ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະນຳ​ເອົາ ຍຸດທະສາດ ການພັດທະນາ ເສດຖະກິດ ຂອງຈີນ ມາເປັນແບບ​ຢ່າງ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ພ​ົ​ບ​ປະ​ກັບ​ນາ​ຍົກ​ລ​ັດ​ຖະ​ມົນີ​ຕີ​ລາວ ໃນ​ປີ 2016
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ພ​ົ​ບ​ປະ​ກັບ​ນາ​ຍົກ​ລ​ັດ​ຖະ​ມົນີ​ຕີ​ລາວ ໃນ​ປີ 2016

ການ​ນຳ​ຂັ້ນ​ສູງ​ໃນ​ລາວ ​ຢືນ​ຢັນວ່າຍຸດ​ທະ​ສາດ​ການ​ພັດ​ທະ​ນາຂອງ​ພັກ​ຄອມ​ມີວ​ນິ​ສ ຈີນ
​ຄື​ແບບ​ຢ່າງ ທີ່​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຍຶດ​ຖື ແລະ​ນຳ​ໃຊ້​ໃນ​ ການຈັດ​ຕັ້ງ​ປະ​ຕິ​ບັດ
ເພື່ອ​ການ​ພັດ​ທະ​ນາ​ ລາວ ຢ່າງ​ຮອບ​ດ້ານ.

ທ່ານ ຄຳ​ພັນ ພົມ​ມະ​ທັດ ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​
ລາວ ແລະ​ຫົວ​ໜ້າ​ຫ້ອງ​ວ່າການສູນ​ກາງ​ພັກ ໃຫ້ການ​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸ​ມ ເນື່ອງ​ໃນ​ໂອ​
ກາດ ​ວັນ​ວິ​ທະ​ຍາ​ສາດແຫ່ງ​ຊາດ ​ປະ​ຈຳ​ປີ 2018 ເມື່ອບໍ່​ນານ​ມານີ້ວ່າ ​ບັນດາ​ ນັກ​ວິ​ທະ
​ຍາ​ສາດ ແລະ​ນັກ​ຄົ້ນ​ຄວ້າຂອງ​ລາວ​ ຕ້ອງ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ໃນ​ການ​ຮຽນ​ຮູ້
​ວິ​ທີ​ຄິດ ແລະ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ ບັນ​ດານັກວິ​ທະ​ຍາ​ສາດ ແລະ ​ນັກ​ຄິດ​ຄົ້ນປະ
​ດິດ​ສ້າງທັງ​ຫລາຍຂອງຈີນ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ການ​ພັດ​ທະ​ນາ ​ເຕັກ​ໂນ​ໂລ​ຈີ​ຕ່າງໆໃນ​ຈີນ
ຢ່າງວ່ອງ​ໄວ ແລະ​ກ້າວ​ຂຶ້ນ​ມາ ຢູ່​ແຖວ​ໜ້າໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຈີໃໝ່ໆ ຂອງ
​ໂລກ ​ໃນ​ປັດ​ຈຸ​ບັນ.

ຍິ່ງ​ໄປ​ກວ່ານັ້ນ ການ​ທີ່​ລາວ ແລະ​ຈີນ​ມີ​ລະ​ບົບ​ທາງ​ການ​ເມືອງ ແລະ​ການ​ປົກ​ຄອງ ໃນ
​ຮູບ​ແບບ​ດຽວ​ກັນ ຍັງ​ເຮັດ​ໃຫ້​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ຍຶດ​ຖື​ວ່າ ຍຸດ​ທະ​ສາດ​ການ
​ພັດ​ທະ​ນາຂອງ​ພັກ​ຄອມ​ມີວ​ນິ​ສຈີນ ກໍ​ຄື​ແບບ​ຢ່າງ​ຂອງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ
​ປະ​ເທດ ​ທີ່​ນຳ​ມາ​ປັບ​ໃຊ້ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ລາວໄດ້​ອີກດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່ ​ທ່ານ ​
ຄຳ​ພັນ​ ໃຫ້​ການ​ຢືນ​ຢັນ​ວ່າ:

