນັບ
ຈາກປັດຈຸບັນໄປຈົນເຖິງປີ 2026-2027 ປະເທດໄທບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຊື້
ຫຼືນຳເຂົ້າພະລັງງານໄຟຟ້າຈາກຕ່າງປະເທດເພີ້ມຂຶ້ນອີກແຕ່ຢ່າງໃດ ຊຶ່ງລວມທັງຈາກ
ປະເທດລາວດ້ວຍ.
ຍິ່ງໄປກວ່ານັ້ນ ລັດຖະບານໄທ ຍັງໄດ້ກຳນົດແຜນການພັດທະນາແຫລ່ງພະລັງງານ
ທາງເລືອກທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ໃນລະຍະຍາວໄວ້
ເປັນທີ່ຮຽບຮ້ອຍແລ້ວອີກດ້ວຍ ໝາຍຄວາມວ່າປະເທດໄທ ຈະລົດການນຳເຂົ້າພະ
ລັງງານໄຟຟ້າຈາກຕ່າງປະເທດລົງ ຢ່າງຕໍ່ເນື່ອງ ແລະຈະສົ່ງເສີມການຜະລິດພະລັງ
ງານທາງເລືອກພາຍໃນປະເທດ ໃຫ້ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ ພະລັງງານ
ໝູນວຽນ ພ້ອມທັງພະລັງງານແສງອາທິດ, ພະລັງງານລົມ, ພະລັງງານເຊື້ອເພີງຊີ
ວະພາບ ນັ້ນ.
ທັງນີ້ ໃນປັດຈຸບັນ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມ
ກາວັດເປັນເວລາ 25 ປີ ນັບຈາກປີ 2019-2044 ແຕ່ວ່າໃນປີ 2021 ລາວຈະມີແຫລ່ງ
ຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ມີກໍາລັງຕິດຕັ້ງລວມເຖິງ 13,000 ເມກາ
ວັດ ແລະຄາດວ່າການຊົມໃຊ້ພະລັງງານໄຟຟ້າພາຍໃນລາວຈະເພີ້ມຂຶ້ນເປັນ 2,862 ເມ
ກາວັດໃນປີ 2021 ໝາຍຄວາມວ່າ ລາວຈະມີປະລິມານພະລັງງານໄຟຟ້າເກີນຄວາມ
ຕ້ອງການພາຍໃນ 1,138 ເມກາວັດ ທີ່ຈະຕ້ອງສົ່ງອອກໄປຕ່າງປະເທດ ຊຶ່ງບໍ່ແມ່ນ
ປະເທດໄທ.
ທັງນີ້ ລັດຖະບານຫວຽດນາມໄດ້ຕົກລົງຈະຮັບຊື້ພະລັງງານໄຟຟ້າຈາກລາວໃນປະລິ
ມານລວມເຖິງ 5,000 ເມກາວັດພາຍໃນປີ 2025 ຊຶ່ງໃນໄລຍະຜ່ານມາລັດວິສາຫະ
ກິດໄຟຟ້າຫວຽດນາມ (EVN) ກໍໄດ້ຕົກລົງຮັບຊື້ພະລັງງານໄຟຟ້າຈາກໂຄງການເຂື່ອນ
ເຊກອງ, ໂຄງການເຂື່ອນນໍ້າຊໍາ, ໂຄງການເຂື່ອນນໍ້າໝໍ້, ແລະໂຄງການເຂື່ອນເຊຂະ
ໝານ ທັງຍັງໄດ້ທໍາການກໍ່ສ້າງແນວສາຍສົ່ງກະແສໄຟຟ້າແຮງສູງ ທີ່ມີຂະໜາດ
220 KV ແລະ 500 KV ເພື່ອຮອງຮັບການສົ່ງກະແສໄຟຟ້າຈາກລາວໄປຫວຽດນາມ
ອີກດ້ວຍ.
ສ່ວນລັດຖະບານກໍາປູເຈຍ ກໍໄດ້ຕົກລົງໃນຫລັກການວ່າ ຈະຮັບຊື້ກະແສໄຟຟ້າຈາກ
ລາວ 1,000 ເມກາວັດ ພາຍໃນປີ 2025. ຫາກແຕ່ວ່າດ້ວຍຂໍ້ຈໍາກັດໃນດ້ານເງິນທຶນ
ສໍາລັບນໍາໃຊ້ໃນການກໍ່ສ້າງແນວສາຍສົ່ງກະແສໄຟຟ້າແຮງສູງຈາກລາວ ໄປກໍາປູເຈຍ
ຈຶ່ງເຮັດໃຫ້ກໍາປູເຈຍສາມາດນໍາເຂົ້າພະລັງງານໄຟຟ້າຈາກລາວໄດ້ພຽງ 115 ກິໂລວັດ
ເທົ່ານັ້ນ. ສ່ວນລັດຖະບານມຽນມານັ້ນ ກໍໄດ້ສະແດງຄວາມສົນໃຈ ທີ່ຈະຮັບຊື້ກະແສ
ໄຟຟ້າຈາກລາວບໍ່ໜ້ອຍກວ່າ 200 ເມກາວັດນັ້ນ ກໍຍັງບໍ່ມີຄວາມຊັດເຈນວ່າຈະສາມາດ
ລົງນາມຮ່ວມກັນໃນສັນຍາຊື້ຮ່ວມກັນໄດ້ເມື່ອໃດແທ້.