ຈີນ​ໄດ້​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ເປັນ​ຕົ້ນ​ປັນ​ຍາ​ປະ​ດິດ ປັດ​ຈຸ​ບັນ​ນີ້ ຄື​ວ່າ ​ຢູ່​ໃນ​ລະ
​ດັບ​ທີ່​ໄວ​ເກີນ ແມ່ນ​ການມອງ​ເຫັນ​ ການ​ກຳ​ນົດ​ວິ​ໄສ​ທັດຂອງ​ພັກ-ຂອງ​ລັດ ພ້ອມ​
ກັນ​ນັ້ນຫລະ​ແມ່ນ​ສຸມ​ໃສ່​ສະ​ໜັບສະ​ໜຸນ ທຶນ​ຮອນ ຖື​ວ່າ​ອັນ​ນີ້​ກໍ​ຄື​ຈຸດ​ເດັ່ນ​ຂອງ​
ລະ​ບົບ​ຂອງ​ພວກ​ເຮົາ. ສະ​ນັ້ນ ຈຸດນີ້​ໜີ້ ຢາກ​ໃຫ້​ເຫັນ​ວ່າແຜນ​ຍຸດ​ທະ​ສາດ ນະ​
ໂຍ​ບາຍ ນິ​ຕິ​ກຳ​ຕ່າງໆ ຫລື​ແມ່ນ​ກະ​ທັ້ງ​ການ​ລົງ​ທຶນ ພວກ​ເຮົາ​ແມ່ນ​ປະ​ເທດ​ ທີ່
​ພັກ​ກຳ​ອຳ​ນາດ. ສະ​ນັ້ນ ບົດ​ຮຽນ​ຂອງ​ຈີນ ຖື​ວ່າ ພວກ​ເຮົາ​ຄວນ​ໄດ້​ສຶກ​ສາ-ສຸມ​ໃສ່
ທີ່​ສຸດ.

ທ່ານ ສີ ຈິ້ນ ຜິງ, ປະ​ທານປະ​ເທດ​ຈີນ ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະ​ຈິກ, 2017
ທ່ານ ສີ ຈິ້ນ ຜິງ, ປະ​ທານປະ​ເທດ​ຈີນ ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະ​ຈິກ, 2017

ໂດຍ​ສະ​ເພາະ​ແມ່ນຄວາມ​ສຳ​ເລັດໃນ​ການ​ພັດ​ທະ​ນາເຂດເສດຖະກິດພິເສດໃນ​ຈີນນັ້ນ
ຖື​ເປັນ​ຕົ້ນ​ແບບ​ໃນ​ການ​ພັດ​ທະ​ນາ ທີ່​ພັກ-ລັດຖະ​ບານ​ລາວ ໄດ້​ນຳ​ມາ​ປັບ​ໃຊ້​ໃນ​ລາວ
ຢ່າງ​ຕັ້ງ​ໜ້າ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານ​ລາວ​ກໍ​ສາ​ມາດ​ສ້າງ​ຕັ້ງເຂດເສດຖະກິດພິ​ເສດ ແລະເຂດເສດຖະກິດສະເພາະແລ້ວ 12 ເຂດ ພາຍ​ໃຕ້​ເປົ້າ​ໝາຍ ທີ່​ຈະ​ສ້າງ​ຕັ້ງ​ໃຫ້​ໄດ້​
ທັງ​ໝົດ 58 ເຂດ​ໃນ​ທົ່ວ​ປະ​ເທດ ໂດຍເຖິງມີ 351 ບໍລິສັດ ທີ່ມີມູນຄ່າການລົງທຶນຫຼາຍ
ກວ່າ 8,000 ລ້ານໂດລາ ໃນນີ້ກໍລວມທັງບໍລິສັດຈາກຈີນ 234 ບໍລິສັດ.

ທາງດ້ານ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ລາຍ​ງານ​ວ່າ ບັນດາບໍລິສັດຈີນໄດ້ລົງທຶນ
ໃນລາວ ເປັນ​ອັນ​ດັບ​ທີນຶ່ງ ຊຶ່ງ​ມີ​ມູນ​ຄ່າລວມເກີນກວ່າ 10,000 ລ້ານໂດ​ລາ ໃນ 700
ກວ່າ​ໂຄງ​ການ ຊຶ່ງລວມເຖິງການ ລົງທຶນໃນພາກພະລັງງານ 9 ໂຄງການ ທີ່ຜະລິດໄຟ
ຟ້າແລ້ວ ກໍຄືເຂື່ອນນໍ້າລີກ 1, 2 ເຂື່ອນນໍ້າງື່ມ 5, ເຂື່ອນນໍ້າງຽບ 2, ເຂື່ອນນໍ້າອູ 2, 5
ແລະ 6, ເຂື່ອນນໍ້າມັງ 1,ເຂື່ອນນໍ້າໄຜ່ ແລະເຂື່ອນນໍ້າແບງ ທັງຍັງມີອີກ 10 ກວ່າໂຄງການ ທີ່ກຳລັງກໍ່ສ້າງ ແລະຈະສ້າງແລ້ວສຳເລັດພາຍໃນປີ 2020 ເຊັ່ນ​ດຽວ​ກັນ​ກັບ​ການ​ລົງ​ທຶນ
ເພື່ອກໍ່ສ້າງລະບົບສາຍສົ່ງກະແສໄຟຟ້າຂະໜາດ 230 ກິ​ໂລ​ໂວນ ແລະ 500 ກິ​ໂລ​ໂວນ
ຈຳນວນ 8 ໂຄງການ ພາຍ​ໃຕ້​ເປົ້າ​ໝາຍ​ການເປັນຄູ່ຮ່ວມຍຸດທະສາດໃນ​ການ​ພັດ​ທະ​ນາ​
ລາວ ໃຫ້​ເປັນ​ໝໍ້​ໄຟ​ຂອງ​ອາ​ຊ່ຽນ ໃຫ້​ໄດ້ ຢ່າງ​ເປັນ​ຮູບ​ປະ​ທຳ​ນັ້ນ​ເອງ.

​ບໍ​ລິ​ສັດ​ລາວ ມະ​ຫາ​ນະ​ທີສີ​ທັນ​ດອນ ແລະ​ການ​ລົງ​ທຶນ​ຈຳ​ກັດ ຈາກ​ຮົງ​ກົງ ປະ​ເທດ ​ຈີນແຕ່​ຢ່າງ​ໃດ ຊຶ່ງບໍ​ລິ​ສັດ​ດັ່ງ​ກ່າວນີ້ ໄດ້ລົງທຶນໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ ດອນ-ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ​ໃນ​ແຂວງ​ຈຳ​ປາ​ສັກ.
​ບໍ​ລິ​ສັດ​ລາວ ມະ​ຫາ​ນະ​ທີສີ​ທັນ​ດອນ ແລະ​ການ​ລົງ​ທຶນ​ຈຳ​ກັດ ຈາກ​ຮົງ​ກົງ ປະ​ເທດ ​ຈີນແຕ່​ຢ່າງ​ໃດ ຊຶ່ງບໍ​ລິ​ສັດ​ດັ່ງ​ກ່າວນີ້ ໄດ້ລົງທຶນໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ ດອນ-ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ​ໃນ​ແຂວງ​ຈຳ​ປາ​ສັກ.

ທັງ​ນີ້​ໂດຍ​ຍັງ​ບໍ່​ທັນ​ຮວມເຖິງ​ການ​ລົງ​ທຶນ​ໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ
ຂອງ​ບໍ​ລິ​ສັດ​ລາວ ມະ​ຫາ​ນະ​ທີສີ​ທັນ​ດອນ ແລະ​ການ​ລົງ​ທຶນ​ຈຳ​ກັດ ຈາກ​ຮົງ​ກົງ ປະ​ເທດ
​ຈີນແຕ່​ຢ່າງ​ໃດ ຊຶ່ງບໍ​ລິ​ສັດ​ດັ່ງ​ກ່າວນີ້ ໄດ້ລົງທຶນໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​
ດອນ-ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ​ໃນ​ແຂວງ​ຈຳ​ປາ​ສັກ ໂດຍ​ຜ່ານ​ມາ​ກໍ ໄດ້​ທຳ​ການສຳ​
ຫຼວດ-ອອກ​ແບບ​ການ​ກໍ່​ສ້າງ​ສຳ​ເລັດ​ແລ້ວ ທັງພື້ນ​ຖານ​ໂຄງ​ລ່າງຕ່າງ​ໆ ເພື່ອ​ຮອງ​ຮັບ
​ພາກທຸ​ລະ​ກິດ​ແລະ​ບໍ​ລິການ​ຢ່າງ​ຄົບ​ວົງ​ຈອນ ເຊັ່ນ​ເຂດ​ອຸດ​ສາ​ຫະ​ກຳ Electronic ແລະ
​ເທັກໂນ​ໂລ​ຈີ ດ້ານ​ຂໍ້​ມູນ-ຂ່າວ​ສານ ເຂດ​ແປ​ຮູບ​ສິນຄ້າ​ກະ​ສິ​ກຳ ​ແລະ​ຫັດ​ຖະ​ກຳ ເຂດ​
ການ​ຄ້າ​ເສ​ລີ-ປອດ​ພາ​ສີ ແລະ​ບໍ​ລິ​ການຄົບ​ວົງ​ຈອນ ແລະ​ປະ​ມົງ​ປອດ​ໄພສານ​ພິດເປັນ​ຕົ້ນ.

ທັງ​ນີ້ ໂດຍ​ກຸ່ມ​ທຸ​ລະ​ກິດຈີນຈະ​ໃຊ້​ເງິນ​ລົງ​ທຶນ​ຮວມ​ເຖິງ 9,000 ລ້ານ​ໂດລາສຳ​ລັບດຳ​ເນີນ​
ການ​ກໍ່​ສ້າງ​ສູນ​ການ​ຄ້າປອດ​ພາ​ສີ, ໂຮງ​ແຮມ-ຣີ​ສອ​ຕ໌ ທະ​ນາ​ຄານ ແລະ​ປະ​ກັນໄພສູນ​ບໍ​ລິ​
ການ​ດ້ານ​ສຸ​ຂ​ະພາບແລະ​ຄວາມງາມ, ​ໂຮງ​ຮຽນ​ນາໆ​ຊາດ, ສະ​ຖານ​ບັນ​ເທີງຄົບ​ວົງ​ຈອນ,
ສວນ​ສະ​ນຸກ, ສະ​ຖາ​ນີ​ຂົນ​ສົ່ງ, ຕະ​ຫຼາດ​ກາງ​ຄືນ Night Plaza, ອຸດ​ທະຍານທຳ​ມະ​ຊາດ​
ນ້ຳ​ຂອງໂດຍ​ເມືອງໃໝ່​ສີ​ທັນ​ດອນ ຈະ​ຮອງ​ຮັບ​ພົນ​ລະ​ເມືອງ​ໄດ້​ເຖິງ 8 ແສນຄົນ ກັບ​ນັກ
​ທ່ອງ​ທ່ຽວ​ອີກ 15 ລ້ານ​ຄົນຕໍ່​ປີ ຊຶ່ງນັກ​ທ່ອງ​ທ່ຽວ​ສ່ວນ​ໃຫຍ່ກໍ​ຄື​ຊາວ​ຈີນ​ນັ້ນ​ເອງ.

​ເຂດພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ ມີ​ອາ​ຍຸ​ສຳ​ປະ​ທານ 50 ປີ ໃນ​ພື້ນ​ທີ່​ຮວມ
9,846 ເຮັກ​ຕາ ແລະ​ຖ້າ​ວ່າ ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ກໍ​ຄາດ
ວ່າ ຈະ​ມີ​ເງິນ​ຕາ​ຕ່າງ​ປະ​ເທດ​ ເຂົ້າ​ມາ​ໝູນ​ວຽນ​ ໃນ​ເຂດເສດ​ຖະ​ກິດ​ໃໝ່ ​ສີ​ທັນ​ດອນ
ຫລາຍກວ່າ 2,400 ລ້ານ​ໂດ​ລາ​ຕໍ່​ປີ.

XS
SM
MD
LG